Tagline ແມ່ນຫຍັງ? ສໍາຄັນແນວໃດ?

ສະບາຍດີ ທ່ານຜູ້ອ່ານວາລະສານທາເກັດ ມື້ນີ້ຄໍລຳ Marketing & Branding ຂອງພວກເຮົາ ຈະມາໄຂຂໍ້ສົງໄສຂອງຫຼາຍໆຄົນ ກ່ຽວກັບຄວາມແຕກຕ່າງ ແລະ ວິທີການນຳໃຊ້ຄຳຂວັນທາງການຕະຫຼາດທີ່ເອີ້ນວ່າ: Slogan ແລະ Tagline ທີ່ມັກຖືກໃຊ້ຢ່າງສັບສົນ ບໍ່ຖືກຕ້ອງ ສົ່ງຜົນໃຫ້ ບໍ່ເກີດປະໂຫຍດໃນການໂຄສະນາຍີ່ຫໍ້ສິນຄ້າ ແລະ ບໍລິການເທົ່າທີ່ຄວນ.

ກ່ອນອື່ນເຮົາຕ້ອງທໍາຄວາມເຂົ້າໃຈກ່ອນວ່າ Tagline ນັ້ນຈະມີຄວາມຄ້າຍໆກັນກັບ Slogan ແຕ່ບໍ່ແມ່ນອັນດຽວກັນ, ເວົ້າໃຫ້ເຂົ້າໃຈງ່າຍໆ ຄື: Slogan ສ່ວນຫຼາຍມັກຈະຖືກນໍາໄປໃຊ້ກັບສິນຄ້າ, ຜະລິດຕະພັນ, ບໍລິການ ຫຼື ກິດຈະກຳເພື່ອກະຕຸ້ນການຕະຫຼາດ (campaign) ຫຼື “ໂປຣໂມຊັ່ນ” ໃນໄລຍະໃດໜຶ່ງ ໃຫ້ໜ້າສົນໃຈຂຶ້ນ ຈະເປັນຄໍາເວົ້າສັ້ນໆ ເຮັດໃຫ້ຄົນທົ່ວໄປສາມາດເຂົ້າໃຈໄດ້ງ່າຍໆ ເຊິ່ງສາມາດປ່ຽນແປງ, ແກ້ໄຂໄດ້ຕາມຄວາມເໝາະສົມ. ເຊິ່ງຕ່າງກັບ Tagline ກໍຄື Tagline ຈະຖືກໃຊ້ຢ່າງສະເໝີຕົ້ນສະເໝີປາຍ ບໍ່ປ່ຽນແປງສໍາລັບອົງກອນ ຫຼື ບໍລິສັດ ເປັນຄໍາເວົ້າກະທັດຮັດ ແລະ ບົ່ງບອກວ່າບໍລິສັດນັ້ນກ່ຽວກັບຫຍັງ ຫຼື ເຮັດຫຍັງ ເພື່ອໃຜ ພາຍໃນປະໂຫຍກດຽວ ຫຼື ຫາກຈະໃຫ້ດີ Tageline ທີ່ອົງກອນນັ້ນໆສ້າງຂຶ້ນມາ ຕ້ອງບົ່ງບອກຕົວຕົນສະເພາະເຈາະຈົງຂອງຕົນພຽງອົງກອນດຽວ ທີ່ບໍ່ສາມາດນຳໄປໃຊ້ກັບອົງກອນອື່ນໄດ້ ຫຼື ເວົ້າງ່າຍໆກໍຄື ບໍ່ມີໃຜສາມາດເອົາໄປໃຊ້ແທນໄດ້.

ແລ້ວເປັນຫຍັງທ່ານຕ້ອງໃສ່ໃຈກັບ Tagline?

