ການເລືອກຕະຫຼາດສະເພາະກຸ່ມ ຈະຊ່ວຍສ້າງຄຸນຄ່າໃຫ້ແບຣນ

Niche Market  ຫຼື ຕະຫຼາດເພາະເຈາະຈົງກຸ່ມເປົ້າໝາຍ ຈະສາມາດສ້າງຄຸນຄ່າໃຫ້ແບຣນໄດ້ແບບໃດ?

ສິ່ງທີ່ນັກການຕະຫຼາດທົ່ວໄປຕ້ອງການຄື ເປັນທຸກໆຢ່າງສຳລັບທຸກໆຄົນໃຫ້ໄດ້ ແຕ່ໃນຄວາມເປັນຈິງແລ້ວ ຖ້າເຮົາສາມາດເລືອກເຮັດໃນສິ່ງທີ່ແຕກຕ່າງອອກໄປ ໂດຍຕັ້ງເປົ້າໝາຍສົນໃຈແຕ່ກຸ່ມໆລູກຄ້າດຽວ ແມ່ນຈະດີກວ່າສຳລັບທຸລະກິດ ຫຼື ແບຣນ ເຊິ່ງການເຮັດໃຫ້ຕົວເຮົາແຕກຕ່າງນັ້ນ ສາມາດເຮັດໄດ້ດ້ວຍການຫາ Content ຫຼື ເນື້ອຫາ ແລະ ສິນຄ້າທີ່ເໝາະກັບຕະຫຼາດສະເພາະກຸ່ມເທົ່ານັ້ນ.

ຄວາມຊ່ຽວຊານສະເພາະດ້ານສຳຄັນແບບໃດ?

ຄືກັບ Blogger ທີ່ຈະພະຍາຍາມສະແດງຕົວຕົນໃນຕະຫຼາດ ເພື່ອສະແດງເຖິງການຂຽນໃນເລື່ອງທີ່ຕົວເອງມີຄວາມຊ່ຽວຊານ ຫຼື ສົນໃຈພິເສດ ນີ້ກໍຄືເປັນການສ້າງຄວາມສຳພັນຜ່ານ Content ແນ່ນອນວ່າຜູ້ອ່ານກໍຈະໄດ້ຮັບປະໂຫຍດຈາກປະສົບການ ແລະ ຂໍ້ມູນທີ່ທ່ານມີ.  ແຕ່ຖ້າທ່ານບໍ່ມີ Content ທີ່ສາມາດສະເໜີເຖິງຄວາມຊ່ຽວຊານສະເພາະດ້ານໃດດ້ານໜຶ່ງ ກໍຄືກັບການທ່ານບໍ່ໄດ້ນຳສະເໜີສິ່ງໃດເລີຍ. 

ດັງນັ້ນ, ຜູ້ຂຽນເອງກໍຕ້ອງຄົ້ນຄວ້າ ແລະ ພະຍາຍາມຕັ້ງຄຳຖາມກ່ຽວກັບສິ່ງທີ່ທ່ານບໍ່ຮູ້ໃຫ້ຫຼາຍຂຶ້ນເຊັ່ນ: ຖ້າທ່ານສົນໃຈ ແລະ ມີຄວາມມັກໃນເລື່ອງອາຫານ ທ່ານຈະສາມາດຂຽນເລື່ອງ ແລະ ລຳດັບຄວາມຄິດກ່ຽວກັບອາຫານໄດ້ຢ່າງງ່າຍດາຍ.

ແຕ່ຖ້າທ່ານຕ້ອງການຂຽນ  Content ກ່ຽວກັບລົດ ເພາະວ່າທ່ານ ຕ້ອງການເປັນ Partner ໃນອະນາຄົດກັບບໍລິສັດລົດ. ແຕ່ໃນຄວາມຈິງແລ້ວທ່ານນັ້ນກໍບໍ່ຮູ້ຫຍັງກ່ຽວກັບລົດເລີຍ ແລ້ວຜູ້ອື່ນໆທີ່ຕິດຕາມຈະໄດ້ຫຍັງຈາກເຮົາ. ສຸດທ້າຍແລ້ວ ຜູ້ຕິດຕາມອ່ານກໍຈະຮູ້ສຶກເສຍອາລົມອ່ານ Content  ທີ່ບໍ່ໄດ້ບອກຫຍັງເລີຍ, ທ່ານເຄີຍຮູ້ສຶກບໍ່ວ່າ ເມືອຄິຼກເຂົ້າໄປອ່ານເນື້ອໃນແລ້ວ ແຕ່ບໍ່ມີຫຍັງເປັນຕານຳເອົາມານຳໃຊ້ໄດ້ເລີຍ ແລະ  ບໍ່ນ່າຈະເສຍເວລາເຂົ້າມາອ່ານເລີຍ ຫຼາຍໆທ່ານອາດເຂົ້າໃຈຄວາມຮູ້ສຶກນີ້.

ຄວາມຊ່ຽວຊານບໍ່ໄດ້ເປັນເລື່ອງຍາກສຳລັບໃນອົງກອນ.

