ຕະຫຼອດ​ໄລຍະ​ 23​ ປີຜ່ານມາ,​ ບໍລິສັດ​ຫົວເຫວີຍ ໄດ້ມຸ້ງໝັ້ນການບໍລິການທີ່ມີນະວັດຕະກຳດ້ານໄອຊີທີຫຼາຍກວ່າໝູ່ຢູ່ໃນຕະຫຼາດປະເທດລາວ (23 years dedication to Laos Market, even more ICT innovation to be expected from Huawei)

  1. Would you mind sharing with us your background and experience prior to assuming the position of CEO of Huawei in Laos?

ທ່ານຊ່ວຍແບ່ງປັນເລື່ອງລາວປະຫວັດຄວາມເປັນມາ ແລະ ປະສົບການຂອງທ່ານກ່ອນທີ່ຈະມາຮັບຕຳແໜ່ງເປັນຜູ້ບໍລິຫານສູງສຸດຂອງບໍລິສັດຫົວເຫວີຍ ຢູ່ ສປປ ລາວ ໃຫ້ພວກເຮົາຮູ້ໄດ້ບໍ?

I have more than 16 years of experience in the telecommunications industry and have held various managerial positions including Director at Huawei Thailand and CEO of Huawei Laos. Currently, I am responsible for the overall business and strategic management of the company in Laos, and I’m eager to bring my passion for technology and innovation to this leadership position.

ຂ້າພະເຈົ້າມີປະສົບການການເຮັດວຽກກ່ຽວກັບອຸດສະຫະກຳໂທລະຄົມມະນາຄົມຫຼາຍກວ່າ 16 ປີ ແລະ ໄດ້ດຳລົງຕຳແໜ່ງເປັນຜູ້ບໍລິຫານມາຫລາຍຕຳແໜ່ງເຊັ່ນ ຜູ້ອຳນວຍການຂອງບໍລິສັດຫົວເຫວີຍຢູ່ປະເທດໄທ ແລະ ຜູ້ບໍລິຫານສູງສຸດຂອງບໍລິສັດຫົວເຫວີຍຢູ່ ສປປ ລາວ. ໃນປັດຈຸບັນນີ້, ຂ້າພະເຈົ້າມີໜ້າທີ່ຮັບຜິດຊອບໃນການບໍລິຫານດ້ານທຸລະກິດ ແລະ ຍຸດທະສາດໂດຍລວມ ຂອງບໍລິສັດຢູ່ ສປປ ລາວ ແລະ ຂ້າພະເຈົ້າມີຄວາມຍິນດີຫຼາຍທີ່ຈະໄດ້ນຳເອົາເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆມານຳໃຊ້ໃນຖານະທີ່ໄດ້ຮັບຕຳແໜ່ງເປັນຜູ້ນຳຂອງບໍລິສັດ.

2. Huawei Technologies, established in 1987, is now a world class multinational technology company leading in many areas of telecommunications and consumer electronics. I believe most Lao people do not recognize that Huawei has been established in Lao since 1998. Could you please give us a brief history of Huawei’s business in Laos?

ບໍລິສັດຫົວເຫວີຍເຕັກໂນໂລຊີ ຈຳກັດຜູ້ດຽວ ຖືກສ້າງຕັ້ງຂຶ້ນໃນປີ 1987 ເຊິ່ງຕໍ່ມາໄດ້ກາຍມາເປັນ ບໍລິສັດ ເຕັກໂນໂລຊີລະດັບສາກົນໃນຕົ້ນປີ 2010 ແລະ ປັດຈຸບັນຍັງຖືວ່າເປັນບໍລິສັດຊັ້ນນຳໃນຫຼາຍໆຂົງເຂດດ້ານໂທລະຄົມມະນາຄົມ ແລະ ອຸປະກອນເອເລັກໂຕຣນິກ. ຂ້າພະເຈົ້າເຊື່ອວ່າຄົນລາວສ່ວນໃຫຍ່ບໍ່ຮູ້ວ່າ ບໍລິສັດຫົວເຫວີຍໄດ້ກໍ່ຕັ້ງທຸລະກິດ ຢູ່ ສປປ ລາວຕັ້ງແຕ່ປີ 1998. ສະນັ້ນ, ທ່ານຊ່ວຍເລົ່າປະຫວັດຫຍໍ້ກ່ຽວກັບທຸລະກິດຂອງຫົວເຫວີຍ ຢູ່ ສປປ ລາວ ໃຫ້ພວກເຮົາຮູ້ໄດ້ບໍ?

