General

ເປັນງານທີ່ນາສົນໃຈສຸດໆ ແຖມຍັງເຂົ້າຮ່ວມຟຣີ !!! ຄຼິກເຂົ້າອ່ານເລີຍ….

ກັບມາອີກຄັ້ງແລ້ວກັບງານເຝິກອົບຮົມ ໄວໜຸ່ມຮຽນຮູ້ສູ່ການປຽນແປ່ງ ກັບມາເປັນຊຸດທີ 2 ຫຼັງຈາກຊຸດທີ່ໜຶ່ງໄດ້ຮັບຄວາມສົນໃຈ ແລະ ການຕອບຮັບຈາກໄວໜຸ່ມຢ່າງຫຼວງຫຼາຍ ກັບມາໃນຄັ້ງນີ້ແມ່ນຈະໄດ້ມາຮຽນຮູ້ ແລະ ແລກປຽນພາຍໃຕ້ຫົວຂໍ້ #ຜູ້ນຳ ແລະ ພາວະການເປັນຜູ້ນຳ ໄວໜຸ່ມຈະໄດ້ຮຽນຮູ້ເຖິ່ງແນວທາງການກ້າວໄປເປັນຜູ້ນຳທີ່ດີໄດ້ອານາຄົດ ເຊີ່ງມີລາຍລະອຽດງານດັ່ງນີ້: #ຈຸດປະສົງ ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້ເຖີງແນວທາງໃນການເປັນຜູ້ນຳທີ່ດີໃນອານາຄົດ, ຮູ້ຈັກໃຊ້ເວລາວ່າງໃຫ້ເກີດປະໂຫຍດ ແລະ ເປີດໂອການແລກປຽນມຸມມອງທັດສະນະຄະຕິກັບໝູ່ເພື່ອນໃໝ່ໆ # ເວລາ ງານ ໄວໜຸ່ມຮຽນຮູ້ສູການປຽນແປ່ງແມ່ນຈັດຂື້ນໃນວັນ ເສົາ-ອາທິດ ວັນທີ 20-21 ຕຸລາ(10) ປີ 2018 ເວລາ08:30-16:00 #ສະຖານທີ ສະຖານທີ່ແມ່ນຈັດຢູ່ຫ້ອງເຝິກອົບຮົມຂອງ ອົງການ ມິດຕະພາບ ເມັ້ນໂນນາຍ ປະຈຳ ສ.ປ.ປ ລາວ (MCC) ບ.ໂພນສະຫວັນໃຕ້ ມ.ສີສັດຕະນາກ ນະຄອນຫຼວງວຽງຈັນ # ປິດຮັບສະໝັກ: 16/10/2018 #ເງື່ອນໄຂ �ເປັນນັກຮຽນ ຫຼື ນັກສຶກສາທີ່ອາໄສຢູ່ນະຄອນຫຼວງວຽງຈັນ . � ອາຍຸ 18-22 ປີ. �ມີຄວາມກະຕື້ລືລົນຍາກຮຽນຮູ້ສິ່ງໃໝ່ໆ. �ສາມາດເດີນທາງມາຮ່ວມງານໄດ້ດ້ວຍຕົນເອງ. �ບໍຈຳກັດເພດ ສະຖານະ ຊົນເຜົ່າ ...

Read More »

