Author Archives: Targetlaos Editor

ແອເອເຊຍ ເຊື່ອມໂຍງປະເທດລາວສູ່ 130 ປາຍທາງທົ່ວໂລກ

ໃນວັນທີ 13 ກຸມພາ 2019 ທີ່ຜ່ານມາ, ສາຍການບິນ ແອເອເຊຍໄດ້ຈັດງານພົບປະສື່ມວນຊົນລາວ ແລະ ຖະແຫຼງຂ່າວ ກ່ຽວກັບສາຍການບິນແອເອເຊຍ ເປັນສາຍການບິນລາຄາປະຢັດ ທີ່ດີທີ່ສຸດໃນໂລກ ດ້ວຍການໄດ້ຮັບລາງວັນ 10 ປີຊ້ອນ.  ໃຫ້ກຽດເປັນປະທານໄດ້ແກ່: ທ່ານ ນາງ ລັດດາວັນ ມີຊັບວັດທະນາ ຜູ້ຈັດການ ຝ່າຍການຕະຫຼາດອິນດູຈີນ ຂອງສາຍການບິນ ແອເອເຊຍ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມງານ.  ທ່ານ ນາງ ລັດດາວັນ ມີຊັບວັດທະນາ ຜູ້ຈັດການ ຝ່າຍການຕະຫຼາດອິນດູຈີນ ໄດ້ກ່າວວ່າ: ແອເອເຊຍພ້ອມທີ່ຈະໃຫ້ບໍລິການດ້ວຍມາດຕະຖານສາກົນ ແລະ ເປີດເສັ້ນທາງບິນໃໝ່ ເພື່ອເຊື່ອມໂຍງເຂດພາກພື້ນອາຊີຕາເວັນອອກສຽງໃຕ້ ໃຫ້ຄວບຄຸມ ເພື່ອອໍານວຍຄວາມສະດວກດ້ານການເດີນທາງໃຫ້ຊາວລາວ. ປັດຈຸບັນ, ປະເທດໄທ ເປັນແຫຼ່ງທ່ອງທ່ຽວທີ່ຄົນລາວນິຍົມເດີນທາງໄປຊື້ເຄື່ອງ ແລະ ທ່ອງທ່ຽວ. ສ່ວນປະເທດ ມາເລເຊຍ ເປັນເມືອງທາງດ້ານການຄ້າ ແລະການລົງທຶນທີ່ສໍາຄັນໃນອາຊຽນ. ແອເອເຊຍ ໄດ້ເປີດໃຫ້ບໍລິການບິນກົງສູ່ປະເທດລາວຢ່າງຕໍ່ເນື່ອງ ພ້ອມນໍາສະເໜີເສັ້ນທາງບິນເຊື່ອງໂຍງລາວສູ່ 130 ປາຍທາງ ໃນທົ່ວໂລກ ຄວບຄຸມເສັ້ນທາງບິນສູ່ຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ ແລະ ທົ່ວອາຊີ. ປັດຈຸບັນ, ແອເອເຊຍ ໃຫ້ບໍລິການຢູ່ໃນປະເທດລາວ 2 ແຂວງ ຄື: ນະຄອນຫຼວງວຽງຈັນ ...

Read More »

ຜົນວິໄຈ ບອກວ່າ ຄົນເຮົາຈະມີຄວາມສຸກເພີ່ມຂຶ້ນ ຖ້າຢຸດຫຼິ້ນເຟສບຸກ 1 ເດືອນ.