Huawei Business in Laos has four main business groups: Carrier Networks, Enterprise, Consumer and Cloud. Huawei started to supply telecommunication equipment and services to operators in Laos, including Lao Telecom, Unitel, and ETL in 1998. In addition to telecommunication equipment, we have also provided digitalization solutions to various government departments and enterprises, including Skytel, several ministries, and vertical industries including finance and energy. Our first overseas contract for 2G was signed in Laos in 1999, and Huawei M900 BTS20 (2G) was the first generation GSM (Global System for Mobile Communications) base station available outside China. We have since played a significant role in supporting operators to build the first 3G (2008) and 4G (2012) networks to serve the people in the country.

ທຸລະກິດຂອງຫົວເຫວີຍໃນ ສປປ ລາວ ປະກອບມີ 4 ກຸ່ມທຸລະກິດໃຫຍ່ ຄື Carrier Networks, Enterprise, Consumer ແລະ Huawei Cloud. ບໍລິສັດຫົວເຫວີຍໄດ້ເລີ່ມສະໜອງອຸປະກອນ ແລະ ການບໍລິການດ້ານໂທລະຄົມມະນາຄົມໃຫ້ແກ່ຜູ້ປະກອບການໃນ ສປປ ລາວ ຕັ້ງແຕ່ປີ 1998 ເຊິ່ງປະກອບມີ ບໍລິສັດ Lao Telecom, Unitel ແລະ ETL. ນອກຈາກການສະໜອງອຸປະກອນໂທລະຄົມມະນາຄົມແລ້ວ, ພວກເຮົາຍັງໃຫ້ການບໍລິການການແກ້ໄຂບັນຫາດ້ານດິຈິຕອລໃຫ້ແກ່ກົມຕ່າງໆຂອງລັດຖະບານ ແລະ ວິສາຫະກິດຕ່າງໆລວມທັງ Skytel, ໃນຫຼາຍໆກະຊວງ, ອຸດສາຫະກຳແນວຕັ້ງ(ອຸດສາຫະກຳເຈາະຈົງ) ລວມໄປເຖິງດ້ານການເງິນ ແລະ ພະລັງງານ. ສັນຍາສາກົນສະບັບທຳອິດຂອງພວກເຮົາກ່ຽວກັບສັນຍານເຄືອຂ່າຍ 2G ໄດ້ຖືກເຊັນຢູ່ ສປປ ລາວ ໃນປີ 1999, ແລະ ຫົວເຫວີຍ M900 BTS20 (2G) ແມ່ນອຸປະກອນ GSM (ລະບົບສື່ສານທາງມືຖືມາດຕະຖານສາກົນ) ລຸ້ນທຳອິດທີ່ມີຖານຕິດຕັ້ງສັນຍານຢູ່ໃນທ້ອງຕະຫຼາດຕ່າງປະເທດ. ຫລັງຈາກນັ້ນ, ພວກເຮົາກໍມີບົດບາດສຳຄັນໃນການສະໜັບສະໜູນຜູ້ປະກອບການໃນການສ້າງສັນຍານເຄືອຂ່າຍ 3G (ປີ 2008) ແລະ 4G (ປີ 2012) ເປັນຄັ້ງທຳອິດ ເພື່ອໃຫ້ປະຊາຊົນພາຍໃນປະເທດໄດ້ຊົມໃຊ້. ທີ່ສຳຄັນໄປກວ່ານັ້ນໃນປີ2020 ຫົວເຫວີຍໄດ້ສະໜັບສະໜູນ ລາວ ໃນການສ້າງລະບົບ 5G ທຳອິດໃນລາວ.

