ຫາກທ່ານເປັນຄົນໜຶ່ງທີ່ກຳລັງຢາກສ້າງຍີ່ຫໍ້ (Brand) ສິນຄ້າ ຫຼື ບໍລິການໃດໜຶ່ງເປັນຂອງຕົນເອງຫຼື ທ່ານອາດເປັນເຈົ້າຂອງຍີ່ຫໍ້ໃດໜຶ່ງຢູ່ໃນລາວແລ້ວກໍຕາມຜູ້ຂຽນເຊື່ອວ່າ ສິ່ງໜຶ່ງທີ່ຫຼາຍໆຄົນມັກເຂົ້າໃຈຜິດວ່າ: ການສ້າງຍີ່ຫໍ້ (Brand) ກໍຄືການຕັ້ງຊື່ຮ້ານໃຫ້ມ່ວນໆຈື່ໄດ້ງ່າຍ, ສ້າງກາໝາຍ (Logo) ໃຫ້ງາມໆ, ໂດດເດັ່ນ, ສີສັນສວຍງາມເທົ່ານັ້ນ ແຕ່ຄວາມຈິງແລ້ວການສ້າງຍີ່ຫໍ້ຂອງສິນຄ້າ ຫຼື ການບໍລິການນັ້ນແມ່ນລົງເລິກໄປກວ່ານັ້ນອີກ. ການສ້າງ Brand ສົ່ງເສີມຫຍັງແດ່ໃຫ້ການເຮັດທຸລະກິດ? ເຮັດໃຫ້ລູກຄ້າຮູ້ສຶກກຸ້ມຄ່າທີ່ໄດ້ໃຊ້ສິນຄ້າ ຫຼື ບໍລິການ, ລາຄາອາດຈະເທົ່າກັນກັບຮ້ານອື່ນ ແຕ່ຈະເຮັດໃຫ້ລູກຄ້າຮູ້ສຶກໄດ້ວ່າ ຊື້ ສິນຄ້າ ຫຼື ບໍລິການ ຈາກ Brand ນີ້ຮູ້ສຶກກຸ້ມຄ່າກວ່າ ຊື້ ຫຼື ໃຊ້ບໍລິການຮ້ານທົ່ວໆໄປ. ເຮັດໃຫ້ລູກຄ້າ ຫຼື ກຸ່ມເປົ້າໝາຍຮູ້ສຶກໄວ້ໃຈ, ເຊື່ອໃຈ ແລະ ໝັ້ນໃຈທີ່ຈະຊື້ສິນຄ້າ ຫຼື ໃຊ້ບໍລິການຂອງທ່ານ. ເຮັດໃຫ້ລູກຄ້າຮູ້ສຶກພູມໃຈທີ່ໄດ້ໃຊ້ Brand ຂອງທ່ານເຖິງວ່າລາຄາອາດຈະແພງກວ່າກໍຕາມ. ການທີ່ເຮົາຈະສ້າງ Brand ທີ່ດີ Brand ໜຶ່ງ ມັນຈໍາເປັນທີ່ຕ້ອງມີ 2 ສ່ວນຄື: Brand Say ຄື Brand ເວົ້າຫຍັງ? ສື່ສານຫຍັງ? ...
Read More »Life Stlye
ຍຸດທະສາດດີໆ ທີ່ຈະຊ່ວຍໃຫ້ SME ໂດດເດັ່ນໃນສັງຄົມ (ອ່ານເລີຍ!!!)
