ຈະຂາຍສິນຄ້າຕາມເທສະການແບບໃດ? ໃຫ້ໄດ້ຂາຍດີ… ຕ້ອງອ່ານ

ໄລຍະເທສະການ Christmas ແລະ ປີໃໝ່ສາກົນ ແບບນີ້ ເປັນໂອກາດທອງຂອງຮ້ານຄ້າ ທີ່ຈະສາມາດມີລາຍໄດ້ດີທີ່ສຸດ.

ໄລຍະນີ້ ເຮົາຈະເຫັນສິນຄ້າເທສະການອອກມາຂາຍຕາມຮ້ານ ບໍ່ວ່າຈະເປັນຂອງຂວັນ, ຊຸດຊານຕ້າ, ຊານຕີ້, ເຄື່ອງຕົບແຕ່ງ, ເຄື່ອງປະດັບດາ, ດອກໄຟ ແລະ ອື່ນໆມາວາງຂາຍເພື່ອຕອບຄວາມຕ້ອງການຂອງລູກຄ້າແມ່ນບໍ່? ແລ້ວຮູ້ກັນບໍ່ວ່າ ຖ້າຈະເຮັດໃຫ້ສິນຄ້າຕາມເທສະການນີ້ຂາຍດີຕ້ອງຮູ້ຫຍັງແດ່? ຫຼື ຕ້ອງເຮັດຫຍັງແດ່? ມາຮູ້ນຳກັນເລີຍ

  1. ຕ້ອງໄວທັນໃຈ

ສິນຄ້າຕາມເທສະການ ເປັນສິນຄ້າທີ່ມາໄວ ໄປໄວ. ດັ່ງນັ້ນ, ຜູ້ປະກອບການຈຳເປັນຕ້ອງມີແຜນລ່ວງໜ້າ ເພື່ອໃຫ້ວ່າງຈຳໜ່າຍສິນຄ້າໄດ້ທັນ ແລະ ອອກໂປໂມຊັນໄດ້ທັນໃຈລູກຄ້າ ຕາມເທສະການ.

2. ທັນສະໄໝ

ຕ້ອງຮູ້ວ່າ ເທຣນພາບລວມໃນປີນີ້ຄືອັນໃດ? ເທຣນຂອງເທສະການປີນີ້ແມ່ນຫຍັງ? ເພື່ອສາມາດມາປະຍຸກກັບການຂາຍສິນຄ້າຂອງຕົນເອງ ເຊິ່ງວ່າ ປີນີ້ ກໍຄືເທຣນເຕັກໂນໂລຊີບ້ານເຮົາກໍມາແຮງ ກໍຄືຂາຍອອນໄລ໌ ການຈັດສົ່ງສິນຄ້າເຖິງບ້ານເຖິງມື ອຳນວຍສະດວກສະບາຍໃຫ້ກັບລູກຄ້າ ເປັນຕົ້ນ…

3. ຄວາມເໝາະສົມ

ສິນຄ້າເທສະການ ຄວນເປັນສິນຄ້າທີ່ຊື້ໄດ້ ລາຄາບໍ່ສູງເກີນໄປ ເພື່ອໃຫ້ສາມາດຂາຍໄດ້ຈຳນວນຫຼາຍໆ ພາຍໃນເວລາທີ່ສັ້ນ ແລະ ຈຳກັດ.

By: SME Thailand

Comments