Huawei M900 BTS20(2G base station)

During Covid-19, Huawei has also been active in helping fight the pandemic. Our Video Conference System and technical support was used to facilitate important events including “The Lancang-Mekong Cooperation (LMC)” meetings, and professional medical meetings between the Ministry of Health and other institutions.

ໃນຊ່ວງໄລຍະການແພ່ລະບາດຂອງພະຍາດປອດອັກເສບ ຫົວເຫວີຍກໍ່ໄດ້ມີສ່ວນຮ່ວມໃນການຕໍ່ສູ້ກັບການແພ່ລະບາດຂອງພະຍາດ. ລະບົບກອງປະຊຸມທາງໄກຂອງພວກເຮົາ ແລະ ການສະໜັບສະໜຸນທາງເຕັກນິກໄດ້ຖືກມານຳໃຊ້ເພື່ອອຳນວຍຄວາມສະດວກໃນວາລະສຳຄັນຕ່າງໆລວມເຖິງກອງປະຊຸມຜູ້ນຳ ແມ່ນນຳ້ຂອງ – ແມ່ນຳ້ລ້ານຊ້າງຄັ້ງທີ 3 ແລະ ກອງປະຊຸມທາງການແພດລະດັບມືອາຊີບລະຫວ່າງກະຊວງສາທາລະນະສຸກ ແລະ ສະຖາບັນອື່ນໆ.

150 Hospital Video Conference install

Recently in 2020, Huawei supported Laos in building the first 5G system.

 Other than the telecommunication network, Huawei also has provided our intelligent management solution for the first highway of Lao.

ລ່າສຸດໃນປີ2020 ຫົວເຫວີຍ ໄດ້ສະໜັບສະໜູນ ລາວ ໃນການສ້າງລະບົບ  5G ທຳອິດໃນລາວ. ນອກເໜືອຈາກເຄືອຂ່າຍໂທລະຄົມມະນາຄົມແລ້ວ ຫົວເຫວີຍ ຍັງໄດ້ຈັດຫາໂຊລູຊັ່ນກ່ຽວກັບການບໍລິຫານທີ່ສະຫຼາດໃຫ້ກັບເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເສັ້ນທຳອິດຂອງລາວ.

(Vientiane – Vangvieng the First highway of Lao in year 2020 machine room)

As a recognized leader in the ICT industry, Huawei has already cultivated more than 3,000 ICT professionals in Laos over the past twenty years. Huawei and the Lao Ministry of Posts and Telecommunications have collaboratively developed an ICT talent training seminar, and we hold training courses at several universities every quarter.

ໃນຖານະຜູ້ນຳໃນຂົງເຂດອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ບໍລິສັດຫົວເຫວີຍໄດ້ສ້າງຜູ້ຊ່ຽວຊານດ້ານໄອຊີທີຫຼາຍກວ່າ 3,000 ຄົນ ຢູ່ ສປປ ລາວ ຕະຫຼອດໄລຍະ 20 ປີທີ່ຜ່ານມາ. ບໍລິສັດຫົວເຫວີຍ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມລາວ ໄດ້ຮ່ວມມືກັນຈັດງານສຳມະນາການຝຶກອົບຮົມດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ແລະ ຮ່ວມກັນຈັດຝຶກອົບຮົມຢູ່ຫລາຍມະຫາວິທະຍາໄລທຸກໆສາມເດືອນ.

Huawei believes technology can and should be used to care for our world in meaningful ways. Under our “Seeds for the Future” program, since 2016 we proudly sent Lao students every year for two weeks of ICT training in China with the goal of developing local ICT talent, enhancing knowledge transfer, promoting a greater understanding of and interest in the telecommunications sector, and improving and encouraging participation in the digital community.

