General

ຂ່າວດີ ຕ້ອນຮັບປີໃໝ່ ນໍ້າມັນລາຄາລົງ ອີກແລ້ວ….ມື້ອື່ນຕອນເຊົ້າ

ສະມາຄົມນ້ຳມັນເຊື້ອໄຟ ໄດ້ມີການປັບລາຄານ້ຳມັນໜ້າປ້ຳລົງ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 26/12/2018 ນ້ຳມັນແອັດຊັງພິເສດ ປັບລົງ 200 ກີບ/ລິດ ນ້ຳມັນແອັດຊັງທຳມະດາ ປັບລົງ 200 ກີບ/ລິດ ນ້ຳມັນກາຊວນ ປັບລົງ 200 ກີບ/ລິດ

Read More »

ບໍລິສັດ ລ້ຽງເຂົ້າສວາຍພະນັກງານ ຈະເຮັດໃຫ້ໄດ້ຄົນຮ່ວມງານທີ່ເກັ່ງໆ

ເຊື່ອເລີຍວ່າ ຫຼາຍຄົນທີ່ເປັນພະນັກງານຕາມຫ້ອງການສຳນັກງານອົງກອນຕ່າງໆ ມັກຈະເກີດມີຄຳຖາມໂລກແຕກ ຄື: ສວາຍນີ້ກິນເຂົ້າກັບຫຍັງ? ກິນຢູ່ໃສ? (ມື້ນີ້ກິນຫຍັງດີ?) ແລະ ເປັນກໍບັນຫາສຳລັບຫຼາຍໆຄົນແມ່ນບໍ່?. ອີກທັງ ບ້ານເຮົາໃນປັດຈຸບັນ ອາກາດຮ້ອນ ຢາມໜາວກໍຍັງຮ້ອນ ຢາມຮ້ອນແຮງບໍ່ຢາກຈະພັນລະນາຮູ້ໆກັນຢູ່. ບາງຫ້ອງການ ຮ້ານອາຫານຢູ່ໃກ້ໆກໍບໍ່ມີ ແລະ ການທີ່ຈະໄປຊອກກິນກິນເຂົ້າສວາຍ ທີ່ມີເວລາພັກພຽງ 1 ຊົ່ວໂມງກໍກາຍເປັນເລື່ອງຍາກພໍສົມຄວນ, ຖ້າສັ່ງນຳອອນໄລ໌ມາກິນບາງເທື່ອກໍຊ້າ ແຖມບາງຮ້ານກໍຕ້ອງໄດ້ເສຍຄ່າສົ່ງເພີ່ມ. ດ້ວຍເຫດນີ້ເຮັດໃຫ້ບາງບໍລິສັດໃນລາວ ເຮົາກໍຫັນມາລ້ຽງເຂົ້າສວາຍພະນັກງານ ແຕ່ທີ່ຈິງແລ້ວ ເລື່ອງນີ້ບໍ່ໄດ້ເປັນເລື່ອງໃໝ່ເລີຍ ເພາະເປັນເລື່ອງປົກກະຕິໃນບໍລິສັດເຕັກໂນໂລຊີໃຫຍ່ໆຄື Google Facebook Twitter ກໍມີສະຫວັດດີການລ້ຽງອາຫານສວາຍໃຫ້ກັບພະນັກງານ.  ບໍລິສັດ google ຈົນໄດ້ລົງທຶນຈ້າງພໍ່ຄົວແມ່ຄົວຝີມືດີຈາກໂຮງແຮມດັງມາເຮັດອາຫານໃຫ້ພະນັກງານ ເຫດຜົນຂອງການລ້ຽງບໍ່ພຽງແຕ່ເປັນສິ່ງທີ່ມັດໃຈພະນັກງານເທົ່ານັ້ນ ແຕ່ຍັງມີຫຼາຍໆເຫດຜົນທີ່ດີໆດັ່ງນີ້: ດຶງດູດຄົນເກັ່ງໆ ໃຫ່ເຂົ້າມາເຮັດວຽກນຳ ແນ່ນອນຢູ່ແລ້ວ ທີ່ຄົນຍຸກໃໝ່ໃນໄລຍະເວລາໄວເຮັດວຽກທີ່ຈະຕ້ອງເລືອກເຂົ້າໄປເຮັດວຽກໃຫ້ກັບບໍລິສັດໃດ ປັດໄຈທຳອິດກໍຄືເງິນເດືອນ ແລະ ປັດໄຈທີ່ສອງຮອງລົງມາແມ່ນເລື່ອງສະຫວັດດີການທີ່ຈະໄດ້ຮັບ, ການລ້ຽງເຂົ້າສວາຍໃຫ້ກັບພະນັກງານຖືວ່າເປັນສະຫວັດດີການອີກຢ່າງໜຶ່ງທີ່ຈະເຮັດໃຫ້ຄົນລຸ້ນໃໝ່ສົນໃຈ ອີກທັງຍັງຊ່ວຍໃຫ້ບໍລິສັດມີໂອກາດຄັດເລືອກພະນັກງານຄົນເກັ່ງໆເຂົ້!ມາຮ່ວມງ່າຍໄດ້ງ່າຍຂຶ້ນ ເພີ່ທປະສິດທິພາບ ແລະ ປະສິດທິພົນໃນການເຮັດວຽກ ຖ້າພະນັກງານບໍ່ຕ້ອງອອກໄປຊອກຫາກິນເຂົ້າເອງ ສົ່ງຜົນໃຫ້ບໍ່ເຮັດໃຫ້ເສຍເວລາກັບການເດີນທາງ ຫຼື ເສຍເວລາໃນການຄິດວ່າ ຈະກິນຫຍັງດີ, ຮ້ານໃດ? ດັ່ງນັ້ນ, ການມີອາຫານສວາຍຟຣີ ເຮັດໃຫ້ພະນັກງານໃຊ້ເວລາພັກຕອນສວາຍໄດ້ຢ່າງເຕັມທີ ແລະ ເພື່ອທີ່ຈະເຂົ້າມາເຮັດວຽກຕໍ່ໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ. ພະນັກງານຈະໄດ້ໃຊ້ເວລາຢູ່ຮ່ວມກັນຫຼາຍຂຶ້ນ ບໍລິສັດຂະໜາດນ້ອຍ ຈົນໄປເຖິງຂະໜາດໃຫຍ່ ...