ປັດຈຸບັນ, ລູກຄ້າ ແລະ ກຸ່ມເປົ້າໝາຍ ຈະຊື້ສິນຄ້າ ຫຼື ບໍລິການໃດໜຶ່ງ ຈະບໍ່ໄດ້ຄຳນຶງເຖິງພຽງຄຸນນະພາບຂອງຜະລິດຕະພັນພຽງຢ່າງດຽວເທົ່ານັ້ນແລ້ວ, ແຕ່ຍັງມີການພິຈາລະນາໄປອີກຢ່າງໜຶ່ງຄື: ຜະລິດຕະພັນທີ່ຕົນເອງຊື້ ຫຼື ອົງກອນທີ່ຕົນເປັນລູກຄ້າ ໄດ້ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສັງຄົມແນວໃດ? ນັ້ນກໍຄື ຍຸດທະສາດ CSR=Corporate Social Responsibility ໝາຍເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຂອງອົງກອນ ທີ່ຈະນຳໄປສູ່ການພັດທະນາແບບຢັ້ງຍືນຂອງສັງຄົມ. ຂໍ້ມູນທີ່ຈະເຮັດໃຫ້ລູກຄ້າເຊື່ອໝັ້ນໃນຜະລິດຕະພັນ ແລະ ອົງກອນ ໄດ້ນັ້ນແມ່ນການສະແດງອອກຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຂໍ້ມູນເຫຼົ່ານີ້ມັກຈະສ້າງຂຶ້ນໃນຮູບແບບຂອງການລາຍງານທີ່ເອີ້ນວ່າ: Sustainability Report ຫຼື CSR Report ແລະ ມັກມີໃຫ້ເຫັນແຕ່ສະເພາະອົງກອນທຸລະກິດຂະໜາດໃຫຍ່ໆ ທີ່ມີກິດຈະການຢູ່ຫຼາຍພັນແຫ່ງທົ່ວໂລກທີດຳເນີນຍຸດທະສາດນີ້. ແຕ່ສຳລັບ ທຸລະກິດ SME ກໍສາມາດມີຂໍ້ມູນ ຫຼື ເຮັດສິ່ງນີ້ໄດ້ຄືກັນ ພຽງແຕ່ເຮົາຍັງບໍ່ຄ່ອຍເຫັນ SME ສ່ວນຫຼາຍໃຫ້ຄວາມສົນໃຈໃນເລື່ອງນີ້… ສາເຫດຫຼັກກໍເປັນເພາະຂາດແຮງຈູງໃຈ ຫຼື ບໍ່ເຫັນຜົນປະໂຫຍດທີ່ຈະໄດ້ຮັບຫຼາຍເທົ່າທີ່ຄວນ ເມື່ອທຽບກັບເວລາ ແລະ ຊັບພະຍາກອນທີ່ຕ້ອງໃຊ້ທີ່ມີຈຳນວນກຳຈັດ. ແຕ່ກໍຍັງມີ SME ຫຼາຍບໍລິສັດ ...
Read More »ເປັນຜູ້ບໍລິຫານ ຄວນໃຫ້ກຽດພະນັກງານ ແບບນີ້…..
ຄຳວ່າ ຂອບໃຈ ແລະ ຍ້ອງຍໍຊົມເຊີຍພະນັກງານ ອາດບໍ່ພຽງພໍທີ່ຈະສະແດງໃຫ້ເຫັນວ່າທ່ານໃຫ້ຄວາມສຳຄັນ ແຕ່ຍັງມີອີກຫຼາຍວິທີທີ່ຈະສະແດງເຮັດໃຫ້ພະນັກງານຂອງທ່ານໄດ້ຮັບຮູ້ ແລະ ຈະເຮັດໃຫ້ພະນັກງານ ພ້ອມທີ່ຈະທຸ້ມເທໃນການເຮັດວຽກໃນອົງກອນຢ່າງເຕັມທີ່. ເປີດໂອກາດໃຫ້ສະແດງຄວາມຄິດເຫັນ: ເຊື່ອໝັ້ນວ່າພະນັກງານຂອງຕົນທຸກເປັນຄົນເກັ່ງ ກ່ອນຈະຕັດສິນໃຈຫຍັງດ້ວຍຕົນເອງ ທ່ານຄວນໃຫ້ກຽດພວກເຂົາໃນການສະເໜີຄວາມຄິດເຫັນ ນອກນີ້, ທ່ານຍັງຈະໄດ້ຮັບ ໄອເດຍຈາກຜູ້ທີ່ໄດ້ສຳຜັດກັບບັນຫາທີ່ແທ້ຈິງ, ໄດ້ໃກ້ສິດກັບລູກຄ້າ ເຊິ່ງອາດເປັນໄອເດຍໃໝ່ໆທີ່ທ່ານຄິດບໍ່ເຖິງ. ຟັງຢ່າງຕັ້ງໃຈ: ເປັນການສົ່ງສັນຍານທີ່ດີ ແລະ ງ່າຍທີ່ສຸດໃນການສະແດງວ່າທ່ານໃຫ້ກຽດກັບຜູ້ເວົ້າ ແຕ່ຜູ້ບໍລິຫານຫຼາຍຄົນມັກຈະມີທຸລະກິດ, ວຽກຫຼາຍຈຶ່ງເຮັດໃຫ້ບໍ່ມີເວລາ ອາດເບິ່ງຂ້າມຄວາມສຳຄັນຂໍ້ນີ້ “ຂ້ອຍກຳລັງຟ້າວ ຊ່ວຍເວົ້າແບບສະຫຼຸບຫຍໍ້ໄດ້ບໍ” ການສື່ສານແບບນີ້ສະແດງໃຫ້ເຫັນວ່າສິ່ງທີ່ພະນັກງານກຳລັງສື່ສານນັ້ນບໍ່ໄດ້ມີຄ່າກັບທ່ານເລີຍ. ພຽງຟັງຢ່າງຕັ້ງໃຈເມື່ອພະນັກງານກຳລັງສະແດງຄວາມຄິດເຫັນທີ່ເປັນປະໂຫຍດຕໍ່ອົງກອນເພື່ອສະແດງວ່າທ່ານເຫັນຄຸນຄ່າພະນັກງານ ທີ່ກຳລັງຕັ້ງໃຈເຮັດເພື່ອທ່ານ ແລະ ອົງກອນ. 3. ໃຫ້ເຄຼດິດພະນັກງານ: ນອກຈາກການຖາມ ແລະ ຟັງແລ້ວ ອີກວິທີໜຶ່ງໃນການໃຫ້ກຽດພະນັກງານຄື ການໃຫ້ຄວາມເຊື່ອຖືພະນັກງານ ຍ້ອງຍໍ ໄອເດຍ ຂອງພວກເຂົາໃຫ້ເໜືອກວ່າຄວາມຄິດຂອງທ່ານ ໂດຍບໍ່ຕ້ອງຢ້ານວ່າຕົນເອງຈະດ້ອຍກວ່າ ການສະໜັບສະໜູນຜົນງານພະນັກງານເປັນການສະແດງຄວາມຊົມເຊີຍ ແລະ ຍ້ອງຍໍ ເຮັດໃຫ້ພວກເຂົາພູມໃຈໃນຕົວເອງ ລວມທັງພູມໃຈທີ່ມີຜູ້ບໍລິຫານຄືທ່ານ. Three ways to show respect to your employees Merely giving ...
