Life Stlye

ແຊຣ໌ເກັບໄວ້ເລີຍ!!! ລະຫັດໄປສະນີ ທົ່ວປະເທດລາວ

ສະບາຍດີ ທຸກໆທ່ານ ເຊື່ອວ່າ ຕ້ອງມີຫຼາຍຄົນແຫຼະ ທີ່ຍັງບໍ່ຮູ້ກ່ຽວກັບລະຫັດໄປສະນີ ເຂດ ຫຼື ແຂວງທີ່ຕົນເອງອາໄສຢູ່ ແລະ ກໍເຄີຍສົງໄສມາດົນແລ້ວວ່າລະຫັດໄປສະນີແຕ່ລະເຂດ ແຕ່ລະແຂວງມັນແມ່ນຫຍັງ ມື້ນີ້ ເຮົາມີມາບອກ ເພາະຄິດວ່າເລື່ອງນີ້ຈຳເປັນ ແລະ ທຸກຄົນກໍຕ້ອງການໃຊ້ແນ່ນອນ ໃນການປະກອບເອກະສານໃນເວັບໄຊເພື່ອສະໝັກເປັນສະມາຊິກ ໃນເວັບໃດໜຶ່ງ ແລະ ອື່ນໆທີ່ຕ້ອງການໃຊ້ໃນການສົ່ງເອກະສານ ໃນໂອກາດນີ້ກໍໂພສໄວ້ນີ້ເລີຍເພື່ອຈະໄດ້ນຳໃຊ້ນຳກັນ ລະຫັດໄປສະນີຂອງປະເທດລາວປະກອບດ້ວຍຕົວເລກ 5 ຫລັກ ຊື່ງມີລາຍລະອຽດ ດັ່ງນີ້: – ຕົວເລກສອງຫຼັກທຳອິດໝາຍເຖິງແຂວງ ຕົວຢ່າງ : 01 – ໝາຍເຖິງແຂວງນະຄອນຫຼວງ ຫຼື 17 – ໝາຍເຖິງແຂວງອັດຕະປື – ຕົວເລກສາມຫຼັກທາງຫຼັງໝາຍເຖິງຫ້ອງການໄປສະນີເມືອງທີ່ຢູ່ໃນແຂວງນັ້ນ ຕົວຢ່າງ : 01000 – ໝາຍເຖິງແຂວງນະຄອນຫຼວງ-ຫ້ອງການໄປສະນີເມືອງຈັນທະບູລີ( 01 – ລະຫັດແຂວງນະຄອນຫຼວງ, 000 – ລະຫັດຫ້ອງການເມືອງຈັນທະບູລີ)                     ...

Read More »

ຈະຂາຍສິນຄ້າຕາມເທສະການແບບໃດ? ໃຫ້ໄດ້ຂາຍດີ… ຕ້ອງອ່ານ

ໄລຍະເທສະການ Christmas ແລະ ປີໃໝ່ສາກົນ ແບບນີ້ ເປັນໂອກາດທອງຂອງຮ້ານຄ້າ ທີ່ຈະສາມາດມີລາຍໄດ້ດີທີ່ສຸດ. ໄລຍະນີ້ ເຮົາຈະເຫັນສິນຄ້າເທສະການອອກມາຂາຍຕາມຮ້ານ ບໍ່ວ່າຈະເປັນຂອງຂວັນ, ຊຸດຊານຕ້າ, ຊານຕີ້, ເຄື່ອງຕົບແຕ່ງ, ເຄື່ອງປະດັບດາ, ດອກໄຟ ແລະ ອື່ນໆມາວາງຂາຍເພື່ອຕອບຄວາມຕ້ອງການຂອງລູກຄ້າແມ່ນບໍ່? ແລ້ວຮູ້ກັນບໍ່ວ່າ ຖ້າຈະເຮັດໃຫ້ສິນຄ້າຕາມເທສະການນີ້ຂາຍດີຕ້ອງຮູ້ຫຍັງແດ່? ຫຼື ຕ້ອງເຮັດຫຍັງແດ່? ມາຮູ້ນຳກັນເລີຍ ຕ້ອງໄວທັນໃຈ ສິນຄ້າຕາມເທສະການ ເປັນສິນຄ້າທີ່ມາໄວ ໄປໄວ. ດັ່ງນັ້ນ, ຜູ້ປະກອບການຈຳເປັນຕ້ອງມີແຜນລ່ວງໜ້າ ເພື່ອໃຫ້ວ່າງຈຳໜ່າຍສິນຄ້າໄດ້ທັນ ແລະ ອອກໂປໂມຊັນໄດ້ທັນໃຈລູກຄ້າ ຕາມເທສະການ. 2. ທັນສະໄໝ ຕ້ອງຮູ້ວ່າ ເທຣນພາບລວມໃນປີນີ້ຄືອັນໃດ? ເທຣນຂອງເທສະການປີນີ້ແມ່ນຫຍັງ? ເພື່ອສາມາດມາປະຍຸກກັບການຂາຍສິນຄ້າຂອງຕົນເອງ ເຊິ່ງວ່າ ປີນີ້ ກໍຄືເທຣນເຕັກໂນໂລຊີບ້ານເຮົາກໍມາແຮງ ກໍຄືຂາຍອອນໄລ໌ ການຈັດສົ່ງສິນຄ້າເຖິງບ້ານເຖິງມື ອຳນວຍສະດວກສະບາຍໃຫ້ກັບລູກຄ້າ ເປັນຕົ້ນ… 3. ຄວາມເໝາະສົມ ສິນຄ້າເທສະການ ຄວນເປັນສິນຄ້າທີ່ຊື້ໄດ້ ລາຄາບໍ່ສູງເກີນໄປ ເພື່ອໃຫ້ສາມາດຂາຍໄດ້ຈຳນວນຫຼາຍໆ ພາຍໃນເວລາທີ່ສັ້ນ ແລະ ຈຳກັດ. By: SME Thailand