Read More »

ລັດແຈ້ງການ ເລີ່ມປັບປຸງ ຫຼຸດຂັ້ນຕອນ ແລະ ເວລາ ການບໍລິການ ນຳເຂົ້າ-ສົ່ງອອກ.

ກະຊວງອຸດສາຫະກຳ ແລະ ການຄ້າ ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ໄດ້ອອກແຈ້ງການກ່ຽວກັບເລີ່ມຈັດຕັ້ງປະຕິບັດມາດຕະຖານການບໍລິການ (Service Charter) ຂອງກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018 ເພື່ອປັບປຸງ ແລະ ຍົກລະດັບປະສິດທິພາບວຽກງານບໍລິການຂອງ ກຂອ, ຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ເອກະສານ ໃນການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ຂອງພາກທຸລະກິດໃຫ້ໄດ້ຢ່າງໜ້ອຍ 50%ພາຍໃນປີ 2020 ແລະ ຫັນການບໍລິການຂອງ ກຂອ ເປັນລະບົບເອເລັກໂຕຣນິກ ຢ່າງເຕັມສ່ວນ ໂດຍແນໃສ່ເພີ່ມປະລິມານການຄ້າຂຶ້ນ 3 ເທົ່າ ພາຍໃນປີ 2025. ອີງຕາມແຈ້ງການ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018 ແຈ້ງໃຫ້ຊາບວ່າ ກຂອ ໄດ້ລິເລີ່ມປັບປຸງວຽກງານການບໍລິການຂອງກົມໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ຫັນເປັນທັນສະໄໝເທື່ອລະກ້າວ. ພ້ອມດຽວກັນນັ້ນ, ກອຂ ມີວິໄສທັດໃນການພັດທະນາວຽກງານການນຳເຂົ້າ ແລະ ສົ່ງອອກ, ...