ເຟສບຸກ “FaceBook” ກາຍເປັນສື່ສັງຄົມອອນໄລ໌ທີ່ຄົນເຮົາສ່ວນຫຼາຍນັບທັງແອັດມິນເອງກໍຕິດໂລກອອນໄລ໌ເປັນທີ່ສຸດ 5555 ຫຼາຍຕໍ່ຫຼາຍຄົນເຖິງຂັ້ນຕ້ອງໄດ້ເປີດໂທລະສັບມືຖືສະມາດໂຟນເລື່ອນເບິ່ງໜ້າຟີດຂ່າວເຟສບຸກຢູ່ຕະຫຼອດເວລາ ແບບວ່າປາສະຈາກໄປ ບໍ່ໄດ້ ບໍ່ວ່າຈະເຂົ້າຫ້ອງນໍ້າ, ກິນເຂົ້າ, ກ່ອນນອນ…..ຈົນມັນກາຍເປັນສ່ວນໜຶ່ງຂອງກິດຈະວັດປະຈຳວັນໃນການໃຊ້ຊີວິດຂອງຄົນເຮົາໄປແລ້ວ. ມີລາຍງານວິໄຈຈາກ New York University and Stanford ຊີ້ໃຫ້ເຫັນວ່າ ຜູ້ໃຊ້ເຟສບຸກຈະມີຄວາມສຸກກັບການໃຊ້ຊີວິດຫຼາຍຂຶ້ນ ແລະ ມີຄວາມວິຕົກກັງວົນ,​ຄິດຫຼາຍ, ຄວາມຄຽດໜ້ອຍລົງ ຈາກການຢຸດຫຼິ້ນເຟສບຸກ ເພາະພວກເຂົາ ມີກິດຈະກຳຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດ ບໍ່ວ່າຈະເປັນການພົບປະກັບໝູ່ເພື່ອນ, ທ່ອງທ່ຽວກັບຄອບຄົວ ແລະ ເບິ່ງໂທລະພາບ ໂດຍບໍ່ຕ້ອງເສຍເວລາກັບການຕິດຕາມຂ່າວຄາວຕ່າງໆທີ່ຫຼາກຫຼາຍໃນໜ້າຟີດຂ່າວ ທີ່ມີຂ່າວດີແດ່ບໍ່ດີແດ່, ມີທັງໂຄສະນາທີ່ລໍໜ້າລໍຕາລໍໃຈເຮັດໃຫ້ເຮົາຢາກຊື້ສິນຄ້ານັ້ນນີ້ ມາໃຫ້ຄິດແບບເຈັບຫົວ. ແຕ່ຜົນວິໄຈນີ້ ກໍບໍ່ໄດ້ໂນ້ມນ້າວໃຈໃຫ້ຄົນລົບເຟສບຸກອອກຈາກມືຖື ເນື່ອງຈາກຜົນວິໄຈນີ້ຍັງມີຫຼາຍເລື່ອງທີ່ຕ້ອງພິຈາລະນະ ໂດຍ  TechCrunch ທີ່ມາ: https://www.blognone.com/node/107892

Read More »

ລັດຖະມົນຕີກະຊວງການເງິນ ເນັ້ນຄະນະນຳແກ້ໄຂແນວຄິດ ເຫັນແກ່ຜົນປະໂຫຍດສ່ວນຕົວ ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ກະຊວງການເງິນ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກ ເປີດກວ້າງຄັ້ງທີ 7 ສະໄໝທີ II ຂຶ້ນໃນວັນທີ 13 ກຸມພາ 2019, ໂດຍການເປັນປະທານ ຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ເລຂາຄະນະພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີບັນດາສະຫາຍ ກຳມະການປະຈຳພັກ, ກຳມະການຄະນະບໍລິຫານພັກ, ເລຂາຄະນະພັກຮາກຖານ ພາຍໃນກະຊວງການເງິນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ສົມດີ ດວງດີ ໄດ້ສະຫຼຸບຕີລາຄາ ການຊີ້ນຳ-ນຳພາຮອບດ້ານ ຂອງຄະນະພັກກະຊວງການເງິນ ປີ 2018 ແລະ ທິດທາງວຽກງານຈຸດສຸມປີ 2019, ເຊິ່ງຄະນະບໍລິ ຫານງານກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະພັກ, ຄະນະນຳ ແຕ່ລະຂັ້ນ ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດໃນແຕ່ລະດ້ານ. ພ້ອມດຽວກັນນັ້ນ, ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ແກ້ໄຂສະພາບແນວຄິດ ຂອງພະນັກງານຈຳນວນໜຶ່ງ ທີ່ມີຄວາມຮັບຜິດຊອບທາງດ້ານການເມືອງບໍ່ທັນສູງ, ແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຂາດຄວາມກະຕືລືລົ້ນ, ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍການນຳໃຊ້ຫຼາຍຮູບແບບ, ຫຼາຍວິທີ ...

