ມາຮູ້ຈັກ!!! ເຕັກນິກການຂາຍ ຈາກນັກຂາຍ ຄ່າຕົວບັນຍາຍ ມື້ລະລ້ານບາດ

Jordan Belfort ຊື່ຂອງລາວ ຫຼາຍໆຄົນອາດບໍ່ຄຸ້ນຫູ ຫຼື ເປັນທີ່ຮູ້ຈັກ ແຕ່ລາວນີ້ແຫຼະຄື  “The Wolf of Wall Street” ຜູ້ເປັນເຈົ້າຂອງເລື່ອງລາວໃນປຶ້ມ ແລະ ຮູບເງົານີ້.

Jordan Belfort ເປັນມະຫາເສດຖີຮັ່ງມີຂອງໂລກດ້ວຍການສ້າງຕົວເອງໃຫ້ຮັ່ງມີຈາກການເປັນນາຍໜ້າຂາຍຫຸ້ນ ເຊິ່ງມີເລື່ອງລາວໃນຊີວິດສຸດແສນຫົດຫູ່ທີ່ມີຫຼາກຫຼາຍລົດຊາດຕັ້ງແຕ່ນ້ອຍ. ເຄີຍທຸກ, ເຄີຍຮັ່ງ ແລະ ຮັ່ງມີທີ່ສຸດ, ເຄີຍຕິດຄຸກ ແລະ ເຄີຍລົ້ມເຫຼວໃນຊີວິດ. ແຕ່ລາວກໍຍັງສາມາດນຳເອົາຊີວິດລຸກຂຶ້ນຕໍ່ສູ້ໄດ້ທຸກມື້ນີ້. ປັດຈຸບັນ, Jordan Belfort ເປັນນັກເວົ້າສ້າງແຮງບັນດານໃຈທີ່ຄົນທົ່ວໂລກຢາກຟັງ ດ້ວຍຄ່າຕົວທີ່ສູງເຖິງຄັ້ງລະ  1 ລ້ານບາດ.  ສະນັ້ນ, ເຮົາມາຮູ້ຈັກ ເຕັກນິກການຂາຍຂອງ Jordan Belfort ທີ່ເຄີຍເຮັດໃຫ້ຕົນເອງປະສົບຜົນສຳເລັດ.

#ເຕັກນິກການຂາຍຂອງ Jordan Belfort

ເປັນເຕັກນິກການຂາຍແບບເສັ້ນຊື່ ຫຼື   Straight Line System ເວົ້າໃຫ້ເຂົ້າໃຈໆ ຄືກັບການທີ່ທ່ານຈະຍ່າງຈາກຈຸດ A ໄປຫາຈຸດ B ໄລຍະທາງຈະສັ້ນທີ່ສຸດລະຫວ່າງສອງຈຸດນີ້ ຄືເສັ້ນຊື່ ການຂາຍກໍຄືກັນ ມີການເປີດ, ມີຮູບແບບ ແລະ ມີການປິດການຂາຍ. ເຊິ່ງບໍ່ສຳຄັນເລີຍວ່າ ທ່ານຈະຂາຍຫຍັງ ຫຼື ຂາຍໃຫ້ໃຜ ສິ່ງທີ່ທ່ານຕ້ອງຄຳນຶ່ງເຖິງຕະຫຼອດເພື່ອໃຫ້ລູກຄ້າ Say yes ໃຫ້ໄດ້ ຄື ຄວາມຕ້ອງການ, ຄວາມເຊື່ອ ແລະ ປະສົບການຂອງລູກຄ້າ  ຖ້າເປັນເສັ້ນຊື່ເທົ່າໃດ ກໍຈະງ່າຍກັບຕົວທ່ານ ເຊິ່ງການຂາຍຈະເປັນເສັ້ນຊື່ໄດ້ດ້ວຍ 3 ຫຼັກການດັ່ງນີ້:

  1. ການຄວບຄຸມ (Control)

