ຍຸກ 5.0 ກຳລັງມາ ກຽມຕ້ອນຮັບນະວັດຕະກຳໃໝ່ໆ!!!

ເຕັກໂນໂລຊີ ແລະ ນະວັດຕະກຳເກີດຂຶ້ນ, ຖືກພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຍອມຮັບຢ່າງໄວວາຈາກສັງຄົມ, ເຮັດໃຫ້ເກີດການປ່ຽນແປງຢ່າງກ້າວກະໂດດຂັ້ນ ທັງໃນໂລກທຸລະກິດ ແລະ ການດໍາລົງຊີວິດປະຈຳວັນຂອງຄົນໃນສັງຄົມ ຈົນເອີ້ນໄດ້ວ່າ: ເຕັກໂນໂລຊີ ຖືກສ້າງຂຶ້ນມາເພື່ອປ່ຽນໂລກ. ແຕ່ໃນການປ່ຽນໂລກຂອງເຕັກໂນໂລຊີ ແລະ ນະວັດຕະກຳນັ້ນ ກໍມາພ້ອມກັບດ້ານບວກ ແລະ ດ້ານລົບ, ຄວາມສະດວກສະດວກບາຍທີ່ຜູ້ຊົມໃຊ້ຕ້ອງໄດ້ຮຽນຮູ້ ທີ່ຈະນຳມາໃຊ້ຢ່າງສ້າງສັນ. ດັ່ງທີ່ ທ່ານ ບີຍອນ ທາລ ແຊນເບີກ ຫົວໜ້າສູນວິໄຈ ເທເລນອນ ໄດ້ກ່າວວ່າ “ເຖິງວ່າເຕັກໂນໂລຊີຈະກ້າວໜ້າພຽງໃດ ຄົນໃນສັງຄົມກໍຕ້ອງກັບມາພິຈາລະນາເຖິງຫຼັກປະກັນ ຕໍ່ການໃຊ້ເຕັກໂນໂລຊີ ຢ່າງປອດໄພ, ສະຫຼາດ ແລະ ສ້າງສັນ” ໃນປີນີ້ຈຶ່ງອາດຈະເກີດການປ່ຽນແປງຂອງເຕັກໂນໂລຊີ ທີ່ມີຢູ່ໃຫ້ເໝາະສົມ ແລະ ແທດເໝາະຫຼາຍຂຶ້ນ! ສະນັ້ນ ວາລະສານທາເກັດຈຶ່ງໄດ້ນຳເອົາ ນະວັດຕະກຳທີ່ອາດຈະເປັນປະກົດການສໍາຄັນ ທີ່ຈະເກີດຂຶ້ນໃນຍຸກ 5.0 ນີ້ ມານໍາສະເໜີໃຫ້ກັບທ່ານຜູ້ອ່ານ!!!

  1. Deep fake ຈະກະຈາຍຕົວຫຼາຍຂຶ້ນ

ໃນປີທີ່ຜ່ານມາ ປະເດັນການໃຊ້ປະໂຫຍດທາງລົບຂອງ Social Media ແລະ AI ໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍສະເພາະແມ່ນ Deep fake ຫຼື ຮູບແບບຂອງຂໍ້ມູນປອມທີ່ແຜ່ກະຈາຍທາງ Social Media ເຊິ່ງຄາດວ່າໃນປີນີ້ ຈະເກີດເນື້ອໃນປະເພດ Deep fake ຖືກເຜີຍແຜ່ໃນໂລກອອນໄລ໌ຫຼາຍຂຶ້ນ. ເນື່ອງຈາກວ່າການເຮັດວຽກຂອງ “ເຄືອຂ່າຍຜູ້ໃຫ້ກຳເນີດ” (Generative Adversarial Networks – GANs) ທີ່ສາມາດສ້າງຮູບພາບປອມທີ່ຄ້າຍຄືແທ້ຂຶ້ນ ມີການໃຊ້ຫຼາຍຂຶ້ນ ແລະ ຮຽນຮູ້ໄວຂຶ້ນ ເຊິ່ງຈະເປັນອຸປະສັກຫຼາຍໃນອະນາຄົດຕໍ່ການແຍກ ລະຫວ່າງຂໍ້ມູນແທ້ກັບຂໍ້ມູນປອມໃນໂລກ Digital. ເຊິ່ງຜູ້ຊົມໃຊ້ກໍຕ້ອງໄດ້ລະມັດລະວັງຫຼາຍຂຶ້ນກ່ຽວກັບການຮັບເອົາຂໍ້ມູນ ເພື່ອປ້ອງກັນຜົນກະທົບໃນທາງລົບ

