5 Tips ສຳຄັນໃນການບໍລິຫານທຸລະກິດ startups ແລະ SMEsໃນຍຸກ ດິຈິຕອນ

 ອັດຕາການຊົມໃຊ້ມືຖື ຂອງ ຄົນລາວ ແມ່ນ ມີຫຼາຍກວ່າ 92% ແລະ ອັດຕາການຊົມໃຊ້ອິນເຕີເນັດ ແຕ່ລະປີ ແມ່ນມີການຂະຫຍາຍຕົວ ສະນັ້ນ ຍຸກ Digital ກໍ່ແມ່ນສິ່ງທີ່ບໍ່ໄດ້ໄກຈາກຄົນລາວ.  ເມື່ອເຮົາມີທຸລະກິດໃດໜຶ່ງ ເຮັດແນວໃດຈະໃຫ້ມັນສາມາດຍີືນຍົງ ແລະ ດຳເນີນໄປໄດ້ ໃນຍຸກແຫ່ງການແຂ່ງຂັນ ແລະ ຍຸກແຫ່ງການປ່ຽນແປງທີ່ເກີດມີທຸກມື້. ນອກຈາກນີ້ ທຸລະກິດ Startups ແລະ SMEs ແມ່ນບັນດາທຸລະກິດທີ່ມີຕົ້ນທຶນບໍ່ສູງ ແລະ ໃນ ປະເທດລາວ ທຸລະກິດເຫຼົ່ານີ້ແມ່ນ ເປັນວຽກເສິມ ແລະ ທຸລະກິດຄອບຄົວ. ບົດນີ້ຈຶ່ງຈະເບິ່ງວ່າ ເຮົາຈະສາມາດຍາດແຍ່ງ ແລະ ນຳໃຊ້ Digital ແນວໃດ ໃຫ້ເກີດຜົນປະໂຫຍດ ສູງສຸດແກ່ການບໍລິຫານທຸລະກິດ Startups ແລະ SMEs ໄດ້. ໃນນີ້ຫຼັກການພື້ນຖານຂອງການເຮັດທຸລະກິດແມ່ນຍັງຄືເກົ່າ (ການບໍລິຫານເວລາ, ​ການບໍລິຫານຄົນ, ການບໍລິຫານເງິນ, ການຂາຍ,​ ການສ້າງເຄືອຂ່າຍ) ໂດຍທີ່ນໍາໃຊ້ Digital ເຂົ້າມາຊ່ວຍ ເພື່ອຫຼຸດຜ່ອນວຽກ ແລະ ເພີ່ມຄວາມສາມາດໃນການຈັດຕັ້ງປະຕິບັດໃຫ້ໄດ້ຫຼາຍທີ່ສຸດ.

  1. ການບໍລິຫານເວລາ (Time Management): ເວລາເປັນສິ່ງທີ່ລາຄາແພງທີ່ສຸດເພາະຫາຊື້ບໍ່ໄດ້ ແລະ ທົດແທນຄືນບໍ່ໄດ້ສະນັ້ນ ການບໍລິຫານເວລາ ຈຶ່ງເປັນສິ່ງສຳຄັນ. ພ້ອມນີ້ກາລະໂອກາດ ແມ່ນມັກຈະມາໃນເວລາສັ້ນໆ ແລະ ດ້ວຍການແຂ່ງຂັນທີ່ຂ້ອງຂ້າງທີ່ສູງ, ເວລາໂອກາດມາເຖິງ ເຮົາຈະຕ້ອງພ້ອມທີ່ຈະຍາດເອົາມາກ່ອນຜູ້ອື່ນ. Digital ໄດ້ເຮັດການບໍລິຫານເວລາງ່າຍຂຶ້ນດ້ວຍການຳໃຊ້ Application ແລະ ເຄື່ອງມືທີ່ທັນສະໄໝຕ່າງໆ ທີ່ຫຼາຍ Application ກໍ່ບໍ່ໄດ້ເສຍຄ່າແຕ່ສາມາດຊ່ວຍຈັດສັນເວລາ ແລະ ແຈ້ງເຕືອນເຮົາໄດ້ ເຊັ່ນ: Google Calendar, ບັນດາ Application ສຳລັບການຈັດສັນເວລາຕ່າງໆ, ໂປຣແກຣມການບໍລິຫານໂຄງການທີ່ເຊື່ອມຕໍ່ກັບ ລະບົບ Calendar. ນອກຈາກການບໍລິຫານດ້ານເວລາ ແລ້ວການຮູ້ປະຕິທິນກໍສາມາດເປັນການສ້າງໂອກາດ ແລະ ການກະກຽມໃນການຂາຍຂອງ ຫຼາຍທຸລະກິດ ອີກດ້ວຍ ໂດຍສະເພາະທຸລະກິດການບໍລິການ ກໍຄືບັນດາງານບຸນສຳຄັນຕ່າງໆ ຂອງຊາດ ແລະ ທາງສາສະໜາ. ນອກຈາກນີ້ ການຕິດຕໍ່ລູກຄ້າ ຫຼື ການດຳເນີນທຸລະກິດ ທີ່ຂ້າມປະເທດ ຮຽກຮ້ອງໃຫ້ເຮົາຕ້ອງຮູ້ປະຕິທິນຂອງປະເທດນັ້ນໆ ເຊັ່ນດຽວກັນເພື່ອຈະໄດ້ຮູ້ວາລະສຳຄັນ ແລະ ບັນດາມື້ພັກຕ່າງໆ ທີ່ຄູ່ຮ່ວມມືຂອງເຮົາອາດຈະບໍ່ເຮັດວຽກ. ຊຶ່ງ Google Calendar ແມ່ນມີ ປະທິທິນສະເພາະຂອງຫຼາຍໆ ປະເທດ ທີ່ ເຮົາສາມາດເຂົ້າໄປເບິ່ງໄດ້.
  2. ການບໍລິຫານຄົນ, ຈ້າງພະນັກງານອິດສະຫຼະ (Freelancer): ຫຼັກການພື້ນຖານຂອງການເຮັດວຽກແມ່ນການມອບວຽກທີ່ສາມາດມອບໄດ້ໃຫ້ຜູ້ອື່ນເຮັດ ເພື່ອໃຫ້ເຮົາສາມາດເອົາເວລາໄປດຳເນີນກິດຈະກຳອື່ນທີ່ສຳຄັນກວ່າ ແລະ ຫຼາຍວຽກຫຼາຍຄົນກໍ່ອາດຈະຊໍານານກວ່າເຮົາ. ທຸກໆບໍລິສັດລ້ວນແລ້ວຕ້ອງການຄົນເກັ່ງມາເຮັດວຽກນຳ. ແຕ່ໃນນີ້ການຈ້າງພະນັກງານທີ່ເກັ່ງປະຈຳແມ່ນຈະເປັນລາຍຈ່າຍທີ່ຂ້ອນຂ້າງສູງ ແລະ ການບໍລິຫານຄົນກໍເປັນເລື່ອງທີ່ບໍ່ງ່າຍປາງໃດ. ສະນັ້ນ,​ໃນຍຸກ Digital ນີ້ການຈ້າງ Freelancer ຈຶ່ງເປັນທາງອອກໜຶ່ງທີ່ເຮັດໄດ້ ທີ່ສາມາດຈ້າງເປັນວຽກໄປ ແລະ ຫຼຸດຜ່ອນການບໍລິຫານຄົນປະຈຳ ພ້ອມກັບ ບັນດາຄ່າໃຊ້ຈ່າຍເງິນເດືອນ, ສະຫວັດດີການ ແລະ ບັນຫາລາຍຈ່າຍຂອງຫ້ອງການທີ່ຕິດພັນ. Freelancer ໃນປະຈຸບັນກໍ່ມີຈຳນວນຫຼາຍທັງດ້ານຈຳນວນ ແລະ ທາງເລືອກທັງພາຍໃນ ແລະຕ່າງປະເທດ, ນອກຈາກທາງເລືອກດ້ານຄວາມຊໍານານງານ ແລ້ວ ຫຼາຍລະບົບທີ່ທັນສະໄໝທີ່ເປັນຕົວແທນລວມສູນ ຂອງ Freelancer ຍັງມີທາງເລືອກອື່ນໆ ໃຫ້ອີກ ທັງການເປີດໃຫ້ມີການປະມູນວຽກໜຶ່ງໆ ຈາກບັນດາ Freelancer ທັງຫຼາຍ. ຕົວຢ່າງWebsite ທີ່ເປັນຕົວແທນລວມສູນຂອງບັນດາ Freelancer ມີ Website ຂອງ: upwork.com.
