Digital Transformation ການປ່ຽນແປງໃໝ່ທີ່ມາພ້ອມໂອກາດ!!!

ເມື່ອເວົ້າເຖິງ ການປະຕິວັດອຸດສາກະກໍາ ແລະ ການພັດທະນາເຕັກໂນໂລຊີ ນັ້ນ ຫຼາຍທ່ານກໍຈະຮູ້ດີແລ້ວວ່າ ມັນໄດ້ເກີດຂຶ້ນມາຫຼາຍຍຸກຫຼາຍສະໄໝແລ້ວ ແລະ ທຸກຄັ້ງທີ່ມີການປະຕິວັດ ກໍສາມາດເຮັດໃຫ້ເກີດການປ່ຽນແປງທີ່ສ້າງທັງໂອກາດ ແລະ ຜົນກະທົບ ໃນວົງການທຸລະກິດຢ່າງກວ້າງຂວາງ ນັບຕັ້ງແຕ່ລະດັບອົງກອນ ໄປຈົນເຖິງລະດັບປະເທດ… ເມື່ອຢ້ອນກັບໄປໃນຍຸກ 1.0 ທີ່ມີການປະຕິວັດອຸສາຫະກໍາ ໂດຍມີການນໍາເອົາເຄື່ອງຈັກອາຍນໍ້າມາໃຊ້ແທນແຮງງານຄົນ ແລະ ຜູ້ນໍາໃນການປ່ຽນແປງນີ້ຄື “ປະເທດອັງກິດ” ທີ່ເປັນມະຫາອໍານາດໃນສະໄໝນັ້ນ; ການປະຕິວັດອຸດສາຫະກໍາຍຸກ 2.0 ມີການປ່ຽນແປງການຜະລິດ ໃຫ້ໄດ້ຈຳນວນຫຼາຍ “Mass Production” ມີເຄື່ອງຈັກ ແລະ ລະບົບສາຍພານຈາກພະລັງງານໄຟຟ້າ ເຮັດໃຫ້ໂຮງງານ ສາມາດຜະລິດສິນຄ້າໄດ້ຈໍານວນຫຼາຍຂຶ້ນໃນລາຄາທີ່ຖືກລົງ ແລະ ຜູ້ນໍາກໍຄື “ສະຫະລັດອາເມຣິກາ” ທີ່ສາມາດກອບໂກຍລາຍໄດ້ເປັນຈໍານວນມະຫາສານ; ອຸດສາຫະກໍາຍຸກ 3.0 ມີການນໍາເອົາລະບົບເອເລັກໂຕຣນິກ, ຄອມພິວເຕີ, ຫຸ່ນຍົນ ແລະ ເຄື່ອງຈັກອັດຕະໂນມັດ ມາຊ່ວຍໃຫ້ການຜະລິດໃຫ້ມີປະສິດທິພາບຫຼາຍຂຶ້ນ ຜູ້ນໍາໃນການປັບປຸງ ແລະ ພັດທະນາຂະບວນການເຫຼົ່ານີ້ກໍຄື “ປະເທດ ຍີ່ປຸ່ນ” ທີ່ສາມາດຂະຫຍາຍຮາກຖານການຜະລິດໄປຫຼາຍປະເທດທົ່ວໂລກ…

