ມາຮູ້ຈັກ!!!! ປະຫວັດ ແລະ ຕົ້ນກຳເນີດ ຂອງກາເຟລາວ

ຈາກເບ້ຍ ກາເຟອ່ອນ ທີ່ປູກຢູ່ໃນທີ່ດິນທີ່ສົມບູນທີ່ສຸດແຫ່ງໜຶ່ງໃນໂລກ “ພູພຽງບໍລະເວນ” ດິນແຫ່ງນີ້ ເຄີຍເປັນດິນພູເຂົາໄຟໃນແຫຼມອິນດູຈີນໃນຫຼາຍພັນປີກ່ອນ. ສິ່ງທີ່ເຫຼືອໄວ້ຄື ກາຍເປັນແຮ່ທາດຈາກພູເຂົາໄຟ ແລະ ເປັນດິນທີ່ອຸດົມສົມບູນຂອງຜືນແຜ່ນດິນລາວ ພ້ອມທັງມີອາກາດທີ່ບໍລິສຸດທີ່ຊ່ວຍໃຫ້ພືດພັນຫຼາຍຊະນິດເບັ່ງບານຢ່າງສົມບູນແບບ ໂດຍສະເພາະ ກາເຟ.

ຈາກວິຖີຊີວິດຂອງພໍ່ແມ່ປະຊາຊົນ ຊາວພູພຽງພໍລະເວນ ແມ່ນເປັນຊາວກະສິກອນປູກ ແລະ ຜະລິດກາເຟ ມາແຕ່ດົນນານ. ຈຶ່ງເຮັດໃຫ້່ປະເທດລາວ ມີເມັດກາເຟລາວທີ່ຫອມຫວນຊວນໃຈ ມີຄວາມເປັນເອກະລັກ, ມີຄຸນນະພາບ ແລະ ປອດສານພິດ ທີ່ສົ່ງອອກໄປຂາຍແລ້ວ ຫຼາຍປະເທດທົ່ວໂລກ ປີໜຶ່ງຫຼາຍພັນໂຕນ ສາມາດສ້າງລາຍຮັບໄດ້ກັບພໍ່ແມ່ປະຊາຊົນຊາວພູພຽງບໍລະເວນ ກໍຄືການພັດທະນາເສດຖະກິດຂອງປະເທດລາວທີ່ສຸດ. ສິ່ງນີ້ເປັນອີກໜຶ່ງສິ່ງທີ່ເປັນຄວາມພາກພູມໃຈຂອງຄົນລາວ ທີ່ໄດ້ມີສິນຄ້າກະສິກຳ ສາມາດສົ່ງອອກທີ່ສາກົນຍອມຮັບໄດ້.

ໃນຄວາມຈິງແລ້ວ ເມື່ອກ່ອນຄົນລາວບໍ່ໄດ້ດື່ມກາເຟ ແຕ່ເມື່ອຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ວັດທະນະທຳການດື່ມກາເຟຈຶ່ງເລີ່ມແພ່ກະຈາຍເຂົ້າມາໃນຂົງເຂດນີ້ ຄົນລາວຈຶ່ງເລີ່ມດື່ມກາເຟ ແລະ ໃນຕອນນັ້ນເອງ ຝຣັ່ງໄດ້ນຳສາຍພັນກາເຟເຂົ້າມາລາວ ພວກເຂົາເລີ່ມຊອກຫາສະຖານທີ່ປູກກາເຟທີ່ເໝາະສົມທີ່ສຸດ ຈົນມາພົບກັບຂຸມຊັບແຫ່ງທຳມະຊາດໃນດິນແດນແຫ່ງນີ້ເປັນພູພຽງບໍລະເວນ.

ຜ່ານມາຫຼາຍຕໍ່ຫຼາຍອາຍຸຄົນ ຄົນລາວເລີ່ມດື່ມກາເຟຫຼາຍຂຶ້ນ ເລີ່ມໃຫ້ຄວາມສົນໃຈ ແລະ ຖືເປັນວິຖີຊີວິດອັນບົ່ງບອກເຖິງຣົດສະນິຍົມ ເມນູທີ່ມັກນິຍົມຫຼາຍທີ່ສຸດຄື ກາເຟບູຮານ ທີ່ເອີ້ນວ່າ ກະເຟດຳ ຕໍ່ໆມາກໍມີ ກາເຟໃສ່ນົມ, ໃສ່ນໍ້າກ້ອນ ທີ່ເອີ້ນວ່າ ການເຟນົມເຢັນ ແລະ ອື່ນໆຕາມມາອີກຫຼາກຫຼາຍ.

ເພື່ອໃຫ້ໄດ້ກາເຟ ທີ່ມີຄຸນນະພາບສູງ ດ້ວຍດິນທີ່ຢູ່ໃນຂອບເຂດຂອງພູເຂົາໄຟອັນອຸດົມສົມບູນ  ເຮົາເບິ່ງແຍງ ຄວບຄຸມທຸກຂັ້ນຕອນ ຕັ້ງແຕ່ການກຽມດິນ ການຄັດເລືອກສາຍພັນກາເຟ ການປູກ ການເກັບກ່ຽວ ຕະຫຼອດຈົນໄປເຖິງການຂົ້ວ ກ່ອນໄປເຖິງມືຜູ້ບໍລິໂພກ ເພື່ອໃຫ້ແນ່ໃຈວ່າ ກາເຟທຸກຈອກມີຄຸນະພາບຫອມກົມກ່ອມ ປາສະຈາກສານພິດ ມາສູ່ຈອກກາເຟ ທີ່ຢູ່ຮ້ານ Kaogee  cafe ສົ່ງຮອດມືທ່ານ. ສຳລັບຄົນມັກຮັກ ແລະ ຫຼົງໄຫຼໃນການດື່ມກາເຟ ຖ້າຢາກດື່ມກາເຟລາວ ຫຼື ຢາກແນະນຳ ກາເຟລາວກັບຊາວຕ່າງຊາດທີ່ມາທ່ຽວລາວໄດ້ລອງແມ່ນຕ້ອງຄິດຫາ ຮ້ານ Kaogee  cafe ເທົ່ານັ້ນເພາະທາງຮ້ານແມ່ນໄດ້ຄັດສັນເມັດກາເຟລາວຈາກພູພຽງບໍລະເວນ ມາຮອດຮ້ານແລ້ວ.

ຮ້ານ Kaogee Cafe  ເປັນຫນຶ່ງໃນຮ້ານກາເຟທີ່ມີຄົນຮູ້ຈັກຫຼາຍໃນນະຄອນຫຼວງວຽງຈັນເພາະບໍ່ພຽງແຕ່ມີກາເຟທີ່ມີຄຸນນະພາບສູງເທົ່ານັ້ນ, Kaogee Cafe ປັດຈຸບັນມີ 6 ສາຂາ: ສາຂາອາຄານຕືກ K & C Group Building, ສາຂາສີຫອມ, ສາຂາໜອງບອນ, ສາຂາເພຍວັດ, ສາຂາໂພນສະຫວັນໃຕ້ ແລະ ສາຂາຫຼວງພະບາງ.

Comments