Read More »

5 ວິທີ ບອກຮັກລູຸກຄ້າ ສະບັບຜູ້ປະກອບການ

ໃນມື້ວັນແຫ່ງຄວາມຮັກ Valentine’s  day ຜູ້ຄົນສ່ວນຫຼາຍຄິດແຕ່ວ່າ ເປັນຄວາມຮັກຂອງບ່າວສາວ, ຄູ່ຮັກ, ໝູ່ເພື່ອນ ຫຼື ຄອບຄົວແມ່ນບໍ່? ແຕ່ສຳລັບເທສະການແບບນີ້ ຜູ້ປະກອບການຕ່າງໆ ບໍ່ວ່າຈະເປັນການບໍລິການ ຫຼື ເຈົ້າຂອງແບຣນ ກໍສາມາດໃຫ້ຄວາມຮູ້ສຶກວ່າ ລູກຄ້າເປັນຄົນຮັກ ແລະ ເປັນຄົນພິເສດຂອງເຮົາກໍໄດ້ເຊັ່ນດຽວກັນ. ມື້ນີ້ ເຮົາຈະແນະນຳ  5 ວິທີງ່າຍໆ ມາໃຫ້ຜູ້ປະກອບ ແລະ ເຈົ້າຂອງທຸລະກິດ ເຈົ້າຂອງແບຣນສິນຄ້າ ໄດ້ບອກຮັກລູກຄ້າ ແລະ ສ້າງຄວາມຮູ້ສຶກດີໆ ສ້າງ Brand Loyalty ໃຫມ່ໆ ຂຶ້ນມາໄດ້ດ້ວຍການບອກຮັກໃນແບບຜູ້ປະກອບການ. 1. Write a card ຄື ການທີ່ທ່ານສົ່ງກຣາດອວຍພອນໃຫ້ກັບລູກຄ້າໃນວັນສຳຄັນແຕ່ກຣາດທີ່ທ່ານສົ່ງໄປນັ້ນ ຄວນຈະເປັນກຣາດທີ່ຂຽນດ້ວຍລາຍມື ເພາະຈະເຮັດໃຫ້ລູກຄ້າຮູ້ສຶກເຖິງຄວາມໃສ່ໃຈຂອງທ່ານທີ່ມີຕໍ່ລູກຄ້າເຊັ່ນ: ການຂຽນກຣາດວັນວາເລັນທາຍມອບໃຫ້ກັບລູກຄ້າແນບໄປພ້ອມກັບສິນຄ້າທີ່ຊື້ໃນໄລຍະເທສະການແບບນີ້. 2. Send some sweet ຄື ການສົ່ງຂະໜົມ ໄປໃຫ້ກັບລູກຄ້າປະຈຳ ຫຼື ລູກຄ້າ VIP ເຊັ່ນ: ການສົ່ງຊ໋ອກໂກແລັດໃຫ້ກັບລູກຄ້າໃນວັນວາເລັນທາຍ ຫຼື ໝາກກ້ຽງ 4 ໜ່ວຍ ໃສ່ຖົງແດງໃນມື້ກຸດຈີນ ເພື່ອໃຫ້ລູກຄ້າຮູ້ສຶກວ່າ ເຂົາເປັນຄົນພິເສດ ແລະ ...