  3. ການບໍລິຫານເງິນ, ການຊໍາລະເງິນ (payment): ນອກຈາກການຈ້າງນັກບັນຊີ ແລະ ລະບົບບັນຊີທີ່ມີຄວາມສະລັບຊັບຊ້ອນ ພ້ອມເຂົ້າໃຈຍາກຈົນຈະຕ້ອງໄດ້ຈ້າງນັກບັນຊີມາດຳເນີນການໃຫ້, ການບໍລິຫານການເງິນດ້ວຍໂຕເອງໃນຂັ້ນພື້ນຖານ ໃນການເກັບກຳລາຍຮັບ ແລະ ລາຍຈ່າຍ ແມ່ນສາມາດເຮັດໄດ້ດ້ວຍໂຕເອງ ຜ່ານ Application ຕ່າງໆ. ທີ່ຄວາມສະລັບຊັບຊ້ອນແມ່ນ ຖຶກບໍລິຫານໂດຍລະບົບຄອມພິວເຕີທີ່ເຮົາບໍ່ຈຳເປັນຕ້ອງໄປເຈັບຫົວນຳ. ການນຳໃຊ້ Application ຍັງສາມາດໃຫ້ເປັນຂໍ້ມູນສະຖິຕິທີ່ເຮັດໃຫ້ເຮົາສາມາດພິຈາລະນາໄດ້ໃນຍອດຂາຍ ແຕ່ລະໄລຍະ ແລະ ບັນດາຂໍ້ມູນຂອງລາຍຈ່າຍເພື່ອການກະກຽມ ແລະ ການບໍລິຫານດ້ານການເງິນໃນແຕ່ລະເດືອນໄດ້ອີກດ້ວຍ, ຕົວຢ່າງແມ່ນ waveapps.com, Quicken. ການຊໍາລະ ແລະ ຮັບເງິນ (payment): ນອກຈາກການຮັບຊໍາລະດ້ວຍເງິນສົດ ແລະ ດ້ວຍບັດແລ້ວ. ການຊໍາລະ ແລະ ການຮັບເງິນຄວນໃຫ້ມີທາງເລືອກໃນການຊໍາລະທີ່ສະດວກສະບາຍ, ວ່ອງໄວ ແລະ ມີການເຊື່ອມໂຍງທາງອອນລາຍ ທີ່ສາມາດດຳເນີນການໄດ້ 24×7 ເພື່ອກະຕຸ້ນການຊື້ໃຫ້ເກີດໄວຂຶ້ນ ແລະ ເຮັດໄດ້ຕະຫຼອດເວລາ. ການຊໍາລະຜ່ານອຸປະກອນທີ່ທັນສະໄໝຕ່າງໆ​ເປັນການຫຼຸດຜ່ອນຂັ້ນຕອນໃຫ້ໜ້ອຍລົງ, ວ່ອງໄວ ແລະ ສະດວກຂຶ້ນ. ນອກຈາກນີ້, ການຊໍາລະຢູ່ໃນໂລກອອນລາຍກໍ່ມີຮູບແບບອື່ນໆ ອີກເຊັ່ນ: ຊໍາລະໂດຍຄະແນນສະສົມ,​ ຊໍາລະຜ່ານລະບົບມືຖື, ໂອນຜ່ານມືຖື, ຊໍາລະໂດຍຜ່ານລະບົບການຊໍາລະໃດໜຶ່ງ (ເຊັ່ນ: BCEL OnePay, PayPal, Amazon Pay, GPay, WePay, ALIPAY, WeChat Pay, …).
