5 ສິ່ງທີ່ຕ້ອງມີ ຖ້າຢາກເປັນນັກ Digital Marketing ທີ່ເກັ່ງໆ.

ອາຊີບ Digital Marketing ເປັນອາຊີບທີ່ກຳລັງໄດ້ຮັບຄວາມນິຍົມທີ່ສຸດໃນຕອນນີ້ ບໍ່ວ່າຈະເປັນຕ່າງປະເທດ ແລະ ປະເທດເຮົາກໍມີຄວາມຕ້ອງການທີ່ສຸດ. ເຊິ່ງຍັງເປັນສາຂາອາຊີບທີ່ຫຍັງບໍ່ມີສອນໃນລາວ ແລະ ເປັນອາຊີບທີ່ຂາດແຄນເປັນທີ່ສຸດ ເພາະທຸກອົງການສຳນັກງານ ບໍ່ວ່າລັດ, ເອກະຊົນ ແມ່ນມີຄວາມຕ້ອງການສູງ. ໂດຍສະເພາະອົງກອນນທີ່ເຮັດວຽກງານກ່ຽວກັບສື່ກໍຍິ່ງຕ້ອງການຄົນທີ່ມີຄວາມຮູ້ຄວາມສາມາດດ້ານນີ້ມາຊ່ວຍໃນການເຮັດການຕະຫຼາດຜ່ານລະບົບ ດິຈິຕ໋ອນ.  ສະນັ້ນ, ປັດຈຸບັນ ຈຶ່ງມີຫຼາຍໆຄົນ ທີ່ກຳລັງເລີ່ມຫັນມາຮຽນຮູ້ ແລະ ເຮັດອາຊີບ Digital Marketing ໃນຮູບແບບຕ່າງໆຫຼາຍຂຶ້ນ ບໍ່ວ່າຈະຊອກຮຽນຮູ້ດ້ວຍຕົນເອງຜ່ານອອນໄລ໌ ຫຼື ໄປຮຽນຮູ້ຢູ່ຕ່າງປະເທດ. ແຕ່ເພື່ອຈະກາຍເປັນຄົນເກັ່ງໃນດ້ານນີ້ ຕ້ອງມີຫຼາຍສິ່ງທີ່ຮູ້ຫຼາຍກວ່າ ການຮຽນຮູ້ໃນຫ້ອງຮຽນ.  ສະນັ້ນ, ຈຶ່ງເປັນສາເຫດທີ່ວ່າເປັນຫຍັງຄົນເຮັດອາຊີບ Digital Marketing ຈຶ່ງຂາດແຄນໃນຕະຫຼາດ ເພາະວ່າຄົນເກັ່ງໆແທ້ນັ້ນມີໜ້ອຍ.  ເພື່ອຈະຊ່ວຍໃຫ້ຄົນທີ່ສົນໃຈອາຊີບ Digital Marketing ເກັ່ງຂຶ້ນ ມື້ນີ້ ເວັບໄຊທາເກັດ ຈຶ່ງມີ 5 ສິ່ງແນະນຳທີ່ຈະເຮັດໃຫ້ທ່ານເກັ່ງຂຶ້ນ. ກົດໄລ໌ ກົດແຊຣ໌ ແລະ ໃຫ້ຄວາມຄິດເຫັນເພື່ອໃຫ້ໝູ່ເພື່ອຄົນໃກ້ຊິດຂອງທ່ານທີ່ກຳລັງຢາກເຮັດອາຊີບນີ້ໄດ້ຮັບຮູ້ນຳ.