ສປປ ລາວ ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ປະຈຳປີ 2018

ໃນວັນທີ 11 ຕຸລາ 2018, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງກອນຕ່າງໆ ຂອງສະຫະປະຊາຊາດ ໄດ້ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ປະຈຳປີ 2018 (ວັນຄົບຮອບວັນເກີດນາງນ້ອຍ ຄັ້ງທີ 2) ພາຍໃຕ້ຫົວຂໍ້ “ຮ່ວມກັບນາງນ້ອຍ ສົ່ງເສີມທັກສະເດັກຍິງ”. ງານດັ່ງກ່າວ, ໄດ້ມີການທົບທວນຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ບາງວຽກງານຈຸດສຸມ ທີ່ເປັນບູລິມະສິດຮ່ວມກັນໃນຕໍ່ໜ້າ, ພ້ອມທັງເປັນການລະດົມຂົນຂວາຍຊອກຫາທຸກແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ການສະໜັບສະໜູນສ້າງທັກສະຄວາມສາມາດໃຫ້ເດັກຍິງ ຜູ້ທີ່ດ້ອຍໂອກາດໃນເຂດເປົ້າໝາຍ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ທີ່ຖືກຕ້ອງ, ມີຊີວິດການເປັນຢູ່ຢ່າງປອດໄພ, ໄດ້ຮັບການສຶກສາຢ່າງທົ່ວເຖິງ, ມີສຸຂະພາບແຂງແຮງ ແລະ ມີຄວາມສະເໝີພາບເທົ່າທຽມກັບເພດຊາຍ. October 11 th is globally marked as International Day of the Girl Child. The day aims to highlight and address ...

Read More »

ກັບມາສ້າງຄວາມມ່ວນຊື່ນອີກຄັ້ງ!!! ກັບງານ  “LBC Oktoberfest”  ມ່ວນ!! ມັນ!! ກວ່າເກົ່າແນ່ນອນ…..

ເຊີນທຸກທ່ານຄໍເບຍທັງຫຼາຍ!!! ມາຮ່ວມເທສະການສະຫຼອງເບຍລະດັບສາກົນ ທີ່ຈະມາມອບຄວາມມ່ວນ ຄວາມຊື່ນ ແລະ ຕື່ນຕາຕື່ນໃຈ ອີກຄັ້ງກັບງານ “LBC Oktoberfest 2018” ປີທີ II ທີ່ຈະຈັດຂຶ້ນທັງໝົດ 4 ມື້, ໃນວັນທີ 18-19-20-21 ເດືອນ ຕຸລາ 2018 ທີ່ຈະມາເຖີງນີ້. ທີ່ລານຈອດລົດຫໍວັດທະນະທຳແຫ່ງຊາດ, ເວລາ 18:30 ໂມງເປັນຕົ້ນໄປ. ໃນງານທ່ານຈະໄດ້ພົບກັບສິນລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ…. ບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈໃຫ້ທຸກທ່ານໄດ້ຮ່ວມຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ, ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, ມີເມນູອາຫານແຊບໆທີ່ເປັນເອກະລັກຂອງ ເທສະການ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ຈະມາລວມຕົວກັນທີ່ງານນີ້, ພ້ອມເສີບເບຍສົດຣົດຊາດດີ Beerlao, Beerlao (Crafty), Carlsberg. ໃຫ້ທຸກຄົນທີ່ມາຮ່ວມງານໄດ້ມ່ວນຊື່ນ ແລະ ສຳຜັດກັບບັນຍາກາດ ຂອງການສະເຫຼີມສະຫຼອງງານ Oktoberfest ເຕັມຈຸໃຈທັງ  4 ຄືນ. Oktoberfest ມີຕົ້ນກໍາເນີດ ໃນປະເທດເຢຍລະມັນ ແລະ ປັດຈຸບັນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ເຊິ່ງການຈັດງານແມ່ນ ຈະເລີ່ມໃນທ້າຍອາທິດຂອງເດືອນກັນຍາ ແລະ ...

Read More »

ເປີດຫຼັກສູດ!!! ປະລິນຍາເອກເສດຖະສາດ ຢູ່ ມຊ ຢ່າງເປັນທາງການ….