  4. ການຂາຍ,​ ສ້າງເນື້ອຫາເພື່ອໃຫ້ເວົ້າເຖິງ (Story to tell): ໃນປະຈຸບັນການແຂ່ງຂັນທາງດ້ານທຸລະກິດຂ້ອນຂ້າງຈະສູງ ແລະ ໃນໂລກແຫ່ງການເຊື່ອມໂຍງ, ນອກຈາກການແຂ່ງຂັນພາຍໃນແລ້ວ ທຸລະກິດຫຼາຍໆທຸລະກິດຈະຕ້ອງໄດ້ມີການແຂ່ງຂັນກັບຕ່າງປະເທດຫຼາຍຂຶ້ນ. ໂລກອອນລາຍເຮັດໃຫ້ການເຮັດທຸລະກິດ ບໍ່ມີຂອບເຂດຊາຍແດນ, ແລ້ວຈະເຮັດແນວໃດໃຫ້ທຸລະກິດຂອງເຮົາເປັນທີ່ໜ້າຈົດຈຳ ແລະ ເຂົ້າໄປເຖິງລູກຄ້າໄດ້. ໃນໂລກແຫ່ງ Digital ການສ້າງເນື້ອຫາເພື່ອໃຫ້ຄົນໄດ້ເວົ້າເຖິງ ຈຶ່ງເປັນການຕະຫຼາດໜຶ່ງທີ່ຫຼາຍທຸລະກິດໄດ້ເຫັນເຖິງຄວາມຈຳເປັນເພື່ອໃຫ້ໂຕເອງບໍ່ພຽງແຕ່ມີພື້ນທີ່ ຂຶ້ນມາຢູ່ໃນລະດັບຕົົ້ນໆ ຂອງພື້ນທີ່ອອນລາຍ ເນື່ອງຈາກການຈ່າຍຄ່າ Ads ໃນສື່ຕ່າງໆ ເພື່ອໃຫ້ຂຶ້ນມາໃນ Page ຕ່າງໆ. ຕົວຢ່າງ: ຮ້ານອາຫານ ແສງລາວ (Senglao Café) ທີ່ມີການສົ່ງເສີມຜະລິດຕະພັນຊົນເຜົ່າ ພາຍໃຕ້ status: Senglao Café x Her Works – Lao Multi Ethic.
  5. ສ້າງເຄືອຂ່າຍ (Networking): ການສ້າງເຄືອຂ່າຍໃນ ໂລກແຫ່ງ Digital ແມ່ນນັບມື້ນັບກວ້າງອອກ ແລະ ມີຜົນທີ່ຕັດສິນໜຶ່ງໃນການດຳເນີນທຸລະກິດໃນໂລກອອນລາຍ. ໃນໂລກແຫ່ງ Digital ການສ້າງເຄືອຂ່າຍທາງສື່ສັງຄົມອອນລາຍແມ່ນ ລວມເອົາເຖິງການສ້າງຖານຜູ້ຕິດຕາມບໍ່ວ່າ ຈະຢູ່ໃນ Facebook, Instagram ຫຼື IG, twitter, Youtube ແລະ ບັນດາ Domestic Social Media ຂອງແຕ່ລະປະເທດ ທີ່ມີຄວາມສຳຄັນຫຼາຍກວ່າ Linkedin ໄປແລ້ວ.

ການສ້າງ Network ບໍ່ແມ່ນສໍາລັບແຕ່ການຂາຍ, ການສ້າງຄວາມເຊື່ອຖື, ການເຮັດໃຫ້ຄົນຮູ້ຈັກ ແລະ ການຮ່ວມມືດ້ານທຸລະກິດເທົ່ານັ້ນ. ແຕ່ສໍາລັບ Startups ແລະ SMEs ການສ້າງ Network ຍັງໝາຍເຖິງການສ້າງສາຍສຳພັນ ເພື່ອຮັບຟັງປະສົບການ ແລະ ຄຳເຫັນຂອງຜູ້ທີ່ເຄີຍໄດ້ປະສົບພົບພໍ້ບັນຫາມາແລ້ວ ທີ່ຈະເປັນການຊ່ວຍຊຸກດັນການດຳເນີນທຸລະກິດ ໂດຍສະເພາະ ສຳລັບຜູ້ທີ່ບໍ່ມີປະສົບການມາກ່ອນໃຫ້ສາມາດດຳເນີນທຸລະກິດໃຫ້ໄປໄດ້ໄປສະດວກຂຶ້ນ. ການສ້າງ Network ເປັນໜຶ່ງໃນຂໍ້ ທີ່ບໍ່ສາມາດຈະເຮັດໄດ້ແຕ່ໃນໂລກ Digital ແລະ ບໍ່ສາມາດຈະຖືກປ່ຽນແທນໄດ້ ແຕ່ຍັງຈະຕ້ອງໄດ້ສືບຕໍ່ເຮັດໃນໂລກແຫ່ງຄວາມເປັນຈິງທີ່ຄົນຍັງຈະຕ້ອງໄດ້ມີການພົວພັນ ແລະ ພົບພໍ້ກັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ເຊັ່ນ: Networking Event ຂອງ Austcham ທີ່ເຮັດເປັນປະຈຳ.