Read More »

ບໍລິສັດ ລ້ຽງເຂົ້າສວາຍພະນັກງານ ຈະເຮັດໃຫ້ໄດ້ຄົນຮ່ວມງານທີ່ເກັ່ງໆ

ເຊື່ອເລີຍວ່າ ຫຼາຍຄົນທີ່ເປັນພະນັກງານຕາມຫ້ອງການສຳນັກງານອົງກອນຕ່າງໆ ມັກຈະເກີດມີຄຳຖາມໂລກແຕກ ຄື: ສວາຍນີ້ກິນເຂົ້າກັບຫຍັງ? ກິນຢູ່ໃສ? (ມື້ນີ້ກິນຫຍັງດີ?) ແລະ ເປັນກໍບັນຫາສຳລັບຫຼາຍໆຄົນແມ່ນບໍ່?. ອີກທັງ ບ້ານເຮົາໃນປັດຈຸບັນ ອາກາດຮ້ອນ ຢາມໜາວກໍຍັງຮ້ອນ ຢາມຮ້ອນແຮງບໍ່ຢາກຈະພັນລະນາຮູ້ໆກັນຢູ່. ບາງຫ້ອງການ ຮ້ານອາຫານຢູ່ໃກ້ໆກໍບໍ່ມີ ແລະ ການທີ່ຈະໄປຊອກກິນກິນເຂົ້າສວາຍ ທີ່ມີເວລາພັກພຽງ 1 ຊົ່ວໂມງກໍກາຍເປັນເລື່ອງຍາກພໍສົມຄວນ, ຖ້າສັ່ງນຳອອນໄລ໌ມາກິນບາງເທື່ອກໍຊ້າ ແຖມບາງຮ້ານກໍຕ້ອງໄດ້ເສຍຄ່າສົ່ງເພີ່ມ. ດ້ວຍເຫດນີ້ເຮັດໃຫ້ບາງບໍລິສັດໃນລາວ ເຮົາກໍຫັນມາລ້ຽງເຂົ້າສວາຍພະນັກງານ ແຕ່ທີ່ຈິງແລ້ວ ເລື່ອງນີ້ບໍ່ໄດ້ເປັນເລື່ອງໃໝ່ເລີຍ ເພາະເປັນເລື່ອງປົກກະຕິໃນບໍລິສັດເຕັກໂນໂລຊີໃຫຍ່ໆຄື Google Facebook Twitter ກໍມີສະຫວັດດີການລ້ຽງອາຫານສວາຍໃຫ້ກັບພະນັກງານ.  ບໍລິສັດ google ຈົນໄດ້ລົງທຶນຈ້າງພໍ່ຄົວແມ່ຄົວຝີມືດີຈາກໂຮງແຮມດັງມາເຮັດອາຫານໃຫ້ພະນັກງານ ເຫດຜົນຂອງການລ້ຽງບໍ່ພຽງແຕ່ເປັນສິ່ງທີ່ມັດໃຈພະນັກງານເທົ່ານັ້ນ ແຕ່ຍັງມີຫຼາຍໆເຫດຜົນທີ່ດີໆດັ່ງນີ້: ດຶງດູດຄົນເກັ່ງໆ ໃຫ່ເຂົ້າມາເຮັດວຽກນຳ ແນ່ນອນຢູ່ແລ້ວ ທີ່ຄົນຍຸກໃໝ່ໃນໄລຍະເວລາໄວເຮັດວຽກທີ່ຈະຕ້ອງເລືອກເຂົ້າໄປເຮັດວຽກໃຫ້ກັບບໍລິສັດໃດ ປັດໄຈທຳອິດກໍຄືເງິນເດືອນ ແລະ ປັດໄຈທີ່ສອງຮອງລົງມາແມ່ນເລື່ອງສະຫວັດດີການທີ່ຈະໄດ້ຮັບ, ການລ້ຽງເຂົ້າສວາຍໃຫ້ກັບພະນັກງານຖືວ່າເປັນສະຫວັດດີການອີກຢ່າງໜຶ່ງທີ່ຈະເຮັດໃຫ້ຄົນລຸ້ນໃໝ່ສົນໃຈ ອີກທັງຍັງຊ່ວຍໃຫ້ບໍລິສັດມີໂອກາດຄັດເລືອກພະນັກງານຄົນເກັ່ງໆເຂົ້!ມາຮ່ວມງ່າຍໄດ້ງ່າຍຂຶ້ນ ເພີ່ທປະສິດທິພາບ ແລະ ປະສິດທິພົນໃນການເຮັດວຽກ ຖ້າພະນັກງານບໍ່ຕ້ອງອອກໄປຊອກຫາກິນເຂົ້າເອງ ສົ່ງຜົນໃຫ້ບໍ່ເຮັດໃຫ້ເສຍເວລາກັບການເດີນທາງ ຫຼື ເສຍເວລາໃນການຄິດວ່າ ຈະກິນຫຍັງດີ, ຮ້ານໃດ? ດັ່ງນັ້ນ, ການມີອາຫານສວາຍຟຣີ ເຮັດໃຫ້ພະນັກງານໃຊ້ເວລາພັກຕອນສວາຍໄດ້ຢ່າງເຕັມທີ ແລະ ເພື່ອທີ່ຈະເຂົ້າມາເຮັດວຽກຕໍ່ໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ. ພະນັກງານຈະໄດ້ໃຊ້ເວລາຢູ່ຮ່ວມກັນຫຼາຍຂຶ້ນ ບໍລິສັດຂະໜາດນ້ອຍ ຈົນໄປເຖິງຂະໜາດໃຫຍ່ ...

Read More »

CSR Profile ແມ່ນຫຍັງ? ຈະຊ່ວຍໃຫ້ SME ໂດດເດັ່ນໃນສັງຄົມແນວໃດ? (ອ່ານເລີຍ!!!)

ໃນທຸລະກິດບໍ່ວ່າຈະໃຫຍ່ ຫຼື ເປັນ SMEs (ທຸລະກິດຂະໜາດນ້ອຍ ແລະ ກາງ) ສິ່ງສຳຄັນ 2 ຢ່າງທີ່ທຸກອົງກອນຕ້ອງມີຄື: Product Catalogue ແລະ Company Profile ເພື່ອນຳສະເໜີໃຫ້ລູກຄ້າກຸ່ມເປົ້າໝາຍ ເພື່ອສ້າງທຸລະກິດເປັນໄປຕາມຕັ້ງເປົ້າໝາຍໄວ້. ໜ້າທີ່ຂອງ Product Catalogue ມີຈຸດປະສົງເພື່ອເຮັດໃຫ້ຄົນຮູ້ວ່າ ຂາຍສິ່ງໃດ (what)  ຜະລິດຕະພັນຂອງເຮົາຊ່ວຍແກ້ໄຂບັນຫາຫຍັງ ຫຼື ໃຊ້ແລ້ວຈະໄດ້ປະໂຫຍດຫຍັງ ພ້ອມສັບພະຄຸນຂອງ ສິນຄ້າ ແລະ ການບໍລິການຂອງເຮົາມີດີ ແລະ ໂດດເດັ່ນກວ່າສິນຄ້າອື່ນແບບໃດ?. ສ່ວນໜ້າທີ່ຂອງ Company Profile  ມີຈຸດປະສົງເພື່ອເຮັດໃຫ້ຄົນ ຫຼືວ່າ ລູກຄ້າ ເຊື່ອໝັ້ນວ່າ ເປັນຫຍັງ (Why) ຕ້ອງຊື້ຈາກເຮົາ, ອົງກອນຂອງທ່ານນ່າເຊື່ອຖື ແລະ ໝັ້ນຄົງແບບໃດ ມີເຄືອຂ່າຍການໃຫ້ບໍລິການກວ້າງຂວາງຊໍາໃດ ແລະ ເມື່ອເປັນລູກຄ້າແລ້ວ ຈະໄວ້ໃຈໄດ້ຊໍາໃດ. ແຕ່ໃນມື້ນີ້ ລູກຄ້າ ແລະ ກຸ່ມເປົ້າໝາຍ ບໍ່ໄດ້ຄຳນຶງເຖິງພຽງຄຸນຄ່າຂອງຜະລິດຕະພັນ ຫຼື ສິ່ງທີ່ອົງກອນມອບໃຫ້ເທົ່ານັ້ນ, ແຕ່ຍັງມີການພິຈາລະນາຍິ່ງໄປອີກວ່ານັ້ນຄື ຜະລິດຕະພັນທີ່ຕົນເອງໃຊ້ ຫຼື ອົງກອນທີ່ຕົນເປັນລູກຄ້າ ໄດ້ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສັງຄົມແນວໃດ? ນັ້ນກໍຄື  CSR=Corporate ...