Read More »

ຮູ້ຈັກຕໍ່ຍອດ!!! ໃນຍຸກທຸລະກິດຕ້ອງມີເລື່ອງເລົ່າ ຈາກນັກທຸລະກິດກາຍເປັນນັກຂຽນ

ແນ່ນອນຢູ່ແລ້ວວ່າ ທຸລະກິດໃດໜຶ່ງ ກໍຈະຕ້ອງໄດ້ຜ່ານໄລຍະເວລາຕ່າງໆ ມີຈຸດເລີ່ມຕົ້ນ, ປະສົບພົບພໍ້ກັບບັນຫາ, ມີການຂະຫຍາຍຕົວໄວ ແລະ ປະສົບຜົນສຳເລັດໃນລະດັບໜຶ່ງຢູ່ແລ້ວ ແລະ  ແນ່ນອນທຸລະກິດເຫຼົ່ານີ້ຕ້ອງໄດ້ພົບທັງເລື່ອງດີ ແລະ ອຸປະສັກ ທີ່ເປັນປະສົບການອັນລໍ້າຄ່າ ເປັນບົດຮຽນທີ່ບໍ່ມີໃນປຶ້ມຮຽນ ແລະ ສອນໃນໂຮງຮຽນມາກ່ອນ ແລະ ບໍ່ສາມາດຊື້ໄດ້ຕາມຕະຫຼາດທົ່ວໄປ. ແຕ່ຖ້າຄວາມຮູ້ເຫຼົ່ານັ້ນ ຖືກຖ່າຍທອດໂດຍຜູ້ປະກອບການຕົວຈິງ ຫຼື ຜູ້ມີປະສົບການຕົວຈິງ ບົດຄວາມນັ້ນອາດຈະເປັນບົດທີ່ດີ ແລະ  ຜົນທີ່ຕາມມາ ເຮັດໃຫ້ມີຜູ້ຕິດຕາມ ມີແຟນຄຣັບຮູ້ຈັກ ແລະ ເຂົ້າເຖິງແບຣນຂອງທ່ານຫຼາຍຂຶ້ນ. ເບື້ອງຫຼັງຂອງຄວາມສຳເລັດຂອງທຸລະກິດ ເຊື່ອວ່ານັກທຸລະກິດຫຼາຍທ່ານຕ້ອງໄດ້ປະສົບພົບພໍ້ເລື່ອງລາວຕ່າງໆຫຼາກຫຼາຍແບບ ທັງດ້ານດີ ແລະ ດ້ານລົບ ລ້ວນແຕ່ເປັນປະສົບການອັນລໍ້າຄ່າ ແທນທີຈະປ່ອຍໃຫ້ຜ່ານໄປຕາມເວລາ ແຕ່ຖ້າຫາກຜູ້ປະກອບການ ຫຼື ນັກທຸລະກິດ ໄດ້ນຳເອົາປະສົບການ, ແນວຄິດ, ໄອເດຍ ລວມເຖິງກົນລະຍຸດທາງການຕະຫຼາດຂອງຕົນເອງທີ່ມີຢູ່ນັ້ນ ມາຖ່າຍທອດຜ່ານຕົວໜັງສື ສ້າງເປັນບົດຄວາມ ອາດຈະສາມາດຊ່ວຍໃຫ້ຜູ້ຄົນອີກຫຼາຍຄົນທີ່ກຳລັງປະສົບບັນຫາຄືກັນກັບທ່ານໄດ້ຮັບປະໂຫຍດ ແລະ ຍັງໄດ້ສ້າງໂອກາດໃຫ້ກັບທ່ານ ໃນການສ້າງ ແບຣນດິ້ງ ເຊິ່ງ ແບຣນດິ້ງໃນນີ້ຈະຄວບຄຸມເຖິງທຸລະກິດທ່ານ ແລະ ແບຣນດິ່ງຕົວຂອງທ່ານພ້ອມ. ສ້າງແບຣນດິ້ງດ້ວຍການຂຽນ ໄດ້ແບບໃດ?. ຜູ້ບໍລິໂພກຫຼາຍໆຄົນອາດຈະຮູ້ຈັກແບຣນທ່ານ ຫຼື ເຄີຍໃຊ້ບໍລິການທຸລະກິດຂອງທ່ານ ແຕ່ພວກເຂົາອາດຈະບໍ່ຮູ້ເບື້ອງຫຼັງຄວາມເປັນມາຂອງທຸລະກິດ ...