Read More »

CSR Profile ແມ່ນຫຍັງ? ຈະຊ່ວຍໃຫ້ SME ໂດດເດັ່ນໃນສັງຄົມແນວໃດ? (ອ່ານເລີຍ!!!)

ໃນທຸລະກິດບໍ່ວ່າຈະໃຫຍ່ ຫຼື ເປັນ SMEs (ທຸລະກິດຂະໜາດນ້ອຍ ແລະ ກາງ) ສິ່ງສຳຄັນ 2 ຢ່າງທີ່ທຸກອົງກອນຕ້ອງມີຄື: Product Catalogue ແລະ Company Profile ເພື່ອນຳສະເໜີໃຫ້ລູກຄ້າກຸ່ມເປົ້າໝາຍ ເພື່ອສ້າງທຸລະກິດເປັນໄປຕາມຕັ້ງເປົ້າໝາຍໄວ້. ໜ້າທີ່ຂອງ Product Catalogue ມີຈຸດປະສົງເພື່ອເຮັດໃຫ້ຄົນຮູ້ວ່າ ຂາຍສິ່ງໃດ (what)  ຜະລິດຕະພັນຂອງເຮົາຊ່ວຍແກ້ໄຂບັນຫາຫຍັງ ຫຼື ໃຊ້ແລ້ວຈະໄດ້ປະໂຫຍດຫຍັງ ພ້ອມສັບພະຄຸນຂອງ ສິນຄ້າ ແລະ ການບໍລິການຂອງເຮົາມີດີ ແລະ ໂດດເດັ່ນກວ່າສິນຄ້າອື່ນແບບໃດ?. ສ່ວນໜ້າທີ່ຂອງ Company Profile  ມີຈຸດປະສົງເພື່ອເຮັດໃຫ້ຄົນ ຫຼືວ່າ ລູກຄ້າ ເຊື່ອໝັ້ນວ່າ ເປັນຫຍັງ (Why) ຕ້ອງຊື້ຈາກເຮົາ, ອົງກອນຂອງທ່ານນ່າເຊື່ອຖື ແລະ ໝັ້ນຄົງແບບໃດ ມີເຄືອຂ່າຍການໃຫ້ບໍລິການກວ້າງຂວາງຊໍາໃດ ແລະ ເມື່ອເປັນລູກຄ້າແລ້ວ ຈະໄວ້ໃຈໄດ້ຊໍາໃດ. ແຕ່ໃນມື້ນີ້ ລູກຄ້າ ແລະ ກຸ່ມເປົ້າໝາຍ ບໍ່ໄດ້ຄຳນຶງເຖິງພຽງຄຸນຄ່າຂອງຜະລິດຕະພັນ ຫຼື ສິ່ງທີ່ອົງກອນມອບໃຫ້ເທົ່ານັ້ນ, ແຕ່ຍັງມີການພິຈາລະນາຍິ່ງໄປອີກວ່ານັ້ນຄື ຜະລິດຕະພັນທີ່ຕົນເອງໃຊ້ ຫຼື ອົງກອນທີ່ຕົນເປັນລູກຄ້າ ໄດ້ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສັງຄົມແນວໃດ? ນັ້ນກໍຄື  CSR=Corporate ...