Read More »

Bill Gates ສະເໜີໃຫ້ເກັບພາສີຫຸ່ນຍົນແພງຂຶ້ນ ເພື່ອປ້ອງກັນຄົນຕົກວຽກເພີ່ມ….

ດັ່ງທີ່ເຮົາພໍຮູ້ແລ້ວວ່າ ໃນອະນາຄົດອັນໃກ້ໆນີ້ ຫຸ່ນຍົນ ກຳລັງຈະເຂົ້າມາມີບົດບາດແທນທີ່ການເຮັດວຽກຂອງຄົນ. ຖ້າວ່າ ຫຸ່ນຍົນສາມາດເຮັດວຽກໄດ້ມີປະສິດທິພາບ ຫຼາຍກວ່າຄົນ ຮອດຕອນນັ້ນແລ້ວ ບໍລິສັດຈຳນວນຫຼາຍ ຍັງຈະຕ້ອງການຄົນມາເຮັດວຽກນຳອີກບໍ່? ບັນຫານີ້, ກຳລັງເປັນກະແສທີ່ຖືກເວົ້າຫຼາຍທີ່ສຸດໃນປັດຈຸບັນ ໃນທົ່ວໂລກ ເພາະວ່າໄລຍະເວລາທີ່ຜ່ານມາ ແຕ່ລະບໍລິສັດໄດ້ເລີ່ມມີການຫຼຸດຈຳນວນພະນັກງານລົງເປັນທີ່ຮຽບຮ້ອຍແລ້ວ. Bill Gates ມະຫາເສດຖີອັນດັບໜຶ່ງຂອງໂລກ ໄດ້ໃຫ້ຄວາມເຫັນກ່ຽວກັບເລື່ອງນີ້ວ່າ:  ສຳລັບຄວາມຄິດທີ່ຈະນຳຫຸ່ນຍົນມາຊ່ວຍເຮັດວຽກນັ້ນເປັນເລື່ອງດີ ເພາະຈະບໍ່ໄດ້ໃຫ້ຄົນໄປເສຍເວລາກັບສິ່ງທີ່ບໍ່ຈຳເປັນ ແລະ ມີເວລາໃນການເຮັດສິ່ງອື່ນໆໄດ້ເພີ່ມຂຶ້ນ.  ນອກຈາກນີ້,  Bill Gates  ກໍຍັງບໍ່ເຫັນດີກັບການທີ່ ໂລກຍັງຈະສະລໍການພັດທະນາຫຸ່ນຍົນ ທີ່່ໄດ້ຊ່ວຍກັນພັດທະນາຂຶ້ນມາຈົນທຸກມື້ນີ້, ເຖິງແມ່ນວ່າຫຸ່ນຍົນກຳລັງເຂົ້າມາຍາດວຽກຂອງຄົນ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ຫຸ່ນຍົນຈະເຂົ້າມາເຮັດໃຫ້ຄົນບໍ່ມີວຽກໄດ້. ໃນເມື່ອທຸກມື້ນີ້ເຮົາມີການເກັບພາສີ  ຈາກສ່ວນຂອງການລົງທຶນ ແລະ ສ່ວນຂອງແຮງງານ ຢູ່ແລ້ວ, ໃນອະນາຄົດຈະບໍ່ມີໃຜຫ້າມຊື້ຫຸ່ນຍົນສຳລັບໃຊ້ການຜະລິດສິນຄ້າໄດ້ ຫຼື ເວົ້າງ່າຍໆກໍຄື ຖ້າບໍລິສັດໃດຢາກຊື້ຫຸ່ນຍົນເຂົ້າມາເຮັດວຽກແທນຄົນກໍສາມາດເຮັດໄດ້ ແຕ່ພາສີແຮງງານຫຸ່ນຍົນແມ່ນຈະມີລາຄາແພງກວ່າແຮງງານຄົນ. ສະນັ້ນ, ລະບົບພາສີ ຈະຊ່ວຍກົດດັນໃຫ້ບໍລິສັດຢາກຈ້າງຄົນເພີ່ມຂຶ້ນຫຼາຍກວ່າ ເຊິ່ງລະບົບພາສີໃນຕອນນີ້, ກຳລັງຢູ່ໃນທິດທາງທີ່ກົງກັນຂ້າມກັບແນວຄວາມຄິດນີ້ຂອງ Bill Gates ຢ່າງຊັດເຈນ.  ແຕ່ ຖ້າແນວຄວາມຄິດຂອງ Bill Gates ນີ້ ໄດ້ຖືກນຳໄປໃຊ້ກໍອາດຈະເປັນເລື່ອງດີສຳລັບຄົນເຮັດວຽກ. ແຕ່ເລື່ອງນີ້ ອາດຈະບໍ່ຖືກໃຈກັບຜູ້ປະກອບການ ເພາະວ່າອາດຈະເຮັດໃຫ້ກຳໄລຫຼຸດລົງ ຈາກນະໂຍບາຍພາສີທີ່ເປັນຢູ່ ສຸດທ້າຍແລ້ວ ພາສີຫຸ່ນຍົນ ...