ບໍລິສັດຫົວເຫວີຍເຊື່ອວ່າເຕັກໂນໂລຊີສາມາດ ແລະ ຄວນຖືກນຳໄປໃຊ້ໃຫ້ເກີດຜົນປະໂຫຍດໄດ້ຫຼາຍເພື່ອດູແລໂລກຂອງພວກເຮົາ. ພາຍໃຕ້ໂຄງການ “ແກ່ນພັນເພື່ອອະນາຄົດ”, ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ,​ ທຸກໆປີພວກເຮົາພູມໃຈທີ່ຈະສົ່ງນັກຮຽນລາວໄປຮ່ວມຝຶກອົບຮົມດ້ານໄອຊີທີຢູ່ປະເທດຈີນເປັນໄລຍະເວລາສອງອາທິດ ໂດຍມີຈຸດປະສົງເພື່ອພັດທະນາພອນສະຫວັນດ້ານໄອຊີທີຂອງຄົນທ້ອງຖິ່ນ, ສົ່ງເສີມການຖ່າຍທອດຄວາມຮູ້, ສົ່ງເສີມຄວາມເຂົ້າໃຈ ແລະ ຄວາມສົນໃຈດ້ານໂທລະຄົມມະນາຄົມໃຫ້ຫຼາຍຂຶ້ນ ພ້ອມທັງປັບປຸງ ແລະ ຊຸກຍູ້ການມີສ່ວນຮ່ວມໃນຊຸມຊົນດິຈິຕອລ.

3. In 2021, how will Huawei Technologies (Lao) Sole Co., Ltd bring us new innovative telecommunications equipment and consumer electronics that many Lao people are anticipating?

ສຳລັບປີໃໝ່ປີ 2021, ບໍລິສັດຫົວເຫວີຍເຕັກໂນໂລຊີ ຈຳກັດຜູ້ດຽວ ຈະນຳເອົາອຸປະກອນໂທລະຄົມມະນາຄົມໃໝ່ໆ ແລະ ເຄື່ອງອີເລັກໂທຣນິກຕ່າງໆ ທີ່ຄົນລາວຫຼາຍຄົນໃຫ້ຄວາມຄາດຫວັງແນວໃດແດ່?

This year we will take charge of the company’s operations and business development across carrier, enterprise, consumer and cloud to better focus on strategic direction and customer needs and drive wider adoption of the world’s latest technological innovations.

ໃນປີນີ້, ພວກເຮົາຈະຮັບຜິດຊອບໃນການດຳເນີນງານຂອງບໍລິສັດ ແລະ ການພັດທະນາທຸລະກິດໂດຍຜ່ານກຸ່ມບໍລິສັດ carrier, enterprise, consumer and Huawei cloud ເພື່ອສຸມໃສ່ທິດທາງຂອງຍຸດທະສາດທີ່ດີຂຶ້ນກວ່າເກົ່າ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າເພື່ອຊຸກຍູ້ໃຫ້ເກີດການຍອມຮັບເອົາເຕັກໂນໂລຊີຫຼ້າສຸດຂອງໂລກໃຫ້ກວ້າງຂວາງຂຶ້ນ.

Driven by the key values of digital movement, digital economy, digital livelihood and digital society, we will strive to accelerate “Digital Laos”. With innovation in health care and manufacturing, we will work with operators to build an automatic and intelligent network to better equip Lao people to handle and cope with social distancing and better connect them to friends, colleagues, professionals and businesses. Our cloud service will further enable the digital transformation of businesses, making them more resilient and cost-effective.

To date, our products have served 75% of the population of Laos and we are dedicated to bringing digital to every person, home and organization for a fully connected, intelligent world. Furthermore, we will offer our perspectives on the future of ICT and make full use of our strengths to help Laos transform itself from a landlocked to a land-linked country.

