Richard Branson ເຊື່ອວ່າ ຄວາມສຳເລັດຄືການເຮັດວຽກພຽງ 3 ມື້/ອາທິດ

Richard Branson ມະຫະເສດຖີລະດັບໂລກ ຜູ້ຜັກດັນທຸລະກິດດ້ວຍແນວຄວາມຄິດການເຮັດວຽກທີ່ມີຄວາມລະອຽດອ່ອນ ເຖິງແມ່ນວ່າ ເຕັກໂນໂລຊີຈະມີຄວາມທັນສະໄໝ ກໍບໍ່ມີເຫດຜົນ ທີ່ຕ້ອງໃຫ້ມະນຸດເຮັດວຽກໜ້ອຍລົງ  ຫຼື ຫຼາຍກວ່າເກົ່າ.

Richard Branson ຂຽນໃນປຶ້ມ “The Virgin Way: If It’s Not Fun, It’s Not Worth Doing ເຊິ່ງເປັນໜັງສືທີ່ຂາຍດີທີ່ສຸດໃນຕ່າງປະເທດ ເນື້ອໃນກ່າວວ່າ ການເຮັດວຽກໜັກ  ຄື ກະແຈສຳຄັນຂອງຄວາມສຳເລັດ ແຕ່ທ່ານກໍຕ້ອງມີຄວາມມ່ວນຊື່ນ, ມີຄວາມສຸກ ໄປກັບການເຮັດວຽກ ເພາະນີ້ຄືສິ່ງສຳຄັນທີ່ສຸດ ແລະ ເປັນສ່ວນປະກອບທີ່ຈະເຮັດໃຫ້ທຸລະກິດປະສົບຄວາມສຳເລັດໄດ້ໃນອະນາຄົດ.

ຫຼາຍໆຄັ້ງ Richard Branson ມັກຈະໃຫ້ຄວາມສຳຄັນກັບການພັກຜ່ອນ ກັບຄອບຄົວ ເພື່ອເປັນການສາກແບັດເຕີລີ ເພີ່ມພະລັງງານໃຫ້ກັບຕົນເອງ ລວມເຖິງຍັງເຊື່ອວ່າ ຄວາມພິຖີພິຖັນ ລະອຽດອ່ອນໃນການເຮັດວຽກ ໂດຍອະນຸຍາດໃຫ້ພະນັກງານຫາຄວາມສົມດຸນລະຫວ່າງການເຮັດວຽກ ແລະ ການໃຊ້ຊີວິດສ່ວນຕົວ ເຊິ່ງຄວາມສົມດຸນເຫຼົ່ານີ້ຈະກາຍເປັນຄວາມສຸກຂອງຊີວິດທີ່ຈະເກີດປະສິດທິພາບທີ່ດີຕໍ່ອົງກອນໃນທີ່ສຸດ.

ບໍລິສັດ ຂອງ Richard Branson ຍັງສະເໜີທາງເລືອກໃຫ້ກັບພະນັກງານສາມາດເຮັດວຽກນອກສະຖານທີ່ ຫຼື ເຮັດວຽກຢູ່ບ້ານກໍໄດ້. ເຊິ່ງເຂົາໃຫ້ເຫດຜົນວ່າ ມັນເປັນເລື່ອງງ່າຍທີ່ທ່ານຈະດຶງສັກກະຍະພາບລະດັບສູງຂອງພະນັກງານອອກມາ ຂໍພຽງແຕ່ເປີດກວ້າງ ແລະ  ມີຄວາມລະອຽດອ່ອນ ເພາະຈະບໍ່ເກີດຜົນຫຍັງ ຖ້າຫາກທ່ານປ່ອຍໃຫ້ພະນັກງານເຮັດວຽກຕາມວິຖີຊີວິດຂອງຄົນ.

ຄວາມກ້າວໜ້າຂອງເຕັກໂນໂລຊີ ຄືຈຸດປ່ຽນສຳຄັນ. ໃນປັດຈຸບັນ ຄົນທົ່ວໄປມັກຈະຢ້ານຫຸ່ນຍົນເຂົ້າມາຍາດວຽກໃນອະນາຄົດ ແຕ່ Richard Branson  ກັບເບິ່ງວ່າ ເຕັກໂນໂລຊີກໍພຽງແຕ່ຈະເຂົ້າມາຊ່ວຍການເຮັດວຽກງານຂອງມະນຸດໃຫ້ດີຂຶ້ນເທົ່ານັ້ນ ເພາະນະວັດຕະກຳ ຄືການສ້າງຄວາມເປັນໄປໄດ້ຊ່ວຍໃຫ້ເວລາຂອງການເຮັດວຽກໄດ້ໜ້ອຍລົງ ເຊິ່ງນັ້ນໝາຍຄວາມວ່າ ພະນັກງານຈະມີເວລາສ່ວນຕົວຫຼາຍຂຶ້ນໃນການເຮັດວຽກໃນສິ່ງທີ່ຕ້ອງການເຮັດ.

ເພາະຫຼາຍໆຄົນມັກທີ່ສຸດຄື ມື້ພັກ ເສົາ-ອາທິດ ແລະ ວັນພັກມື້ບຸນ ມື້ງານ ພັກຊົດເຊີຍ ເປັນສິ່ງທີ່ເຂົາຕ້ອງການເພາະໄດ້ໃຊ້ເວລາຢູ່ກັບຄອບຄົວ ແລະ ໝູ່ເພື່ອນ ຫຼື ຄົນຮັກ  ແລະ ໄດ້ເຮັດກິດຈະກຳຕ່າງໆໃນສິ່ງທີ່ມັກ ຈຶ່ງເຮັດໃຫ້ເຂົາມີແຮງຈູງໃຈຢາກມີມື້ພັກຫຼາຍ ແຕ່ຖ້າເຮົາໃຫ້ພະນັກງານມີເລື່ອງສ່ວນຕົວມີມື້ພັກຫຼາຍ ພະນັກງານກໍຈະ ມັກຮັກໃນມື້ທີ່ເຮັດວຽກ ແລະ ຈະໃຊ້ເວລາໃນມື້ເຮັດວຽກນັ້ນຢ່າງເຕັມທີ່ ເຮັດໃຫ້ວຽກງານມີປະສິດທິພາບທີ່ດີຂຶ້ນ.

ທັງນີ້, ມະຫະເສດຖີ ສ່ວນຫຼາຍຈະຮູ້ວິທີຈັດການກັບຄວາມສົມດຸນຂອງການເຮັດວຽກ ແລະ ການໃຊ້ຊີວິດສ່ວນຕົວເປັນທີ່ສຸດ ໂດຍ Virgin Group ເຊິ່ງເປັນບໍລິສັດທີ່ Richard Branson ໄດ້ບໍລິຫານ ແລະ  ລົງທຶນຫຼາຍກວ່າ 60 ທຸລະກິດເຊັ່ນ: ລົດໄຟ, ຍົນ, ຍານອາວະກາດ ແລະ ເຕັກໂນໂລຊີ….. ໂດຍທຸລະກິດຂອງ Richard Branson ໃຫ້ບໍລິການລູກຄ້າເຖິງ 53 ລ້ານຄົນ, ມີພະນັກງານ 69.000 ຄົນ ໃນ 53 ປະເທດ ແລະ ມີລາຍໄດ້ເກືອບ 22 ພັນລ້ານໂດລາສະຫະລັດ.

by Anirut.j

ທີ່ມາ: cnbc

Comments