ສະເຫຼີມສະຫຼອງ ວັນສ້າງຕັ້ງອົງການ ກວດກາພັກ – ລັດ ຄົບຮອບ 39 ປີ

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ (16/02/1982 – 16/02/2021) ແລະ ຍ້ອງ ຍໍຜົນງານ 5 ປີ ແລະ ປະຈໍາປີ 2020 ໃຫ້ພະນັກງານກວດກາສູນກາງພັກ ຂຶ້ນໃນວັນທີ 16 ກຸມພາ 2021 ທີ່ຫ້ອງປະຊຸມ ຄະນະກວດກາສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ; ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການເລຂາທິການສູນກາງພັກສະໄໝ XI, ຮອງນາ ຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ, ສະຫາຍ ຄໍາພັນ ພົມມະທັດ ກໍາມະການ ກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ; ມີບັນດາຮອງປະ ທານຄະນະ ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ແລະ ພະນັກງານພາຍໃນ ຄະນະກວດ ກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມ.ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ຂຶ້ນກ່າວຄໍາປາໄສ ໂດຍສະຫາຍ ໄດ້ຍົກໃຫ້ ເຫັນ ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ອົງການກວດກາພັກ-ລັດ ຍາດມາໄດ້ຕະຫຼອດ ໄລຍະ 39 ປີ ຜ່ານມາ, ການສ້າງຕັ້ງອົງການກວດກາພັກ-ລັດ ສູນກາງພັກ ຊຶ່ງ ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກ ດຳລັດເລກທີ 02, ລົງວັນທີ 16 ກຸມພາ 1982, ກໍານົດໃຫ້ສ້າງຕັ້ງ ຄະນະກໍາມະການກວດກາພັກ-ລັດຂຶ້ນ ທັງຢູ່ຂັ້ນສູນກາງ, ແຂວງ ແລະ ເມືອງ.

อาจเป็นรูปภาพของ 2 คน และผู้คนกำลังยืน

ອີງໃສ່ດໍາລັດດັ່ງກ່າວ ໃນປີ 2012 ກົມການເມືອງ ສູນກາງພັກ ໄດ້ມີມະຕິຕົກລົງ ຮັບຮອງເອົາ ວັນທີ 16 ກຸມພາ 1982 ເປັນວັນສ້າງອົງການກວດກາ ພັກ-ລັດ ແຫ່ງ ສປປ ລາວ ຢ່າງເປັນທາງການ. ນັບແຕ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ III ປີ 1982 ເປັນຕົ້ນມາ ອົງການກວດກາພັກ-ລັດແຕ່ລະຂັ້ນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປັບປຸງໄປຕາມ ສະໄໝກອງປະຊຸມໃຫຍ່ຂອງພັກ ແລະ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງໜ້າທີ່ການ ເມືອງແຕ່ລະໄລຍະ; ມາຮອດປັດຈຸບັນ ແມ່ນມີລະບົບກົງຈັກການຈັດຕັ້ງ, ມີພະນັກງານ ທີ່ເຮັດວຽກ ງານກວດກາ ຢູ່ທຸກກະຊວງ-ອົງການ, ທ້ອງຖິ່ນ ແລະ ຮາກຖານພັກ ທີ່ເປັນເສນາທິການ ໃນວຽກ ງານກວດກາພັກ – ລັດ ໃຫ້ແກ່ຄະນະພັກ, ຄະນະນໍາອົງການປົກຄອງແຕ່ລະຂັ້ນ. ຕະຫຼອດໄລຍະ ທີ່ຜ່ານມາອົງການກວດກາພັກ-ລັດແຕ່ລະຂັ້ນ ໄດ້ຕັ້ງໜ້າປະຕິບັດພາລະບົດບາດ, ສິດ, ໜ້າທີ່ ຄວາມຮັບຜິດຊອບຢ່າງຕັ້ງໜ້າ ສາມາດຍາດໄດ້ຜົນງານຫຼາຍດ້ານ. ເປັນຕົ້ນການກວດກາ ການຈັດ ຕັ້ງພັກ-ສະມາຊິກພັກໃນການປະຕິບັດກົດລະບຽບຂອງພັກ, ການກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແມ່ນໄດ້ດໍາເນີນການຕິດຕາມ, ກວດກາການປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງອົງການລັດແຕ່ລະຂັ້ນ; ກວດກາການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຂອງລັດ; ຕິດຕາມ, ກວດກາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ; ກວດກາ ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນຂອງຊາດ, ກວດກາ ແລະ ສືບສວນ-ສອບສວນ ຜູ້ທີ່ມີພຶດ ຕິກຳສໍ້ລາດບັງຫຼວງ, ກວດກາຕາມຜົນຂອງການກວດສອບ ແລະ ຕິດຕາມ, ກວດກາ ໂຄງການ ລົງທຶນຂອງລັດ ເລີ່ມແຕ່ຫົວທີ, ຕິດຕາມ, ຊຸກຍູ້ການປະຕິບັດຜົນການກວດກາ ແລະ ຄົ້ນຄວ້າແກ້ ໄຂຄໍາຮ້ອງ ແລະ ຄຳສະເໜີ.

อาจเป็นรูปภาพของ 3 คน และผู้คนกำลังยืน

ໃນພິທີຍັງໄດ້ຍ້ອງຍໍຜົນງານຂອງພະນັກງານຄະນະກວດກາສູນກາງພັກທີ່ມີຜົນງານໃນການ ປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ໃນການເຄື່ອນໄຫວ ວຽກງານ ໃນໄລຍະ ຜ່ານມາ, ສະຫາຍ ພັນຄຳ ວິພາວັນ ໄດ້ຂຶ້ນປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ ສະຫາຍ ບຸນທອງ ຈິດມະນີ ທີ່ໄດ້ປະກອບສ່ວນນໍາພາ-ຊີ້ນໍາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງໃນໄລຍະ 10 ປີຜ່ານມາ. ນອກນີ້ໃນພິທີຍັງໄດ້ມີການຍ້ອງຍໍຜົນງານ 5 ປີ ແລະ 1 ປີ ໃຫ້ແກ່ພະນັກງານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານຄື: ປະດັບຫຼຽນໄຊແຮງງານ ຊັ້ນ I ມີ ຈໍານວນ 21 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ II ມີ ຈໍານວນ 29 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ມີ ຈໍານວນ 22 ສະຫາຍ; ປະດັບຫຼຽນກາແຮງງານ ຈໍານວນ 40 ສະຫາຍ, ມອບໃບຍ້ອງຍໍຂອງລັດຖະບານ ຈໍານວນ 85 ສະຫາຍ, ໃບຍ້ອງຍໍຂອງຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ 23 ສະຫາຍ, ໃບຊົມເຊີຍຂອງຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ 39 ສະຫາຍ.ໂອກາດນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ເນັ້ນໜັກໃຫ້ຄະນະ ກວດກາສູນກາງພັກ, ອົງການກວດກາລັດຖະບານ, ການນໍາກະຊວງ-ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ບາງບັນຫາດັ່ງນີ້: 1.) ຄົ້ນຄວ້າກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບພັກ, ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນແຕ່ລະໄລ ຍະ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ແລ້ວຜັນຂະຫຍາຍ, ຫັນເປັນນິຕິກໍາ, ກົນໄກ, ລະບຽບການອັນລະອຽດກ່ຽວກັບວຽກງາມກວດກາ ແລະ ຕິດຕາມ, ກວດກາເລີ່ມແຕ່ຫົວທີ ຕໍ່ການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ; ກໍາໃຫ້ໄດ້ສະພາບຢູ່ແຕ່ລະການຈັດຕັ້ງ ເພື່ອຊ່ວຍໃຫ້ຄະ ນະພັກ, ການນໍາຢູ່ບ່ອນນັ້ນ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ແຕ່ຫົວທີ, ບໍ່ໃຫ້ກາຍເປັນການ ລະເມີດ ທີ່ຕ້ອງລົງວິໄນໃສ່ໂທດ; 2.) ເສີມຂະຫຍາຍມູນເຊື້ອອັນດີງານຂອງຕົນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຕົນເອງໃນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນດຳລົງຊີວິດ, ມີສະຕິຕໍ່ການ ຈັດຕັ້ງ, ປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ; 3.) ຈັດຕັ້ງໂຄສະນາເຜີຍແຜ່ ຢ່າງແຂງແຮງ, ກວ້າງຂວາງ ດ້ວຍຫຼາຍຮູບການ ເພື່ອເຮັດໃຫ້ທຸກການຈັດຕັ້ງພັກ-ລັດ, ການຈັດຕັ້ງເສດ ຖະກິດ-ສັງຄົມ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພົນລະເມືອງ ຮັບຮູ້ເຂົ້າ ໃຈຜົນຮ້າຍ ແລະ ໄພອັນຕະລາຍຂອງພະຍາດອາດຍາສິດ, ແນວຄິດເອກະຊົນ, ການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ເພື່ອສ້າງສະຕິເປັນເຈົ້າເຂົ້າຮ່ວມເຮັດວຽກງານກວດກາ, ສ່ອງແສງສະ ພາບປະກົດການຫຍໍ້ທໍ້ໃຫ້ແກ່ອົງການກວດກາ ເພື່ອຕິດຕາມກໍາໄດ້ ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງ ທີ່ມີສິດແກ້ໄຂຢ່າງທັນການ; 4.) ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນ ໃຫ້ມີ ຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບຄວາມຮັບຜິດຊອບການເມືອງ; ເພີ່ມທະວີການກໍ່ ສ້າງ-ບໍາລຸງ ພະນັກງານກວດກາດ້ານທິດສະດີການເມືອງ, ຄວາມຮູ້ດ້ານວິຊາການ ແລະ ຄວາມສາ ມາດໃນການປະຕິບັດໜ້າທີ່ກວດກາຕົວຈິງ; ການກວດກາຕ້ອງຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ທ່ຽງທຳ, ພາວະວິໄສ, ມີໄຫວພິບ, ຄ່ອງແຄ້ວ, ນີ້ມນວນ, ທັນເວລາ; 5.) ເປັນເຈົ້າການຈັດ ຕັ້ງປະຕິບັດແຜນການທີ່ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານເປັນແຕ່ ລະໄລ ຍະ ແລະ ການປະຕິບັດວຽກງານ ກ່ຽວກັບການພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງ ສາກົນໃຫ້ໄດ້ຮັບຜົນດີ.

ແຫຼ່ງຂ່າວ: ປະຊາຊົນ

Comments