ທຸລະກິດຂອງທ່ານ ມີຢູ່ໃນ Google My Business ແລ້ວບໍ່? ຖ້າຍັງໄປສະໝັກດ່ວນໆໆໆໆ

ຈາກພຶດຕິກຳການໃຊ້ງານອິນເຕີເນັດຂອງຄົນລາວໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນສິ່ງທີ່ບົ່ງບອກໃຫ້ເຫັນວ່າ  ປັດຈຸບັນ ລູກຄ້າບໍ່ວ່າຈະຢູ່ໃສ ເຮັດຫຍັງ ຊີວິດຄົນເຮົາກໍມັກຈະຢູ່ກັບມືຖືສະມາດໂຟນຕະຫຼອດເວລາ ບໍ່ວ່າຈະເບິ່ງຮູບເງົາ, ຟັງເພງ, ຫຼິ້ນເກມ ຫຼື ຢາກຊອກຫາສິ່ງໃດ, ຂໍ້ມູນໃດ ກໍພຽງແຕ່ Search ຊອກຫາຢູ່ Google ກໍຈະໄດ້ຮູ້ທຸກຢ່າງທີ່ຢາກຮູ້ແລ້ວ….

ຫຼາຍໆພຶດຕິກຳຂອງຜູ້ບໍລິໂພກຍຸກນີ້ ຈຶ່ງແຕກຕ່າງຈາກແຕ່ກ່ອນເຊັ່ນ: ຜູ້ບໍລິໂພກຍຸກນີ້ຕ້ອງການເວົ້າ ແລະ ສື່ສານກັບຄົນຕະຫຼອດເວລາ, ມີຄວາມອົດທົນໃນການລໍຖ້າໜ້ອຍລົງ ຕ້ອງການທີ່ຈະເຂົ້າເຖິງຂໍ້ມູນ ແລະ ຜູ້ຄົນໄດ້ແບບທັນໃຈ, ຕ້ອງການຫຍັງທີ່ສາມາດເຂົ້າເຖິງໄດ້ງ່າຍ ແລະ ມີຄວາມສະດວກສະບາຍ ທີ່ສຳຄັນຜູ້ບໍລິໂພກຍຸກນີ້ຕ້ອງການເຊັກຂໍ້ມູນຕ່າງໆໃຫ້ໝັ້ນໃຈກ່ອນຕັດສິນໃຈຊື້.

ສະນັ້ນ, ຖ້າຜູ້ປະກອບການຈະແລ່ນຕາມພຶດຕິກຳລູກຄ້າໃນຍຸກສະມາດໂຟນໄດ້ທັນນັ້ນ ຈຳເປັນຕ້ອງມີເຄື່ອງມີທາງການຕະຫຼາດເຂົ້າມາຊ່ວຍວິເຄາະພຶດຕິກຳລູກຄ້າ ເພື່ອຈະໄດ້ວາງຍຸດທະສາດມັດໃຈຜູ້ບໍລິໂພກໄດ້ຖືກເປົ້າ ແລະ Google My Business  ນີ້ແຫຼະ ກໍຈະເປັນຕົວຊ່ວຍໜຶ່ງທີ່ຈະເຮັດໃຫ້ທ່ານເຂົ້າໃຈລູກຄ້າໄດ້ດີ.

ເຊິ່ງ Google My Business ນີ້ ເຮົາກໍສາມາດສະໝັກດ້ວຍຕົນເອງ, ໂດຍບໍ່ເສຍຄ່າສະໝັກໃດໆ ແລະ ເຮົາຍັງສາມາດໃສ່ແຜນທີ່ຮ້ານຂອງເຮົາໄດ້ອີກດ້ວຍຊ່ວຍໃຫ້ລູກຄ້າຊອກຫາຮ້ານເຮົາ ແລະ ໄປຫາຮ້ານຂອງເຮົາໄດ້ງ່າຍໆອີກດ້ວຍ.  ການທີ່ຮ້ານຄ້າ ຫຼື ທຸລະກິດຂອງເຮົາມີຢູ່  Google My Business ຈະມີດີຫຼາຍກວ່າພຽງແຕ່ຊ່ວຍໃຫ້ຮ້ານເຮົາມີຕົວຕົນໃນອອນໄລ໌.