ມາເຖິງຍຸກນີ້ ທີ່ຖືກເອີ້ນວ່າເປັນຍຸກ 4.0 ທີ່ມີການປ່ຽນແປງຢ່າງໄວວາ ແລະ ຮຸນແຮງ ດ້ວຍການນໍາເອົາ ເຕັກໂນໂລຊີ “ດິຈິຕອນ” ທີ່ທັນສະໄໝ ມາຊ່ວຍໃນການຜະລິດ, ມີການເຊື່ອມຕໍ່ຂອງຂໍ້ມູນຜ່ານລະບົບເຄືອຂ່າຍທົ່ວໂລກ, ຄວາມຕ້ອງການຈາກລູກຄ້າ ສົ່ງຜ່ານທຸກຕ່ອງໂສ້ການຜະລິດ, ການຜະລິດແບບ Mass Production ທີ່ສາມາດຜະລິດສິນຄ້າທີ່ຫຼາກຫຼາຍ ອອກແບບພິເສດສໍາລັບລູກຄ້າຄົນພິເສດ… ແຕ່ຍັງມີປະສິດທິພາບການຜະລິດໄດ້ຈໍານວນຫຼາຍ ໃນລາຄາທີ່ປະຢັດ. ຍຸກ 4.0 ອາດຈະເວົ້າໄດ້ຍາກວ່າ ປະເທດໃດຈະກ້າວຂຶ້ນມາເປັນຜູ້ນໍາການປະຕິວັດ ອາດຈະເປັນເຢຍລະມັນ, ເກົາຫລີ ຫຼື ປະເທດອື່ນໆ ເພາະເຕັກໂນໂລຊີ “ດິຈິຕອນ” ເຮັດໃຫ້ເກີດການເຊື່ອມຕໍ່ແບບບໍ່ມີພົມແດນ ແຕ່ທີ່ແນ່ໃຈໄດ້ກໍຄື ການປ່ຽນແປງນີ້ຍ່ອມສ້າງໂອກາດໃຫ້ກັບຄົນທີ່ກຽມພ້ອມ ແລະ ຮູ້ຈັກໃຊ້ໂອກາດເຫຼົ່ານີ້ໃຫ້ເກີດປະໂຫຍດສູງສຸດ …

ຕົວຢ່າງເຊັ່ນ ທ່ານ ແຈັກ ໝ່າ ມະຫາເສດຖີຈີນ ຜູ້ສ້າງຕັ້ງບໍລິສັດ ອາລິບາບາ (Alibaba) ເຊິ່ງເປັນ ທຸລະກິດການຄ້າເອເລັກໂຕຣນິກ (E-Commerce) ທີ່ໃຫຍ່ລະດັບໂລກ ເປັນຜູ້ໜຶ່ງທີ່ປະສົບຜົນສໍາເລັດຢ່າງສູງ ຈາກການເກີດຂຶ້ນຂອງ ເຕັກໂນໂລຊີ “ດິຈິຕອນ” ທ່ານໄດ້ສະແດງມຸມມອງທີ່ໜ້າສົນໃຈກ່ຽວກັບໂອກາດ ຄວາມປ່ຽນແປງ ແລະ ການພັດທະນາຕົວເອງຂອງມະນຸດ ໃນກອງປະຊຸມການຄ້າເອເລັກໂຕຣນິກໂລກ “World E-commerce Forum” ທີ່ກຸງດາວອສ ປະເທດເຊີວິສແລນ, ໂດຍໄດ້ເລົ່າເຖິງຊີວິດໃນສະໄໝຍັງນ້ອຍ ທີ່ທ່ານເກີດໃນຄອບຄົວທຸກຍາກ ທີ່ປະເທດຈີນ, ບໍ່ໄດ້ຮັບການສຶກສາທີ່ດີພໍປານໃດ ແລະ ບໍ່ມີເຕັກໂນໂລຊີທັນສະໄໝໃຫ້ໃຊ້ຮຽນຮູ້ ແຕ່ ທ່ານ ແຈັກ ໝ່າ ມີວິທີຄິດທີ່ແຕກຕ່າງຈາກຄົນອື່ນ ເຮັດໃຫ້ເຂົ້າໃຈວ່າອີກ 10 ປີຕໍ່ໜ້າຈະເກີດຫຍັງຂຶ້ນ ແລະ ໄດ້ເຮັດທຸກສິ່ງທຸກຢ່າງ, ກຽມຕົວເອງໃຫ້ພ້ອມ ພັດທະນາຕົວເອງເພື່ອໃຫ້ບັນລຸເປົ້າໝາຍທີ່ຄິດວ່າຈະເກີດຂຶ້ນ … “ອິນເຕີເນັດ ເຕັກໂນໂລຊີ ດິຈິຕອນ” ແມ່ນສິ່ງທີ່ ແຈັກ ໝ່າ ເຊື່ອວ່າຈະເປັນຈຸດປ່ຽນຂອງໂລກ … ໂດຍທ່ານໄດ້ກ່າວວ່າ “ຖ້າເຮົາຄິດຮອດແຕ່ມື້ອື່ນ, ເດືອນໜ້າ ຫຼື ປີໜ້າ ວ່າຢາກປະສົບຄວາມສໍາເລັດ ມັນເປັນໄປບໍ່ໄດ້ ມັນບໍ່ມີໂອກາດສໍາລັບຂ້ອຍ ໂອກາດຂອງຄົນທຸກຍາກແບບຂ້ອຍ ທີ່ຈະປະສົບຜົນສໍາເລັດໄດ້ ຕ້ອງຄິດໃຫ້ໄກຮອດ 10 ປີ ຕໍ່ໜ້າ” ຄໍາເວົ້າຂອງ ທ່ານ ແຈັກ ໝ່າ ປະໂຫຍກນີ້ ສະແດງເຖິງວິທີຄິດທີ່ສໍາຄັນ ໃນການເບິ່ງໂອກາດຂອງຄົນທີ່ປະສົບຜົນສໍາເລັດ.