ທ່ານຕ້ອງການຄວບຄຸມການຂາຍ ໃຫ້ຢູ່ໃນເສັ້ນຊື່ໃຫ້ຫຼາຍທີ່ສຸດ ກຳນົດຂອບເຂດຊ້າຍ-ຂວາ ທີ່ການຂາຍຈະຂະຫຍາຍອອກໄປ ແລະ ລະວັງຢ່າໃຫ້ມັກອອກຈາກຂອບເຂດນັ້ນໄປໄດ້.  ລູກຄ້າຈະສົນໃຈທ່ານຫຼືບໍ່ນັ້ນ ຂຶ້ຢູ່ກັບ 4 ວິນາທີ ທຳອິດ ເລີ່ມຕົ້ນດ້ວຍການຂາຍຢ່າງເປັນມິດ ແລະ ມີຊີວິດຊີວາ. ຈາກນັ້ນ, ບອກໃຫ້ແຈ່ມແຈ້ງວ່າທ່ານເປັນໃຜ ລວມເຖິງເຫດຜົນທີ່ທ່ານໂທໄປ ຫຼື ໄປຫາ.  ຖ້າທ່ານສະແດງໃຫ້ເຫັນວ່າ ທ່ານມີປະໂຫຍດ ແລະ ສາມາດຈະໄປແກ້ໄຂບັນຫາທີ່ ລູກຄ້າ ຕ້ອງການ ລູກຄ້າກໍພ້ອມທີ່ຈະສະຫຼະເວລາມາລົມກັບທ່ານ. ສະນັ້ນ, ຢ່າໄດ້ເລີ່ມຕົ້ນດ້ວຍການຂາຍມົ້ວໆເດັດຂາດ ແລະ ຕະຫຼອດເວລາຕ້ອງລະວັງບໍ່ໃຫ້ຈາກຂອບເຂດໄປໄກ.

2. ສ້າງສາຍສຳພັນ (Repport)

ການສ້າງຄວາມເຊື່ອໃຈ ເພື່ອໃຫ້ລູກຄ້າເຫັນວ່າ ບັນຫາທີ່ມີຢູ່ນັ້ນ ທ່ານສາມາດແກ້ໄຂໃຫ້ໄດ້.  ການສ້າງສາຍສຳພັນເກີດຈາກການປະສົມປະສານຄຳເວົ້າ, ນໍ້າສຽງ ແລະ ຈິດຕະວິທະຍາການຂາຍເຂົ້າໄວ້ນຳກັນ ທ່ານຕ້ອງໃຊ້ນໍ້າສຽງ ແລະ ພາສາກາຍທີ່ເໝາະສົມ Jordan Belfort ມີການເລືອກໃຊ້ນໍ້າສຽງຕ່າງກັນຄື: ແບບຄົນຈິງຈັງມີເຫດຜົນ, ແບບໝັ້ນໃຈ, ແບບເປັນຫ່ວງ, ແບບສົງໃສ ແລະ ແບບຢາກຮູ້ຢາກເຫັນ  ແລະ ສິ່ງສຳຄັນກວ່ານໍ້າສຽງທີ່ອອກມານັ້ນ ຄື ກິລິຍາທ່າທາງ ທີ່ສາມາດຊ່ວຍຢືນຍັນໃນຄຳເວົ້າ ແລະ ນໍ້າສຽງທີ່ໃຊ້ໄດ້ດີ,​ ມີຈັງຫວະຂຶ້ນລົງຂອງການເວົ້າ, ມື, ໜ້າຕາ ແລະ ການສົບຕາ. ເມື່ອໃດທ່ານອົດກັ່ນເລື່ອງອາລົມ  (Emotional) ໃຫ້ໂນ້ມຕົວເຂົ້າໃກ້ລູກຄ້າ ແຕ່ເມື່ອໃດທີ່ເວົ້າກັນດ້ວຍເຫດຜົນ (Rational) ໃຫ້ເອົາຕົວອອກມາ, ພ້ອມທັງສະແດງທ່າທາງຄົ້ນຄິດໄປນຳ (ໃຫ້ຄົ້ນຄິດແທ້ໆ ບໍ່ແມ່ນແຕ່ສະແດງ).

