Bill Gates ສະເໜີໃຫ້ເກັບພາສີຫຸ່ນຍົນແພງຂຶ້ນ ເພື່ອປ້ອງກັນຄົນຕົກວຽກເພີ່ມ….

ດັ່ງທີ່ເຮົາພໍຮູ້ແລ້ວວ່າ ໃນອະນາຄົດອັນໃກ້ໆນີ້ ຫຸ່ນຍົນ ກຳລັງຈະເຂົ້າມາມີບົດບາດແທນທີ່ການເຮັດວຽກຂອງຄົນ. ຖ້າວ່າ ຫຸ່ນຍົນສາມາດເຮັດວຽກໄດ້ມີປະສິດທິພາບ ຫຼາຍກວ່າຄົນ ຮອດຕອນນັ້ນແລ້ວ ບໍລິສັດຈຳນວນຫຼາຍ ຍັງຈະຕ້ອງການຄົນມາເຮັດວຽກນຳອີກບໍ່?

ບັນຫານີ້, ກຳລັງເປັນກະແສທີ່ຖືກເວົ້າຫຼາຍທີ່ສຸດໃນປັດຈຸບັນ ໃນທົ່ວໂລກ ເພາະວ່າໄລຍະເວລາທີ່ຜ່ານມາ ແຕ່ລະບໍລິສັດໄດ້ເລີ່ມມີການຫຼຸດຈຳນວນພະນັກງານລົງເປັນທີ່ຮຽບຮ້ອຍແລ້ວ.

Bill Gates ມະຫາເສດຖີອັນດັບໜຶ່ງຂອງໂລກ ໄດ້ໃຫ້ຄວາມເຫັນກ່ຽວກັບເລື່ອງນີ້ວ່າ:  ສຳລັບຄວາມຄິດທີ່ຈະນຳຫຸ່ນຍົນມາຊ່ວຍເຮັດວຽກນັ້ນເປັນເລື່ອງດີ ເພາະຈະບໍ່ໄດ້ໃຫ້ຄົນໄປເສຍເວລາກັບສິ່ງທີ່ບໍ່ຈຳເປັນ ແລະ ມີເວລາໃນການເຮັດສິ່ງອື່ນໆໄດ້ເພີ່ມຂຶ້ນ.  ນອກຈາກນີ້,  Bill Gates  ກໍຍັງບໍ່ເຫັນດີກັບການທີ່ ໂລກຍັງຈະສະລໍການພັດທະນາຫຸ່ນຍົນ ທີ່່ໄດ້ຊ່ວຍກັນພັດທະນາຂຶ້ນມາຈົນທຸກມື້ນີ້, ເຖິງແມ່ນວ່າຫຸ່ນຍົນກຳລັງເຂົ້າມາຍາດວຽກຂອງຄົນ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ຫຸ່ນຍົນຈະເຂົ້າມາເຮັດໃຫ້ຄົນບໍ່ມີວຽກໄດ້.

ໃນເມື່ອທຸກມື້ນີ້ເຮົາມີການເກັບພາສີ  ຈາກສ່ວນຂອງການລົງທຶນ ແລະ ສ່ວນຂອງແຮງງານ ຢູ່ແລ້ວ, ໃນອະນາຄົດຈະບໍ່ມີໃຜຫ້າມຊື້ຫຸ່ນຍົນສຳລັບໃຊ້ການຜະລິດສິນຄ້າໄດ້ ຫຼື ເວົ້າງ່າຍໆກໍຄື ຖ້າບໍລິສັດໃດຢາກຊື້ຫຸ່ນຍົນເຂົ້າມາເຮັດວຽກແທນຄົນກໍສາມາດເຮັດໄດ້ ແຕ່ພາສີແຮງງານຫຸ່ນຍົນແມ່ນຈະມີລາຄາແພງກວ່າແຮງງານຄົນ.

ສະນັ້ນ, ລະບົບພາສີ ຈະຊ່ວຍກົດດັນໃຫ້ບໍລິສັດຢາກຈ້າງຄົນເພີ່ມຂຶ້ນຫຼາຍກວ່າ ເຊິ່ງລະບົບພາສີໃນຕອນນີ້, ກຳລັງຢູ່ໃນທິດທາງທີ່ກົງກັນຂ້າມກັບແນວຄວາມຄິດນີ້ຂອງ Bill Gates ຢ່າງຊັດເຈນ.  ແຕ່ ຖ້າແນວຄວາມຄິດຂອງ Bill Gates ນີ້ ໄດ້ຖືກນຳໄປໃຊ້ກໍອາດຈະເປັນເລື່ອງດີສຳລັບຄົນເຮັດວຽກ. ແຕ່ເລື່ອງນີ້ ອາດຈະບໍ່ຖືກໃຈກັບຜູ້ປະກອບການ ເພາະວ່າອາດຈະເຮັດໃຫ້ກຳໄລຫຼຸດລົງ ຈາກນະໂຍບາຍພາສີທີ່ເປັນຢູ່ ສຸດທ້າຍແລ້ວ ພາສີຫຸ່ນຍົນ ຈະເກີດຂຶ້ນໄດ້ ຫຼື ບໍ່ໃນອະນາຄົດ ເລື່ອງນີ້ເຮົາກໍອາດຕ້ອງໄດ້ຕິດຕາມກັນຕໍ່ໄປ
ການທີ່ເຮົາຍັງລໍຖ້າການປ່ຽນແປງທີ່ບໍ່ແນ່ນອນນັ້ນ ຈະດີກວ່າບໍ່ ຖ້າມື້ນີ້ເຮົາເລີ່ມພັດທະນາຕົວເອງເພື່ອທີ່ຈະບໍ່ໃຫ້ເປັນໜຶ່ງໃນຄົນທີ່ຈະຕ້ອງຖືກຫຸ່ນມາເຮັດວຽກແທນໄດ້.

ທີ່ມາ: Market Think
Ref Asian Nikkei Review, tass

Comments