CSR Profile ແມ່ນຫຍັງ? ຈະຊ່ວຍໃຫ້ SME ໂດດເດັ່ນໃນສັງຄົມແນວໃດ? (ອ່ານເລີຍ!!!)

ໃນທຸລະກິດບໍ່ວ່າຈະໃຫຍ່ ຫຼື ເປັນ SMEs (ທຸລະກິດຂະໜາດນ້ອຍ ແລະ ກາງ) ສິ່ງສຳຄັນ 2 ຢ່າງທີ່ທຸກອົງກອນຕ້ອງມີຄື: Product Catalogue ແລະ Company Profile ເພື່ອນຳສະເໜີໃຫ້ລູກຄ້າກຸ່ມເປົ້າໝາຍ ເພື່ອສ້າງທຸລະກິດເປັນໄປຕາມຕັ້ງເປົ້າໝາຍໄວ້.

ໜ້າທີ່ຂອງ Product Catalogue ມີຈຸດປະສົງເພື່ອເຮັດໃຫ້ຄົນຮູ້ວ່າ ຂາຍສິ່ງໃດ (what)  ຜະລິດຕະພັນຂອງເຮົາຊ່ວຍແກ້ໄຂບັນຫາຫຍັງ ຫຼື ໃຊ້ແລ້ວຈະໄດ້ປະໂຫຍດຫຍັງ ພ້ອມສັບພະຄຸນຂອງ ສິນຄ້າ ແລະ ການບໍລິການຂອງເຮົາມີດີ ແລະ ໂດດເດັ່ນກວ່າສິນຄ້າອື່ນແບບໃດ?.

ສ່ວນໜ້າທີ່ຂອງ Company Profile  ມີຈຸດປະສົງເພື່ອເຮັດໃຫ້ຄົນ ຫຼືວ່າ ລູກຄ້າ ເຊື່ອໝັ້ນວ່າ ເປັນຫຍັງ (Why) ຕ້ອງຊື້ຈາກເຮົາ, ອົງກອນຂອງທ່ານນ່າເຊື່ອຖື ແລະ ໝັ້ນຄົງແບບໃດ ມີເຄືອຂ່າຍການໃຫ້ບໍລິການກວ້າງຂວາງຊໍາໃດ ແລະ ເມື່ອເປັນລູກຄ້າແລ້ວ ຈະໄວ້ໃຈໄດ້ຊໍາໃດ.

ແຕ່ໃນມື້ນີ້ ລູກຄ້າ ແລະ ກຸ່ມເປົ້າໝາຍ ບໍ່ໄດ້ຄຳນຶງເຖິງພຽງຄຸນຄ່າຂອງຜະລິດຕະພັນ ຫຼື ສິ່ງທີ່ອົງກອນມອບໃຫ້ເທົ່ານັ້ນ, ແຕ່ຍັງມີການພິຈາລະນາຍິ່ງໄປອີກວ່ານັ້ນຄື ຜະລິດຕະພັນທີ່ຕົນເອງໃຊ້ ຫຼື ອົງກອນທີ່ຕົນເປັນລູກຄ້າ ໄດ້ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສັງຄົມແນວໃດ? ນັ້ນກໍຄື  CSR=Corporate Social Responsibility   ໝາຍເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຂອງອົງກອນ ທີ່ຈະນຳໄປສູ່ການພັດທະນາແບບຢັງຍືນຂອງສັງຄົມ

ຕາມຄວາມຕ້ອງການ ຫຼື ຂໍ້ມູນທີ່ເຮັດໃຫ້ຄົນເຊື່ອໝັ້ນໃນຜະລິດຕະພັນ ແລະ ອົງກອນໃນມູມມອງຂອງການສະແດງ ເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຈຶ່ງເກີດຂຶ້ນ ຂໍ້ມູນເຫຼົ່ານີ້ມັກຈະເຮັດຂຶ້ນໃນຮູບແບບຂອງການລາຍງານທີ່ເອີ້ນວ່າ: Sustainability Report ຫຼື CSR ReportSR Report ແລະ ມັກຈະມີໃຫ້ເຫັນແຕ່ສະເພາະອົງກອນທຸລະກິດຂະໜາດໃຫຍ່ ໂດຍປັດຈຸບັນມີກິດຈະການຢູ່ຫຼາຍພັນແຫ່ງທົ່ວໂລກທີດຳເນີນການລາຍງານນີ້.

ທຸລະກິດ SME ກໍສາມາດຈະມີຂໍ້ມູນ ຫຼື ເຮັດສິ່ງນີ້ໄດ້ ພຽງແຕ່ເຮົາຍັງບໍ່ຄ່ອຍເຫັນ SME ສ່ວນຫຼາຍໃຫ້ຄວາມສົນໃຈໃນເລື່ອງນີ້ ສາເຫດຫຼັກກໍເປັນເພາະຂາດແຮງຈູງໃຈ ຫຼື ບໍ່ເຫັນ  Benefit ຜົນປະໂຫຍດທີ່ຈະໄດ້ຮັບຫຼາຍເທົ່າທີ່ຄວນ ເມື່ອທຽບກັບເວລາ ແລະ ຊັບພະຍາກອນທີ່ຕ້ອງໃຊ້ທີ່ມີຈຳນວນກຳຈັດ.