ຄວາມຊ່ຽວຊານສິ່ງໃດສິ່ງນັ້ນຈະໄດ້ຜົນຮັບທີ່ດີກວ່າແນ່ນອນ ບໍ່ວ່າຈະໃນອົງກອນຫຼືເປັນໜ່ວຍງານກໍຕາມ, ທ່ານຈະຕ້ອງຮູ້ກ່ຽວກັບແບຣນ ແລະ ຜະລິດຕະພັນຂອງທ່ານດີກວ່າໃຜໆ ແລະ ຮູ້ວ່າລູກຄ້າຈະຖາມຫຍັງ ແລະ ເຮົາກໍມີຄຳຕອບຢູ່ແລ້ວ ທ່ານຄວນຈະສາມາດສ້າງເນື້ອຫາທີ່ດີ ເພື່ອຕອບຄຳຖາມເຫຼົ່ານີ້ໄດ້ ເມື່ອທ່ານຮູ້ເຖິງສິ່ງທີ່ທ່ານກຳລັງເຮັດ ໄດ້ດີແລ້ວ ທ່ານຈະສາມາດກຳນົດຮູບແບບເນື້ອຫາທີ່ທ່ານຄວນໃຊ້ ວິທີການຕ່າງໆໃນການປັບປຸງເນື້ອຫາໃຫມ່ໆ ແລະ ສ້າງອົງປະກອບທີ່ສະໜັບສະໜູນເຊິ່ງກັນ ແລະ ກັນໄດ້ງ່າຍຂຶ້ນ.

ຖ້າໜ່ວຍງານຊ່ຽວຊານ ພຽງແຕ່ໃນດ້ານດຽວ ໂດຍມຸ່ງເນັ້ນເລື່ອງໃດໜຶ່ງເປັນປະຈຳ ນັ້ນກໍຈະເຮັດໃຫ້ເຫັນວ່າໄດ້ເລືອກຕະຫຼາດສະເພາະກຸ່ມແລ້ວ ສະນັ້ນ, ຈຶ່ງເປັນຜູ້ຊ່ຽວຊານໃນເລື່ອງນັ້ນເປັນພິເສດ. ໃນທາງກົງກັນຂ້າມຖ້າທ່ານຢູ່ກັບໜ່ວຍງານທີ່ບໍ່ໄດ້ມີຄວາມຊ່ຽວຊານສະເພາະຫຼືບໍ່ມີການເລືອກຕະຫຼາດສະເພາະກຸ່ມ ທ່ານສາມາດເລືອກ ແລະ ສ້າງຄວາມຊ່ຽວຊານເອງໄດ້ ບໍ່ວ່າຈະຢູ່ໃນສະພາບແວດລ້ອມທີ່ມີລູກຄ້າຫຼາຍແບບ ມັນອາດບໍ່ແມ່ນທັງໝົດໃນວຽກງານຂອງທ່ານ ແຕ່ທ່ານສາມາດສ້າງພື້ນທີ່ ທີ່ທ່ານຊ່ຽວຊານຂຶ້ນມາໄດ້.

ການເລືອກຕະຫຼາດສະເພາະກຸ່ມ

ສິ່ງໃດກໍຕາມທີ່ທ່ານຫຼົງໄຫຼທີ່ສຸດ ສິ່ງໃດກໍໄດ້ທີ່ທ່ານກຳລັງອ່ານ ຫຼື ຢາກຈະຮຽນຮູ້ເພີ່ມຕື່ມກ່ຽວກັບສິ່ງນັ້ນທຸກໆມື້ ສິ່ງນັ້ນຄືຄວາມເປັນສະເພາະທີ່ສົມບູນແບບສຳລັບທ່ານ ເຊື່ອບໍ່ວ່າ ທ່ານຈະຮູ້ເອງວ່າສິ່ງໃດເຮັດແລ້ວໄດ້ຮັບຜົນຕອບຮັບທີ່ດີ ແລະ ແມ່ນຫຍັງທີ່ຈະບໍ່ປະສົບຄວາມສຳເລັດ, ທ່ານຈະຮູ້ວ່າເຮົາຄວາມເຮັດແບບໃດ ໃຫ້ລູກຄ້າເກີດການມີສ່ວນຮ່ວມ ແລະ ສຳພັນທີ່ດີຂຶ້ນກັບເຮົາ.

ການເລືອກຄວາມສະເພາະກຸ່ມ ຈະຊ່ວຍໃຫ້ທ່ານໂດດເດັ່ນແບບໃດ?

ຖ້າທ່ານສາມາດສະແດງໃຫ້ລູກຄ້າເຫັນເຖິງຄວາມຮູ້ ແລະ ຄວາມຫຼົງໄຫຼໃນສິ່ງໃດໜຶ່ງເປັນພິເສດແລ້ວ ລູກຄ້າຈະເບິ່ງທ່ານວ່າ ເປັນຜູ້ຊ່ຽວຊານ ແລະ ຈະໄວ້ວາງໃຈໃນຄຳແນະນຳຂອງທ່ານ ການຊ່ຽວຊານໃນດ້ານໃດດ້ານໜຶ່ງນັ້ນ, ທ່ານສາມາດຂະຫຍາຍຄວາມຮູ້ໄດ້ເລື້ອຍໆ ແລະ ໃນທີ່ສຸດມັນກໍຈະສາມາດໃຫ້ Value ຫຼື ຄຸນຄ່າ ໃກ້ກັບທ່ານ, ຫົວໜ້າ ແລະ ລູກຄ້າຂອງທ່ານຫຼາຍຂຶ້ນອີກ.

ທີ່ມາ: Source marketingland.com

Comments