ຖ້າຈະເວົ້າໄປແລ້ວ Tagline ປຽບດັ່ງອຸດົມການຂອງອົງກອນ ເພາະມັນເປັນການບົ່ງບອກຈຸດຢືນ, ຢືນຢັນສິ່ງທີ່ອົງກອນ ຫຼື ທຸລະກິດນັ້ນດໍາເນີນຢູ່ຢ່າງກົງໄປກົງມາ, ກົດເກນການຕັ້ງ Tagline ນັ້ນບໍ່ມີຫຍັງຕາຍຕົວ, ບໍ່ມີຜິດ ບໍ່ມີຖືກ, ມີແຕ່ສິ່ງທີ່ຄວນ ແລະ ບໍ່ຄວນເຮັດ. ເຊິ່ງຄົນທົ່ວໄປສ່ວນຫຼາຍມັກຈະຕັ້ງຕາມກົດເກນດັ່ງນີ້:

  • ເປັນທີ່ຈື່ຈໍາ.
  • ມີຄຳເວົ້າທີ່ບົ່ງບອກເຖິງສິ່ງທີ່ອົງກອນດໍາເນີນການຢູ່.
  • ສ້າງຄວາມແຕກຕ່າງ.
  • ສື່ເຖິງຍີ່ຫໍ້ (Brand) ໃນມຸມມອງທີ່ດີ, ຮູ້ສຶກດີ ຫຼື ແງ່ຄິດໃນທາງບວກ.

ຖ້າທ່ານຍັງຄິດບໍ່ອອກ ທ່ານລອງມາເບິ່ງຕົວຢ່າງງ່າຍໆເຊັ່ນ: ຖ້າທ່ານເປີດທຸລະກິດທ່ອງທ່ຽວ ແຕ່ບໍ່ມີຄໍາເວົ້າກ່ຽວຂ້ອງກັບການເດີນທາງ ຫຼື ຈຸດໝາຍປາຍທາງເລີຍ ກໍອາດຈະຟັງແປກໆ, ແລ້ວກໍຍັງສ້າງຄວາມບໍ່ເຂົ້າໃຈໃຫ້ກັບລູກຄ້າອີກ; ແລ້ວຖ້າເປີດຮ້ານຂາຍຕຳໝາກຮຸ່ງ ແຕ່ບໍ່ມີຄໍາທີ່ບົ່ງບອກກ່ຽວຂ້ອງກັບເມນູຫຼັກ ກໍຈະເບິ່ງຂາດໆຫຍັງຈັກຢ່າງ. ເຊິ່ງ Tagline ນີ້ເອງມັກຈະແຝງຢູ່ໃນໂຄສະນາຂອງຜະລິດຕະພັນສິນຄ້າຊື່ດັງທີ່ເຮົາໄດ້ຍິນຕະຫຼອດ ເຊັ່ນ: “Find new roods” ຂອງຍີ່ຫໍ້ລົດ ເຊບໂຣເລັດ (Chevrolet), “The power of dreams” ຂອງຍີ່ຫໍ້ລົດຮອນດ້າ (Honda)….

ແຕ່ບໍ່ແມ່ນວ່າ Tagline ຈະຖືກໃຊ້ຫຼາຍໃນທຸລະກິດ ຫຼື ສິນຄ້າເທົ່ານັ້ນ ເພາະໃນປັດຈຸບັນມີການນໍາເອົາ Tagline ໄປໃຊ້ກັບວົງການຮູບເງົາບາງເລື່ອງອີກດ້ວຍ ເພື່ອເປັນການເປີດຕົວ ບອກໂຄງເລື່ອງຜ່ານຕົວອັກສອນພຽງບໍ່ເທົ່າໃດຄໍາ ທີ່ເຮັດໃຫ້ຄົນຢາກຕິດຕາມຫຼາຍຂຶ້ນ. ເຊິ່ງປັດຈຸບັນ Slogan ບາງອັນທີ່ຖືກເປີດໃຊ້ໃນກິດຈະກຳສົ່ງເສີມການຂາຍ (Campaign) ນັ້ນ ມີພະລັງຫຼາຍພໍທີ່ຈະຢູ່ຍືນຍົງ ແລ້ວເອົາກັບມາໃຊ້ໄດ້ຢູ່ສະເໝີ ເຊັ່ນ: “Think different” ຂອງ Apple… ນັ້ນສະແດງວ່າ ບໍ່ວ່າທ່ານຈະມີ Tagline ຢູ່ແລ້ວ ຫຼື ສ້າງ Slogan ເພື່ອຈະນໍາມາໃຊ້ກັບ Campaign ຂອງຜະລິດຕະພັນໃດກໍຕາມໃນອົງກອນຂອງທ່ານ ແລະ ຄົນທົ່ວໄປຕ່າງກໍຕິດຫູຕິດໃຈ ແລະ ຄິດຮອດທຸກຄັ້ງທີ່ໄດ້ຍິນ ສະແດງວ່າຂໍ້ຄວາມນ້ອຍໆ ທີ່ໄດ້ເລືອກມາຢ່າງພິຖີພິຖັນ ເຂົ້າໄປຢູ່ໃນໃຈຂອງລູກຄ້າ ແລະ ຄົນທົ່ວໄປແລ້ວ.