ຂັບເຄື່ອນໂດຍຜ່ານຄຸນຄ່າສໍາຄັນຂອງການເຄື່ອນໄຫວທາງດິຈີຕອລ,​ ເສດຖະກິດດິຈີຕອລ, ການດຳລົງຊີວິດຜ່ານດິຈີຕອລ ແລະ ສັງຄົມຜ່ານດິຈີຕອລ ພວກເຮົາຈະພະຍາຍາມເລັ່ງໃຫ້ເປັນ“ ດິຈີຕອລ ລາວ”. ດ້ວຍນະວັດຕະກຳໃນການດູແລສຸຂະພາບ ແລະ ການຜະລິດ, ພວກເຮົາຈະເຮັດວຽກຮ່ວມກັບຜູ້ປະກອບການເພື່ອສ້າງເຄືອຂ່າຍອັດຕະໂນມັດ ແລະ ອັດສະລິຍະ ເພື່ອຊ່ວຍໃຫ້ຄົນລາວສາມາດຮັບມືກັບການຮັກສາໄລຍະຫ່າງທາງສັງຄົມ ແລະ ຍັງສາມາດຕິດຕໍ່ກັບໝູ່ເພື່ອນ, ເພື່ອນຮ່ວມງານ, ນັກວິຊາການມືອາຊີບ ແລະ ທຸລະກິດອື່ນໆໄດ້. ການບໍລິການລະບົບ cloud ຂອງພວກເຮົາຈະຊ່ວຍໃຫ້ການຫັນປ່ຽນທຸລະກິດມາເປັນດິຈິຕອລ, ເຮັດໃຫ້ມີຄວາມໝັ້ນຄົງປອດໄພ ແລະ ປະຫຍັດຄ່າໃຊ້ຈ່າຍ.

4. Digital Economic Laos

The Digital Lao Vision will play an important role in driving the Lao economy by promoting innovation and increasing competitiveness. Under these new and technological environments, there will be many opportunities for new business and new business models. Huawei believes two major domains will be of most importance for Laos.

ວິໄສທັດດິຈິຕອລລາວຈະມີບົດບາດສຳຄັນໃນການຂັບເຄື່ອນເສດຖະກິດລາວໂດຍການສົ່ງເສີມນະວັດຕະກຳ ແລະ ການແຂ່ງຂັນທີ່ເພີ່ມຂື້ນ. ພາຍໃຕ້ສະພາບແວດລ້ອມ ແລະ ເຕັກໂນໂລຊີໃໝ່ໆເຫຼົ່ານີ້, ມັນຈະເປັນການເພີ່ມໂອກາດໃຫ້ແກ່ທຸລະກິດໃໝ່ ແລະ ຮູບແບບທຸລະກິດໃໝ່ໆທີ່ຈະເກີດຂຶ້ນ. ບໍລິສັດຫົວເຫວີຍເຊື່ອວ່າທັງສອງຄວາມຄິດນີ້ຈະມີບົດບາດສໍາຄັນຕໍ່ ສປປ ລາວ:

Network infrastructure is the foundation of the Digital Lao Vision. We have seen significant changes in the role of connectivity across all sectors of society, including government and enterprise applications. Where 2G to 4G addressed the challenges of connecting people, 5G will introduce even greater reliability, flexibility and opportunities for connectivity to homes and business while improving consumer mobile services.

ເຄືອຂ່າຍພື້ນຖານໂຄງລ່າງເປັນຮາກຖານຂອງວິໄສທັດດິຈີຕອລລາວ. ພວກເຮົາໄດ້ເຫັນການປ່ຽນແປງບົດບາດທີ່ສໍາຄັນໃນການເຊື່ອມຕໍ່ກັບທຸກຂະແໜງການຂອງສັງຄົມ ລວມທັງແອັບພລິເຄຊັນຂອງລັດຖະບານ ແລະ ວິສາຫະກິດ. ສັນຍານ 2G ເຖິງ 4G ສາມາດແກ້ໄຂສິ່ງທ້າທາຍໃນການເຊື່ອມຕໍ່ກັບຜູ້ຄົນ, ສັນຍານ 5G ຈະເປັນການແນະນຳສັນຍາທີ່ມີຄວາມໝັ້ນຄົງປອດໄພ, ຫົດຢືດ ແລະ ສ້າງໂອກາດໃນການເຊື່ອມຕໍ່ກັບເຮືອນຊານ ແລະ ທຸລະກິດ ຫຼາຍຂຶ້ນ ໃນຂະນະດຽວກັນກໍເປັນການປັບປຸງການບໍລິການທາງມືຖືຂອງຜູ້ບໍລິໂພກ.

