ຄະນະກໍາມະການເລືອກຕັ້ງລະດັບຊາດ ຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸສາມຄາດໝາຍ

ການກະກຽມດ້ານຕ່າງໆໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດ ທີ 2 ໃນຂອບເຂດທົ່ວປະເທດ ພວມດຳເນີນໄປຢ່າງເປັນຂະ ບວນຟົດຟື້ນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸຕາມລະດັບຄາດໝາຍ 3 ຮ້ອຍສ່ວນຮ້ອຍ ຄື: ຮັບປະກັນໃຫ້ຜູ້ໄປໃຊ້ສິດຮ້ອຍສ່ວນຮ້ອຍ, ບໍ່ໃຫ້ມີບັດຕາຍຮ້ອຍສ່ວນຮ້ອຍ ແລະ ໃຫ້ມີຄວາມສະຫງົບຮ້ອຍສ່ວນຮ້ອຍ.ທ່ານ ສົມພູ ດວງສະຫວັນ, ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂາ ນຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ໃຫ້ສຳພາດເມື່ອບໍ່ນານມານີ້ວ່າ: ມາຮອດປັດຈຸບັນ ອະນຸກຳມະການຕ່າງໆ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍ 5 ອານຸກໍາມະການ ເປັນຕົ້ນອານຸກໍາມະການເລຂານຸການ, ບຸກຄະລາກອນ ແລະໂຄງປະກອບ, ໂຄສະນາ ແລະ ຂະບວນການ, ງົບປະມານ ແລະ ອະນຸກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ພວມສຸມໃສ່ຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເພື່ອເຄື່ອນໄຫວຕາມ 4 ບາດກ້າວສໍາຄັນ ໂດຍສະເພາະການເຜີຍແຜ່ເອກະສານຕ່າງໆ ກ່ຽວກັບການເລືອກຕັ້ງຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ກຳໄດ້ຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍ່ຄື ສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແນໃສ່ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.

อาจเป็นรูปภาพของ 1 คน, ดอกไม้ และสถานที่ในร่ม

ທ່ານ ສົມພູ ດວງສະຫວັນ ຍັງໃຫ້ຮູ້ຕື່ມວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2 ຈະຈັດຂຶ້ນຢ່າງເປັນທາງການພ້ອມກັນທົ່ວປະເທດ ໃນວັນອາທິດທີ 21 ກຸມພານີ້, ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ມີຈໍານວນ 224 ທ່ານ, ເລືອກເອົາ 164 ທ່ານ; ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ມີ ຈໍານວນ 789 ທ່ານ, ເລືອກເອົາ 492 ທ່ານ ເພື່ອເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ໄປປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ເພື່ອເປັນເສນາທິການອົງການບໍລິ ຫານລັດແຕ່ລະຂັ້ນ ແລະ ເປັນໃຈກາງປະສານສົມທົບ ນຳເອົາຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ສະເໜີໃນກອງປະຊຸມສະພາຄົ້ນຄວ້າພິຈາລະນາ ປະກອບສ່ວນເຮັດໃຫ້ການວາງແຜນແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ຖືກຕ້ອງສອດຄ່ອງ.

อาจเป็นรูปภาพของ 1 คน และกำลังนั่ง

ແຫຼ່ງຂ່າວ:ຂປລ.

Comments