Read More »“DRONE” ສ້າງໂອກາດໃຫ້ທຸລະກິດຍຸກໃໝ່
Drone ຫຼື ຍົນອາວະການບໍ່ມີຄົນຂັບ ເປັນໂອກາດຂອງທຸລະກິດຍຸກໃໝ່ທີ່ຈະຊ່ວຍສະໜັບສະໜູນທຸລະກິດໄດ້ຫຼາຍຮູບແບບເຊັ່ນ: ການຖ່າຍຮູບມູມສູງ, ທຸລະກິດໂລເຈັສຕິກເຊັ່ນ: ການຂົນສົ່ງສິນຄ້າ (ເຊື່ອມໂຍງກັບທຸລະກິດ E-Commerce) ທຸລະກິດການກະສິກຳເຊັ່ນ: ການສີດພົນປຸຍ ຢາຂ້າສັດຕູພືດ ເຊິ່ງຈະຊ່ວຍໃຫ້ຊາວກະສິກຳ ຫຼີກລຽງການສຳພັດສານເຄມີ ແລະ ເພີ່ມປະສິດທິພາບໃນການປູກພືດໄດ້ດີ ລວມທັງ ໃຊ້ໃນການສຳຫຼວດເກັບຂໍ້ມູນເພື່ອພະຍາກອນອາກາດ ແລະ ສະພາບດິນ. ແຕ່ການນຳໃຊ້ Drone ຢູ່ໃນບັນດາປະເທດຕ່າງໆ ຕ້ອງມີມາດຕການບໍ່ໃຫ້ກະທົບຕໍ່ສິດທິສ່ວນບຸກຄົນ ແລະ ການຮັກສາຄວາມປອດໄພ ເນື່ອງຈາກເປັນອຸປະກອນທີ່ເຂົ້າເຖິງພື້ນທີ່ສ່ວນບຸກຄົນໄດ້ງ່າຍ. ດັ່ງນັ້ນ, ທຸລະກິດ ແລະ ຜູ້ນຳໃຊ້ຈຶ່ງຕ້ອງສຶກສາ ແລະ ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ. ປັດຈຸບັນ, Drone ໃນໂລກມີປະມານ 3 ລ້ານເຄື່ອງ 75% ຜະລິດຢູ່ປະເທດຈີນຄື: ເມືອງ ເສີນເຈີນ ທີ່ເປັນທັງບ່ອນຜະລິດ, ການວິໄຈພັດທະນາ. ເນື່ອງຈາກ, Drone ໃນໂລກນີ້ມີການວິໄຈ ແລະ ພັດທະນາໂດຍບໍລິສັດລາຍໃຫຍ່ຂອງປະເທດຕ່າງໆເຊັ່ນ: Amazon ຂອງອາເມລິກາ, Alibaba ແລະ JD Group ຂອງຈີນ ຈຶ່ງນັບວ່າ Drone ເປັນອີກໜຶ່ງແນວໂນ້ມທີ່ສຳຄັນລະດັບໂລກຂອງເຕັກໂນໂລຊີ ແລະ ທຸລະກິດຍຸກໃໝ່. ຕົວຢ່າງຂອງການພັດທະນາຂອງ Drone ລະດັບໂລກເຊັ່ນ: JD Group ສາມາດບັນທຸກສິນຄ້າໜັກໄດ້ເຖິງ 30 ກິໂລ, ບິນໄດ້ໄກເຖິງ 100 ...