ປະເດັນໜຶ່ງທີ່ ທ່ານ ແຈັກ ໝ່າ ໄດ້ສະແດງຄວາມຄິດເຫັນໄວ້ຢ່າງໜ້າສົນໃຈ ກ່ຽວກັບການປ່ຽນແປງຂອງເຕັກໂນໂລຊີ ທີ່ອາດຈະກະທົບກັບຊີວິດມະນຸດ ແລະ ການເຮັດວຽກໃນຍຸກທີ່ຫຸ່ນຍົນ, ຄອມພິວເຕີ ມີຄວາມສາມາດສູງຫຼາຍ ເພິ່ນໄດ້ບອກວ່າ “ເຮົາບໍ່ສາມາດເຮັດວຽກເກັ່ງກວ່າເຄື່ອງຈັກໄດ້ ເພາະເຄື່ອງຈັກເຮັດໄດ້ຖືກຕ້ອງ, ໄວວາ, ບໍ່ຢຸດພັກ ແຕ່ສິ່ງທີ່ເຮົາເໜືອກວ່າເຄື່ອງຈັກກໍຄື: ຄຸນຄ່າ, ສັດທາ, ຄວາມຄິດອິດສະຫຼະ, ການເຮັດວຽກເປັນທີມ, ຄວາມໃສ່ໃຈຜູ້ອື່ນ ເຊິ່ງເປັນສ່ວນຂອງຄວາມຮູ້ສຶກ ທີ່ບໍ່ສາມາດສອນ ຫຼື ໃຫ້ຄວາມຮູ້ກັນໄດ້; ວຽກທີ່ໃຊ້ສິ່ງເຫຼົ່ານີ້ ຈຶ່ງເປັນວຽກທີ່ຍັງຕ້ອງໃຫ້ຄົນເປັນຜູ້ປະຕິບັດ ບໍ່ສາມາດໃຊ້ເຄື່ອງຈັກທົດແທນໄດ້. ຈຶ່ງເປັນເຫດຜົນວ່າ ເປັນຫຍັງເຮົາຈຶ່ງຄວນເຝິກເດັກນ້ອຍໃຫ້ຫຼິ້ນກິລາ, ດົນຕີ, ສິລະປະ ຫຼື ກິດຈະກຳຍາມຫວ່າງ ເພາະສິ່ງເຫຼົ່ານີ້ຈະຫຼໍ່ຫຼອມທັກສະດ້ານອາລົມ (Soft Skills) ເຮັດໃຫ້ມະນຸດມີຄວາມແຕກຕ່າງຈາກເຄື່ອງຈັກ”

ບັນດາທ່ານ ຈາກຄໍາເວົ້າກົງໄປກົງມາຂອງ ທ່ານ ແຈັກ ໝ່າ ທີ່ໄດ້ກ່າວມາຂ້າງເທິງນັ້ນ ກໍຫວັງວ່າຈະເປັນປະໂຫຍດໃຫ້ແກ່ຜູ້ອ່ານໄດ້ບໍ່ຫຼາຍ ກໍໜ້ອຍ ແລະ ສິ່ງສໍາຄັນອີກອັນໜຶ່ງທີ່ຢາກໃຫ້ຜູ້ອ່ານໄດ້ຄໍານຶງເຖິງຄື ການຫັນປ່ຽນໄປສູ່ຍຸກ “ດິຈິຕອນ” ຫຼື Digital Transformation ເຊິ່ງເປັນສິ່ງທີ່ກໍາລັງເກີດຂຶ້ນຢູ່ໃນປັດຈຸບັນ ຖ້າເຮົາໄປຄິດຢ້ານກັບສິ່ງທີ່ຈະເກີດຂຶ້ນໃໝ່ວ່າຈະເຂົ້າມາມີບົດບາດເໜືອກວ່າເຮົາ, ບໍ່ກ້າທີ່ຈະຮັບມືກັບຄວາມປ່ຽນແປງໃດໆ ເຮົາຈະກາຍເປັນຄົນທີ່ບໍ່ພົບໂອກາດເພື່ອກ້າວສູ່ຄວາມສໍາເລັດໄດ້ເລີຍ; ເພາະໂລກບໍ່ເຄີຍຢຸດໝຸນ ການພັດທະນາຂອງຄົນຈຶ່ງບໍ່ອາດຢຸດຢູ່ບ່ອນເກົ່າໄດ້ ເຕັກໂນໂລຊີ ກໍຖືກພັດທະນາແບບຂ້າມຂັ້ນ ແລະ ໄວວາ. ສະນັ້ນ, ຖ້າເຮົາສຶກສາ, ເປີດໃຈກັບຄວາມທ້າທາຍໃໝ່ໆ ເຮົາກໍຈະແນມເຫັນໂອກາດແຫ່ງຄວາມສໍາເລັດໄດ້ຫຼາຍຂຶ້ນ.