Cloud is an inevitable trend in ICT development as businesses look to adopt more cost-effective, scalable and reliable platforms. Based on more than 30 years of experience in ICT and communications technologies, Huawei has built a comprehensive and secure cloud platform that can provide excellent cloud services for all industries and government in Laos and help the country achieve digital transformation faster. Since 2020, Huawei has held many local and remote cloud workshops and training events with our partners, including banks, Internet companies, government and more.

ລະບົບ Cloud ຖືວ່າເປັນແນວໂນ້ມຢ່າງໜຶ່ງທີ່ບໍ່ສາມາດຫຼີກລ່ຽງໄດ້ໃນການພັດທະນາໄອຊີທີໃຫ້ກາຍເປັນທຸລະກິດປັບໃຊ້ໃຫ້ແທດເໝາະກັບຕົ້ນທຶນ, ສາມາດຂະຫຍາຍໄປສູ່ຕະຫຼາດໄດ້ ແລະ ມີຄວາມປອດໄພ. ອີງໃສ່ປະສົບການການເຮັດວຽກດ້ານໄອຊີທີແລະ ເຕັກໂນໂລຊີການສື່ສານຫຼາຍກວ່າ 30 ປີ, ບໍລິສັດຫົວເຫວິີຍ ໄດ້ສ້າງລະບົບ cloud ທີ່ປອດໄພ ແລະ ຄົບຖ້ວນສົມບູນ ເຊິ່ງສາມາດໃຫ້ການບໍລິການລະບົບ cloud ໃຫ້ແກ່ທຸກໆອຸດສາຫະກໍາ ແລະ ລັດຖະບານລາວໄດ້ ພ້ອມທັງຊ່ວຍໃຫ້ ສປປ ລາວ ບັນລຸແຜນການຫັນເປັນດິຈິຕອລໄດ້ໄວຂື້ນ. ນັບແຕ່ປີ 2020, ບໍລິສັດຫົວເຫວິີຍໄດ້ຈັດກອງປະຊຸມເຝິກອົບຮົມກ່ຽວກັບລະບົບ cloud ພາຍໃນທ້ອງຖິ່ນ ແລະ ເຂດຫ່າງໄກສອກຫຼີກ ແລະ ຈັດຝຶກອົບຮົມຕ່າງໆຮ່ວມກັບຄູ່ຮ່ວມງານຂອງພວກເຮົາເຊັ່ນ ທະນາຄານ, ບໍລິສັດອິນເຕີເນັດ, ລັດຖະບານ ແລະ ອື່ນໆ.

We believe that network infrastructure and cloud will provide a foundation for sustainable and robust economic growth in the country. Huawei will continue to strengthen the foundation of collaboration with our partners and is wholeheartedly committed to supporting the digital transformation of Laos.

ພວກເຮົາເຊື່ອວ່າເຄືອຂ່າຍພື້ນຖານໂຄງລ່າງ ແລະ ລະບົບ cloud ຈະສ້າງຮາກຖານໃຫ້ແກ່ການເຕີບໃຫຍ່ທາງດ້ານເສດຖະກິດ ແບບຍືນຍົງ ແລະ ເຂັ້ມແຂງ ໃນ ສປປ ລາວ. ບໍລິສັດຫົວເຫວີຍຈະສືບຕໍ່ເສີມສ້າງພື້ນຖານຂອງການຮ່ວມມືກັບຄູ່ຮ່ວມງານຂອງພວກເຮົາ ແລະ ມີຄວາມຕັ້ງໃຈທີ່ຈະໃຫ້ການສະໜັບສະໜູນການຫັນປ່ຽນດີຈີຕອລຂອງ ສປປ ລາວ ຢ່າງເຕັມທີ່.

Comments