ເປັນຫຍັງ? EQ ຈຶ່ງສຳຄັນໃນການເຮັດວຽກ

ຄວາມສະຫຼາດທາງດ້ານອາລົມ ຫຼື EQ ນັ້ນ ຖືວ່າ ເປັນພື້ນຖານຂອງຄວາມສຳເລັດ
ຖ້າຢາກໃຫ້ຕົວເອງ ຫຼື ທີມງານຂອງທ່ານ ປະສົບຄວາມສຳເລັດ ໃນໜ້າທີ່ວຽກງານ ຫຼື ທຸລະກິດ ທ່ານຕ້ອງຫັນມາໃສ່ໃຈ ແລະ ພັດທະນາດ້ານ EQ ໃຫ້ຫຼາຍຂຶ້ນ.

ເມື່ອຖາມວ່າ ເປັນຫຍັງ? EQ ຈຶ່ງສຳຄັນໃນການເຮັດວຽກ ເຮົາມີຄຳຕອບລຸ່ມນີ້ ເຊິ່ງໂດຍລວມແມ່ນສົ່ງຜົນຕໍ່ໃນການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນ.

  1. ເປັນພື້ນຖານຂອງຄວາມສຳເລັດ
  • ຄົນທີ່ມີ EQ ສູງນັ້ນສາມາດຫາເງິນໄດ້ຫຼາຍກວ່າຄົນທີ່ມີ EQ ຕໍ່າ ໂດຍສະເລ່ຍຈະມີລາຍໄດ້ຢູ່ທີ່ 29.000 ໂດລາສະຫະລັດປີ.
  • ຄົນທີ່ມີ EQ ສູງຈະສາມາດຫຼຸດອັດຕາການເກີດອຸບັດຕິເຫດຈາກການເຮັດວຽກທີ່ເຮັດໃຫ້ເຖິງຂັ້ນຕ້ອງຢຸດເຮັດວຽກ ຫຼື Lost-Time Accident ໄດ້ເຖິງ 50% ແລະ ຫຼຸດການຮ້ອງທຸກກັບອົງກອນໄດ້ເຖິງ 15%ຕໍ່ປີ.
  • ລູກນ້ອງສ່ວນຫຼາຍຈະບໍ່ມັກລາອອກ ຖ້າຫາກຫົວໜ້າມີ EQ ສູງ
  • ຄົນທີ່ມີ EQ ສູງຈະສາມາດເຮັດກໍາໄລລາຍປີໃຫ້ກັບບໍລິສັດເພີ່ມຂຶ້ນ 22%
  • 90% ຂອງຄົນເຮັດວຽກໃນທົ່ວໂລກທີ່ມີຕໍາແໜ່ງສູງຈະມີ EQ ທີ່ສູງ.

  1. ຄົນແບບໃດ? ທີ່ມີຄວາມສະຫຼາດທາງດ້ານອາລົມ ຫຼື EQ
  • ຄິດບວກ
  • ສາມາດຈັດການຄວາມຕຶງຄຽດໄດ້ເປັນຢ່າງດີ
  • ລະມັດລະວັງໃນການສະແດງທ່າທາງ ກິລິຍາຕ່າງໆໄດ້ດີ
  • ສາມາດແກ້ໄຂບັນຫາໄດ້ຢ່າງສັງສັນ
  • ມັກໃຊ້ຄຳເວົ້າທີ່ດີ
  • ໃຫ້ອະໄພ ແລະ ຈົບບັນຫາດ້ວຍສັນຕິ
  1. ແລ້ວຈະເກີດຫຍັງຂຶ້ນ? ຖ້າບໍ່ຍອມປ່ຽນແປງ EQ
  • ການຈັດການພາຍໃນອົງກອນບໍ່ດີ, ບໍ່ເປັນລະບົບ
  • ກໍ່ໃຫ້ເກີດບັນຫາຕ່າງໆຕາມມາ
  • ຜູ້ນຳສາມາດເປັນຕົ້ນຕໍ່ຂອງບັນຫາໄດ້ ຖ້າບໍ່ມີ EQ ສູງ
  • ເຮັດໃຫ້ການມີສ່ວນຮ່ວມລະຫວ່າງຄົນໃນທີມບໍ່ມີປະສິດທິພາບ
  • ເຮັດໃຫ້ພະນັກງານບໍ່ມີຄວາມກະຕື້ລືລົ້ນໃນການເຮັດວຽກງານ  ຈົນເຮັດໃຫ້ປະສິດທິພາບ ແລະ ປະສິດທິຜົນຂອງການເຮັດວຽກຫຼຸດລົງ.

ທີ່ມາ: SME Thailand Online

 

Comments