ຜ່ານມາຜູ້ປະກອບ SME ອາດຈະເຂົ້າໃຈວ່າ  Google My Business ເປັນພຽງການປັກມຸດຮ້ານເຮົາໃນ Google Map  ເພື່ອນຳພາທຸລະກິດໄປຢູ່ໃນອອນໄລ໌ ເຮັດໃຫ້ລູກຄ້າຄົ້ນຫາ ແລະ ສາມາດເຂົ້າເຖິງທຸລະກິດໄດ້ງ່າຍເທົ່ານັ້ນ ແຕ່ຄວາມຈິງແລ້ວ ພາຍໃຕ້ Google My Business ຍັງມີລະບົບພາຍໃນທີ່ມີ Feature ຕ່າງໆ ທີ່ຈະເຮັດໃຫ້ຮ້ານຄ້າເຂົ້າໃຈພຶດຕິກຳ ແລະ ຄວາມຕ້ອງການຂອງລູກຄ້າຫຼາຍຂຶ້ນ ສາມາດນຳໄປໃຊ້ປະໂຫຍດໃນການເຮັດການຕະຫຼາດໄດ້ນຳ ບໍ່ວ່າຈະເປັນ

Search Volume ລະບົບການບອກຈຳນວນການ ຄົ້ນຫາ ທີ່ລູກຄ້າເຫັນຮ້ານຂອງທ່ານ ດ້ວຍການຄົ້ນຫາຊື່ຮ້ານໂດຍກົງ.

Search Keywords ລະບົບການບອກຈຳນວນຄຳທີ່ຄົນນິຍົມໃຊ້ຄົ້ນຫາຮ້ານ ຫຼື ທຸລະກິດຂອງທ່ານ, ໂດຍການຄົ້ນຫາຄຳທີ່ຢູ່ໃນໝວດໝູ່ຮ້ານດຽວກັນກັບຮ້ານທ່ານ, ລວມໄປເຖິງການຄົ້ນຫາຊື່ແບຣນທີ່ກ່ຽວຂ້ອງ.

Navigation Location ລະບົບບອກປະລິມານຂໍເສັ້ນທາງໃນການມາຮ້ານຂອງທ່ານ ດ້ວຍການໃຊ້ Google Maps ນຳທາງ ໂດຍຈະລຽງລຳດັບຕາມພື້ນທີ່ທີມີຄົນຂໍເສັ້ນທາງຫຼາຍທີ່ສຸດ.

Customer Actions ລະບົບທີ່ຈະເບິ່ງຂໍ້ມູນການດຳເນີນການຂອງລູກຄ້າໄດ້ວ່າ ລູກຄ້າຄຼິກເຂົ້າຊົມເວັບໄຊຈັກຄັ້ງ, ກົດໂທຫາຮ້ານຂອງທ່ານຈັກຄັ້ງ ຫຼື ຄຼິກຂໍເສັ້ນທາງເພື່ອໃຫ້ Google Maps ນຳທາງມາຮ້ານຈັກຄັ້ງ ແລະ ມາຈາກເຂດໃດ.

Customer Survey ລະບົບບອກຄະແນນຄວາມໂດດເດັ່ນໃນດ້ານຕ່າງໆຂອງຮ້ານເຊັ່ນ: ບັນຍາກາດ, ເໝາະແກ່ການມາເປັນກຸ່ມ, ມີອາຫານສຸຂະພາບ ແລະອື່ນໆ.

Feature ທັງໝົດນີ້ ໃນລະບົບຂອງ Google My Business ຈະເຮັດໃຫ້ຜູ້ປະກອບການເຫັນຂໍ້ມູນພຶດຕິກຳຂອງລູກຄ້າແບບລະອຽດ ແລະ ເມື່ອນຳເອົາຂໍ້ມູນເຫຼົ່ານີ້ໄປວາງແຜນການຂາຍ ຫຼື ປັບຍຸດທະສາດການຕະຫຼາດໃຫມ່ ກໍຈະເຮັດໃຫ້ວາງແຜນຖືກຈຸດ ບໍ່ຜິດພາດ ທີ່ສຳຄັນຖືກກັບຄວາມຕ້ອງການຂອງລູກຄ້າ ບອກເລີຍວ່າ Features ດີໆແບບນີ້ມີໃຫ້ໃຊ້ຟຣີໆ ພຽງແຕ່ທ່ານ Search ຄຳວ່າ Google My Business ໃນ Google ເທົ່ານັ້ນ ແລ້ວເຂົ້າມາສະໝັກຕາມຂັ້ນຕອນຕ່າງໄດ້ເລີຍ. (ຫຼືສາມາດຊອກວິທີສະໝັກໄດ້ຢູ່ Google ໄດ້ເລີຍຈະ…)

ງ່າຍໆເທົ່ານີ້, ທ່ານກໍຈະສາມາດມີຕົວຊ່ວຍເອົາໄວ້ຕອບໂຈດລູກຄ້າຍຸກສະມາດໂຟນໄດ້ແລ້ວ ຍຸກນີ້ ເຮົາຕ້ອງນຳໃຫ້ທັນເຕັກໂນໂລຊີໃຫມ່ໆໃຫ້ໄດ້.

by SME Thailand     www.smethailandclub.com

Comments