Read More »

ການເລືອກຕະຫຼາດສະເພາະກຸ່ມ ຈະຊ່ວຍສ້າງຄຸນຄ່າໃຫ້ແບຣນ

Niche Market  ຫຼື ຕະຫຼາດເພາະເຈາະຈົງກຸ່ມເປົ້າໝາຍ ຈະສາມາດສ້າງຄຸນຄ່າໃຫ້ແບຣນໄດ້ແບບໃດ? ສິ່ງທີ່ນັກການຕະຫຼາດທົ່ວໄປຕ້ອງການຄື ເປັນທຸກໆຢ່າງສຳລັບທຸກໆຄົນໃຫ້ໄດ້ ແຕ່ໃນຄວາມເປັນຈິງແລ້ວ ຖ້າເຮົາສາມາດເລືອກເຮັດໃນສິ່ງທີ່ແຕກຕ່າງອອກໄປ ໂດຍຕັ້ງເປົ້າໝາຍສົນໃຈແຕ່ກຸ່ມໆລູກຄ້າດຽວ ແມ່ນຈະດີກວ່າສຳລັບທຸລະກິດ ຫຼື ແບຣນ ເຊິ່ງການເຮັດໃຫ້ຕົວເຮົາແຕກຕ່າງນັ້ນ ສາມາດເຮັດໄດ້ດ້ວຍການຫາ Content ຫຼື ເນື້ອຫາ ແລະ ສິນຄ້າທີ່ເໝາະກັບຕະຫຼາດສະເພາະກຸ່ມເທົ່ານັ້ນ. ຄວາມຊ່ຽວຊານສະເພາະດ້ານສຳຄັນແບບໃດ? ຄືກັບ Blogger ທີ່ຈະພະຍາຍາມສະແດງຕົວຕົນໃນຕະຫຼາດ ເພື່ອສະແດງເຖິງການຂຽນໃນເລື່ອງທີ່ຕົວເອງມີຄວາມຊ່ຽວຊານ ຫຼື ສົນໃຈພິເສດ ນີ້ກໍຄືເປັນການສ້າງຄວາມສຳພັນຜ່ານ Content ແນ່ນອນວ່າຜູ້ອ່ານກໍຈະໄດ້ຮັບປະໂຫຍດຈາກປະສົບການ ແລະ ຂໍ້ມູນທີ່ທ່ານມີ.  ແຕ່ຖ້າທ່ານບໍ່ມີ Content ທີ່ສາມາດສະເໜີເຖິງຄວາມຊ່ຽວຊານສະເພາະດ້ານໃດດ້ານໜຶ່ງ ກໍຄືກັບການທ່ານບໍ່ໄດ້ນຳສະເໜີສິ່ງໃດເລີຍ.  ດັງນັ້ນ, ຜູ້ຂຽນເອງກໍຕ້ອງຄົ້ນຄວ້າ ແລະ ພະຍາຍາມຕັ້ງຄຳຖາມກ່ຽວກັບສິ່ງທີ່ທ່ານບໍ່ຮູ້ໃຫ້ຫຼາຍຂຶ້ນເຊັ່ນ: ຖ້າທ່ານສົນໃຈ ແລະ ມີຄວາມມັກໃນເລື່ອງອາຫານ ທ່ານຈະສາມາດຂຽນເລື່ອງ ແລະ ລຳດັບຄວາມຄິດກ່ຽວກັບອາຫານໄດ້ຢ່າງງ່າຍດາຍ. ແຕ່ຖ້າທ່ານຕ້ອງການຂຽນ  Content ກ່ຽວກັບລົດ ເພາະວ່າທ່ານ ຕ້ອງການເປັນ Partner ໃນອະນາຄົດກັບບໍລິສັດລົດ. ແຕ່ໃນຄວາມຈິງແລ້ວທ່ານນັ້ນກໍບໍ່ຮູ້ຫຍັງກ່ຽວກັບລົດເລີຍ ແລ້ວຜູ້ອື່ນໆທີ່ຕິດຕາມຈະໄດ້ຫຍັງຈາກເຮົາ. ສຸດທ້າຍແລ້ວ ຜູ້ຕິດຕາມອ່ານກໍຈະຮູ້ສຶກເສຍອາລົມອ່ານ Content  ທີ່ບໍ່ໄດ້ບອກຫຍັງເລີຍ, ທ່ານເຄີຍຮູ້ສຶກບໍ່ວ່າ ເມືອຄິຼກເຂົ້າໄປອ່ານເນື້ອໃນແລ້ວ ແຕ່ບໍ່ມີຫຍັງເປັນຕານຳເອົາມານຳໃຊ້ໄດ້ເລີຍ ແລະ  ບໍ່ນ່າຈະເສຍເວລາເຂົ້າມາອ່ານເລີຍ ຫຼາຍໆທ່ານອາດເຂົ້າໃຈຄວາມຮູ້ສຶກນີ້. ຄວາມຊ່ຽວຊານບໍ່ໄດ້ເປັນເລື່ອງຍາກສຳລັບໃນອົງກອນ. ...

