ບໍລິສັດ ລ້ຽງເຂົ້າສວາຍພະນັກງານ ຈະເຮັດໃຫ້ໄດ້ຄົນຮ່ວມງານທີ່ເກັ່ງໆ

ເຊື່ອເລີຍວ່າ ຫຼາຍຄົນທີ່ເປັນພະນັກງານຕາມຫ້ອງການສຳນັກງານອົງກອນຕ່າງໆ ມັກຈະເກີດມີຄຳຖາມໂລກແຕກ ຄື: ສວາຍນີ້ກິນເຂົ້າກັບຫຍັງ? ກິນຢູ່ໃສ? (ມື້ນີ້ກິນຫຍັງດີ?) ແລະ ເປັນກໍບັນຫາສຳລັບຫຼາຍໆຄົນແມ່ນບໍ່?. ອີກທັງ ບ້ານເຮົາໃນປັດຈຸບັນ ອາກາດຮ້ອນ ຢາມໜາວກໍຍັງຮ້ອນ ຢາມຮ້ອນແຮງບໍ່ຢາກຈະພັນລະນາຮູ້ໆກັນຢູ່. ບາງຫ້ອງການ ຮ້ານອາຫານຢູ່ໃກ້ໆກໍບໍ່ມີ ແລະ ການທີ່ຈະໄປຊອກກິນກິນເຂົ້າສວາຍ ທີ່ມີເວລາພັກພຽງ 1 ຊົ່ວໂມງກໍກາຍເປັນເລື່ອງຍາກພໍສົມຄວນ, ຖ້າສັ່ງນຳອອນໄລ໌ມາກິນບາງເທື່ອກໍຊ້າ ແຖມບາງຮ້ານກໍຕ້ອງໄດ້ເສຍຄ່າສົ່ງເພີ່ມ.

ດ້ວຍເຫດນີ້ເຮັດໃຫ້ບາງບໍລິສັດໃນລາວ ເຮົາກໍຫັນມາລ້ຽງເຂົ້າສວາຍພະນັກງານ ແຕ່ທີ່ຈິງແລ້ວ ເລື່ອງນີ້ບໍ່ໄດ້ເປັນເລື່ອງໃໝ່ເລີຍ ເພາະເປັນເລື່ອງປົກກະຕິໃນບໍລິສັດເຕັກໂນໂລຊີໃຫຍ່ໆຄື Google Facebook Twitter ກໍມີສະຫວັດດີການລ້ຽງອາຫານສວາຍໃຫ້ກັບພະນັກງານ.  ບໍລິສັດ google ຈົນໄດ້ລົງທຶນຈ້າງພໍ່ຄົວແມ່ຄົວຝີມືດີຈາກໂຮງແຮມດັງມາເຮັດອາຫານໃຫ້ພະນັກງານ ເຫດຜົນຂອງການລ້ຽງບໍ່ພຽງແຕ່ເປັນສິ່ງທີ່ມັດໃຈພະນັກງານເທົ່ານັ້ນ ແຕ່ຍັງມີຫຼາຍໆເຫດຜົນທີ່ດີໆດັ່ງນີ້:

  • ດຶງດູດຄົນເກັ່ງໆ ໃຫ່ເຂົ້າມາເຮັດວຽກນຳ

ແນ່ນອນຢູ່ແລ້ວ ທີ່ຄົນຍຸກໃໝ່ໃນໄລຍະເວລາໄວເຮັດວຽກທີ່ຈະຕ້ອງເລືອກເຂົ້າໄປເຮັດວຽກໃຫ້ກັບບໍລິສັດໃດ ປັດໄຈທຳອິດກໍຄືເງິນເດືອນ ແລະ ປັດໄຈທີ່ສອງຮອງລົງມາແມ່ນເລື່ອງສະຫວັດດີການທີ່ຈະໄດ້ຮັບ, ການລ້ຽງເຂົ້າສວາຍໃຫ້ກັບພະນັກງານຖືວ່າເປັນສະຫວັດດີການອີກຢ່າງໜຶ່ງທີ່ຈະເຮັດໃຫ້ຄົນລຸ້ນໃໝ່ສົນໃຈ ອີກທັງຍັງຊ່ວຍໃຫ້ບໍລິສັດມີໂອກາດຄັດເລືອກພະນັກງານຄົນເກັ່ງໆເຂົ້!ມາຮ່ວມງ່າຍໄດ້ງ່າຍຂຶ້ນ

  • ເພີ່ທປະສິດທິພາບ ແລະ ປະສິດທິພົນໃນການເຮັດວຽກ

ຖ້າພະນັກງານບໍ່ຕ້ອງອອກໄປຊອກຫາກິນເຂົ້າເອງ ສົ່ງຜົນໃຫ້ບໍ່ເຮັດໃຫ້ເສຍເວລາກັບການເດີນທາງ ຫຼື ເສຍເວລາໃນການຄິດວ່າ ຈະກິນຫຍັງດີ, ຮ້ານໃດ? ດັ່ງນັ້ນ, ການມີອາຫານສວາຍຟຣີ ເຮັດໃຫ້ພະນັກງານໃຊ້ເວລາພັກຕອນສວາຍໄດ້ຢ່າງເຕັມທີ ແລະ ເພື່ອທີ່ຈະເຂົ້າມາເຮັດວຽກຕໍ່ໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ.

