Author Archives: Targetlaos Editor

ລັດຖະບານ ຈະຍົກເລີກ ແລະ ປັບໃໝ ຕໍ່ຜູ້ສຳປະທານດິນ 201 ໂຄງການ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ ໄດ້ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາ ເຖິງມາດຕະການຍົກເລີກສັນຍາ ຫຼື ປັບໃໝ ຕໍ່ຜູ້ເຊົ່າ-ສໍາປະທານ ດິນ ທີ່ບໍ່ເຄື່ອນໄຫວເລີຍ ຈໍານວນ 201 ໂຄງການ ກວມເນື້ອທີ່ຈໍານວນ 81.879 ເຮັກຕາ. ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ແລະ ພິລາລະນາຮັບເອົາບົດລາຍງານກ່ຽວກັບຜົນການກວດກາໂຄງ ການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ ແລະ ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ) ຕໍ່ບັນ ຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດ ຖະບານ ເປັນຕົ້ນ ສໍາລັບໂຄງການໃດທີ່ເຊົ່າ-ສໍາປະທານທີ່ດິນຈາກລັດຖະບານ ເຫັນດີປະຕິບັດ 5 ຂໍ້ ສະເໜີວິທີແກ້ໄຂ ...

Read More »

ມີທຶນໃຫ້ສຶກສາຕໍ່ທີ່ປະເທດຈີນ ພາຍໃຕ້ທຶນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ສະໝັກດ່ວນ….

ສົນໃຈສະໝັກເອົາທຶນການສຶກສາ ໄປຮຽນຕໍ່ ປະເທດຈີນ ພາຍໃຕ້ທຶນການສຶກສາ ໜຶ່ງແລວທາງ ໜຶ່ງເສັ້ນທາງ ສາມາດສະໝັກໄດ້ ທຶນເຕັມ 100% !!! ປິດຮັບສະໝັກ: 31 ມີນາ 2019 Belt and Road Scholarship in China 2019 For International Students [Apply NOW] Deadline: 31st March 2019 ລາຍລະອຽດ ແລະ ວິທີການສະໝັກທີ່: http://english.ucas.ac.cn/…/5052-call-for-2019-cas-the-belt…   Call for 2019 CAS “The Belt and Road” Master Fellowship Programme Introduction “The Belt and Road” Master Fellowship Programme is launched in connection with the ...

Read More »