ບັນດາທ່ານ ບໍ່ວ່າຈະເປັນ Slogan ຫຼື Tagline ຖ້າມັນຊ່ວຍເສີມໃຫ້ທຸລະກິດ ຫຼື ອົງກອນຂອງທ່ານ ສາມາດເຂົ້າໄປຢູ່ໃນໃຈຂອງລູກຄ້າໄດ້ ຈະຊ່ວຍໃຫ້ທ່ານສາມາດເຂົ້າໄປເຖິງເປົ້າໝາຍທຸລະກິດທີ່ຕັ້ງໄວ້ໂດຍບໍ່ຍາກເລີຍ. ຟັງແລ້ວມັນອາດຈະເປັນສິ່ງນ້ອຍໆ ຫຼື ບໍ່ຕ້ອງຄິດຫຍັງຫຼາຍກັບຄໍາເວົ້າພຽງບໍ່ເທົ່າໃດຄໍານີ້ ແຕ່ຖ້າທ່ານຕັ້ງເປົ້າຍຶດຖືກັບຄໍາທີ່ເປັນ Tagline ຫຼື Slogan ເຫຼົ່ານັ້ນຢ່າງຈິງຈັງ ແລະ ສະໝໍ່າສະເໝີ ກໍຈະຊ່ວຍໃຫ້ທຸລະກິດທ່ານແຕກຕ່າງ ຈາກຄູ່ແຂ່ງທີ່ມີຢູ່ໃນຕະຫຼາດ ໄດ້ຢ່າງຊັດເຈນ.

 

what is Tagline? How important is it?

            Greetings dear readers of Target Magazine. In the Marketing and Branding column today, we will find out together the differences and ways of using Slogan and Tagline which have been confusedly and interchangeably used preventing products and services from benefiting as it should.

Firstly, please understand that Tagline is similar to Slogan, but not the same. To make it simple, Slogan is mostly used with products, services or campaigns for a marketing purpose or “promotion” at a given time to attract potential buyers. It is usually very easy to understand which can be revised and adjusted as one sees fit. Unlike Slogan, Tagline is used on a consistent basis without any change for organizations or companies. It usually appears in a short form of wordings saying what the company is about or does and for who within one sentence. For a better use, Tagline should be able to specifically represent only the identity of the organization that creates it which cannot be used or replicated by others.

Why do we have to pay attention on Tagline?

Frankly speaking, Tagline is like an ideology of an organization because it indicates the stance and identity of an organization or business directly. Creating a Tagline has no fixed format, no right or wrong, just what should and should not do. People in general like to comply with the following rules:

  • Make it memorable.
  • Include wordings about what the organization is doing.
  • Make a difference.
  • Refer to a Brand in a positive way which triggers good feeling or thought.

If you still have no clue about it, please look at this example. If you launch a tourism business and come up with wordings without referring to travel or destination, it will not only sound strange to customers, but also make them confused; if you launch a papaya salad stand and create a Tagline without referring to your main menu, you will miss an important piece in your marketing plan. Tagline usually embeds itself within famous product advertisement as we have always heard of, for instance “Find new roads” of Chevrolet, “The power of dreams” of Honda and so on.

Tagline is not only used widely with business or products, but also with some movies in order to help introducing and briefing story of the films via a few words making people hyped. Currently, some Slogans used in a certain campaign are powerful enough to withstand and has been used consistently without changing, for example “Think different” of Apple. This proves that a carefully selected and catchy Tagline and Slogan which you use to campaign any product of your organization can stick in people’s memory forever that they will always think of your brand whenever they hear it.

Dear readers, both Slogan and Tagline will help promoting your business or organization by sticking in people’s mind. This will also help you achieving your business goals easily. It might sound like a small thing or a few words which we should never pay attention on. However, if you consistently pay close attention on carefully designing your Tagline or Slogan, it will help making your business clearly stand out from other competitors.

 

Comments