  1. AI ຈະຖືກໍານົດດ້ວຍຂອບເຂດຈັນຍາບັນ

ການພັດທະນາປັນຍາປະດິດ ຫຼື AI ໄດ້ຖືກໃຊ້ຢ່າງຫຼວງຫຼາຍໃນພາກທຸລະກິດ ແລະ ສັງຄົມ, ແຕ່ແນວໃດກໍຕາມ ຄົນໃນສັງຄົມໄດ້ເລີ່ມຄິດເຖິງຜົນກະທົບຂອງເຕັກໂນໂລຊີ ຕໍ່ການໃຊ້ຊີວິດ. ເຊິ່ງໜຶ່ງໃນນັ້ນກໍຄື ເຕັກໂນໂລຊີ AI ໂດຍໃນປີນີ້ ຈະມີການກວດການໃຊ້ AI ຈາກສາທາລະນະຫຼາຍຂຶ້ນ. ຈົນຮອດການກໍານົດຂອບເຂດການໃຊ້ວຽກຂອງ AI, ຄາດວ່າໃນອີກບໍ່ດົນ ໜ່ວຍງານລັດ ແລະ ເອກະຊົນ ຈະມີການຮ່ວມມືກັນຈັດຕັ້ງຂອບເຂດການຄຸ້ມຄອງ ແລະ ຈັນຍາບັນໃນການໃຊ້ AI ເພື່ອໃຫ້ໝັ້ນໃຈວ່າ ປະຕິບັດຖືກຕ້ອງຕາມຫຼັກການຈັນຍາບັນ ຫຼື ບໍ່? ການກໍານົດຂອບເຂດການໃຊ້ເຕັກໂນໂລຊີ ດັ່ງກ່າວນັ້ນ ກໍເພື່ອສ້າງຄວາມໝັ້ນໃຈຕໍ່ສາທາລະນະໃນການໃຊ້ປະໂຫຍດຢ່າງຖືກຕ້ອງ, ໂປ່ງໃສ, ຕິດຕາມໄດ້ ແລະ ໝັ້ນຄົງ.

  1. ເກີດເມືອງຈໍາລອງ 5G ຂຶ້ນທົ່ວໂລກ

ເມື່ອຫຼາຍປີທີ່ຜ່ານມາ ມີການພັດທະນາ ແລະ ທົດສອບເຕັກໂນໂລຊີ 5G ຢ່າງຕໍ່ເນື່ອງ, ທັງການພັດທະນາລະບົບຄລາວ (Cloud) ເພື່ອເຊື່ອມຕໍ່ກັບສະຖານີທົດສອບຄື້ນ 5G, ການພັດທະນາແນວທາງການໃຊ້ປະໂຫຍດຈາກ 5G ເຊັ່ນ: ການສະແດງ “ໂດຣນ” ໃນງານເປີດໂອລິມປິກ ລະດູໜາວທີ່ປະເທດ ສ.ເກົາຫລີ ແລະ ໃນປີນີ້ຈະເລີ່ມເຫັນເມືອງຈໍາລອງທີ່ໃຊ້ສໍາລັບດໍາເນີນໂຄງການ ເພື່ອທົດລອງການໃຊ້ປະໂຫຍດຈາກ 5G ໃນພາກພື້ນຕ່າງໆຂອງໂລກ. ເຊິ່ງປີນີ້ກໍຈະເປັນປີທີ່ຄົນໃນສັງຄົມທົ່ວໂລກຈະໄດ້ຮັບຮູ້ ແລະ ສໍາຜັດເຖິງຄວາມເປັນສັງຄົມ Digital ຢ່າງແທ້ຈິງ.

  1. Chat Bot ຜູ້ຊ່ວຍສ່ວນຕົວໃນເຮືອນທ່ານ

ໃນປີທີ່ຜ່ານມາ ການພັດທະນາລະບົບຜູ້ຊ່ວຍສ່ວນຕົວ ຈະມາໃນຮູບແບບຂອງ Chat Bot ຜ່ານການພິມ, ຜ່ານຕົວໜັງສື. ແຕ່ໃນປີ 2020 ທີີ່ຈະເຖິງນີ້ ທ່ານຈະໄດ້ເຫັນການພັດທະນາ ແລະ ການໃຊ້ Chat Bot ທີ່ຜ່ານລະບົບການສັ່ງການດ້ວຍເຄື່ອງສຽງຫຼາຍຂຶ້ນ ແລະ ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ກ້າວໜ້າຫຼາຍຂຶ້ນ. ໂດຍສະເພາະກັບອຸປະກອນໃນເຮືອນ ທີ່ເຮັດໃຫ້ການສັ່ງວຽກ ສາມາດສັ່ງດ້ວຍສຽງຜ່ານ Chat Bot ທີ່ຢູ່ໃນເຮືອນ ຄ້າຍຄືກັບວ່າມີຜູ້ຊ່ວຍສ່ວນຕົວ, ເຮັດໃຫ້ການໃຊ້ຊີວິດໃນເຮືອນງ່າຍຂຶ້ນໄປອີກ ແລະ ເປັນໄປໄດ້ວ່າ ອຸປະກອນທັນສະໄໝທີ່ສາມາດສັ່ງການຜ່ານ Chat Bot ໄດ້ນັ້ນ ຈະກາຍເປັນເຄື່ອງຫຼິ້ນອັນໃໝ່ພາຍໃນເຮືອນຂອງຄົນທົ່ວໂລກຢ່າງແນ່ນອນ.

  1. ກະແສ Green Tech ແຮງຂຶ້ນ

ຈາກການທີ່ຄະນະຂອງອົງການສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບອາກາດໄດ້ອອກມາເຕືອນ  ເຖິງຄວາມຮ່ວມມືໃນການປ້ອງກັນການປ່ຽນແປງຂອງສະພາບອາກາດ ທີ່ມີທ່າອ່ຽງແຮງຂຶ້ນ ເຮັດໃຫ້ຄວາມກັງວົນ ແລະ ການຮັບຮູ້ຂອງຜູ້ຄົນໃນສັງຄົມຕໍ່ການປ່ຽນແປງຂອງສະພາບອາກາດສູງຂຶ້ນ ຈົນເກີດມີກະແສການອະນຸຮັກສິ່ງແວດລ້ອມດ້ວຍເຕັກໂນໂລຊີ (Green Tech) ເລີ່ມມີຄວາມຊັດເຈນຫຼາຍຂຶ້ນໃນປີນີ້. ໂດຍສະເພາະບົດບາດຂອງເຕັກໂນໂລຊີໂທລະສັບເຄື່ອນທີ່ ໃນການອະນຸຮັກສິ່ງແວດລ້ອມ ເຊິ່ງຈະຊ່ວຍໃຫ້ຜູ້ບໍລິໂພກສາມາດໃຊ້ຊີວິດຢ່າງສະຫຼາດຂຶ້ນ ແລະ ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ.

 

the 5.0 era is approaching, prepare for new innovations!

As technology and innovation are invented, developed and accepted every day by society, changes in both the economic world and people’s daily life have been accelerated as what many people would say that “technology is created to change the world.” Nevertheless, the changes come in both positive and negative forms. People need to be creative about using it to facilitate their life. According to Mr. Bjorn Taale Sandberg, Head of Telenor Research, “does not matter how advanced the technology is, people should always consider how to use such technology safely, intelligently and creatively.” Therefore, there might be some changes to the existing technology so that it matches more with people’s preference in the current era. For this reason, Target Magazine would like to introduce some innovations which could be an important phenomena for approaching 5.0 era to our dear readers.

  1. Deep fake will spread more

In the previous year, negative use of social media and AI started to spread, especially in the form of deep fake or fake news posted on social media. Expectedly, online deep fake will spread even more this year. Due to the ease of creating fake information using “Generative Adversarial Networks – GANs” which have been widely used and quickly developed, it is becoming more difficult to distinguish genuine data from the fake one in the digital world. Users must be more cautious with all online information in order to prevent any adverse impact from happening.

  1. AI will be limited with ethics

Despite the widely use of artificial intelligence or AI in both business and social sector, people are beginning to think more about its impact on their life. This year, public usage of AI will be monitored more strictly, while limiting its scope of usage. Expectedly, both public and private sector will cooperate in managing and setting ethics for AI application to guarantee its ethical compliance. Such limitation will create public trust upon the accuracy, transparency and stability of the technology.

  1. 5G pilot cities around the world

5G has been continuously developed and piloted for many years. This includes the development of Cloud system to connect with a 5G frequency testing station. Many places have attempted to make use of 5G, for instance the “drone” show during the Winter Olympic in South Korea. We have witnessed several regions in the world start to implement a 5G pilot city project. People feel that this year is the moment as if they are living in the real digital society.

  1. Chat Bot, your personal assistant at home

In the previous year, we saw the development of personal assistant in the form of Chat Bot appeared on instant messaging platform. In 2020, we will all see a more improved version of Chat Bot with voice-command function which is more effective and advanced. Particularly, household appliances will be commanded via Chat Bot as if we have our own personal assistant at home. This will make our life easier and will turn the voice-commanded devices via Chat Bot into a new household toy for people around the world.

  1. Green tech trend is still booming

According to the United Nations Intergovernmental Panel on Climate Change, the trend for cooperation in battling climate change is still booming with increasing public awareness that the change is getting more intense. Alongside with the trend, the desire for Green Tech has become clearer than before, especially the role of mobile technology in the environmental protection which will help promoting a smart and environmental-friendly lifestyle for consumers.

 

Comments