Read More »ສິ່ງທີ່ຄົນມັກເຂົ້າໃຈຜິດ ກ່ຽວກັບການສ້າງ Content Marketing
ຍຸກນີ້, ຍຸກທີ່ ທຸກບໍລິສັດ ຈະຕ້ອງມີ Content Marketing ຖ້າທ່ານອ່ານບົດຄວາມນີ້ຈົບ ທ່ານຈະເຂົ້າໃຈການເຮັດ Content Marketing ແລະ ສາມາດນຳເອົາໄປໃຊ້ໃຫ້ເກີດປະໂຫຍດໃນທາງທຸລະກິດຫຼາຍຂຶ້ນຢ່າງແນ່ນອນ. ຄວາມເຂົ້າໃຈຜິດທີ 1: ສ້າງ Content ຫຼາຍໆຈຶ່ງດີ ຈະໄດ້ມີຄົນເຫັນຫຼາຍ. ປະລິມານຂອງ Content ນັ້ນ ແມ່ນມີຄວາມສຳຄັນ ແຕ່ຖ້າ Content ທີ່ທ່ານເຮັດນັ້ນເປັນ Content ທຳມະດາໆ ທີ່ທຸກຄົນກໍສາມາດເຮັດໄດ້ Content ຂອງທ່ານກໍຈະບໍ່ເປັນສິ່ງທີ່ນ່າສົນໃຈ ເຊິ່ງຈະເຮັດໃຫ້ທ່ານເສຍທັງເງິນ ແລະ ເສຍເວລາໃນການເຮັດ Content ນັ້ນໆອີກດ້ວຍ. ປ່ຽນແປງຄວາມເຂົ້າໃຈໃຫມ່: ວິທີທີ່ດີກວ່າການເນັ້ນການຜະລິດຄອນເທຣນໃຫ້ໄດ້ຈຳນວນຫຼາຍໆຄື ການເນັ້ນຜະລິດຄອນເທຣນທີ່ມີຄຸນນະພາບແທນ Google ໄດ້ຂຽນຄຳຈຳກັດວ່າ ຄອນເທຣນຄຸນນະພາບໄວ້ດັ່ງນີ້: Useful and Informative: ຕ້ອງມີປະໂຫຍດ ແລະ ໃຫ້ຂໍ້ມູນ More valuable and useful than other sites: ມີປະໂຫຍດຢ່າງດຽວບໍ່ພໍ ແຕ່ຄອນເທຣນຈະຕ້ອງມີປະໂຫຍດຫຼາຍກວ່າແຫຼງອື່ນໆອີກ. Credible: ຄອນເທຣນຈະຕ້ອງນ່າເຊື່ອຖືໄດ້ ເຊິ່ງຄອນເທຣນທີ່ດີຄວນຈະຕ້ອງມີການອ້າງອີງແຫຼ່ງທີ່ມານຳ. High Quality: ຄອນເທຣນຂອງທ່ານ ຄວນຈະບໍ່ຊໍ້າກັບໃຜ ມີຄວາມສະເພາະເຈາະຈົງ ແລະ ລົງລາຍລະອຽດ. ...
Read More »5 ທັດສະນະຄະຕິທີ່ບໍ່ດີ ແລະ ບໍ່ຄວນປະຕິບັດໃນບ່ອນເຮັດວຽກ
ເວັບໄຊທາເກັດ ຈະຂໍນຳສະເໜີ 5 ທັດສະນະຄະຕິທີ່ບໍ່ຄວນມີ ແລະ ບໍ່ຄວນປະຕິບັດ ເຊິ່ງຈະເຮັດໃຫ້ເພື່ອນຮ່ວມງານເບິ່ງຕົນເອງໃນແງ່ລົບ. ເຮັດວຽກໂດຍໃຊ້ອຳນາດ ແລະ ຕຳແໜ່ງໜ້າທີ່: ເປັນເລື່ອງທີ່ຄົນສ່ວນຫຼາຍບໍ່ມັກທີ່ຈະຖືກຄົນທີ່ຢູ່ເໜືອກວ່າ “ສັ່ງ ຫຼື