ວັນທີ 25 ກັນຍາ 2019, ວິທະຍຸສາກົນ ແຫ່ງປະເທດຈີນ CRI ປະຈຳລາວ, ໄດ້ເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ພະລັງແຫ່ງການກ້າວເດີນ” ເພື່ອເປັນການສະເຫຼີມສະຫຼອງ ວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ ໃນວັນທີ 1 ຕຸລາ 2019 ທີ່ຈະມາເຖິງນີ້ (1949 ຫາ ປີ 2019) ແລະ ເປັນການສ້າງບັນຍາກາດ ປີທ່ອງທ່ຽວລາວຈີນ ປີ 2019 ໃຫ້ຄຶກຄື້ນ, ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ປິ່ນປາດໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບົວແກ້ວ ພູມວົງໄຊ ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ, ແຂກຖືກເຊີນເຂົ້າຮ່ວມຢ່າງຄຶກຄື້ນ.
ງານວາງສະແດງຮູບພາບ “ພະລັງແຫ່ງການກ້າວເດີນ” ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ແລະ ຈະໄດ້ເປີດໃຫ້ທຸກຄົນໄດ້ເຂົ້າຊົມຕັ້ງແຕ່ມື້ນີ້ຈົນຮອດວັນທີ 2 ເດືອນຕຸລາ, ເຊິ່ງເປີດໃຫ້ຊົມໂດຍບໍ່ເສຍຄ່າ.
ທ່ານ ນາງ ສຸດທິດາ ຫົວໜ້າ ວິທະຍຸຈີນສາກົນ ແຫ່ງປະເທດຈີນ CRI ປະຈໍາລາວ ກ່າວໃນງານເປີດງານວາງສະແດງນີ້ວ່າ: ວິທະຍຸ CRI ປະຈໍາລາວພູມໃຈສະເໜີ ງານວາງສະແດງຮູບພາບນີ້, ເພື່ອອວຍພອນໃຫ້ແກ່ວັນສະຖາປະນາປະເທດຊາດຂອງຕົນດ້ວຍການແລກປ່ຽນດ້ານວັດທະນະທໍາ, ການສົນທະນາດ້ານສິລະປະ ແລະຄວາມມີຫົວຄິດປະດິດສ້າງ. ຮູບພາບສາມາດໃຫ້ຄວາມໝາຍແທນລ້ານໆຄໍາເວົ້າໄດ້, ມັນບໍ່ພຽງແຕ່ເປັນການບັນທຶກໃຫ້ແກ່ຍຸກສະໄໝເທົ່ານັ້ນ, ແຕ່ຍັງສາມາດບົ່ງບອກຄວາມມີຊີວິດຊີວາ, ຈິນຕະນາການ ແລະຈິດສໍານຶກ.
ງານວາງສະແດງຮູບພາບໃນຄັ້ງນີ້ໄດ້ແບ່ງເປັນ 6 ຫົວຂໍ້ຄື: ສີສັນ color, ຍ້ອນຍຸກ The ancient color, ການກ້າວເດີນ leap, ແສງແລະເງົາ light&shadow, ການເຄື່ອນເໜັງ flow, ການດໍາລົງຊີວິດ living. ເຊິ່ງເປັນຫົວຂໍ້ແບບນາມປະທໍາ ແລະເປີດກວ້າງຈິນຕະນາການ, ເພື່ອສະແດງໃຫ້ເຫັນເຖິງການປ່ຽນແປງຂອງຈີນ, ໂດຍສະເພາະແມ່ນປະເທດຈີນໃນປັດຈຸບັນ.
ສອງຊາດລາວ-ຈີນເປັນປະເທດທີ່ມີສາຍນໍ້າພູຜາຕິດຈອດກັນ, ມີມິດຕະພາບທີ່ເປັນມູນເຊື້ອອັນຍາວນານ, ການຮ່ວມມືໃນຂົງເຂດຕ່າງໆນັບມື້ນັບແໜ້ນແຟ້ນກວ່າເກົ່າ. ສະນັ້ນ, ຮູບພາບຂອງງານຄັ້ງນີ້ແມ່ນການວາງສະແດງຜົນສໍາເລັດການຮ່ວມມືລາວຈີນເປັນພິເສດ. ນອກຈາກມີຜົນງານຂອງຊ່າງພາບຈີນແລ້ວ, ຍັງມີຜົນງານຂອງຊ່າງພາບລາວທີ່ດີເດັ່ນອີກດ້ວຍ, ເຊິ່ງທັງໝົດຈະສ່ອງແສງໃຫ້ເຫັນເຖິງປະເທດລາວ ແລະ ຈີນທີ່ສວຍງາມ. ຫວັງຢ່າງຍິ່ງວ່າໃນອະນາຄົດ, ປະຊາຊົນສອງປະເທດຈະເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ, ການໄປມາຫາສູ່ກັນແບບໄມຕີຈິດມິດຕະພາບ, ແລະ ເຊື່ອມໂຍງເຂົ້າກັນ