Read More »

ທຸລະກິດຂອງທ່ານ ມີຢູ່ໃນ Google My Business ແລ້ວບໍ່? ຖ້າຍັງໄປສະໝັກດ່ວນໆໆໆໆ

ຈາກພຶດຕິກຳການໃຊ້ງານອິນເຕີເນັດຂອງຄົນລາວໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນສິ່ງທີ່ບົ່ງບອກໃຫ້ເຫັນວ່າ  ປັດຈຸບັນ ລູກຄ້າບໍ່ວ່າຈະຢູ່ໃສ ເຮັດຫຍັງ ຊີວິດຄົນເຮົາກໍມັກຈະຢູ່ກັບມືຖືສະມາດໂຟນຕະຫຼອດເວລາ ບໍ່ວ່າຈະເບິ່ງຮູບເງົາ, ຟັງເພງ, ຫຼິ້ນເກມ ຫຼື ຢາກຊອກຫາສິ່ງໃດ, ຂໍ້ມູນໃດ ກໍພຽງແຕ່ Search ຊອກຫາຢູ່ Google ກໍຈະໄດ້ຮູ້ທຸກຢ່າງທີ່ຢາກຮູ້ແລ້ວ…. ຫຼາຍໆພຶດຕິກຳຂອງຜູ້ບໍລິໂພກຍຸກນີ້ ຈຶ່ງແຕກຕ່າງຈາກແຕ່ກ່ອນເຊັ່ນ: ຜູ້ບໍລິໂພກຍຸກນີ້ຕ້ອງການເວົ້າ ແລະ ສື່ສານກັບຄົນຕະຫຼອດເວລາ, ມີຄວາມອົດທົນໃນການລໍຖ້າໜ້ອຍລົງ ຕ້ອງການທີ່ຈະເຂົ້າເຖິງຂໍ້ມູນ ແລະ ຜູ້ຄົນໄດ້ແບບທັນໃຈ, ຕ້ອງການຫຍັງທີ່ສາມາດເຂົ້າເຖິງໄດ້ງ່າຍ ແລະ ມີຄວາມສະດວກສະບາຍ ທີ່ສຳຄັນຜູ້ບໍລິໂພກຍຸກນີ້ຕ້ອງການເຊັກຂໍ້ມູນຕ່າງໆໃຫ້ໝັ້ນໃຈກ່ອນຕັດສິນໃຈຊື້. ສະນັ້ນ, ຖ້າຜູ້ປະກອບການຈະແລ່ນຕາມພຶດຕິກຳລູກຄ້າໃນຍຸກສະມາດໂຟນໄດ້ທັນນັ້ນ ຈຳເປັນຕ້ອງມີເຄື່ອງມີທາງການຕະຫຼາດເຂົ້າມາຊ່ວຍວິເຄາະພຶດຕິກຳລູກຄ້າ ເພື່ອຈະໄດ້ວາງຍຸດທະສາດມັດໃຈຜູ້ບໍລິໂພກໄດ້ຖືກເປົ້າ ແລະ Google My Business  ນີ້ແຫຼະ ກໍຈະເປັນຕົວຊ່ວຍໜຶ່ງທີ່ຈະເຮັດໃຫ້ທ່ານເຂົ້າໃຈລູກຄ້າໄດ້ດີ. ເຊິ່ງ Google My Business ນີ້ ເຮົາກໍສາມາດສະໝັກດ້ວຍຕົນເອງ, ໂດຍບໍ່ເສຍຄ່າສະໝັກໃດໆ ແລະ ເຮົາຍັງສາມາດໃສ່ແຜນທີ່ຮ້ານຂອງເຮົາໄດ້ອີກດ້ວຍຊ່ວຍໃຫ້ລູກຄ້າຊອກຫາຮ້ານເຮົາ ແລະ ໄປຫາຮ້ານຂອງເຮົາໄດ້ງ່າຍໆອີກດ້ວຍ.  ການທີ່ຮ້ານຄ້າ ຫຼື ທຸລະກິດຂອງເຮົາມີຢູ່  Google My Business ຈະມີດີຫຼາຍກວ່າພຽງແຕ່ຊ່ວຍໃຫ້ຮ້ານເຮົາມີຕົວຕົນໃນອອນໄລ໌. ຜ່ານມາຜູ້ປະກອບ SME ອາດຈະເຂົ້າໃຈວ່າ  Google My ...