ບັງຄັບ” ໃຫ້ຄົນທີ່ຢູ່ຕຳແໜ່ງນ້ອຍກວ່າເຮັດຫຍັງໂດຍທີ່ບໍ່ໄດ້ຕົກລົງຮ່ວມກັນມາກ່ອນ ແຕ່ໃນຄວາມເປັນຈິງເຫດການລັກສະນະນີ້ຈະເກີດຂຶ້ນ ເລື້ອຍໆຈາກທີ່ຫຼາຍໆຄົນໄດ້ເປັນຜູ້ບັງຄັບບັນຊາ ບາງຄົນມີຕຳແໜ່ງສູງກໍຮູ້ສຶກວ່າ “ເຮັດຫຍັງກໍໄດ້” ຈົນກາຍເປັນຄົນເຈົ້າອຳນາດຈົນລຶມຄິດເຖິງຄົນທີ່ຢູ່ຕຳແໜ່ງນ້ອຍກວ່າ ຜົນທີ່ຕາມມາຄືການສູນເສຍຄວາມໄວ້ໃຈ, ຄວາມເຊື່ອໝັ້ນ ຕະຫຼອດໄປຈົນເຖິງຄວາມເຄົາລົບນັບຖື. 2. ເຮັດວຽກໂດຍຫວັງແຕ່ຜົນປະໂຫຍດ: ຄົນເຮັດວຽກທຸກຄົນຕ່າງກໍລ້ວນຕ້ອງການຈະມີຄ່າຕອບແທນໄປໃຊ້ໃນຊີວິດປະຈຳວັນ ແຕ່ການຕັ້ງໜ້າຕັ້ງຕາຄິດແຕ່ເລື່ອງລາຍໄດ້, ເງິນເດືອນ, ໂບນັດ ແລະ ມີແຕ່ຈົ່ມ ເມື່ອບໍ່ພໍໃຈກັບຜົນປະໂຫຍດດັ່ງກ່າວ ສິ່ງເຫຼົ່ານີ້ເຮັດໃຫ້ຄົນອື່ນເບິ່ງໄປໃນແງ່ລົບ, ເຖິງແມ່ນວ່າເຮົາຈະເຮັດວຽກເພື່ອເງິນເດືອນ ແຕ່ຄຸນຄ່າຂອງການເຮັດວຽກກໍບໍ່ແມ່ນວ່າຈະຕ້ອງຕັດສິນດ້ວຍເງິນສະເໝີໄປ, ຄົນເຮັດວຽກເກັ່ງໆຫຼາຍຄົນຈະສົນໃຈເຖິງການເຮັດວຽກທີ່ຢູ່ຕໍ່ໜ້າໃຫ້ດີທີສຸດ, ການໄດ້ມີຜົນງານ, ການໄດ້ໃຊ້ຄວາມສາມາດເຮັດໃນສິ່ງທີ່ຕົນເອງຮັກ ເຊິ່ງຈະເຮັດໃຫ້ຄົນອື່ນໆນັບຖືໄວ້ວ່າງໃຈ. 3. ເຮັດວຽກເພື່ອໃຫ້ພໍແລ້ວໄປ: ຄົນແບບນີ້ຫົວໜ້າຈະເບື່ອ ແລະ ເມື່ອຍໃຈພໍສົມຄວນຄືເຮັດວຽກໂດຍບໍ່ໄດ້ມີຄວາມຕັ້ງໃຈເຮັດວຽກຢ່າງເຕັມຮ້ອຍ, ເຮັດວຽກໃຫ້ສຳເລັດເພື່ອກັບໄປເຮືອນ ແນ່ນອນມັນອາດຈະຖືວ່າເຮັດວຽກສຳເລັດ ແຕ່ມັນເຮັດໃຫ້ຄົນອື່ນທີ່ເບິ່ງນັ້ນຮູ້ສຶກໄດ້ວ່າບໍ່ໄດ້ໃສ່ໃຈ ຫຼື ໃຫ້ຄວາມສຳຄັນກັບວຽກ ແລະ ສິ່ງທີ່ຕາມມາຄືການຂາດຄວາມຮັບຜິດຊອບ, ຂາດການເບິ່ງລາຍລະອຽດໃຫ້ຖີ່ຖ້ວນ ເຊິ່ງກໍຈະບໍ່ແປກໃຈເລີຍທີ່ຫົວໜ້າຈະບໍ່ສົ່ງວຽກສຳຄັນໃຫ້ກັບຄົນເຫຼົ່ານັ້ນເຮັດ. 5. ເຮັດວຽກແບບບໍ່ຄິດຈະເມື່ອຍ ຫຼື ລຳບາກ: ໃຜໆກໍລ້ວນແຕ່ຮັກສະບາຍ ແຕ່ຖ້າຈະຮັກສະບາຍຈົນບໍ່ຍອມເມື່ອຍເລີຍ ເມື່ອພົບກັບວຽກງານໜັກຫຼາຍກໍຈົ່ມແລ້ວປະຕິເສດ ...