5 important tips in managing start-ups and SMEs in the digital era

More than 92% of Lao people use mobile phone with the rate of Internet usage increases every year. This is something common for Lao people in the digital era. When we launch a business, we have to try to sustain and survive in the mid of this highly-competitive and rapid-changing era. Currently, Laos is witnessing growing number of start-ups and SMEs which require lower investment and can serve as extra source of family income. In this article, we will look at ways to make the best use of digital technology to maximize benefit for our start-ups and SMEs. We will look at how to apply digital technology to supplement the usual practice of business principles (time, human, financial, sales and network management) in order to reduce amount of works, while improving the effectiveness of work performance.

  1. Time Management: time is the most valuable thing as it cannot be bought and replaced. Therefore, time management is high crucial. Opportunity usually comes at short notice with high competition. Once we see the opportunity, we have to be ready to take it before anyone. Digital technology has simplified time management via applications and advanced tools. Whereas applications are free of charge, they help managing and reminding us about time, such as Google Calendar, time-management applications, project management program that links with the calendar system and so on. Apart from time management, knowing calendar well will help businesses, especially service business, to create opportunities and prepare for sales during special national and religious occasions. Furthermore, contacting with customers or business partners across border requires us to know calendar of that particular country in order to be aware of their important occasions and holidays when they would take vacation from work. For this task, Google Calendar is highly useful as we can access calendar of every country via the application.
  • Human management, hiring freelancer: the basic principle of working is to assign tasks to someone who are able to complete them so that we can spend our time on something else more important. Every company needs competent staff members to work with. Nevertheless, employing skilful employees can incur huge costs and they are not easy to manage. Therefore, in this digital era, hiring freelancers are more common as they can be task-by-task hired. This can help reducing number of permanent staff members to manage as well as costs associated to salary, welfare and office administration. Freelancers nowadays are growing in terms of quantity and professional expertise available to choose from both within and outside the country. Apart from choices in terms of expertise, digital platforms are used in gathering freelancers where they can bid for work. For instance, a website called upwork.com which is a gathering point for freelancers at the moment.
  • Financial management, payment: apart from hiring accountants to handle complicated accounting system, business owners can now easily conduct income-expense management on their own through applications which will deal with complicated calculation for you. The applications will also help us keep track of sales in each period, expenses to be paid and financial plan for each month, namely waveapps.com, Quicken and so on. Payment: apart from receiving payment in the form of cash and card, we should also consider offering more choices of doing financial transactions through online platforms which are more convenient and faster as they are available 24/7. This method will also help encouraging and boosting sales. Modern technology help mitigating payment processes making it faster and more convenient. In addition, online payment can be processed in various forms, such as payment made using points, mobile payment, mobile transfer, payment made via certain platforms (namely: BCEL OnePay, PayPal, Amazon Pay, GPay, WePay, ALIPAY, WeChat Pay, etc).
  • Sales, story to tell: currently, businesses are competing with each other not only domestically, but internationally as the world is getting highly integrated. Online technology has allowed businesses to be done without border. For this reason, how can we make our business more noticeable and attractive to customers? In the digital world, creating a story to tell is another marketing approach that most businesses apply in lifting themselves up to the top in the online world. Furthermore, some can subscribe for ad services offered by different online media to boost their popularity, such as Senglao Café that promotes ethnic products under the status: Senglao Café x Her Works – Lao Multi Ethnic.
  • Networking: network existed in the digital world is getting larger and larger which serves as another decisive factor for successful online business. In the digital world nowadays, networking via social media including creating followers on Facebook, Instagram or IG, Twitter, YouTube and other domestic social media of each country has become more important than Linkedin.

Networking does not only promote sales, reliability, awareness and business partnership, but also help start-ups and SMEs nurturing relationship with customers as well as non-customers by listening to their experience and comments on how to improve the business further. Networking does not exist only on the online world, but also in the real world where people interact and meet in order to create trust among themselves, such as the networking event of Austcham which has been held regularly.

Comments