ແຕ່ກໍຍັງມີ  SME ຫຼາຍບໍລິສັດ ທີ່ສາມາດພິສູດໃຫ້ເຫັນເຖິງປະໂຫຍດທາງທຸລະກິດ ຕໍ່ການເຜີຍແຜ່ຂໍ້ມູນຄວາມຮັບຜິດຊອບຕໍ່ສັງຄົມຂອງກິດຈະການທີ່ຕົນເອງເຮັດຢູ່ ປັດຈຸບັນກໍມີຫຼາຍແບຣນເສື້ອຜ້າແຟຊັນ ໄດ້ນຳເທຣນນີ້ມາປັບໃຊ້ຄື ຫຼຸດການໃຊ້ຖົງຢາງພາສສະຕິກ ຫັນມາໃຊ້ຖົງຜ້າແທນ ແລະ ກໍມີຫຼາຍບໍລິສັດມັກເຮັດວີເວັນເພື່ອລະດົມທຶດນຊ່ວຍເຫຼືອສັງຄົມເປັນຕົ້ນ…. ພຽງແຕ່ບໍ່ໄດ້ເຮັດໃນຮູບແບບທີ່ເປັນທາງການ ຄືກັບລາຍງານແຫ່ງຄວາມຢືນຍົງໃນອົງກອນຂະໜາດໃຫຍ່ ແຕ່ເຮົາສາມາດເອີ້ນໄດ້ວ່າເປັນການເຜີຍແຜ່ ຂໍ້ມູນເດັ່ນທາງ  CSR ຫຼື CSR Profile ເພື່ອຕອບໂຈດທາງທຸລະກິດ ແລະ ສັງຄົມໄປພ້ອມໆກັນ.

CSR Profile ຈຶ່ງມີໜ້າທີ່ໃນການເຮັດໃຫ້ຄົນຮູ້ວ່າ ຜະລິດຕະພັນ ແລະ ອົງກອນ ທີ່ໃຊ້ບໍລິການຢູ່ນັ້ນ ບໍ່ໄດ້ສ້າງສິ່ງທີ່ເປັນດ້ານລົບ ໃຫ້ແກ່ສັງຄົມ ລວມທັງສິ່ງແວດລ້ອມ.

ເມື່ອພິຈາລະນາທຽບກັບ Product Catalogue ເຊິ່ງມີຂໍ້ມູນທີ່ກ່ຽວກັບຜະລິດຕະພັນ (ສິນຄ້າ ແລະ ການບໍລິການ) ເປັນຫຼັກ ຫຼື ໃນ Company Profile ທີ່ມີຂໍ້ມູນກ່ຽວກັບບໍລິສັດ ແລະ ສາຍຜະລິດໃນພາບລວມ, ເນື້ອຫາໃນເອກະສານປະເພດ  CSR Profileຈະໃຫ້ຂໍ້ມູນ ກ່ຽວກັບຜົນດີ ຫຼື ຜົນກະທົບໃນເຊິງບວກຂອງຜະລິດພັນ ແລະ ອົງກອນທີ່ມີຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ລວມທັງການແກ້ໄຂ (ຫຼືຄຳໝັ້ນສັນຍາວ່າຈະແກ້ໄຂ) ຜົນເສຍ ຫຼື ຜົນກະທົບໃນເຊິງລົບທີ່ຜ່ານມາຂອງກິດຈະການ.

ໃນທາງປະຕິບັດ ເຮົາອາດຈະລວມຂໍ້ມູນໃນ CSR Profile ໄວ້ໃນເອກະສານ Product Catalogue ຫຼື Company Profile ໄດ້ ແຕ່ເນື່ອງຈາກກະແສເລື່ອງຄວາມຮັບຜິດຊອບຕໍ່ສັງຄົມໃນທຸກມື້ນີ້ ໄດ້ຮັບຄວາມສົນໃຈຈາກສັງຄົມ ແລະ ຜູ້ບໍລິໂພກກໍມີຄວາມຕື່ນຕົວຫຼາຍ ການເນັ້ນໃຫ້ຄວາມສຳຄັນກັບຂໍ້ມູນນີ້ ດ້ວຍການແຍກເປັນເອກະສານ CSR Profile ຈຶ່ງເປັນເລື່ອງທີ່ຫຼາຍອົງກອນດຳເນີນການເພື່ອຕອບສະໜອງຕໍ່ກະແສ CSR

CSR Profile ຈຶ່ງສາມາດພັດທະນາມາເປັນຄູ່ມືທາງທຸລະກິດທີ່ມີຄຸນຄ່າຂອງກິດຈະການ ທີ່ເຮັດໃຫ້ຄູ່ຄ້າ/ລູກຄ້າ ຮູ້ວ່າອົງກອນຂອງເຮົາມີຄວາມຮັບຜິດຊອບຕໍ່ສັງຄົມ, ສາມາດສ້າງເປັນຈຸດຂາຍ ແລະ ການຕໍ່ຍອດທຸລະກິດ, ດ້ວຍການຄົ້ນຫາຈຸດເດັນຂອງຜະລິດຕະພັນໃນແບບ CSR ການປັບປຸງຈຸດດ້ອຍຂອງຜະລິດຕະພັນໃຫ້ເປັນໂອກາດທາງ CSR  ແລະ ການຄົ້ນຫາຕະຫຼາດໃຫມ່ຈາກການສຳຫຼວດຄວາມຄາດຫວັງຂອງຜູ້ມີສ່ວນໄດ້ສ່ວນເສຍ.

ຂໍ້ມູນຈາກ: www.smartsme.co.th

Comments