Read More »5 ວິທີ ບອກຮັກລູຸກຄ້າ ສະບັບຜູ້ປະກອບການ
ໃນມື້ວັນແຫ່ງຄວາມຮັກ Valentine’s day ຜູ້ຄົນສ່ວນຫຼາຍຄິດແຕ່ວ່າ ເປັນຄວາມຮັກຂອງບ່າວສາວ, ຄູ່ຮັກ, ໝູ່ເພື່ອນ ຫຼື ຄອບຄົວແມ່ນບໍ່? ແຕ່ສຳລັບເທສະການແບບນີ້ ຜູ້ປະກອບການຕ່າງໆ ບໍ່ວ່າຈະເປັນການບໍລິການ ຫຼື ເຈົ້າຂອງແບຣນ ກໍສາມາດໃຫ້ຄວາມຮູ້ສຶກວ່າ ລູກຄ້າເປັນຄົນຮັກ ແລະ ເປັນຄົນພິເສດຂອງເຮົາກໍໄດ້ເຊັ່ນດຽວກັນ. ມື້ນີ້ ເຮົາຈະແນະນຳ 5 ວິທີງ່າຍໆ ມາໃຫ້ຜູ້ປະກອບ ແລະ ເຈົ້າຂອງທຸລະກິດ ເຈົ້າຂອງແບຣນສິນຄ້າ ໄດ້ບອກຮັກລູກຄ້າ ແລະ ສ້າງຄວາມຮູ້ສຶກດີໆ ສ້າງ Brand Loyalty ໃຫມ່ໆ ຂຶ້ນມາໄດ້ດ້ວຍການບອກຮັກໃນແບບຜູ້ປະກອບການ. 1. Write a card ຄື ການທີ່ທ່ານສົ່ງກຣາດອວຍພອນໃຫ້ກັບລູກຄ້າໃນວັນສຳຄັນແຕ່ກຣາດທີ່ທ່ານສົ່ງໄປນັ້ນ ຄວນຈະເປັນກຣາດທີ່ຂຽນດ້ວຍລາຍມື ເພາະຈະເຮັດໃຫ້ລູກຄ້າຮູ້ສຶກເຖິງຄວາມໃສ່ໃຈຂອງທ່ານທີ່ມີຕໍ່ລູກຄ້າເຊັ່ນ: ການຂຽນກຣາດວັນວາເລັນທາຍມອບໃຫ້ກັບລູກຄ້າແນບໄປພ້ອມກັບສິນຄ້າທີ່ຊື້ໃນໄລຍະເທສະການແບບນີ້. 2. Send some sweet ຄື ການສົ່ງຂະໜົມ ໄປໃຫ້ກັບລູກຄ້າປະຈຳ ຫຼື ລູກຄ້າ VIP ເຊັ່ນ: ການສົ່ງຊ໋ອກໂກແລັດໃຫ້ກັບລູກຄ້າໃນວັນວາເລັນທາຍ ຫຼື ໝາກກ້ຽງ 4 ໜ່ວຍ ໃສ່ຖົງແດງໃນມື້ກຸດຈີນ ເພື່ອໃຫ້ລູກຄ້າຮູ້ສຶກວ່າ ເຂົາເປັນຄົນພິເສດ ແລະ ...
Read More »ຮູ້ຈັກຕໍ່ຍອດ!!! ໃນຍຸກທຸລະກິດຕ້ອງມີເລື່ອງເລົ່າ ຈາກນັກທຸລະກິດກາຍເປັນນັກຂຽນ
ແນ່ນອນຢູ່ແລ້ວວ່າ ທຸລະກິດໃດໜຶ່ງ ກໍຈະຕ້ອງໄດ້ຜ່ານໄລຍະເວລາຕ່າງໆ ມີຈຸດເລີ່ມຕົ້ນ, ປະສົບພົບພໍ້ກັບບັນຫາ, ມີການຂະຫຍາຍຕົວໄວ ແລະ ປະສົບຜົນສຳເລັດໃນລະດັບໜຶ່ງຢູ່ແລ້ວ ແລະ ແນ່ນອນທຸລະກິດເຫຼົ່ານີ້ຕ້ອງໄດ້ພົບທັງເລື່ອງດີ ແລະ ອຸປະສັກ ທີ່ເປັນປະສົບການອັນລໍ້າຄ່າ ເປັນບົດຮຽນທີ່ບໍ່ມີໃນປຶ້ມຮຽນ ແລະ ສອນໃນໂຮງຮຽນມາກ່ອນ ແລະ ບໍ່ສາມາດຊື້ໄດ້ຕາມຕະຫຼາດທົ່ວໄປ. ແຕ່ຖ້າຄວາມຮູ້ເຫຼົ່ານັ້ນ ຖືກຖ່າຍທອດໂດຍຜູ້ປະກອບການຕົວຈິງ ຫຼື ຜູ້ມີປະສົບການຕົວຈິງ ບົດຄວາມນັ້ນອາດຈະເປັນບົດທີ່ດີ ແລະ ຜົນທີ່ຕາມມາ ເຮັດໃຫ້ມີຜູ້ຕິດຕາມ ມີແຟນຄຣັບຮູ້ຈັກ ແລະ ເຂົ້າເຖິງແບຣນຂອງທ່ານຫຼາຍຂຶ້ນ. ເບື້ອງຫຼັງຂອງຄວາມສຳເລັດຂອງທຸລະກິດ ເຊື່ອວ່ານັກທຸລະກິດຫຼາຍທ່ານຕ້ອງໄດ້ປະສົບພົບພໍ້ເລື່ອງລາວຕ່າງໆຫຼາກຫຼາຍແບບ ທັງດ້ານດີ ແລະ ດ້ານລົບ ລ້ວນແຕ່ເປັນປະສົບການອັນລໍ້າຄ່າ ແທນທີຈະປ່ອຍໃຫ້ຜ່ານໄປຕາມເວລາ ແຕ່ຖ້າຫາກຜູ້ປະກອບການ ຫຼື ນັກທຸລະກິດ ໄດ້ນຳເອົາປະສົບການ, ແນວຄິດ, ໄອເດຍ ລວມເຖິງກົນລະຍຸດທາງການຕະຫຼາດຂອງຕົນເອງທີ່ມີຢູ່ນັ້ນ ມາຖ່າຍທອດຜ່ານຕົວໜັງສື ສ້າງເປັນບົດຄວາມ ອາດຈະສາມາດຊ່ວຍໃຫ້ຜູ້ຄົນອີກຫຼາຍຄົນທີ່ກຳລັງປະສົບບັນຫາຄືກັນກັບທ່ານໄດ້ຮັບປະໂຫຍດ ແລະ ຍັງໄດ້ສ້າງໂອກາດໃຫ້ກັບທ່ານ ໃນການສ້າງ ແບຣນດິ້ງ ເຊິ່ງ ແບຣນດິ້ງໃນນີ້ຈະຄວບຄຸມເຖິງທຸລະກິດທ່ານ ແລະ ແບຣນດິ່ງຕົວຂອງທ່ານພ້ອມ. ສ້າງແບຣນດິ້ງດ້ວຍການຂຽນ ໄດ້ແບບໃດ?. ຜູ້ບໍລິໂພກຫຼາຍໆຄົນອາດຈະຮູ້ຈັກແບຣນທ່ານ ຫຼື ເຄີຍໃຊ້ບໍລິການທຸລະກິດຂອງທ່ານ ແຕ່ພວກເຂົາອາດຈະບໍ່ຮູ້ເບື້ອງຫຼັງຄວາມເປັນມາຂອງທຸລະກິດ ...
Read More »ຂ່າວດີ!!! ຈະບໍ່ນ່າລຳຄານອີກຕໍ່ໄປແລ້ວ Google ຈະບ໋ອກໂຄສະນາໃນເວັບໄຊແບບນີ້….
ເຊື່ອວ່າຫຼາຍຄົນ ກໍມັກຈະພົບບັນຫາດຽວກັນ ທີ່ເຮົາຄຼິກເຂົ້າໄປອ່ານຂໍ້ມູນ ຫຼືເບິ່ງຄຼິບວີດີໂອຕ່າງໆ ກໍມັກຈະມີໂຄສະນາເດັ່ງຂຶ້ນມາ ຫຼື ມີໂຄສະນາເຕັມໜ້າເວັບ ໃຫ້ກົດອອກແບບນ່າເບື່ອນ່າເບື່ອແມ່ນບໍ່? ແຕ່ຕໍ່ໄປນີ້ ເຮົາທຸກຄົນຈະບໍ່ພົບບັນຫານີ້ອີກຕໍ່ໄປ ເນື່ອງຈາກ Google Chrome ຈະມີການບ໋ອກໂຄສະນາທີ່ນ່າລຳຄານ ຢູ່ໃນເວັບທົ່ວໂລກ ໃນວັນທີ 9 ກໍລະກົດ 2019 ນີ້. ບາວເຊີ້ ມະຫາຊົນ Google Chrome ໄດ້ມີການເປີດຕົວລະບົບລ໋ອກໂຄສະນາທີ່ສ້າງຄວາມນ່າລຳຄານ ນ່າເບື່ອ ອອກຈາກເວັບໄຊຕ່າງໆ ໂດຍໄດ້ເລີ່ມຕົ້ນນຳໃຊ້ຢູ່ໃນ ອາເມລິກາເໜືອ ແລະ ເອີຣົບ ແລ້ວໃນປີຜ່ານມາ ແລະ ລ່າສຸດປະກາດຈະໃຊ້ຟີເຈີນີ້ທົ່ວໂລກໃນວັນທີ 9 ກໍລະກົດ 2019 ນີ້. ຕົວຢ່າງໂຄສະນາ ທີ່ມີຄວາມສ່ຽງຈະຖືກບ໋ອກເຊັ່ນ: 1. ໂຄສະນາ pop-up ບັງພື້ນທີ່ໜ້າຈໍ ເດືອດຮ້ອນຜູ້ອ່ານຕ້ອງກົດປິດ 2. ໂຄສະນາທີ່ມີສຽງໂດຍຜູ້ໃຊ້ຍັງບໍ່ໄດ້ກົດເປີດໃຫ້ຫຼິ້ນ 3. ໂຄສະນາທີ່ບັງຄັບໃຫ້ເບິ່ງ ແລະ ມີການນັບຖອຍຫຼັງເຖິງ 0 ຈຶ່ງສາມາດປິດໄດ້. 4. ໂຄສະນາທີ່ໃຫຍ່ກິນພື້ນທີ່ເຄິ່ງໜ້າເວັບຂຶ້ນໄປ. 5. ໜ້າເວັບທີ່ມີໂຄສະຫຼາຍສິນຄ້າເກີນໄປ ກິນເນື້ອທີ່ເກີນ 30% ຂອງໜ້າເວັບ. 6. ໂຄສະນາໜ້າເວັບສຳລັບມືຖື ຫຼື ...