ສິ້ນສຸດການລໍຄອຍ ! ? ?‍? ?‍? ? ??  ທີ່ນັກສຶກສາຢາກຮຽນຕໍ່ໃນລະດັບປະລິດຍາເອກເສດຖະເສດ ໂດຍບໍ່ຕ້ອງໄປຮຽນຢູ່ໄກເຖິງຕ່າງປະເທດແລ້ວ. ເປີດແລ້ວ ຫຼັກສູດປະລິນຍາເອກເສດຖະສາດ ຢ່າງເປັນທາງການ ຢູ່ຄະນະເສດຖະສາດ ແລະ ບໍລິການທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃນມື້ວານນີ້ວັນທີ 10 ຕຸລາ 2018. ເລີ່ມເປີດຮັບສະໝັກນັກສຶກສາ ວັນທີ 15/11 –  7/12/2018 ສອບເສັງຄັດເລືອກວັນທີ 15 ທັນວາ 2018 ປະກາດຜົນການສອບເສັງ  25 ທັນວາ 2018 ເລີ່ມຮຽນ 1 ມີນາ 2019 ຂໍເຊີນເດີຜູ່ໃດສົນໃຈສະໜັກໄດ້. Official opening PhD program in Economics in FEB ຄ່າລົງທະບຽນຮຽນ 3 ປີ ແມ່ນ 63 ລ້ານກີບ ເທົ່ານັ້ນ. ທີ່ມາ: Lao Youth Radio FM 90.0 Mhz   ...

Read More »

ທະນາຄານໂລກ ຊີ້ແຈງ ການເຕີບໂຕຂອງເສດຖະກິດລາວຫຼຸດລົງເຫຼືອ 6,6% ຍ້ອນ….

ທະນາຄານໂລກ ໄດ້ລາຍງານການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນວັນທີ 4 ຕຸລາຜ່ານມາ ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນໄດ້ຊີ້ໃຫ້ເຫັນສະພາບລວມການຂະຫຍາຍຕົວທາງດ້ານເສດຖະກິດໃນຫຼາຍເດືອນຜ່ານມາ ລວມມີ: ສະພາບຄວາມເຄັ່ງຕຶງທາງການຄ້າ, ອັດຕາດອກເບ້ຍເພີ່ມຂຶ້ນໃນສະຫະລັດອາເມຣິກາ ( ສຫລ ), ເງິນໂດລາສະຫະລັດແຂງຄ່າ ແລະ ຄວາມຜັນຜວນຂອງຕະຫຼາດການເງິນຢູ່ໃນຫຼາຍປະເທດທີ່ເປັນຕະຫຼາດໃໝ່ ເຊິ່ງໄດ້ເພີ່ມທະວີຄວາມບໍ່ແນ່ນອນຕໍ່ທ່າອ່ຽງການເຕີບໂຕຂອງພາກພື້ນ ແລະ ໃນຂະນະດຽວກັນອັດຕາເງິນເຟີ້ກໍຈະເລີ່ມສູງຂຶ້ນຢູ່ໃນພາກພື້ນ. ເສດຖະກິດຂອງປະເທດຈີນ ແມ່ນຄາດວ່າຈະຂະຫຍາຍຕົວຊ້າກວ່າປີ 2017 ມາຢູ່ໃນອັດຕາ 6,5% ໃນປີ 2018, ຖ້າບໍ່ລວມປະເທດຈີນແລ້ວ ການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທີ່ກໍາລັງພັດທະນາຢູ່ນີ້ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວໃນອັດຕາຄົງທີ່ 5,3% ແຕ່ປີ 2018 ຫາປີ 2020 ໂດຍມີຄວາມຕ້ອງການພາຍໃນເປັນປັດໄຈຂັບເຄື່ອນ. ຂະນະທີ່ທ້າຍເດືອນກັນຍາ 2018 ທີ່ຜ່ານມາ ທະນາຄານພັດທະນາອາຊີ ( ເອດີບີ ) ຄາດການເຕີບໂຕທາງເສດຖະກິດຂອງ ສປປ ລາວ ຈະເຕີບໂຕຢູ່ທີ່ລະດັບປານກາງໃນປີ 2018 ເນື່ອງຈາກການຜະລິດຂອງຂະແໜງກະສິກຳ ແລະ ບໍ່ແຮ່ຈະຕ່ຳກວ່າຄາດໝາຍ. ເຖິງຢ່າງໃດກໍ່ຕາມ, ການຂະຫຍາຍຕົວຂອງຂະແໜງກໍ່ສ້າງ ແລະ ການບໍລິການຈະຊ່ວຍທົດແທນບາງສ່ວນຂອງຜົນກະທົບທາງລົບເຫຼົ່ານີ້ ໂດຍອີງຕາມບົດລາຍງານເສດຖະກິດ ສະບັບປັບປຸງຂອງ ...