 

digital transformation, a new change with opportunity!

            Speaking of industrial revolution and technological development, many of you might know well that it happened a long time ago. Every time the revolution occurs, changes follow which yield both opportunities and impacts upon businesses widely from local to the national level. Looking back to the 1.0 era when the industrial revolution kicked off, steam engines were introduced to replace human labor in “England,” the superpower back then. Then we witnessed the 2.0 revolution with the serious promotion of “Mass Production” using machines and assembly lines powered by electricity to help increasing productivity of manufacturers. Such mass production also helped reducing product price enabling the pioneering party, United States of America, to earn tremendous amount of profits from this production method. In the 3.0 industrial era, electronic devices, such as computer, robot and automatic machine, were widely used to improve the effectiveness of production. “Japan” was the first to take the lead in this revolution enabling them to expand their production base worldwide.

Then we have the 4.0 era, the time when things change rapidly and intensely driven primarily by the “digital” technology which has an important role in boosting productivity, connecting with the global data network, sharing customer’s demand through all production chains, supporting Mass Production offering a variety of choices of quality product with a design personalized exclusively for consumers in a lower price. It might be difficult to say who takes the lead in this 4.0 era. It can be Germany, Korea or anyone because the “digital” technology allows borderless connection. What we can be sure about is that this change can only provide a good opportunity for those who are well-prepared to maximize benefits from it.

Take the case of Mr. Jack Ma, Chinese billionaire and the founder of Alibaba, world’s biggest E-Commerce website, as an example. He is one of the most successful person in the world who took advantage of the emergence of “digital” technology. He shared his interesting view regarding opportunities triggered by changes and self-development at the “World E-Commerce Forum” in Davos, Switzerland. He told a story of when he was young. He was born in China in the era when technology was not so advanced and in a poor family that could not support his education. Nevertheless, Jack Ma had a unique way of looking at the world which was different from others. He predicted what would happen in the next 10 years from then. He did everything to get himself ready by continuously improving himself in order to achieve goals and deal with what would occur. Jack Ma believed that the “Internet and digital technology” would change the world. He said that “if we think only about tomorrow, not next month or next year, we will never be successful. Chances for a poor person like me to be successful is to think at least 10 years ahead.” This saying by Jack Ma shows that the thought of future is very important for one to be successful.

Jack Ma raised one interesting point about the evolution of technology which would impact people’s life and working style. The replacement of human labor with highly effective robot and computer proves that “we can never beat machines because they are accurate, quick and never stop working. However, what makes us more different is the value, belief, freedom, teamwork and sympathy that we have which can never be taught or programed on machines. Therefore, works that require emotion have to be operated by human, not machines. For this reason, it is highly essential to train children to play sports, music, art or other leisure activities which will help improving their soft skills making them unique from machines.”

            Dear readers, as Mr. Jack Ma spoke frankly, we hope you will find it useful. Another important thing worth noticing is that Digital Transformation is happening at the moment. If you are afraid of impacts of this transformation and cannot handle this change, you will miss a lot of opportunities for success. Remember that the world never stops moving. Therefore, we have to keep improving ourselves to keep up with the technological advancement which happens abruptly and rapidly. Only if we open up to these new challenges, we will have more chances of being successful.

Comments