Read More »

ສະພາການຄ້າ ຕັ້ງໂຕະ ໃຫ້ຄຳປຶກສາ ແກ່ຜູ້ປະກອບການ SME ຟຣີ ເຊີນເຂົ້າຮ່ວມໄດ້!!!!

ກັບມາອີກແລ້ວກັບການຕັ້ງໂຕະໃຫ້ຄຳປຶກສາຕົວຕໍ່ຕົວຟຣີ???ໃຫ້ແກ່ຜູ້ປະກອບການທຸລະກິດ SME ເຊິ່ງທາງເຮົາຈະຈັດທຸກໆວັນພຸດ ຂອງ ທຸກໆເດືອນ ເຊິ່ງຈະ ?ເລິ່ມຕົ້ນຕັ້ງແຕ່ວັນທີ 13 ກຸມພາ 2019 ເປັນຕົ້ນໄປ ?ສະຖານທີ່: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ?ພິເສດໄປກວ່າຈະມີການໃຫ້ບໍລິການເຮັດທຸລະກຳຕ່າງໆຂອງທະນາຄານພັດທະນາລາວເຊັ່ນ: ການເປີດບັນຊີ, ການອອກບັດ ATM, ການຕິດຕັ້ງແອພພີເຄຊັນ LDB Trust ແລະ ອື່ນໆ ❗ໝາຍເຫດ: ຮັບໃຫ້ຄຳປຶກສາຈຳນວນຈຳກັດ (8 ຄົນຕໍ່ຄັ້ງ) ຕ້ອງສົ່ງແບບຟອມກ່ອນມື້ທີ່ຈະຈັດງານ 1 ວັນ ລັດຖະການ ສຳລັບການບໍລິການທົ່ວໄປ ຂອງ ທະນາຄານພັດທະນາລາວແມ່ນບໍ່ມີຈຳກັດ ຕິດຕໍ່ສອບຖາມປະກອບຟອມໄດ້ທີ່ ☎021 416266, 021 416267 ຫຼື Inbox ເຂົ້າມາໄດ້ ທີ່ມາ: Laos SME Service Center ກັບມາອີກແລ້ວກັບການຕັ້ງໂຕະໃຫ້ຄຳປຶກສາຕົວຕໍ່ຕົວຟຣີ???ໃຫ້ແກ່ຜູ້ປະກອບການທຸລະກິດ SME ເຊິ່ງທາງເຮົາຈະຈັດທຸກໆວັນພຸດ ຂອງ ທຸກໆເດືອນ… Posted by Laos SME Service Center on Friday, February ...

Read More »

ຢາກໄປສຶກສາຕໍ່ປະລິນຍາຕີ ຢູ່ມະຫາວິທະຍາໄລທີ່ມີຊື່ສຽງອັນດັບ 1 ຂອງໄທ ສະໝັກດ່ວນ….

ເປີດແລ້ວ ທຶນການສຶກສາ ລະດັບປະລິນຍາຕີ ສອນເປັນພາສາອັງກິດ ?? ຫຼັກສູດບໍລິຫານທຸລະກິດບັນດິດ(Bachelor of Business Administration” ຢູ່ທີ່ມະຫາໄລ ທີ່ມີຊື່ສຽງ ອັນດັບ 1 ຢູ່ປະເທດໄທ ຈຸລາລົງກອນ ມະຫາວິທະຍາໄລ. ນັກຮຽນຕ່າງປະເທດ ໄດ້ຮັບທຶນຮຽນຟຣີ ໃນປີທໍາອິດ ແລະ ຈະໄດ້ຮັບເງິນສະໜັບສະໜູນຄ່າເທີມ ໃນປີຕໍ່ໆໄປອີກ 4 ໝື່ນກ່ວາບາດ ຫຼື ປະມານເຄິ່ງໜຶ່ງ ຂອງຄ່າຮຽນ ທັງໝົດ ! ຜູ້ສະຫມັກ ພຽງແຕ່ໃຊ້ຄະແນນ TOEFL ຫຼື IELTS ກັບຄະແນນ SAT ຂັ້ນຕໍ່າ 1,170 ຄະແນນ ຂຶ້ນໄປ ເທົ່ານັ້ນ. ສົນໃຈສະໝັກ: Search ຊອກຫາ ຄໍາວ່າ “BBA Chula” ກົດເບິ່ງບ່ອນ Admission for International Students. ປິດຮັບສະໝັກ: 29 ມີນາ 2019 ທີ່ມາ: Lao Youth Radio FM ...

Read More »

ເບຍລາວໄວ້ທ ໄດ້ໄປຕໍ່ ສ່ວນເບຍລົດຊາດອື່ນໆຈະຜະລິດຮອດ…..

ກະປ໋ອງເບຍລາວ Limited Edition  ປີໃໝ່ລາວ 2562 ໃນປີ 2019 ນີ້ບໍລິສັດເບຍລາວຍັງຄົງສືບຕໍ່ມີສ່ວນຮ່ວມໃນການ​ສະ​ເຫຼີມ​ສະຫຼອງບຸນປີໃໝ່ລາວໃຫ້ຄຶກຄື້ນມ່ວນຊື່ນ ໂດຍຜ່ານການຈັດກິດຈະກຳທີ່ໜ້າຕື່ນເຕັ້ນຢ່າງຫຼວງຫຼາຍ ແລະ ຍັງເປີດໂຕກະປ໋ອງປີໃໝ່ລາວລຸ້ນພິເສດ ເພື່ອໃຫ້ຜູ້ບໍລິໂພກໄດ້ສະສົມ ແລະ ສະເຫຼີມສະຫຼອງປີໃໝ່ລາວໄປພ້ອມໆກັນ. ຮູບແບບຂອງກະປ໋ອງເບຍລາວປີນີ້ ຍັງຄົງເນັ້ນການນຳເອົາກິດຈະກຳເດັ່ນໆ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວມາເປັນແຮງບັນດານໃຈໃນການອອກແບບ. Beerlao Limited Edition Can 2019 ມີໃຫ້ທ່ານໄດ້ເລືອກສະສົມເຖິງ 3 ລວດລາຍຄື:  ຮູບໄວໜຸ່ມຜູ້ຊາຍທີ່ກໍາລັງດີດກີ້ຕ້າຢູ່ນັ້ນ: ເພື່ອສື່ເຖິງຄວາມມ່ວນຊື່ນແລະບົ່ງບອກໃຫ້ເຫັນເຖິງຄົນລາວທີ່ມີດົນຕີເປັນສື່ກາງໃນການສະເຫຼີມສະຫຼອງ ບຸນປະເພນີຕ່າງໆ ແລະ ເພື່ອໃຫ້ແທດເໝາະກັບຍຸກສະໄໝເຮົາຈຶ່ງໄດ້ເລືອກໃຊ້ເຄື່ອງດົນຕີສາກົນໃຫ້ເປັນຕົວແທນ. 2 ຮູບແມ່ຍິງຍໍມືນົບເພື່ອບົ່ງບອກເຖິງຂະໜົບທໍານຽມ ຄວາມຮູ້ບຸນຄຸນ ແລະ ການນອບໜ້ອມຖ່ອມຕົນ, ມີເອກະລັກຈົບງາມຂອງຄົນລາວ. 3 ຮູບຄົນກໍາລັງຫົດນໍ້າ: ທີ່ສະແດງໃຫ້ເຫັນເຖິງບຸນປະເພນີອັນດີງາມ ທີ່ມີເອກກະລັກສະເພາະໂຕຂອງປວງຊົນລາວທີ່ພົ້ນເດັ່ນ ທີ່ດຳລົງມາຕັ້ງແຕ່ຄົນສະໄໝກ່ອນຈົນມາຮອດປະຈຸບັນ. ກິດຈະກຳທັງໝົດທີ່ທາງບໍລິສັດເບຍລາວໄດ້ເຮັດນີ້ ແມ່ນສອດຄ່ອງກັບປະເພນີ, ວັດທະນະທຳ ແລະ ລະບຽບກົດໝາຍຂອງລັດ ພ້ອມທັງຍາມໃດບໍລິສັດກໍຄຳນືງເຖີງຄວາມຮັບຜິດຊອບຂອງບໍລິສັດທີ່ມີຕໍ່ສັງຄົມ ຢາກເຫັນຄົນລາວ ແລະປະເທດຊາດນັບມື້ນັບເຂັ້ມແຂງຈະເລີນຮຸ່ງເຮືອງ ສ້າງໃຫ້ຄົນລາວ ພູມໃຈໃນສີ່ງທີ່ເຮົາມີ, ພູມໃຈໃນປະເທດລາວ ແລະພູມໃຈໃນສິນຄ້າຂອງລາວເຮົາ. ໃນປີ 2018 ເປັນປີທີ ບໍລິສັດ ເບຍລາວ ​ຄົບ​ຮອບ 45 ປີ. ...