Read More »

ມາຮູ້ຈັກ!!! ເຕັກນິກການຂາຍ ຈາກນັກຂາຍ ຄ່າຕົວບັນຍາຍ ມື້ລະລ້ານບາດ

Jordan Belfort ຊື່ຂອງລາວ ຫຼາຍໆຄົນອາດບໍ່ຄຸ້ນຫູ ຫຼື ເປັນທີ່ຮູ້ຈັກ ແຕ່ລາວນີ້ແຫຼະຄື  “The Wolf of Wall Street” ຜູ້ເປັນເຈົ້າຂອງເລື່ອງລາວໃນປຶ້ມ ແລະ ຮູບເງົານີ້. Jordan Belfort ເປັນມະຫາເສດຖີຮັ່ງມີຂອງໂລກດ້ວຍການສ້າງຕົວເອງໃຫ້ຮັ່ງມີຈາກການເປັນນາຍໜ້າຂາຍຫຸ້ນ ເຊິ່ງມີເລື່ອງລາວໃນຊີວິດສຸດແສນຫົດຫູ່ທີ່ມີຫຼາກຫຼາຍລົດຊາດຕັ້ງແຕ່ນ້ອຍ. ເຄີຍທຸກ, ເຄີຍຮັ່ງ ແລະ ຮັ່ງມີທີ່ສຸດ, ເຄີຍຕິດຄຸກ ແລະ ເຄີຍລົ້ມເຫຼວໃນຊີວິດ. ແຕ່ລາວກໍຍັງສາມາດນຳເອົາຊີວິດລຸກຂຶ້ນຕໍ່ສູ້ໄດ້ທຸກມື້ນີ້. ປັດຈຸບັນ, Jordan Belfort ເປັນນັກເວົ້າສ້າງແຮງບັນດານໃຈທີ່ຄົນທົ່ວໂລກຢາກຟັງ ດ້ວຍຄ່າຕົວທີ່ສູງເຖິງຄັ້ງລະ  1 ລ້ານບາດ.  ສະນັ້ນ, ເຮົາມາຮູ້ຈັກ ເຕັກນິກການຂາຍຂອງ Jordan Belfort ທີ່ເຄີຍເຮັດໃຫ້ຕົນເອງປະສົບຜົນສຳເລັດ. #ເຕັກນິກການຂາຍຂອງ Jordan Belfort ເປັນເຕັກນິກການຂາຍແບບເສັ້ນຊື່ ຫຼື   Straight Line System ເວົ້າໃຫ້ເຂົ້າໃຈໆ ຄືກັບການທີ່ທ່ານຈະຍ່າງຈາກຈຸດ A ໄປຫາຈຸດ B ໄລຍະທາງຈະສັ້ນທີ່ສຸດລະຫວ່າງສອງຈຸດນີ້ ຄືເສັ້ນຊື່ ການຂາຍກໍຄືກັນ ມີການເປີດ, ມີຮູບແບບ ແລະ ມີການປິດການຂາຍ. ເຊິ່ງບໍ່ສຳຄັນເລີຍວ່າ ທ່ານຈະຂາຍຫຍັງ ຫຼື ຂາຍໃຫ້ໃຜ ...

Read More »

5 ສິ່ງທີ່ຕ້ອງມີ ຖ້າຢາກເປັນນັກ Digital Marketing ທີ່ເກັ່ງໆ.