 5 ທັດສະນະ​ຄະຕິ​ທີ່​ບໍ່​ດີ ແລະ ​ບໍ່​ຄວນ​ປະຕິບັດ​ໃນ​ບ່ອ​ນ​ເຮັດ​ວຽກ

ເວັບໄຊ​ທາ​ເກັດ ຈະ​ຂໍ​ນຳ​ສະ​ເໜີ 5 ​ທັດສະນະ​ຄະຕິ​ທີ່​ບໍ່​ຄວນ​ມີ​ ​ແລະ ບໍ່ຄວນ​ປະຕິບັດ ເຊິ່ງຈະເຮັດ​ໃຫ້​​ເພື່ອນ​ຮ່ວມ​ງານ​ເບິ່ງ​ຕົນ​ເອງ​ໃນ​ແງ່​ລົບ. ​ເຮັດ​ວຽກ​ໂດຍ​​ໃຊ້​ອຳນາດ​ ​ແລະ ຕຳ​ແໜ່​ງໜ້າ​ທີ່: ເປັນ​ເລື່ອງ​ທີ່​ຄົນ​ສ່ວນ​ຫຼາຍ​ບໍ່​ມັກທີ່ຈະຖືກຄົນທີ່ຢູ່ເໜືອກວ່າ “ສັ່ງ ຫຼື ບັງຄັບ” ໃຫ້ຄົນທີ່ຢູ່ຕຳແໜ່ງນ້ອຍກວ່າເຮັດຫຍັງໂດຍທີ່ບໍ່ໄດ້ຕົກລົງຮ່ວມກັນມາ​ກ່ອນ ແຕ່ໃນຄວາມເປັນຈິງເຫດການ​ລັກສະນະ​​​ນີ້ຈະ​ເກີດ​ຂຶ້ນ​ ເລື້ອ​ຍໆ​ຈາກ​ທີ່​ຫຼາຍໆ​ຄົນ​ໄດ້​ເປັນ​ຜູ້​ບັງ​ຄັບ​ບັນຊາ ບາງ​ຄົນ​ມີ​ຕຳ​ແໜ່​ງສູງ​ກໍ​ຮູ້ສຶກ​ວ່າ “​ເຮັດ​ຫຍັງ​ກໍ​ໄດ້” ຈົນ​ກາຍ​ເປັນ​ຄົນ​ເຈົ້າ​ອຳນາດ​ຈົນ​ລຶມຄິດ​ເຖິງ​ຄົນ​ທີ່ຢູ່​​ຕຳ​ແໜ່​ງນ້ອຍ​ກວ່າ ຜົນ​ທີ່​ຕາມ​ມາ​ຄື​ການ​ສູນ​ເສຍ​ຄວາມ​ໄວ້​ໃຈ, ຄວາມ​ເຊື່ອ​ໝັ້ນ​ ຕະຫຼອດ​ໄປ​ຈົນ​ເຖິງ​ຄວາມເຄົາລົບນັບຖື. 2. ​ເຮັດ​ວຽກ​ໂດຍ​ຫວັງ​ແຕ່​ຜົນ​ປະ​ໂຫຍ​ດ: ຄົນ​ເຮັດ​ວຽກທຸກ​ຄົນ​ຕ່າງ​ກໍ​ລ້ວນ​ຕ້ອງການ​​ຈະ​ມີຄ່າ​ຕອບ​ແທນ​ໄປ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ ​ແຕ່​ການ​ຕັ້ງໜ້າ​ຕັ້ງ​ຕາ​ຄິດ​ແຕ່​ເລື່ອງ​ລາຍ​ໄດ້, ​ເງິນ​ເດືອນ, ​ໂບນັດ ​ແລະ ມີ​ແຕ່​ຈົ່ມ​​ ເມື່ອ​ບໍ່ພໍ​ໃຈ​​ກັບ​ຜົນ​ປະ​ໂຫຍ​ດດັ່ງກ່າວ ສິ່ງ​ເຫຼົ່າ​ນີ້​​ເຮັດ​ໃຫ້ຄົນ​ອື່ນ​​ເບິ່ງ​​ໄປໃນ​ແງ່​ລົບ, ​ເຖິງ​ແມ່ນ​ວ່າ​ເຮົາຈະ​ເຮັດ​ວຽກ​ເພື່ອ​ເງິນ​ເດືອນ ​ແຕ່​ຄຸນຄ່າ​ຂອງ​ການ​ເຮັດ​ວຽກ​ກໍ​ບໍ່​ແມ່ນ​ວ່າ​ຈະ​ຕ້ອງ​ຕັດສິນ​ດ້ວຍ​ເງິນ​ສະ​ເໝີ​ໄປ, ຄົນ​ເຮັດ​ວຽກ​ເກັ່ງໆ​ຫຼາຍ​ຄົນ​ຈະສົນ​ໃຈ​ເຖິງ​ກາ​ນ​​ເຮັດ​ວຽກ​ທີ່ຢູ່​ຕໍ່ໜ້າ​ໃຫ້​ດີ​ທີ​ສຸດ, ການ​ໄດ້​ມີຜົນງານ​, ການ​ໄດ້​ໃຊ້​ຄວາມ​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ຕົນ​ເອງ​ຮັກ​​ ເຊິ່ງຈະ​ເຮັ​ດ​ໃຫ້​ຄົນ​ອື່ນໆ​ນັບຖື​ໄວ້​ວ່າງ​ໃຈ. 3. ​ເຮັດ​ວຽກ​​ເພື່ອໃຫ້ພໍແລ້ວ​ໄປ: ຄົນ​ແບບນີ້ຫົວໜ້າ​ຈະ​ເບື່ອ ​ແລະ ​ເມື່ອ​ຍ​ໃຈ​ພໍ​ສົມຄວນ​ຄືເຮັດວຽກ​ໂດຍ​ບໍ່​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ເຮັດ​ວຽກຢ່າງ​​ເຕັມຮ້ອຍ, ​ເຮັດ​ວຽກ​ໃຫ້​ສຳ​ເລັດ​​​​​ເພື່ອກັບ​​ໄປເຮື​ອນ ​ແນ່ນອນ​ມັນ​ອາດ​ຈະ​ຖືວ່າ​ເຮັດ​ວຽກສຳ​ເລັດ ​ແຕ່​ມັນ​ເຮັດ​ໃຫ້​ຄົນ​ອື່ນ​ທີ່​ເບິ່ງ​ນັ້ນ​ຮູ້ສຶກ​ໄດ້​ວ່າ​ບໍ່​ໄດ້​ໃສ່​ໃຈ ຫຼື ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ ​ແລະ ສິ່ງ​ທີ່​ຕາມ​ມາ​ຄື​ການ​ຂາດ​ຄວາມ​ຮັບຜິດຊອບ, ຂາດ​ການ​ເບິ່ງ​ລາຍ​ລະອຽດ​ໃຫ້​ຖີ່​ຖ້ວນ ​ເຊິ່ງກໍ​ຈະ​ບໍ່​​ແປກ​ໃຈ​ເລີຍ​ທີ່​ຫົວໜ້າຈະ​ບໍ່​​ສົ່ງ​ວຽກ​ສຳຄັນ​ໃຫ້ກັບ​ຄົນ​​ເຫຼົ່າ​ນັ້ນ​ເຮັດ. 5. ​ເຮັດ​ວຽກ​ແບບ​ບໍ່​​ຄິດ​ຈະ​ເມື່ອ​ຍ ຫຼື ລຳບາກ: ໃຜໆ​ກໍ​ລ້ວນ​ແຕ່​ຮັກ​ສະບາຍ ​ແຕ່​ຖ້າ​ຈະ​ຮັກ​ສະບາ​ຍຈົນບໍ່​ຍອມ​ເມື່ອຍ​ເລີຍ ​ເມື່ອ​ພົບ​ກັບ​ວຽກ​ງານໜັກຫຼາຍກໍ​ຈົ່ມ​ແລ້ວ​ປະຕິເສດ​ ...