3. ມີຄຸນສົມບັດ (Qualify)

ການຂາຍທີ່ດີເລີ່ມຈາກການທີ່ທ່ານຮູ້ວ່າ ທ່ານກຳລັງຂາຍໃຫ້ກັບຄົນທີ່ແມ່ນຫຼືບໍ່, ຢ່າພະຍາຍາມຂາຍໃຫ້ກັບທຸກຄົນ, ຈົ່ງຂາຍໃຫ້ສະເພາະຄົນທີ່ມີບັນຫານີ້ ແລະ ຈະກາຍເປັນລູກຄ້າຂອງທ່ານເທົ່ານັ້ນ.  ເມື່ອທ່ານຮູ້ແລ້ວວ່າ ລູກຄ້າແມ່ນໃຜ ແລະ ສາມາດສື່ສານກັບລູກຄ້າໄດ້ດີ,​ ທ່ານກໍຈະຮູ້ຄວາມຕ້ອງການຂອງລຸກຄ້າ ແລະ ກໍຈະຄ່ອຍໆເປີດເຜີຍໃຫ້ເຫັນສິ່ງທີ່ລູກຄ້າຕ້ອງການຈາກເຮົາ.
ແຕ່ທ່ານຈະຕ້ອງຂາຍຢ່າງມີຈະລິຍາທຳສະເໝີ,​ ບໍ່ພະຍາຍາມກົດດັນໃຫ້ພວກເຂົາຊື້ ຫຼື ເຮັດຕາມໃນສິ່ງທີ່ບໍ່ຄວນເຮັດ, ບໍ່ພະຍາຍາມກົດດັນໃຫ້ພວກເຂົາຊື້ໃນສິ່ງທີ່ບໍ່ຄວນຊື້.

ວິທີການທີ່ຈະຊ່ວຍໃຫ້ທ່ານໄດ້ລູກຄ້າຖືກກຸ່ມເປົ້າໝາຍ ເພື່ອໃຫ້ການຂາຍໄດ້ງ່າຍຂຶ້ນຄື ການຂໍອະນຸຍາດຖາມຄຳຖາມ ເຊັ່ນ: ຂ້ອຍບໍ່ຢາກລົບກວນເວລາອັນມີຄ່າຂອງທ່ານເລີຍ ແຕ່ຂ້ອຍມີຄຳຖາມງ່າຍໆສັ້ນໆ 2-3 ຂໍ້ ທີ່ຢາກໃຫ້ທ່ານຊ່ວຍຕອບ ແລະ ຮັບຟັງແບບຕັ້ງໃຈທີ່ສຸດ ບໍ່ມີຫຍັງຈະຮູ້ສຶກດີເທົ່າກັບມີຄົນຟັງອີກແລ້ວ. ກຽມຄຳຖາມທີ່ຈະຊ່ວຍໃຫ້ທ່ານສາມາດແຍກໄດ້ວ່າ ລູກຄ້າທີ່ມີໂອກາດທີ່ຈະຊື້ກັບເຮົາເອົາໄວ້.

ການຂາຍທີ່ດີຄືການທີ່ທ່ານ ສາມາດປ່ຽນອາລົມຂອງລູກຄ້າໄດ້ ເພາະລູກຄ້າຈະຕັດສິນໃຈຊື້ ດ້ວຍອາລົມສະເໝີ (ໝາຍຄວາມວ່າຄວາມຮູ້ສຶກໃຫຍ່ກວ່າສິ່ງອື່ນໆ) ແລະ 5 ສິ່ງທີ່ຈະດຶງດູດໃຫ້ລູກຄ້າຢູ່ໃນການຂາຍແບບເສັ້ນຊື່ໄດ້ຄື:

  • ສິນຄ້າ: ບອກລູກຄ້າວ່າ ສິນຄ້າຂອງທ່ານແມ່ນຫຍັງ? ແຕ່ຈື່ໄວ້ວ່າ ໃຫ້ເນັ້ນເວົ້າເຖິງປະໂຫຍດຈາກມັນຫຼາຍກວ່າຄວາມສາມາດຂອງມັນເຮັດໄດ້. ຕົວຢ່າງ Jordan Belfort ມັກຈະບອກລູກຄ້າ ເຖິງກຳໄລທີ່ໄດ້ຈາກຫຸ້ນ ທີ່ລູກຄ້າຈະຊື້ໄປ  ແລະ ເວົ້າປຽບທຽບໃຫ້ເຂົ້າໃຈງ່າຍອີກເຊັ່ນ: ກຳໄລຈາກຫຸ້ນນີ້ ເທົ່າກັບຄ່າຜ່ອນລົດຂອງ ລູກຄ້າໄດ້ 18 ເດືອນ.
  • ຕົນເອງ:  ນອກຈາກການເຮັດໃຫ້ລູກຄ້າເຊື່ອໃນສິນຄ້າແລ້ວ ກໍຕ້ອງເຮັດໃຫ້ລູກຄ້າເຊື່ອໃນຕົວເຮົາທີ່ເປັນຄົນຂາຍອີກດ້ວຍ ເຮັດໃຫ້ລູກຄ້າຮູ້ວ່າທ່ານຫວັງດີກັບລູກຄ້າແບບຈິງໃຈ ແລະ ບໍ່ໄດ້ສະເໜີສິ່ງທີ່ບໍ່ມີປະໂຫຍດໃຫ້ ລວມເຖິງແນະນຳຕົວໃຫ້ລູກຄ້າຮູ້ຈັກ ກໍເປັນສິ່ງ Jordan Belfort ນຳສະເໜີຕະຫຼອດບໍ່ເຄີຍລືມ.
  • ບໍລິສັດ: ຢ່າລືມທີ່ຈະແນະນຳບໍລິສັດຂອງທ່ານໃຫ້ລູກຄ້າໄດ້ຮູ້ຈັກຫຼາຍຂຶ້ນ ພາຍໃຕ້ຄອນແຊັບດຽວກັບ 2 ຂໍ້ທຳອິດນີ້.

ທີ່ສຳຄັນ 3 ຂໍ້ນີ້ຄືສິ່ງທີ່ທ່ານຕ້ອງເນັ້ນເປັນພິເສດ ເຮັດໃຫ້ລູກຄ້າ ເຊື່ອ ໃນສິນຄ້າ, ຄົນຂາຍ ແລະ ບໍລິສັດໃຫ້ໄດ້ ທ່ານຈະຕ້ອງໃຊ້ເຫດຜົນ ແລະ ອາລົມເຂົ້າມາຊ່ວຍ.
ພະຍາຍາມຖາມຄຳຖາມເພື່ອໃຫ້ລູກຄ້າສະແດງອອກມາວ່າເຂົາ ເຊື່ອທ່ານໃນລະດັບໃດແລ້ວ ຈາກລະດັບ 1-10 ຖ້າຍັງໄດ້ພຽງ 5 ຫຼື 7 ຢ່າຟ້າວໄປຕໍ່ໃຫ້ຢູ່ກັບ 3 ຂໍ້ນີ້ ລະອຽດຊັດເຈນ ຈົນລູກຄ້າເຊື່ອ. Jordan Belfort ຈະເນັ້ນໜັກ ເວົ້າຂໍ້ດີແບບເກົ່າທີ່ເຄີຍເວົ້າໄປເລື້ອຍໆຈົນໄດ້ຄະແນນເຕັມ 10.