Read More »

ຊົມເຊີຍ!!! ເລີ່ມເສຍພາສີທີ່ດິນຜ່ານທະນາຄານ ແລະ ສະມາດໂຟນ ໄດ້ແລ້ວ

ຕໍ່ຈາກນີ້ ພວກເຮົາທັງຫຼາຍຈະບໍ່ຫຍຸ້ງຍາກເສຍເວລາກັບການໄປເສຍພາສີທີ່ດິນອີກແລ້ວ, ປະຊາຊົນທຸກຄົນຈະສາມາດຊໍາລະພາສີທີ່ດິນໄດ້ງ່າຍຂຶ້ນ ໂດຍຜ່ານລະບົບເສຍພາສີທີ່ດິນທີ່ທັນສະໄໝຜ່ານ 7 ທະນາຄານ ດ້ວຍ 2 ວິທີການຊໍາລະງ່າຍໆ ປອດໄພ, ວ່ອງໄວ, ຮັບປະກັນແກ່ການຈັດເກັບລາຍຮັບແຫ່ງລັດໃຫ້ມີລັກສະນະລວມສູນ, ຮັດກຸມໂປ່ງໃສ ແລະ ສາມາດກວດສອບໄດ້ງ່າຍ. (ແຕ່ເຮົາກໍຍັງສາມາດຈ່າຍຜ່ານຫ້ອງການປົກຄອງບ້ານໄດ້ຕາມປົກກະຕິ) ທ່ານ ພູທະນູເພັດ ໄຊສົມບັດ, ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວໃນພິທີຊັນສັນຍາ ແລະ ເປີດນໍາໃຊ້ລະບົບຮັບຊໍາລະພາສີທີ່ດິນຜ່ານລະບົບທະນາຄານ ຂຶ້ນໃນວັນທີ 17 ທັນວາ 2018 ວ່າ: ເພື່ອເປັນການປັບປຸງກົນໄກ ແລະ ວິທີການຊໍາລະໃຫ້ສະດວກວ່ອງໄວ, ຮັບປະກັນການກວດສອບໄດ້ ແລະ ພື້ນທີ່ການເຊື່ອມໂຍງເຂົ້າໃນລະບົບຂໍ້ມູນຂ່າວສານຄຸ້ມຄອງອາກອນ TaxRIS, ກົມສ່ວຍສາອາກອນ ຮ່ວມກັບບໍລິສັດພັດທະນາໄອທີພາຍໃນປະເທດ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຄົ້ນຄວ້າກົນໄກການຊໍາລະພາສີທີ່ດິນຜ່ານລະບົບທະນາຄານ ໂດຍສາມາດຊໍາລະພາສີທີ່ດິນຜ່ານ 7 ທະນາຄານຄື:  ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານສົ່ງເສີມກະສິກໍາ, ທະນາຄານທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານບີໄອຊີ ແລະ ທະນາຄານລາວ-ຈີນ. ສໍາລັບວິທີການຊໍາລະພາສີທີ່ດິນເຂົ້າສູ່ລະບົບທະນາຄານປະກອບມີ 2 ວິທີຄື: ຊໍາລະຜ່ານປ່ອງບໍລິການຂອງທະນາຄານທັງ 7 ແຫ່ງ ...

Read More »