ອາຊີບ Digital Marketing ເປັນອາຊີບທີ່ກຳລັງໄດ້ຮັບຄວາມນິຍົມທີ່ສຸດໃນຕອນນີ້ ບໍ່ວ່າຈະເປັນຕ່າງປະເທດ ແລະ ປະເທດເຮົາກໍມີຄວາມຕ້ອງການທີ່ສຸດ. ເຊິ່ງຍັງເປັນສາຂາອາຊີບທີ່ຫຍັງບໍ່ມີສອນໃນລາວ ແລະ ເປັນອາຊີບທີ່ຂາດແຄນເປັນທີ່ສຸດ ເພາະທຸກອົງການສຳນັກງານ ບໍ່ວ່າລັດ, ເອກະຊົນ ແມ່ນມີຄວາມຕ້ອງການສູງ. ໂດຍສະເພາະອົງກອນນທີ່ເຮັດວຽກງານກ່ຽວກັບສື່ກໍຍິ່ງຕ້ອງການຄົນທີ່ມີຄວາມຮູ້ຄວາມສາມາດດ້ານນີ້ມາຊ່ວຍໃນການເຮັດການຕະຫຼາດຜ່ານລະບົບ ດິຈິຕ໋ອນ.  ສະນັ້ນ, ປັດຈຸບັນ ຈຶ່ງມີຫຼາຍໆຄົນ ທີ່ກຳລັງເລີ່ມຫັນມາຮຽນຮູ້ ແລະ ເຮັດອາຊີບ Digital Marketing ໃນຮູບແບບຕ່າງໆຫຼາຍຂຶ້ນ ບໍ່ວ່າຈະຊອກຮຽນຮູ້ດ້ວຍຕົນເອງຜ່ານອອນໄລ໌ ຫຼື ໄປຮຽນຮູ້ຢູ່ຕ່າງປະເທດ. ແຕ່ເພື່ອຈະກາຍເປັນຄົນເກັ່ງໃນດ້ານນີ້ ຕ້ອງມີຫຼາຍສິ່ງທີ່ຮູ້ຫຼາຍກວ່າ ການຮຽນຮູ້ໃນຫ້ອງຮຽນ.  ສະນັ້ນ, ຈຶ່ງເປັນສາເຫດທີ່ວ່າເປັນຫຍັງຄົນເຮັດອາຊີບ Digital Marketing ຈຶ່ງຂາດແຄນໃນຕະຫຼາດ ເພາະວ່າຄົນເກັ່ງໆແທ້ນັ້ນມີໜ້ອຍ.  ເພື່ອຈະຊ່ວຍໃຫ້ຄົນທີ່ສົນໃຈອາຊີບ Digital Marketing ເກັ່ງຂຶ້ນ ມື້ນີ້ ເວັບໄຊທາເກັດ ຈຶ່ງມີ 5 ສິ່ງແນະນຳທີ່ຈະເຮັດໃຫ້ທ່ານເກັ່ງຂຶ້ນ. ກົດໄລ໌ ກົດແຊຣ໌ ແລະ ໃຫ້ຄວາມຄິດເຫັນເພື່ອໃຫ້ໝູ່ເພື່ອຄົນໃກ້ຊິດຂອງທ່ານທີ່ກຳລັງຢາກເຮັດອາຊີບນີ້ໄດ້ຮັບຮູ້ນຳ. ເຂົ້າໃຈວ່າ  Next Big Thing ແມ່ນຫຍັງ?: ສິ່ງທີ່ແຕກຕ່າງລະຫວ່າງຄົນເປັນນັກ  Digital Marketing ທົ່ວໆໄປ ກັບ ຄົນທີ່ເຮັດອາຊີບ Digital Marketing ແບບເກັ່ງໆ ອອກຈາກກັນໄດ້ຄື: ...

Read More »

ເຊີນຊວນ!!! ທຸກທ່ານ ສົ່ງຮູບຖ່າຍປະກວດ ຊິງລາງວັນ ຈາກ UN Women ປະຈຳລາວ

UN Women ປະຈຳລາວ ໄດ້ຈັດການປະກວດຮູບຖ່າຍ ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ພາຍໃຕ້ຫົວຂໍ້: ບໍ່ປະປ່ອຍໃຫ້ຜູ້ໃດໄວ້ຂ້າງຫຼັງ ຮ່ວມກັບອົງການສະຫະປະຊາຊາດ UNFPA, GDA, UNODC ແລະ ILO,ໂດຍມີວັດຖຸປະສົງເພື່ອສ້າງຈິດສຳນຶກໃນທົ່ວສັງຄົມ ໃຫ້ດຳເນີນການປ້ອງກັນ ແລະ ຍຸຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວປະເທດລາວ. ວິທີສົ່ງຮູບ ຜູ້ເຂົ້າຮ່ວມສາມາດສົ່ງພາບຖ່າຍຂອງຕົນເອງເຂົ້າມາປະກວດ ໄດ້ທີ່ E-mail: [email protected] ກຳນົດສົ່ງວັນທີ 10 ທັນວາ 2018 ເວລາ 12:00 AM ການແຂ່ງຂັນນີ້ແມ່ນເປີດໂອກາດໃຫ້ທຸກຄົນທີ່ອາໄສຢູ່ໃນ ສປປ ລາວ ຢ່າງຖືກກົດໝາຍ ໂດຍບໍ່ຈຳກັດອາຍຸ. ລາງວັນຊະນະເລີດ ເງິນສົດ ແລະ ບັດຂອງຂວັນລາງວັນ,  ມີ 4 ລາງວັນຄື:  1,2,3 ແລະ ລາງວັນຂວັນໃຈມະຫາຊົນ. UN Women Laos launches the #EVAWLaos2018: Leave No One Behind photo contest ? ...

Read More »