  • ພະນັກງານຈະໄດ້ໃຊ້ເວລາຢູ່ຮ່ວມກັນຫຼາຍຂຶ້ນ

ບໍລິສັດຂະໜາດນ້ອຍ ຈົນໄປເຖິງຂະໜາດໃຫຍ່ ແລະ ມີຫຼາກຫຼາຍພະແນກການ ຕ່າງຄົນຕ່າງົຢູ່ບໍ່ໄດ້ຄ່ອຍສົນໃຈ ຫຼື ໃສ່ໃຈກັນປານໃດ ນອກຈາກເລື່ອງວຽກງານທີ່ຢູ່ຕໍ່ໜ້າ ບາງທີ່ຈຶ່ງບໍ່ຄ່ອຍໄດ້ມີໂອກາດເວົ້າຈາສົນທະນາກັນຫຼາຍ,​ການທີ່ມີອາຫານສວາຍ ກໍຈະກາຍເປັນສື່ກາງເຮັດໃຫ້ພະນັກງານໄດ້ພົບໜ້າພົບຕາກັນຕະຫຼອດ, ທັກທາຍ,​ຍິ້ມແຍ້ມໃຫ້ກັນ ແລະ ກັນ ໄດ້ລົມກັນຫຼາຍຂຶ້ນນອກຈາກເລື່ອງວຽກ. ບາງທີຜູ້ບໍລິຫານກໍຈະອອກມາຮ່ວມກິນເຂົ້າສາມັກຄີນຳ ເປັນການໃກ້ຊິດ ສ້າງຄວາມລື້ງເຄີຍກັນອີກໃນຮູບແບບໜຶ່ງ ໃນເລື່ອງຄວາມສຳພັນທີ່ດີຂຶ້ນ.

  • ມີການກະຕຸ້ນໃຫ້ເກີດແນວຄວາມຄິດໃນສິ່ງໃໝ່ໝຢູ່ສະເໝີ.

ໂຕະກິນເຂົ້າ ອາດຈະກາຍເປັນໂຕະປະຊຸມໄດ້ ແຕ່ບໍ່ແມ່ນການປະຊຸມທີ່ຕຶງຄຽດເກີນໄປ ເພາະຫານທີ່ກິນເຂົ້າໄປນຳ ລົມເລື່ອງວຽກໄປນຳໃນບັນຍາກາດແບບນັ້ນ ຈະເຮັດໃຫ້ທັງສອງຝ່າຍຮູ້ສຶກສະບາຍໆເປັນກັນເອງ. ຖ້າໄດ້ລົມກັບທີມງານ ໃນການເຮັດໂປຣເຈັກສຳຄັນ ມີແນວໂນ້ມທີ່ຈະເຮັດໃຫມີໄອເດຍໃໝ່ໆຂຶ້ນມາໄດ້ແນ່ນອນ, ຕ່າງຈາກບັນຍາກາດໃນຫ້ອງປະຊຸມແນ່ນອນ.

  • ສ້າງວັດທະນະທຳເຮັດໃຫ້ອົງກອນສັງສັນ.

ເມື່ອສະພາບແວດລ້ອມດີຂຶ້ນ, ພະນັກງານໄດ້ພັກຜ່ອນເຕັມທີ ແລະ ເຫດຜົນອື່ນທີ່ດີໆ ໃນຂ້າງເທິງ ນອກຈາກຈະເປັນປະໂຫຍດຕໍ່ກັບພະນັກງານແລ້ວ ອີກຢ່າງໜຶ່ງກໍເປັນການສ້າງອັງກອນໃຫ້ມີບັນຍາກາດຂອງການສັງສັນຕະຫຼອດເວລາ, ການລ້ຽງອາຫານສວາຍກໍເປັນອີກຮູບແບບໜຶ່ງແຕ່ ກໍຍັງມີອີກຫຼາຍຮູບແບບຂອງການສ້າງວັດທະນະທຳໃນອົງກອນທີ່ເປັນຂອງເຮົາເອງ ເຊິ່ງບໍ່ຈຳເປັນຕ້ອງເປັນການລ້ຽງອາຫານສວາຍກໍໄດ້.

ດັ່ງນັ້ນ, ຖ້າຫາກໄດ້ຄຳນວນເລື່ອງຕົ້ນທຶນແລ້ວ ອາຫານອາດຈະບໍ່ລາຄາແພງຫຼາຍ ຖ້າສັ່ງໃນຈຳນວນຫຼາຍຈະຖືກຄົນລະ 10-15 ພັນກີບ ຖ້າຫາກທຽບກັບທີ່ພະນັກງານຕ້ອງເສຍເວລາ. ເສຍນໍ້າມັນລົດອອກໄປກິນທາງນອກ, ທີ່ອາກາດຮ້ອນໆ ອາລົມຫງຸດຫງິດເຂົ້າມາ

ທີ່ມາ: BrandThink
#Lunch #Office #Salaryman #BizEntertaining

Comments