ນໍ້າປະປາ ຫຼາຍເຂດໃນນະຄອນຫຼວງວິກິດຫຼາຍວັນຕິດຕໍ່ ຍ້ອນນໍ້າງື່ມບົກແຫ້ງ

2-3 ມື້ຫຼັງມານີ້, ໄດ້ເຫັນຫຼາຍຄົນ ຫຼາຍເຂດໃນນະຄອນຫຼວງວຽງຈັນເຊັ່ນ: ເຂດໂຮງຫມໍ 150 ຕຽງ, ໜອງທາ, ໜອງບອນ, ໜອງໜໜຽງ, ໂພນເຄັ່ງ…ແລະ ຍັງມີເຂດອື່ນໆອີກ. ໂພສລົງສື່ສັງຄົມອອນລາຍເລື່ອງນໍ້າປະປາບໍ່ມາ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການໃຊ້ຊີວິດປະຈຳຫຼາຍພໍສົມຄວນ. ເຊິ່ງເປັນຍ້ອນສາເຫດອັນໃດທີ່ເຮັດໃຫນໍ້າປະປາໄລຍະນີ້ຈຶ່ງບໍ່ມາປົກກະຕິດັ່ງນັ້ນ, ທາງ ນໍ້າປະປານະຄອນຫຼວງ ຈຶ່ງໄດ້ອອກມາຊີ້ແຈງດັ່ງນີ້:

ທ່ານ ນາງ ເພື່ອນແສງ ໄຊນາຄໍາ ຮອງຜູ້ອໍານວຍການລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ຫຼາຍເຂດ ຢູ່ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນ ເຂດເມືອງ ໄຊທານີ, ໄຊເສດຖາ ຈັນທະບູລີ ໄດ້ຮັບຜົນກະທົບຈາກນໍ້າ ປະປາບໍ່ມາ ຫຼື ມາກໍບໍ່ພຽງພໍ, ພາຍຫຼັງ ໂຮງງານຜະລິດນໍ້າປະປາດົງໝາກຄາຍ ບໍ່ສາມາດຜະລິດນໍ້າປະປາໄດ້ ຍ້ອນສະພາບນໍ້າ ງື່ມແຫ້ງຜິດປົກກະຕິ, ຊຶ່ງເລີ່ມແຕ່ວັນທີ 20 ຕຸລາ ເປັນຕົ້ນມາ ແລະ ປັດຈຸບັນພວມເລັ່ງແກ້ໄຂດ້ວຍການຕິດຕັ້ງຈັກສູບນໍ້າເພີ່ມໃນ ປະລິມານ 20 ພັນແມັດກ້ອນຕໍ່ມື້, ເພື່ອໃຫ້ສະໜອງນໍ້າເປັນປົກກະຕິ.

ຮອງຜູ້ອໍານວຍການລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ສະພາບນໍ້າງື່ມໄດ້ບົກແຫ້ງລົງຜິດ ປົກກະຕິ ແລະ ຫຼຸດຈາກ ປາກທໍ່ດູດນໍ້າ, ຈົນເຮັດໃຫ້ໂຮງງານນໍ້າປະປາທ່າງ່ອນ ບ້ານ ພູຄໍາ ເມືອງໄຊທານີ ບໍ່ສາມາດສູບນໍ້າຂຶ້ນມາ ຜະລິດໄດ້ ແລະ ສົ່ງຕໍ່ໃຫ້ ໂຮງງານ ນໍ້າປະປາດົງໝາກຄາຍທີ່ມີກໍາລັງການຜະລິດນໍ້າແຕ່ລະມື້ຫຼາຍກ່ວາ 80 ພັນແມັດກ້ອນ, ກໍບໍ່ສາມາດຜະລິດໄດ້ຈຶ່ງເຮັດໃຫ້ສັງຄົມໄດ້ຮັບຜົນກະທົບ ຕໍ່ສະພາບດັ່ງກ່າວ, ກໍໄດ້ເລັ່ງແກ້ໄຂໃຫ້ທ່ວງທັນແລະ ຄາດວ່າ ຈະຕິດຕັ້ງ ຈັກສູບນໍ້າໃຫ້ສໍາເລັດພາຍໃນ 3 ວັນຂ້າງໜ້ານີ້, ເພື່ອຮັບປະກັນໃນການຊົມໃຊ້ນໍ້າທົ່ວເຖິງ ແລະ ພຽງພໍ

 

ແລະ ໃນວັນທີ 22 ຕຸລາ ນີ້, ຄະນະອໍານວຍການລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມສະພາບນໍ້າງື່ມ ຢູ່ໂຮງງານນໍ້າປະປາທ່າງ່ອນ, ໄດ້ຕີລາຄາວ່າ: ສະພາບນໍ້າງື່ມແຫ້ງເທື່ອນີ້ ເກີດຈາກໄພທໍາມະຊາດຄື ສະພາບຝົນຕົກຂາດໄລຍະ ່ ແລະ ປັດຈຸບັນ ການຊົມໃຊ້ນໍ້າປະປາ ຢູ່ນະຄອນຫຼວງວຽງຈັນ ມີຫຼາຍກ່ວາ 2 ແສນແມັດກ້ອນຕໍ່ມື້, ຊຶ່ງໂຮງງານຜະລິດນໍ້າປະປາ ຢູ່ນະຄອນຫຼວງວຽງຈັນ ມີພຽງ 7 ແຫ່ງ, ພ້ອມນັ້ນ ຈັກສູບນໍ້າບາງໂຮງງານ ກໍເປ້ເພ ຈິ່ງເຮັດໃຫ້ການຜະລິດນໍ້າປະປາ ບໍ່ໄດ້ ທ່ວງທັນ, ຈຶ່ງຮຽກຮ້ອງໃຫ້ສັງຄົມ ໃຊ້ນໍ້າຢ່າງປະຫຍັດ, ພ້ອມທັງກະກຽມພາຊະນະເພື່ອໂຕ່ງນໍ້າໃຊ້ໃນໄລຍະນີ້.

Comments