Read More »

ບໍລິສັດໄອທີຍັກໃຫຍ່ຂອງໂລກ ແຫ່ກັນລົງທຶນຫຼາຍຮ້ອຍລ້ານໂດລາ ເພື່ອເຮັດສິ່ງນີ້…

ບໍລິສັດຍັກໃຫຍ່  ໄອທີໂລກ  Microsoft, Google, Facebook   ແຫ່ພາກັນລົງທຶນຫຼາຍຮ້ອຍລ້ານໂດລາ ເພື່ອສ້າງເຮືອນ ແລະ ທີ່ຢູ່ອາໄສ ລາຄາຖືກ ໃນເມືອງທີ່ຕັ້ງສຳນັກງານໃຫຍ່ຂອງບໍລິສັດຂອງຕົນເອງ ໂດຍທັງໝົດນີ້ມີໃຫ້ປະຊາຊົນທົ່ວໄປໃນເມືອງ ບໍ່ໄດ້ຈຳກັດສະເພາະພະນັກງານ, ພ້ອມທັງໃຫ້ສິນເຊື່ອກູ້ຍືມ ແລະ ຍັງມີເງິນຊ່ວຍເຫຼືອຄົນທຸກຍາກ ຂາດທີ່ຢູ່ອາໄສ ອີກດ້ວຍ. ຫວັງວ່າຈະຫຼຸດອາສະຍາກຳອ້ອມຮອບສຳນັກງານໃຫຍ່ ແລະ ຫຼຸດຄ່າຄອງຊີບລົງ  ມີຜົນດີທາງອ້ອມພະນັກງານທີ່ມີລາຍໄດ້ໜ້ອຍອີກດ້ວຍ. ໃນ ອາເມລິການັ້ນ ທຸລະກິດໄອທີມັກຈະມີການຈ່າຍເງິນເດືອນສູງກວ່າພາກອື່ນໆ ສົ່ງຜົນໃຫ້ເມືອງທີ່ຕັ້ງສຳນັກງານໃຫຍ່ຂອງບໍລິສັດເຫຼົ່ານັ້ນ ມັກມີຄ່າຄອງຊີບສູງ ແລະ ລາຄາເຮືອນ ແລະ ຄ່າເຊົ່າຫ້ອງພັກກໍລາຄາແພງຂຶ້ນໄປນຳ. ສຸດທ້າຍກໍສົ່ງຜົນກະທົບຕໍ່ຜູ້ທີມີລາຍໄດ້ໜ້ອຍ-ປານກາງ ໃນເຂດນັ້ນໆເຊັ່ນ:ເກີດມີບັນຫາປາກົດການຫຍໍ້ທໍ້, ເກີດອະສະຍາກຳ, ປຸ້ນຈີ່ຊິງຊັບ ແລະ ເຮັດໃຫ້ພະນັກງານທີ່ມີລາຍໄດ້ຕໍ່າຂອງບໍລິສັດເຫຼົ່ານັ້ນເອງກໍມີຄ່າຄອງຊີບສູງ. ນີ້ຄືເຫດຜົນຫຼັກໆທີ່ ບໍລິສັດໄອທີຍັກໃຫຍ່ ສ້າງທີ່ຢູ່ອາໄສ.  ລ່າສຸດ Microsoft  ເຊິ່ງມີສຳນັກງານໃຫຍ່ໃນເມືອງ  Seattle ລັດວໍຊິງຕັນ ໄດ້ມີການລົງທຶນ 500 ລ້ານໂດລາ ຮ່ວມສ້າງທີ່ຢູ່ອາໄສລາຄາປະຫຍັດໃນເມືອງ Seattle. ນອກຈາກນັ້ນ,​ຍັງມີການໃຫ້ເງິນກູ້ສິນເຊື່ອ ແລະ ໃຫ້ເງິນຊ່ວຍເຫຼືອຄົນບໍ່ມີເຮືອນຢູ່ອີກດ້ວຍ. ໃນໄລຍະ 8 ປີຜ່ານມາ ລາຄາເຮືອນໃນເມືອງຊິແອດເຕີນ ມີລາຄາສູງເພີ່ມຂຶ້ນ ສົ່ງຜົນເຖິງຄ່າເຊົ່າເຮືອນ ແລະ ຫ້ອງເຊົ່າຕ່າງໆ ສ່ວນບໍລິສັດອື່ນໆກ່ອນນີ້ກໍມີ Google ທີ່ຮ່ວມກັບບໍລິສັດອະສັງຫາລິມະຊັບ ແລະ ...