Read More »

ຮຽນພາສາອັງກິດດ້ວຍຕົນເອງໄດ້ງ່າຍໆ ດ້ວຍແອັບນີ້….ກົດເຂົ້າເບິ່ງເລີຍ!!!!

ຂ່າວດີ ! ຂ່າວໃໝ່ ໃຫ້ຄົນລາວໄດ້ໃຊ້ ແລະ ຮຽນພາສາອັງກິດ ໄປນຳກັນ ໂດຍການດາວໂຫລດແອັບ ໂດຍບໍ່ໄດ້ເສຍເງິນ ປັດຈຸບັນ ທ່ານສາມາດ ດາວໂຫລດ ແອັບພິເຄຊັນ ຮຽນພາສາອັງກິດ ສໍາຫຼັບ ຂະແໜ່ງການທ່ອງທ່ຽວ ແລະ ການໂຮງແຮມ ເພື່ອເສີມສ້າງການໃຊ້ພາສາອັງກິດ ຂອງຄົນລາວ ໃຫ້ດີຂຶ້ນ ! ເປັນແອັບຂອງຄົນລາວສ້າງຂຶ້ນມາເພື່ອຄົນລາວໂດຍສະເພາະ ຄົນລາວເຮົາກໍບໍ່ທຳມະດາ ສາມາດສ້າງແອັບມາເພື່ອສັງຄົມລາວເຮົາແທ້ໆ ທົດລອງດາວໂຫລດ ແລ້ວໃຊ້ກັນລອງເບິ່ງເດີ້ !!!

Read More »

YouTube ເປີດໃຫ້ເຈົ້າຂອງຄຼິບ ເລືອກໃສ່ໂຄສະນາ “ຫ້າມກົດຂ້າມ” ໄດ້ແລ້ວ

ແຕ່ກ່ອນນັ້ນ ໂຄສະນາໃນ Youtube “ກົດຂ້າມບໍ່ໄດ້” ຈະມີໃຫ້ສະເພາະບໍລິສັດ ຫຼື ແບຣນລະດັບ Partner  ແຕ່ຕໍ່ຈາກນີ້ໄປຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ໄດ້ເລືອກ ວ່າ ເຈົ້າຂອງຄຼິບ ຕ້ອງການໂຄສະນາແບບໃດ ໃນຄຼິບຂອງຕົນເອງ ໄດ້ແລ້ວ. ແຕ່ກ່ອນນັ້ນໂຄສະນາໃນ Youtube ມັກຈະຖືກຜູ້ຊົມກົດຂ້າມຜ່ານຕະຫຼອດ ແຕ່ຈະຂ້າມໄດ້ກໍເມື່ອ ໂຄສະນາຜ່ານໄປແລ້ວ 5 ວິນາທີ ຈາກນັ້ນ  Youtube ກໍຈະເພີ່ມໂຄສະນາທີ່ ກົດຂ້າມບໍ່ໄດ້ ແຕ່ມີໃຫ້ສະເພາະບໍລິສັດ ຫຼື ແບຣນສິນຄ້າລະດັບ “partner” ເທົ່ານັ້ນ ທີ່ຈະສາມາດລົງໂຄສະນາທີ່ບໍ່ສາມາດກົດຂ້າມໄດ້. ຫຼ້າສຸດ ຕໍ່ຈາກນີ້ໄປ ຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ຫຼື ຜູ້ຜະລິດລາຍການຕ່າງໆ ສາມາດເລືອກໂຄສະນາໃນຄຼິບຕົນເອງໄດ້ແລ້ວຄື: ໂຄສະນາທີ່ສາມາດກົດຂ້າມໄດ້ ແລະ ໂຄສະນາກົດຂ້າມບໍ່ໄດ້. ການລົງໂຄສະນາແບບ ຫ້າມກົດ Skip ນີ້ ຝ່າຍຜູ້ລົງໂຄສະນາແມ່ນຕ້ອງໄດ້ຈ່າຍຄ່າລົງທີ່ແພງກວ່າແບບທົ່ວໆໄປກໍຄືກົດຂ້າມໄດ້ ຢູ່ແລ້ວ  ແລະ ກໍຈະເຮັດໃຫ້ເຈົ້າຂອງຄຼິບນັ້ນໄດ້ສ່ວນແບ່ງລາຍໄດ້ຂອງຄ່າໂຄສະນາຫຼາຍຂຶ້ນນຳອີກ (ແຕ່ຜູ້ຊົມແບບເຮົາໆກໍຕ້ອງໄດ້ອົດທົນໃນການເບິ່ງໂຄສະນາໃຫ້ຈົບ) ເຖິງຢ່າງໄດ້ກໍຕາມ ໂຄສະນາແບບນີ້ແມ່ນມີກຳນົດບໍ່ໃຫ້ຍາວເກີນ 15 ນາທີ).  

