ເຊີນຊວນ!!! ທຸກທ່ານ ສົ່ງຮູບຖ່າຍປະກວດ ຊິງລາງວັນ ຈາກ UN Women ປະຈຳລາວ

UN Women ປະຈຳລາວ ໄດ້ຈັດການປະກວດຮູບຖ່າຍ ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ພາຍໃຕ້ຫົວຂໍ້: ບໍ່ປະປ່ອຍໃຫ້ຜູ້ໃດໄວ້ຂ້າງຫຼັງ ຮ່ວມກັບອົງການສະຫະປະຊາຊາດ UNFPA, GDA, UNODC ແລະ ILO,ໂດຍມີວັດຖຸປະສົງເພື່ອສ້າງຈິດສຳນຶກໃນທົ່ວສັງຄົມ ໃຫ້ດຳເນີນການປ້ອງກັນ ແລະ ຍຸຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວປະເທດລາວ.

ວິທີສົ່ງຮູບ ຜູ້ເຂົ້າຮ່ວມສາມາດສົ່ງພາບຖ່າຍຂອງຕົນເອງເຂົ້າມາປະກວດ ໄດ້ທີ່ E-mail: [email protected]

ກຳນົດສົ່ງວັນທີ 10 ທັນວາ 2018 ເວລາ 12:00 AM

ການແຂ່ງຂັນນີ້ແມ່ນເປີດໂອກາດໃຫ້ທຸກຄົນທີ່ອາໄສຢູ່ໃນ ສປປ ລາວ ຢ່າງຖືກກົດໝາຍ ໂດຍບໍ່ຈຳກັດອາຍຸ.

ລາງວັນຊະນະເລີດ ເງິນສົດ ແລະ ບັດຂອງຂວັນລາງວັນ,  ມີ 4 ລາງວັນຄື:  1,2,3 ແລະ ລາງວັນຂວັນໃຈມະຫາຊົນ.

UN Women Laos launches the #EVAWLaos2018: Leave No One Behind photo contest ? to recognize the annual International Day for Ending All Forms of Violence Against Women and Girls. This event is a joint effort between UN Women, Lao Women’s Union, Gender Development Association, UNFPA, International Labour Organization and UNODC – United Nations Office on Drugs and Crime to share the vision of Lao people across the country. Check out posters in both English and Lao to join the event! #HearMeToo #LaoPDR
Cr: Woman UN Asia and the Pacific

#EVAWLaos2018 #HearMeToo #LaoPDR

Comments