ເຈົ້າຫນ້າທີ່ລົງກວດກາ ສາມລ່ຽມຄໍາ ເມືອງຕົ້ນເຜີ້ງ, ວ່າດ້ວຍສັດປ່າ ກອງກວດກາປ່າໄມ້

ຕາມແຫຼ່ງຂ່າວຂອງເຈົ້າໜ້າທີ່ບອກໃຫ້ຮູ້ວ່າ ໃນວັນທີ 13 ທັນວາ 2018 ທີ່ເຂດເສດຖະກິດພິເສດ ສາມລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໜ່ວຍງານບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ກອງກວດກາປ່າໄມ້ ແລະ ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ ພ້ອມດ້ວຍທະຫານ-ຕໍາຫຼວດ, ພາສີ, ສານ, ໄອຍາການ ແລະ ປກສ ເຂດເສດຖະກິດພິເສດ ສາມລ່ຽມຄໍາ ເຂົ້າກວດຄົ້ນບັນດາຮ້ານຄ້າໃນເຂດເສດຖະກິດພິເສດ (Chinatown) ຕໍ່ວຽກງານບັງຄັບໃຊ້ກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ກວດຄົ້ນ ການຄ້າ-ຂາຍສັດປ່າ ໂດຍສະເພາະຜະລິດຕະພັນທີ່ມາວາງຂາຍ ທີ່ອາດເຮັດຈາກຊິ້ນສ່ວນສັດປ່າ ທີ່ຜິດກົດໝາຍ. ຜົນສະຫຼຸບໂດຍລວມ ຈາກກອງກວດກາປ່າໄມ້ ແຂວງບໍ່ແກ້ວ ກ່ຽວກັບການເຂົ້າກວດຄົ້ນຮ້ານຄ້າເປົ້າໝາຍ ໃນເຂດເສດຖະກິດພິເສດ ສາມລ່ຽມຄໍາ ແລະ ຮ້ານຄ້າ ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລວມທັງໝົດມີ 5 ຮ້ານ ພ້ອມຍຶດຂອງກາງທັ້ງໝົດ 32 ຢ່າງ ສ່ວນໃຫຍ່ເປັນຊິ້ນສ່ວນສັດປ່າ ທີ່ຜິດກົດໝາຍ. ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ແຂວງບໍ່ແກ້ວ ພ້ອມເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 50 ທ່ານ ເຂົ້າກວດຄົ້ນ 5 ...

Read More »

ຫາງສຽງຈົ່ມວ່າ ຈາກສັງຄົມ!!! ລົດບັນທຸກໜັກເກີນ ເປັນສາເຫດເຮັດໃຫ້ທາງເປ່ເພ

ພາຍຫຼັງທີ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບການຈັດຕັ້ງປະຕິບັດ ເຮັດໃຫ້ເສັ້ນທາງ ແລະ ຂົວ ມີການເປ່ເພຫຼາຍສົມຄວນ ໂດຍເກີດຈາກການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ມີຫາງສຽງຈາກສັງຄົມ. ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄຂຂຶ້ນໃນເດືອນພະຈິກ 2018 ສສຊ ຫຼາຍເຂດເລືອກຕັ້ງໄດ້ນໍາເອົາບັນຫາດັ່ງກ່າວສະເໜີຕໍ່ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຄວນມີການກວດກາຄືນບັນຫາການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງ ແລະ ຂົວເປ່ເພ ສ້າງຄວາມເດືອດຮ້ອນໃຫ້ແກ່ສັງຄົມ ແລະ ປະຊາຊົນທີ່ອາໄສຢູ່ຕາມແຄມທາງ; ພາກສ່ວນກ່ຽວຂ້ອງຄວນມີການຕິດຕາມກວດກາຄືນ ແລະ ມີມາດຕະການໃນການແກ້ໄຂບັນຫາດັ່ງກ່າວ. ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 26 ພະຈິກ ທີ່ຜ່ານມາວ່າ: ການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງ ແລະ ຂົວເປ່ເພນັ້ນ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດກອງປະຊຸມຄົບຄະນະ ຄັ້ງທີ 5 ຂຶ້ນໃນວັນທີ 13 ພະຈິກ 2018 ແລະ ໄດ້ມອບໃຫ້ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຜູ້ອອກແຈ້ງການໃຫ້ບັນດາບໍລິສັດກໍ່ ...

Read More »

Bill Gates ສະເໜີໃຫ້ເກັບພາສີຫຸ່ນຍົນແພງຂຶ້ນ ເພື່ອປ້ອງກັນຄົນຕົກວຽກເພີ່ມ….

