ການຮັບມືກັບການດ້ອຍຄ່າຂອງມູນຄ່າຂອງເງິນຕາມເວລາ

ບັນດາທ່ານອາດຈະເຄີຍສັງເກດ ແລະ ຄຶດແປກໃຈວ່າ ເປັນຫຍັງລາຄາຂອງເຄື່ອງອຸປະໂພກ ແລະ ບໍລິໂພກໃນຊີວິດປະຈຳວັນຂອງເຮົາຈຶ່ງເພີ່ມຂຶ້ນ ເຮັດໃຫ້ຕົ້ນທຶນການຄອງຊີບຂອງເຮົາເພີ່ມຂຶ້ນ ໃນຂະນະທີ່ຈໍານວນເງິນຂອງເຮົາທີ່ຫາເກັບສະສົມໄວ້ໃນແຕ່ລະວັນ ພັດບໍ່ສາມາດຊື້ເຄື່ອງດັ່ງກ່າວໄດ້ໃນຈຳນວນເທົ່າເດີມ, ຈາກທີ່ເຄີຍຊື້ເຝີໃນລາຄາ 8.000 ຫາ 10.000 ກີບໃນໄລຍະ 10 ປີກ່ອນ, ແຕ່ລາຄາຂອງເຝີໃນທ້ອງຕະຫຼາດທຸກມື້ນີ້ພັດເພີ່ມຂຶ້ນເປັນ 15.000 ຫາ 20.000 ກີບ. ສາເຫດຫຼັກໆທີ່ຢູ່ເບື້ອງຫຼັງຂອງການດ້ອຍມູນຄ່າຂອງຈຳນວນເງິນດັ່ງກ່າວ ກໍແມ່ນຍ້ອນການເຟີ້ຂອງຄ່າເງິນ ເຊິ່ງອັດຕາເງິນເຟີ້ໄດ້ບັ່ນທອນຄ່າເງິນໃນແຕ່ລະໄລຍະ. ບົດຄວາມນີ້ ຈະໄດ້ນໍາສະເໜີໃຫ້ຜູ້ອ່ານໄດ້ເຂົ້າໃຈກ່ຽວກັບການປ່ຽນແປງຂອງມູນຄ່າເງິນຕາມການເວລາ ແລະ ວິທີການຮັບມືກັບການດ້ອຍຄ່າຂອງເງິນດ້ວຍການລົງທຶນໃນຊັບສິນທາງການເງິນແຕ່ລະປະເພດ…..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

handling with the periodic devaluation of currency value

Many of you might wonder why consumer’s products are getting more and more expensive affecting our cost of living. The same amount of money is now not enough for the same amount of items we could buy in the past. We were once charge 8,000 to 10,000 kip for a bowl of pho 10 years ago. However, the price has gone up to 15,000 to 20,000 kip. The main cause for such devaluation is inflation that keeps reducing the value of money periodically. In this article, we would like to explain the periodic change of currency value and how to handle with the devaluation by investing in different types of financial asset.(More interview details can be found in Target Magazine issue 165 May 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments