ບໍລິສັດ ຕັນຈົງ ມໍເຕີ ລາວ ຈະເຕີບໃຫຍ່ຄຽງຄູ່ກັບສັງຄົມລາວ.

ກຸ່ມບໍລິສັດ TCMH  ເລີ່ມຕົ້ນຈາກການເປັນຜູ້ຈໍາໜ່າຍລົດຂະໜາດນ້ອຍໃນຊ່ວງຊຸມປີ 1950 ຢູ່ ມາເລເຊຍ, ເຊິ່ງໃນປັດຈຸບັນໄດ້ຂະຫຍາຍໂຕເປັນກຸ່ມທຸລະກິດຂະໜາດໃຫຍ່ທີ່ດຳເນີນຫຼາກຫຼາຍກິດຈະການ; ນັບຕັ້ງແຕ່ການປະກອບ ແລະ ວາງແຜນການຕະຫຼາດໃຫ້ແກ່ລົດ, ລວມທັງການຜະລິດຊິ້ນສ່ວນພາຫະນະ ໄປຈົນເຖິງການລົງທຶນດ້ານອະສັງຫາ ແລະ ການຄ້າຂາຍກົນຈັກໜັກ, ເຄື່ອງມືອຸດສະຫະກຳ ລວມທັງເຄື່ອງອຸປະໂພກ-ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດ.

ໃນປັດຈຸບັນ, TCMH ແມ່ນບໍລິສັດຖືຫຸ້ນການລົງທຶນ ແລະ ມີກິດຈະການຫຼັກໆດັ່ງຕໍ່ໄປນີ້: ການປະກອບ, ຜະລິດ, ຂາຍ ແລະ ຈໍາໜ່າຍພາຫະນະທົ່ວໄປ ແລະ ພາຫະນະເພື່ອການຄ້າ; ການບໍລິການຫຼັງການຂາຍ ແລະ ເປັນຜູ້ສະໜອງອາໄຫຼ່ລົດ; ການບໍລິການດ້ານການເງິນທີ່ກ່ຽວຂ້ອງກັບລົດ, ເຊັ່ນວ່າການເຊົ່າຊື້, ຕົວແທນປະກັນໄພ ແລະ ສິນເຊື່ອ ແລະ ທ້າຍສຸດແມ່ນການລົງທຶນດ້ານອະສັງຫາລິມະຊັບ.

ບໍລິສັດ ຕັນ ຈົງ ມໍເຕີ (ລາວ) ຈໍາກັດ ຜູ້ດຽວ (“TCML”), ເຊິ່ງເປັນບໍລິສັດສາຂາພາຍໃຕ້ Tan Chong Motor Holdings Berhad (ມາເລເຊຍ), ແມ່ນຕົວແທນຈໍາໜ່າຍຢ່າງເປັນທາງການພຽງຜູ້ດຽວຂອງລົດຍີ່ຫໍ້ Nissan ໃນ ສປປ ລາວ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ແລະ ໄດ້ເປີດ ສູນ Nissan 3S ແຫ່ງທຳອິດຂຶ້ນໃນ ນະຄອນຫຼວງວຽງຈັນ ໃນປີ 2013. ໃນປີ 2017, ບໍລິສັດ ຕັນ ຈົງ ມໍເຕີ ລາວ ໄດ້ຂະຫຍາຍເຄືອຂ່າຍກິດຈະການຂອງຕົນໄປ ສະຫວັນນະເຂດ ແລະ ຕໍ່ມາກໍໄດ້ເປີດ ສູນ Nissan 3S ຢູ່ ນະຄອນປາກເຊ ໃນປີ 2018.

ເພື່ອກ້າວໄປທາງໜ້າ, ບໍລິສັດ ຕັນ ຈົງ ລາວ ໄດ້ສຸມໃສ່ຄວາມພະຍາຍາມໃນການເຮັດໃຫ້ລູກຄ້າເກີດຄວາມເພິ່ງພໍໃຈສູງສຸດ ລວມທັງສືບຕໍ່ຂະຫຍາຍເຄືອຂ່າຍກິດຈະການຂອງ Nissan ໃນຮູບແບບຂອງສູນຂາຍ ແລະ ສູນບໍລິການຫຼັງການຂາຍໄປທົ່ວປະເທດ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການລົດຍີ່ຫໍ້ Nissan ທີ່ເພີ່ມຂຶ້ນໃນ ລາວ. ໃນປັດຈຸບັນ, ກຸ່ມບໍລິສັດ ຕັນ ຈົງ  ແມ່ນຕົວແທນຈຳໜ່າຍຢ່າງເປັນທາງການແຕ່ພຽງຜູ້ດຽວໃຫ້ແກ່ລົດຍີ່ຫໍ້ Nissan ໃນ ສປປ ລາວ, ກຳປູເຈຍ, ມຽນມາ, ຫວຽດນາມ ແລະ ມາເລເຊຍ.…..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Tan Chong Motor Lao will grow together with Lao society.

TCMH Group (the Group) started as the distributor of small motor vehicles by its founders back in the 1950s in Malaysia, and has now grown into a large conglomerate involved in a myriad of business activities; from the assembly and marketing of motor vehicles and auto parts manufacturing to property investment as well as trading in various heavy machineries, industrial equipment and consumer products – both locally and abroad.

Today, TCMH is an investment holding company and the Group’s current principal activities include assembly, manufacturing, sales and distribution of motor vehicles and commercial vehicles; After-sales services and spare parts; motor related financial services such as hire purchase, insurance agency and leasing; and last but not least Property Investment.

Tan Chong Motor (Lao) Sole Co., Ltd. (“TCML”), a wholly-owned subsidiary of Tan Chong Motor Holdings Berhad (Malaysia), is the Sole and Exclusive Distributor of Nissan vehicles in Laos PDR since 2010 and opening its first Nissan 3S Centre in Vientiane, Laos in 2013. In 2017, Tan Chong Motor Lao expands its network to Savannakhet; followed by another Nissan 3S Centre in Pakse in 2018.

Moving forward, Tan Chong Motor Laos endeavors to deliver the highest level of customer satisfaction as well as continuously to expand Nissan’s network presence of sales and aftersales outlets, throughout the nation to meet the increasing number of Nissan vehicles in the country. Currently Tan Chong Group is the sole & exclusive distributor for Nissan in Lao P.D.R, Kingdom of Cambodia, Myanmar, Vietnam and Malaysia.

(More interview details can be found in Target Magazine issue 165 May 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments