ສປປ ລາວ ປະຕິບັດລາຍຮັບງົບປະມານ​​ບັນ​ລຸເກືອບ 100% ຂອງແຜນການດັດແກ້

ສຳນັກຂ່າວ ຊີອາໄອ ໄດ້ລາຍງານວ່າ: ເມື່ອບໍ່​ດົນ​ມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນໄດ້​ກ່າວ​ມີ​ຄຳ​ເຫັນ​ຕໍ່ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2020 ​ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ.

ໃນ​​ດ້ານລາຍຮັບສາມາດ ປະຕິບັດໄດ້ 22.619 ຕື້ກີບ ເທົ່າກັບ 99,53% ຂອງແຜນການດັດແກ້, ໃນນັ້ນ, ລາຍຮັບພາຍໃນ ປະຕິບັດໄດ້ 20.410 ຕື້ກີບ ເທົ່າກັບ 99,86% ຂອງແຜນການດັດແກ້ (ຖ້າທຽບໃສ່ໃນໄລຍະດຽວ ກັນ ເຫັນວ່າຫຼຸດລົງ 13,6%). ດ້ານລາຍຈ່າຍປະຕິບັດໄດ້ 31.204 ຕື້ກີບ ເທົ່າກັບ 93,7% ຂອງແຜນການດັດແກ້.

ສວ່ນການຂາດດຸນ​ມີປະມານ 8.585 ຕື້ກີບ ເທົ່າກັບ 81,2% ແຜນດັດແກ້ ຫຼືເທົ່າກັບ 4,83%, ຖ້າທຽບໃສ່ແຜນດັດແກ້ທີ່ສະພາແຫ່ງຊາດໄດ້ຮັບຮອງສາມາດປະຕິບັດໄດ້ຢູ່ໃນລະດັບດີສົມຄວນ.

ຕາມຂໍ້ມູນໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ດີ ຍ້ອນໄດ້ມີການຜັນຂະຫຍາຍນະໂຍບາຍການປະຢັດງົບປະມານຂອງລັດ ຕາມຄໍາສັ່ງ ເລກທີ 09/ນຍ, ການເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ການປະຕິບັດວິໄນແຜນການ-ການເງິນ.

ຂໍ້ມູນ: ກະຊວງການເງິນ

Comments