  1. ເຂົ້າໃຈວ່າ  Next Big Thing ແມ່ນຫຍັງ?: ສິ່ງທີ່ແຕກຕ່າງລະຫວ່າງຄົນເປັນນັກ  Digital Marketing ທົ່ວໆໄປ ກັບ ຄົນທີ່ເຮັດອາຊີບ Digital Marketing ແບບເກັ່ງໆ ອອກຈາກກັນໄດ້ຄື: ການເຂົ້າໃຈວ່າ ໃນອະນາຄົດຈະມີເທຣນຮູບແບບໃດກຳລັງຈະເຂົ້າມາ ແລະ ກຳລັງຈະກາຍເປັນໂອກາດຂອງຕົນເອງໃນການເຮັດການຕະຫຼາດຂຶ້ນມາ ກ່ອນທີ່ຄູ່ແຂ່ງຄົນອື່ນໆ. ທັງນີ້ເທຣນເຫຼົ່ານີ້ ແມ່ນມີຕັ້ງແຕ່ການປ່ຽນຜູ້ບໍລິໂພກ, ນຳໃຊ້ເຕັກໂນໂລຊີ ແລະ ການສື່ສານຂອງແບຣນທີ່ປ່ຽນໄປ, ການຮູ້ຂໍ້ມູນເຫຼົ່ານີ້ສ້າງຄວາມໄດ້ປຽບຫຼາຍທີ່ສຸດໃນການສື່ສານເຂົ້າໄປເຖິງກຸ່ມເປົ້າໝາຍກ່ອນ ຫຼື ຮູ້ວ່າຈະສື່ສານແບບໃດໃນຊ່ອງທາງໃດ ຫຼທ ຈະໃຊ້ເຕັກໂນໂລຊີໃໝ່ໆແບບໃດໃຫ້ເໝາະສົມກັບການເຮັດການຕະຫຼາດຂອງຕົວເອງຂຶ້ນມາໄດ້. ສຳລັບໃຜທີ່ກຳລັງຊອກຫາວ່າຈະຮຽນຮູ້ວ່າ ເທຣນໃດຈະມາ ຫຼື ເທຣນໃດກຳລັງຈະໄປນັ້ນກໍຄື ການອ່ານບົດຄວາມ ຫຼື ຂ່າວຄາວຂອງຕ່າງປະທດ ແລະ ການໄດ້ໄປສຳມະນາໃນຕ່າງປະເທດຈະເຮັດໃຫ້ທ່ານສາມາດຮູ້ ແລະ ຈັບເທຣນເຫຼົ່ານັ້ນຂຶ້ນມາໃຊ້ໃນບ້ານເຮົາໄດ້ບໍ່ຍາກ.

2. ການຈະເປັນນັກ Digital Marketing ທີ່ເກັ່ງໆຕ້ອງສາມາດແຊຣ໌ຄວາມຮູ້ໄດ້: ຈາກຜົນສຳຫຼວດຂອງ Harvard Business Review ບອກວ່າ 90% ຂອງຜູ້ບໍລິໂພກເຊື່ອຄົນທີ່ມາລິວິວຫຼາຍກວ່າການຕະຫຼາດ,  70% ເຊື່ອໃນແບຣນ ແລະ  45% ເຊື່ອໃນການໂຄສະນາຈາກໂທລະພາບ. ສະນັ້ນ, ຈະເຫັນໄດ້ວ່າ ໃນຍຸກນີ້ຄວາມເຊື່ອຂອງຜູ້ບໍລິໂພກຕໍ່ການລີວິວ ຫຼື ການໃຫ້ຄວາມຮູ້ແບບໂປ່ງໃສ, ເຊື່ອຖືໄດ້, ເຂົ້າເຖິງໄດ້ ນັ້ນກາຍເປັນສິ່ງສຳຄັນໃນການທີ່ຈະສ້າງຄວາມສຳພັນກັບກຸ່ມເປົ້າໝາຍ. ດັ່ງນັ້ນ, ຖ້າຫາກທ່ານຈະເປັນນັກ digital marketing ທີ່ເກັ່ງ. ການທີ່ທ່ານສາມາດແຊຣ໌ຄວາມຮູ້ ຫຼື ສາມາດສ້າງ Content ຕ່າງໆໃຫ້ແບຣນໄດ້ມີຄຸນຄ່າກັບຜູ້ບໍລິໂພກເອົາໄປແຊຣ໌ຕໍ່, ຈົນສາມາດເຮັດໃຫ້ກຸ່ມເປົ້າໝາຍເຂົ້າມາຊື້ ສິນຄ້າ ແລະ ການບໍລິການນັ້ນໄດ້ ກໍຄືຄວາມສາມາດທີ່ສຳຄັນທີ່ສາມາດແຍກໄດ້ລະຫວ່າງ ນັກ digital marketing ທົ່ວໄປ ກັບ ນັກ digital marketing ທີ່ Effective ໄດ້.