Read More »

ກວດພົບນ້ຳມັນບໍ່ໄດ້ຄຸນນະພາບ ຫຼາຍປໍ້າໃນນະຄອນຫຼວງວຽງຈັນ

ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກວດກາພົບເຫັນນ້ຳມັນຢູ່ຫຼາຍປ້ຳທົ່ວປະເທດບໍ່ໄດ້ຄຸນນະພາບໃນປີ 2018 ຜ່ານມາ, ໃນນີ້ ພົບເຫັນຫຼາຍກ່ວາໝູ່ແມ່ນບັນດາປ້ຳທີ່ຢູ່ເຂດນອກຕົວເມືອງນະຄອນຫຼວງວຽງຈັນ ແລະ ຢູ່ຕາມລຽບເສັ້ນທາງ 13 ໃຕ້, ແຕ່ໂດຍລວມການກວດພົບນ້ຳມັນບໍ່ໄດ້ຄຸນນະ ພາບມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ປີ 2017. ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ໃຫ້ສໍາພາດວ່າ: ກົມມາດຕະຖານ ແລະ ວັດແທກ ເລີ່ມຕົ້ນກວດກາຄຸນນະພາບຂອງນ້ຳມັນຢູ່ຕາມປ້ຳຕ່າງໆ ໃນທົ່ວປະເທດ ນັບແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນມາ ໂດຍຜ່ານ 2 ຮູບແບບ ຄື: ກວດກາປົກກະຕິປີລະ 2 ຄັ້ງ ແລະ ກວດກາຕາມການຮ້ອງຮຽນຂອງຜູ້ບໍລິ ໂພກ ກໍຄື ຜູ້ຊົມໃຊ້ນ້ຳມັນຜ່ານສາຍດ່ວນ 1513. ຜ່ານການກວດກາເຫັນວ່າ: ສະເພາະໃນປີ 2017 ພົບເຫັນນ້ຳມັນ ແອັດຊັງ ແລະ ກາຊວນ ຢູ່ຫຼາຍປ້ຳໃນທົ່ວປະເທດບໍ່ໄດ້ຄຸນນະພາບ ຍ້ອນມີທາດເຫຼົ້າເຈືອນປົນ, ກົດໄຂມັນ ແລະ ...

Read More »