ດັ່ງທີ່ເຮົາພໍຮູ້ແລ້ວວ່າ ໃນອະນາຄົດອັນໃກ້ໆນີ້ ຫຸ່ນຍົນ ກຳລັງຈະເຂົ້າມາມີບົດບາດແທນທີ່ການເຮັດວຽກຂອງຄົນ. ຖ້າວ່າ ຫຸ່ນຍົນສາມາດເຮັດວຽກໄດ້ມີປະສິດທິພາບ ຫຼາຍກວ່າຄົນ ຮອດຕອນນັ້ນແລ້ວ ບໍລິສັດຈຳນວນຫຼາຍ ຍັງຈະຕ້ອງການຄົນມາເຮັດວຽກນຳອີກບໍ່? ບັນຫານີ້, ກຳລັງເປັນກະແສທີ່ຖືກເວົ້າຫຼາຍທີ່ສຸດໃນປັດຈຸບັນ ໃນທົ່ວໂລກ ເພາະວ່າໄລຍະເວລາທີ່ຜ່ານມາ ແຕ່ລະບໍລິສັດໄດ້ເລີ່ມມີການຫຼຸດຈຳນວນພະນັກງານລົງເປັນທີ່ຮຽບຮ້ອຍແລ້ວ. Bill Gates ມະຫາເສດຖີອັນດັບໜຶ່ງຂອງໂລກ ໄດ້ໃຫ້ຄວາມເຫັນກ່ຽວກັບເລື່ອງນີ້ວ່າ:  ສຳລັບຄວາມຄິດທີ່ຈະນຳຫຸ່ນຍົນມາຊ່ວຍເຮັດວຽກນັ້ນເປັນເລື່ອງດີ ເພາະຈະບໍ່ໄດ້ໃຫ້ຄົນໄປເສຍເວລາກັບສິ່ງທີ່ບໍ່ຈຳເປັນ ແລະ ມີເວລາໃນການເຮັດສິ່ງອື່ນໆໄດ້ເພີ່ມຂຶ້ນ.  ນອກຈາກນີ້,  Bill Gates  ກໍຍັງບໍ່ເຫັນດີກັບການທີ່ ໂລກຍັງຈະສະລໍການພັດທະນາຫຸ່ນຍົນ ທີ່່ໄດ້ຊ່ວຍກັນພັດທະນາຂຶ້ນມາຈົນທຸກມື້ນີ້, ເຖິງແມ່ນວ່າຫຸ່ນຍົນກຳລັງເຂົ້າມາຍາດວຽກຂອງຄົນ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ຫຸ່ນຍົນຈະເຂົ້າມາເຮັດໃຫ້ຄົນບໍ່ມີວຽກໄດ້. ໃນເມື່ອທຸກມື້ນີ້ເຮົາມີການເກັບພາສີ  ຈາກສ່ວນຂອງການລົງທຶນ ແລະ ສ່ວນຂອງແຮງງານ ຢູ່ແລ້ວ, ໃນອະນາຄົດຈະບໍ່ມີໃຜຫ້າມຊື້ຫຸ່ນຍົນສຳລັບໃຊ້ການຜະລິດສິນຄ້າໄດ້ ຫຼື ເວົ້າງ່າຍໆກໍຄື ຖ້າບໍລິສັດໃດຢາກຊື້ຫຸ່ນຍົນເຂົ້າມາເຮັດວຽກແທນຄົນກໍສາມາດເຮັດໄດ້ ແຕ່ພາສີແຮງງານຫຸ່ນຍົນແມ່ນຈະມີລາຄາແພງກວ່າແຮງງານຄົນ. ສະນັ້ນ, ລະບົບພາສີ ຈະຊ່ວຍກົດດັນໃຫ້ບໍລິສັດຢາກຈ້າງຄົນເພີ່ມຂຶ້ນຫຼາຍກວ່າ ເຊິ່ງລະບົບພາສີໃນຕອນນີ້, ກຳລັງຢູ່ໃນທິດທາງທີ່ກົງກັນຂ້າມກັບແນວຄວາມຄິດນີ້ຂອງ Bill Gates ຢ່າງຊັດເຈນ.  ແຕ່ ຖ້າແນວຄວາມຄິດຂອງ Bill Gates ນີ້ ໄດ້ຖືກນຳໄປໃຊ້ກໍອາດຈະເປັນເລື່ອງດີສຳລັບຄົນເຮັດວຽກ. ແຕ່ເລື່ອງນີ້ ອາດຈະບໍ່ຖືກໃຈກັບຜູ້ປະກອບການ ເພາະວ່າອາດຈະເຮັດໃຫ້ກຳໄລຫຼຸດລົງ ຈາກນະໂຍບາຍພາສີທີ່ເປັນຢູ່ ສຸດທ້າຍແລ້ວ ພາສີຫຸ່ນຍົນ ...