Read More »ການນຳໃຊ້ AI ເຂົ້າໃນທຸລະກິດ ແລະ ອຸດສາຫະກຳ ກໍຍັງພົບກັບບັນຫາເຫຼົ່ານີ້….
ເຖິງວ່າໃນປັດຈຸບັນ AI ຈະເຂົ້າມາຊ່ວຍໃຫ້ການເຮັດວຽກໃນອົງກອນຕ່າງໆດີຂຶ້ນ ແຕ່ກໍຍັງພົບກັບບັນຫາຢູ່ 2 ເລື່ອງຫຼັກໆຄື: 1. ການຊອກຫາພະນັກງານທີ່ມີຄວາມຊ່ຽວຊານດ້ານ AI ແລະ ການຈັດການຂໍ້ມູນ 2. ການລວບລວມຊຸດຂໍ້ມູນ (Data Collection) ໃຫ້ພຽງພໍສຳລັບໃຫ້ AI ທີ່ຈະມາປະມວນຜົນກ່ຽວກັບທຸລະກິດ ຫຼື ອຸດສາຫະກຳຂອງເຮົາ. ສຳລັບການແກ້ໄຂບັນຫາເລື່ອງຂອງພະນັກງານມີ 2 ວິທີຄື: 1. ການເຝີກອົບຮົມ ແລະ ພັດທະນາວິສາວະກອນໃນອົງກອນໃຫ້ມີຄວາມຮູ້ດ້ານ AI ຜ່ານຫຼັກສູດ ແລະ ສະຖາບັນທີ່ກ່ຽວຂ້ອງ, 2. ຊອກຫາບຸກຄະລາກອນທີ່ມີຄວາມຊ່ຽວຊານຢູ່ແລ້ວຈາກພາຍນອກຄວບຄູ່ກັນໄປ ເພື່ອໃຫ້ບໍລິສັດມີທີມດ້ານ AI ເພີ່ມຂຶ້ນ ແລະ ມີປະສິດທິພາບທີ່ດີໃຫ້ໄວຂຶ້ນ. ສຳລັບກຸ່ມທຸລະກິດດ້ານອື່ນໆ ທີ່ໃຊ້ AI ມາຊ່ວຍໃນທຸລະກິດໃນປັດຈຸບັນໄດ້ແກ່: ທຸລະກິດບໍລິການສຸຂະພາບ, ທຸລະກິດກ່ຽວກັບລົດ, ທຸລະກິດດ້ານການເງິນ, ທຸລະກິດໂລເຈັດສຕິກ ແລະ ມີອີກຫຼາຍໆກຸ່ມທີ່ເລີ່ມຫັນມານຳໃຊ້ AI ເຊັ່ນ: ໂທລະຄົມມະນາຄົມ, ອະສັງຫາລິມະຊັບ ແລະ ກະສິກຳ. ຕົວຢ່າງ: ຟາມລ້ຽງຫມູ ແຫ່ງໜຶ່ງໃນອາເມລິກາ ໄດ້ມີການທົດລອງໂຄງການກ່ຽວກັບ AI ໄດ້ປະມານ 1 ປີ ໂດຍໃຊ້ AI ໃນການເບິ່ງຕິດຕາມພຶດຕິກຳຂອງຫມູໃນຟາມ ເພື່ອໃຫ້ຮັບຮູ້ຢ່າງວ່ອງໄວ ວ່າຫມູໂຕໃດສຸຂະພາບບໍ່ດີ ແລະ ຊ່ວຍຮັກສາຫມູໄວ້ທັນ ຫຼຸດອັດຕາການຕາຍຂອງຫມູ ...
Read More »