Read More »

6 ແນວຄິດຜິດໆ ເຮັດໃຫ້ SME ສ້າງຍີ່ຫໍ້ ແລ້ວບໍ່ເປັນທີ່ຮູ້ຈັກ

ທ່ານເປັນຄົນໜຶ່ງທີ່ກຳລັງຈະສ້າງຍີ່ຫໍ້ ເປັນຂອງຕົນເອງແມ່ນບໍ່? ຫຼື ວ່າທ່ານກຳລັງເັປນເຈົ້າຂອງຍີ່ຫໍ້ໃດໜຶ່ງຢູ່ໃນລາວ ແຕ່ຍີ່ຫໍ້ຂອງທ່ານຍັງບໍ່ເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງ.  ການຈະສ້າງຍີ່ຫໍ້ (Brand) ໃຫ້ຕິດຕະຫຼາດ ແລະ ເປັນທີ່ຮູ້ຈັກຂອງສັງຄົມໄດ້ນັ້ນ ຜູ້ປະກອບການ SME ຫຼາຍທ່ານຕ້ອງຄິດວ່ານີ້ເປັນໜຶ່ງວິທີທີ່ຈະຊ່ວຍເຮັດໃຫ້ທຸລະກິດປະສົບຄວາມສຳເລັດ ເພາະຖ້າຫາກຍີ່ຫໍ້ ຂອງເຮົາເປັນທີ່ຮູ້ຈັກ ແລະ ນິຍົມ ກໍຕ້ອງເຮັດໃຫ້ລູກຄ້າຄິດເຖິງ ແລະ ຢາກຊື້ສິນຄ້າ ຫຼື ການບໍລິການຂອງເຮົາເປັນອັບດັບທຳອິດ. ແຕ່ເຊື່ອບໍ່ວ່າ ຍັງມີອີກຫຼາຍທ່ານທີ່ເຂົ້າໃຈ ໃນການສ້າງຍີ່ຫໍ້ ໄປໃນທາງທີ່ບໍ່ຖືກຕ້ອງຈົນເຮັດໃຫ້ບໍ່ປະສົບຄວາມສຳເລັດ. ຂໍແນະນຳ 6 ແນວຄິດຜິດໆທີ່ເຮັດໃຫ້ ຜູ້ປະກອບການ SME ເຂົ້າໃຈຜິດໃນການສ້າງຍີ່ຫໍ້. ການສ້າງຍີ່ຫໍ້ຄື ການສ້າງໂລໂກ້: ຜູ້ປະກອບການມັກຄິດວ່າ ການສ້າງຍີ່ຫໍ້ສິນຄ້າຕ້ອງແມ່ນການສ້າງ ຫຼື ອອກແບບໂລໂກ້ເປັນຫຼັກ ແຕ່ໃນຄວາມຈິງແລ້ວ ໂລໂກ້ເປັນພຽງສ່ວນນ້ອຍໆເທົ່ານັ້ນ ເພາະສິ່ງສຳຄັນຄື ຕ້ອງສ້າງເປັນຂອງຍີ່ຫໍ້ ຫຼື ການສ້າງຊື່ສຽງ, ຄວາມປະທັບໃຈ ແລະ ການສ້າງຍຸດທະສາດໃນການເຮັດການຕະຫຼາດ ເຊິ່ງເປັນຫຼັກການທີ່ສຳຄັນຂອງການສ້າງຍີ່ຫໍ້ ຕ້ອງເຮັດໃຫ້ຮູ້ສຶກວ່າ ຖ້າເວົ້າເຖິງຍີ່ຫໍ້ນີ້ ລູກຄ້າຈະຮູ້ທັນທີວ່າ ຍີ່ຫໍ້ (Brand) ນີ້ແມ່ນຫຍັງ. ສ້າງຍີ່ຫໍ້ ຄື ການຄິດໃຫ້ເປັນເລີດທີ່ສຸດ. ຜູ້ປະກອບການຫຼາຍຄົນມັກຈິນຕະນາການຍີ່ຫໍ້ສິນຄ້າໃຫ້ໂດດເດັ່ນເປັນເລີດ ແຕ່ຄວາມຈິງຄືການສ້າງຍີ່ຫໍ້ທີ່ດີຈະຕ້ອງ ເກັບຂໍ້ມູນສິນຄ້າໃຫ້ຄົບຖ້ວນ ...