Read More »

ເປີດໂອກາດໃຫ້ກັບນັກທຸລະກິດອອນໄລເຂົ້າຮ່ວມເຝິກອົບຮົມຟຣີີ…ສະໝັກດ່ວນ.

ສິ່ງທີ່ທ່ານຈະໄດ້ຮຽນຮູ້ຄື: – ເຂົ້າໃຈໂຄງການພັດທະນາການຄ້າທາງເອເລັກໂທນິກໃນພາກພື້ນຂອງສະຖາບັນແມ່ນນ້ຳຂອງຂ່ອນແກນ – ຮຽນຮູ້ຄວາມຮູ້ພື້ນຖານຂອງການຄ້າທາງເອເລັກໂທນິກໂດຍສະເພາະແມ່ນພາກຫົວໜ່ວຍທຸລະກິດ ແລະ ຊົນນະບົດ – ສ້າງແຜນທຸລະກິດ ແລະ ອອກແບບທຸລະກິດແບບໃໝ່ – ເຂົ້າໃນເລື່ອງນະໂຍບາຍການຄ້າທາງເອເລັກໂທນິກຂອງປະເທດ – ເຄື່ອງມືທາງດ້ານການຕະຫຼາດທີ່ຈະຊ່ວຍສ້າງໂອກາດໃນດ້ານການຄ້າ ຟຣີ ❗ເຂົ້າຮ່ວມຟຮີ ‼ບໍ່ມີຄ່າລົງທະບຽນ ສະໜັບສະໜູນຫຼັກໂດຍ: ສະຖາບັນແມ່ນ້ຳຂອງ (Mekhong Institute) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈັດໂດຍ: ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ບໍລິສັດ Me Asia ແລະ ອາໂກລາວ ກຸຣບ. ເປີດໂອກາດໃຫ້ກັບນັກທຸລະກິດອອນໄລເຂົ້າຮ່ວມງານເຝິກອົບຮົມ ? ວັນທີ 19-20 ທັນວາ 2018 ສະຖານທີ່: Toh X ໂຕະເອັກຊ ? ຂໍ້ມູນເພິ່ມເຕິມ ຕິດຕໍ່ລົງທະບຽນ ? 021 416 266 / 5838 8885 ວັອດແອັບ ...

Read More »