3. ຮູ້ວິທີໃນການສ້າງແບຣນໃນອອນໄລ໌: ດ້ວຍເຕັກໂນໂລຊີໃໝ່ໆທີ່ເຂົ້າມາຕະຫຼອດ, ການປ່ຽນແປງໃນອອນໄລ໌ກໍມີຕະຫຼອດ. ດັ່ງນັ້ນ, ຄົນທີ່ເຮັດ digital marketing ທີ່ດີນັ້ນ ຄວນຮູ້ວ່າ ຈະສ້າງແບຣນໃນອອນໄລ໌ ດ້ວຍເຄື່ອງມືຕ່າງໆແບບໃດທີ່ຈະສາມາດເຂົ້າເຖິງຜູ້ໃຊ້ງານ ຫຼື ຜູ້ບໍລິໂພກທີ່ມີການປ່ຽນແປງຕະຫຼອດເວລາໄດ້, ບໍ່ຍຶດຢູ່ກັບ Platform ຈົນບໍ່ສາມາດສ້າງການປ່ຽນແປງໃຫ້ຕົວເອງໃນການເຮັດແບຣນໄປສູ່ເຄື່ອງມືໃໝ່ໆ ເພາະການບໍ່ຍອມປ່ຽນແປງຂອງແບຣນນັ້ນອາດຈະເຮັດໃຫ້ແບຣນທີ່ຕົວເອງເບິ່ງແຍງນັ້ນຕາຍໄປຈາກຕະຫຼາດ ຫຼື ຜູ້ບໍລິໂພກບໍ່ສົນໃຈ, ນອກນີ້ຍັງຕ້ອງເຂົ້າໃຈວ່າເຄື່ອງມືໃໝ່ໆເຫຼົ່ານີ້ເຮັດວຽກແບບໃດແດ່ ອັນນີ້ກໍຂຶ້ນກັບການຊອກຮູ້ໄດ້ຈາກອອນໄລ໌ຢູ່ແລ້ວ.

4. ເຂົ້າໃຈໃນເຄື່ອງມືທີ່ມີຢູ່: ຈາກທີ່ໄດ້ກ່າວໄປໃນ 3 ສິ່ງທີ່ນັກ Digital Marketing ນັ້ນຄວນມີ. ແຕ່ສິ່ງສຳຄັນທີ່ສຸດກໍຄືການເຂົ້າໃຈໃນການໃຊ້ເຄື່ອງມືທາງ Digital ຕ່າງໆໃຫ້ໄດ້ຫຼາຍກວ່າການເຮັດວຽກຂອງມັນ ຫຼື ເຄື່ອງມືນັ້ນຈະໃຊ້ໄດ້ຜົນຕອບຮັບແບບໃດ? ເພາະວ່ານັກ Digital Marketing ທົ່ວໄປຈະເຂົ້າໃຈພຽງວ່າເຄື່ອງມືທີ່ຕົວເອງໃຊ້ ແລະ ລື້ງເຄີຍ ເທົ່ານັ້ນເຊັ່ນ:  ໃຊ້ Facebook ພຽງຢ່າງດຽວ ແຕ່ນັກ Digital Marketing ທີ່ເກັ່ງນັ້ນຈະເຂົ້າໃຈເຖິງທຳມະຊາດຂອງເຄື່ອງມືແຕ່ລະແບບ ແລະ ຮູ້ວ່າຈະໃຊ້ເຄື່ອງມີເຫຼົ່ານັ້ນໃຫ້ມີປະສິດທີພາບແບບໃດ ຫຼື ຈະປະສົມປະສານເຄື່ອງມືຕ່າງໆໃຫ້ເກີດປະໂຫຍດສູງສຸດ. 

5. ຮຽນຮູ້ຈາກຄົນອື່ນສະເໝີ: ສິ່ງທີ່ນັກການຕະຫຼາດທີ່ຢາກຈະເກັ່ງຂຶ້ນຕ້ອງສ້າງນິໄສຄື ການທີ່ຕ້ອງເປັນຄົນທີ່ຮຽນຮູ້ໂດຍຕະຫຼອດ ບໍ່ວ່າຈະຮຽນຮູ້ຈາກນັກການຕະຫຼາດຄົນອື່ນໆ ຫຼື ຈາກການອ່ານຫຼາຍໆ. ທັງໝົດນີ້ຈະບໍ່ເກີດຜົນໄດ້ຮັບເລີຍຖ້າທ່ານບໍ່ເອົາຄວາມຮູ້ນັ້ນມາໃຊ້ກັບວຽກງານຂອງທ່ານ ບາງຄວາມຮູ້ນັ້ນ ທ່ານອາດຈະໄດ້ຈາກການໄປນັ່ງລົມກັບຄົນເກັ່ງໆ ຫຼື ຄົນທີ່ເຄີບພົບພໍ້ສະຖານະການດັ່ງກ່າວມາແລ້ວ ເຊິ່ງຈະເຮັດໃຫ້ທ່ານນັ້ນປະຫຍັດເວລາໃນການຮຽນຮູ້ສິ່ງເຫຼົ່ານີ້ຈາກຫ້ອງຮຽນ ບາງຄວາມຮູ້ນັ້ນອາດໄດ້ມາຈາກປະສົບກາານຈິງ ສາມາດຫຼຸດຄວາມສ່ຽງທີ່ອາດຈະເກີດຂຶ້ນແທ້ໃນວຽກງານຂອງທ່ານ.

 

Comments