Read More »

ມາເບິ່ງ!! ລາຄາ ແລະ ການບໍລິການ ຂອງລົດໄຟລາວ-ຈີນ ມີດັ່ງນີ້໊:…..

ຄວາມຫວັງຈະໄດ້ຂີ່ລົດໄຟຄວາມໄວສູງຂອງຄົນລາວຈະມາຮອດແລ້ວ!!!!  ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເປັນອີກທາງເລືອກໜຶ່ງໃຫ້ຜູ້ໂດຍສານທາງພາກເໜືອລົງຫານະຄອນຫຼວງວຽງຈັນ ນອກຈາກການເດີນທາງດ້ວຍລົດເມ ແລະ ຍົນແລ້ວ ຕໍ່ຈາກນີ້ປະມານທ້າຍປີ 2022 ກໍຈະມີການຄົມມະນາຄົມ ທາງລົດໄຟນີ້ແລ ຈະຕອບໂຈດຄວາມຕ້ອງການຂອງຜູ້ຊົມໃຊ້ໄດ້ແຖມລາຄາຖືກ ແລະ ໃຊ້ເວລາສັ້ນກວ່າອີກ. ອີງຕາມຂໍ້ມູນຈາກນັກວິຊາການ ພ້ອມດ້ວຍຊ່ຽວຊານຈາກ ອາຊຽນ ແລະ ສປຈີນ ໄດ້ເປີດເຜີຍວ່າ: ການຄຸ້ມຄອງການບໍລິການດ້ານຂົນສົ່ງໂດຍສານຂອງໂຄງການລົດໄຟ ລາວ-ຈີນ ເຊິ່ງກຳນົດໃຫ້ມີທັງໝົດ 33 ສະຖານີ; ໃນນັ້ນ: ການເປີດນໍາໃຊ້ໄລຍະຕົ້ນຈະມີ 21 ສະຖານີ ສາມາດກຳນົດໄດ້ 23 ຖ້ຽວຕໍ່ວັນ ແຕ່ຖ້າຫາກມີການເປີດນຳໃຊ້ທັງໝົດ 33 ສະຖານີ ແມ່ນສາມາດເພີ່ມເປັນ 39 ຖ້ຽວຕໍ່ວັນ. ສ່ວນອັດຕາຄ່າໂດຍສານແຕ່ນະຄອນຫຼວງວຽງຈັນ-ບໍ່ເຕັນ ສະເລ່ຍປະມານ 140.000 ກີບຕໍ່ຄົນ, ທຽບໃສ່ຄ່າຂົນສົ່ງທາງລົດ ແມ່ນຖືກກວ່າຫຼາຍເທົ່າໂຕ ແລະ ໃຊ້ເວລາເດີນທາງສັ້ນກວ່າ ແລະ ຄ່າຂົນສົ່ງສິນຄ້າປະມານ 6,000 ກີບຕໍ່ໂຕນເທົ່ານັ້ນ. ນອກນັ້ນ, ໃນຈໍານວນ 33 ສະຖານີ ຈະມີສະຖານີໂດຍສານ ແລະ ສະຖານີສິນຄ້າ ລວມຢູ່ນຳກັນ 11 ແຫ່ງ. ໃນນັ້ນ: ...