ການເລືອກຕະຫຼາດສະເພາະກຸ່ມ ຈະຊ່ວຍສ້າງຄຸນຄ່າໃຫ້ແບຣນ

Niche Market  ຫຼື ຕະຫຼາດເພາະເຈາະຈົງກຸ່ມເປົ້າໝາຍ ຈະສາມາດສ້າງຄຸນຄ່າໃຫ້ແບຣນໄດ້ແບບໃດ? ສິ່ງທີ່ນັກການຕະຫຼາດທົ່ວໄປຕ້ອງການຄື ເປັນທຸກໆຢ່າງສຳລັບທຸກໆຄົນໃຫ້ໄດ້ ແຕ່ໃນຄວາມເປັນຈິງແລ້ວ ຖ້າເຮົາສາມາດເລືອກເຮັດໃນສິ່ງທີ່ແຕກຕ່າງອອກໄປ ໂດຍຕັ້ງເປົ້າໝາຍສົນໃຈແຕ່ກຸ່ມໆລູກຄ້າດຽວ ແມ່ນຈະດີກວ່າສຳລັບທຸລະກິດ ຫຼື ແບຣນ ເຊິ່ງການເຮັດໃຫ້ຕົວເຮົາແຕກຕ່າງນັ້ນ ສາມາດເຮັດໄດ້ດ້ວຍການຫາ Content ຫຼື ເນື້ອຫາ ແລະ ສິນຄ້າທີ່ເໝາະກັບຕະຫຼາດສະເພາະກຸ່ມເທົ່ານັ້ນ. ຄວາມຊ່ຽວຊານສະເພາະດ້ານສຳຄັນແບບໃດ? ຄືກັບ Blogger ທີ່ຈະພະຍາຍາມສະແດງຕົວຕົນໃນຕະຫຼາດ ເພື່ອສະແດງເຖິງການຂຽນໃນເລື່ອງທີ່ຕົວເອງມີຄວາມຊ່ຽວຊານ ຫຼື ສົນໃຈພິເສດ ນີ້ກໍຄືເປັນການສ້າງຄວາມສຳພັນຜ່ານ Content ແນ່ນອນວ່າຜູ້ອ່ານກໍຈະໄດ້ຮັບປະໂຫຍດຈາກປະສົບການ ແລະ ຂໍ້ມູນທີ່ທ່ານມີ.  ແຕ່ຖ້າທ່ານບໍ່ມີ Content ທີ່ສາມາດສະເໜີເຖິງຄວາມຊ່ຽວຊານສະເພາະດ້ານໃດດ້ານໜຶ່ງ ກໍຄືກັບການທ່ານບໍ່ໄດ້ນຳສະເໜີສິ່ງໃດເລີຍ.  ດັງນັ້ນ, ຜູ້ຂຽນເອງກໍຕ້ອງຄົ້ນຄວ້າ ແລະ ພະຍາຍາມຕັ້ງຄຳຖາມກ່ຽວກັບສິ່ງທີ່ທ່ານບໍ່ຮູ້ໃຫ້ຫຼາຍຂຶ້ນເຊັ່ນ: ຖ້າທ່ານສົນໃຈ ແລະ ມີຄວາມມັກໃນເລື່ອງອາຫານ ທ່ານຈະສາມາດຂຽນເລື່ອງ ແລະ ລຳດັບຄວາມຄິດກ່ຽວກັບອາຫານໄດ້ຢ່າງງ່າຍດາຍ. ແຕ່ຖ້າທ່ານຕ້ອງການຂຽນ  Content ກ່ຽວກັບລົດ ເພາະວ່າທ່ານ ຕ້ອງການເປັນ Partner ໃນອະນາຄົດກັບບໍລິສັດລົດ. ແຕ່ໃນຄວາມຈິງແລ້ວທ່ານນັ້ນກໍບໍ່ຮູ້ຫຍັງກ່ຽວກັບລົດເລີຍ ແລ້ວຜູ້ອື່ນໆທີ່ຕິດຕາມຈະໄດ້ຫຍັງຈາກເຮົາ. ສຸດທ້າຍແລ້ວ ຜູ້ຕິດຕາມອ່ານກໍຈະຮູ້ສຶກເສຍອາລົມອ່ານ Content  ທີ່ບໍ່ໄດ້ບອກຫຍັງເລີຍ, ທ່ານເຄີຍຮູ້ສຶກບໍ່ວ່າ ເມືອຄິຼກເຂົ້າໄປອ່ານເນື້ອໃນແລ້ວ ແຕ່ບໍ່ມີຫຍັງເປັນຕານຳເອົາມານຳໃຊ້ໄດ້ເລີຍ ແລະ  ບໍ່ນ່າຈະເສຍເວລາເຂົ້າມາອ່ານເລີຍ ຫຼາຍໆທ່ານອາດເຂົ້າໃຈຄວາມຮູ້ສຶກນີ້. ຄວາມຊ່ຽວຊານບໍ່ໄດ້ເປັນເລື່ອງຍາກສຳລັບໃນອົງກອນ. ...

Read More »