  • ຂະຫຍາຍຂໍ້ດີ ທີ່ຈະໄດ້: ຂໍ້ນີ້ເປັນການຫຼິ້ນກັບຄວາມຮູ້ສຶກຂອງຄົນ ສະແດງໃຫ້ພວກເຂົາເຫັນຊັດເຈນວ່າ ເມື່ອຕັດສິນໃຈຊື້ແລ້ວ ສິ່ງທີ່ລູກຄ້າຈະໄດ້ມັນຄຸ້ມຄ່າຊໍ້າໃດຫຼາຍກວ່າສິ່ງໃດ, ໄດ້ຮັບຫຼາຍກວ່າສິງໃດ ກໍໄດ້ທີ່ເຂົາເຈົ້າຄິດກັງວົນໃຈຢູ່ໃນຫົວ.
  • ເນັ້ນໃນສິ່ງຈະເກີດບັນຫາຕໍ່ເຂົາ ຖ້າບໍ່ຊື້: ຄວາມຢ້ານຕໍ່ການຈະເກີດບັນຫາ ຄືສິ່ງທີ່ມີຜົນຕໍ່ການຕັດສິນໃຈທີ່ສຸດ ທ່ານຕ້ອງເຂົ້າໃຈລູກຄ້າວ່າກ່ອນໜ້ານີ້ມີບັນຫາທີ່ຮ້າຍແຮງແບບໃດ ແລະ ສິນຄ້າຂອງທ່ານສາມາດຊ່ວຍໄດ້ແບບໃດ, ລວມໄປເຖິງຖ້າຫາກບໍ່ຊື້ ຕອນນີ້ໃນອະນາຄົດຈະເກີດບັນຫາຫຍັງຕາມມາອີກ.
  • ຖ້າການຂາຍທຸກຄັ້ງຈົບລົງດ້ວຍ “YES” ຫຼື “NO” ທຸກຢ່າງກໍຕ້ອງຈົບລົງດ້ວຍດີ ແຕ່ໃນຄວາມເປັນຈິງແມ່ນມັກຈະພົບວ່າ ຂໍເວລາຄິດກ່ອນ, ປຶກສາທີມກ່ອນ ຫຼື  ຂໍເວລາປຶກສາຄອບຄົວ ກ່ອນເປັນຕົ້ນ.

ດັ່ງນັ້ນ, ສິ່ງທີ່ທ່ານຕ້ອງເນັ້ນເປັນພິເສດກໍຄືຄວາມເຊື່ອໃນໃນສິນຄ້າ,​ ຄົນຂາຍ ແລະ ບໍລິສັດ ທັງ 3 ຂໍ້ນີ້ ຫຼື ເວົ້າໃຫ້ເຂົ້າງ່າຍກວ່ານັ້ນກໍຄືການເຮັດໃຫ້ລູກຄ້າໄດ້ຄິດວ່າ ຖ້າຊື້ແລ້ວລູກຄ້າຈະໄດ້ຫຍັງຈາກການຊື້ ແລະ ຈະເສຍຫຍັງໄປຖ້າຫາກປະຕິເສດໃນການຊື້ຄັ້ງນີ້.

ບົດຮຽນຊີວິດຂອງ Jordan Belfort ແມ່ນຜ່ານໄລຍະເວລາທີ່ສູງ ແລະ ຕໍ່າທີ່ສຸດໃນຊີວິດມາແລ້ວ ຫຼາຍຕໍ່ຫຼາຍຄັ້ງ ແຕ່ລາວ ກໍບໍ່ຍອມໃຫ້ຕົນເອງຢູ່ກັບຄວາມລົ້ມເຫຼວ ແລະ ຜ່ານມາຊີວິດຂອງລາວກໍຈະພົບກັບເລື່ອງທີ່ບໍ່ດີ ແຕ່ລາວກໍຍັງເປັນສຸດຍອດນັກຂາຍ ແລະ ຄູເຝິກຂອງການຂາຍທີ່ເກັ່ງທີ່ສຸດຄົນໜຶ່ງຂອງໂລກ.

ຂໍ້ມູນຈາກ:  MIB Marketing

Comments