Read More »

ກຽມຮັບມືກັບ Gen Z ຕະຫຼາດແຮງງານໃນອະນາຄົດ…

ໂລກ Digital ທຸກມື້ນີ້ມີຄວາມວຸ່ນວາຍ ແລະ  ມີຫຼາຍກຸ່ມຄົນ, ຫຼາກຫຼາຍໄວທີ່ເກີດມາໃນສະໄໝໃໝ່ ແລະ ໄລຍະປີທີ່ແຕກຕ່າງກັນ. ເຮົາມີເກນງ່າຍໆ ໃນການແບ່ງກຸ່ມຄົນອອກຕາມໄລຍະປີ ທີ່ພວກເຂົາເກີດແລ້ວຕັ້ງຊື່ເອີ້ນໃຫ້ຕາມກຸ່ມອາຍຸຕ່າງໆ, ມື້ນີ້ເຮົາຈະມາ Focus ທີ່ 2 ກຸ່ມ. ກຸ່ມທໍາອິດຄິດວ່າຫຼາຍຄົນຄົງໄດ້ຍິນຫຼາຍທີ່ສຸດຄື Millenials ຫຼື ກຸ່ມທີ່ເກີດແຕ່ປີ 1980-1996 ບໍ່ເກີນນີ້ ຫຼື ງ່າຍໆກໍຄືໄວເຮັດວຽກປັດຈຸບັນນັ້ນເອງ ແລະ ອີກກຸ່ມໜຶ່ງຄືກຸ່ມຂອງເດັກນ້ອຍທີ່ມີຊື່ເອີ້ນກັນວ່າ Gen Z ທີ່ເກີດຕັ້ງແຕ່ປີ 1997-2010 ກຸ່ມຄົນທີ່ກໍາລັງເຕີບໃຫຍ່, ຮຽນຮູ້ ແລະ ພັດທະນາຕົວເອງເພື່ອກ້າວມາເປັນກໍາລັງຫຼັກຂອງໂລກຕໍ່ໄປ. ເມື່ອຄົນໄວ Millenials ຄືເຮົາ ຕ້ອງເຮັດວຽກເພື່ອໂອ້ລົມ ຫຼືຂາຍເຄື່ອງ ໃຫ້ກັບຄົນທັງໃນກຸ່ມ Millenials ນໍາກັນໄປຈົນເຖິງຄົນ Gen Z ຈະດີຫຼາຍຖ້າເຮົາຈະໄດ້ຮູ້ເຖິງຄວາມແຕກຕ່າງ ແລະ ລັກສະນະພິເສດຂອງຄົນສອງກຸ່ມນີ້ ເພື່ອປັບເຂົ້າຫາ ແລະ ພັດທະນາຍຸດທະສາດຕ່າງໆ ໃຫ້ກົງຈຸດ. ບໍລິສັດ Foodservice Company ທີ່ຊື່ວ່າ Zero cater ມີຂໍ້ມູນທີ່ໜ້າສົນໃຈ ທີ່ເຮັດໃຫ້ເຮົາໄດ້ຮູ້ຈັກຫຼາກຫຼາຍແງ່ມຸມ ໃຫ້ເຮົາເຫັນຄວາມແຕກຕ່າງລະຫວ່າງຄົນສອງເຈນ ...

Read More »