Read More »

ປະເທດລາວ ກຽມຈັດງານເທສະການໂຄມໄຟນາໆຊາດ ເປັນຄັ້ງທຳອິດ

ໃນຕອນບ່າຍ ໃນວັນທີ 19 ກຸມພາ 2019 ທີ່ຜ່ານມາ,  ຟາມພູຕາເວັນ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງລາວ, ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງບໍລິຄຳໄຊ. ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການກຽມຄວາມພ້ອມຂອງງານເທສະການໂຄມໄຟນາໆຊາດ ຄັ້ງທຳອິດໃນ ສປປ ລາວ. ໂດຍການເຂົ້າຮ່ວມຂອງ ທ່ານ  ທະວີເພັດ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ, ທ່ານ ເຄນ ຫຼໍ່ມະນີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ນາງ ດາລູນີ ດວງປະເສີດ ອຳນວຍການຟາມພູຕາເວັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເທສະການໂຄມໄຟ ນານາຊາດ ຄັ້ງທີ 1 (International Lantern Festival 2019) ແມ່ນຈະຈັດຂຶ້ນລະຫວ່າງວັນທີ 7 – 10 ມີນາ ...

Read More »

ຜົນວິໄຈພົບວ່າ!!! ຜູ້ອາຍຸສູງ ມັກແຊຣ໌ຂ່າວປອມຫຼາຍກວ່າໄວອື່ນ

ທີມນກວິໄຈຈາກມະຫາວິທະຍາໄລ New York ແລະ Princeton ໄດ້ເປີດເຜີຍຜົນວິໄຈ ສຳຫຼວດກຸ່ມຕົວຢ່າງຊາວອາເມລິກາ 3.500 ຄົນ ພົບວ່າ ໄວກຸ່ມຄົນທີ່ແຊຣ໌ຂ່າວປອມຫຼາຍທີ່ສຸດຄືກຸ່ມອາຍຸ 65 ປີຂຶ້ນໄປ. ການທີ່ຈະຕັດສິນວ່າ ຂ່າວໃດປອມນັ້ນ ທີມງານໄດ້ກວດສອບລິ່ງຈ່າວທີ່ຖືກແຊຣ໌ ທຸກລິ່ງ ແລະ ຍັງສົມທຽບກັບລາຍຊື່ບັນຊີດຳທີ່ລວມຊື່ເວັບໄຊຂ່າວປອມໃນອາດີດ ເຊິ່ງລວລວມໂດຍ  Craig Silverman ນັກຂ່າວຂອງ BuzzFeed. ຜົນສຳຫຼວດຄື ຜູ້ອາຍຸສູງ ຊາວອາເມລິກັນເຫຼົ່ານີ້ ແຊຣ໌ຂ່າວປອມຫຼາຍເຖິງ 11% ສ່ວນກຸ່ມໄວທີ່ແຊຣ໌ຂ່າວປອມໜ້ອຍທີ່ສຸດໃນສະຫະລັດຄື ຄົນອາຍຸ 18-29 ປີ ເຊິ່ງມີພຽງ 3% ເທົ່ານັ້ນ. ທີ່ມາ: https://www.theverge.com/2019/1/9/18174631/old-people-fake-news-facebook-share-nyu-princeton https://gadgets.ndtv.com/social-networking/news/facebook-helps-reunite-siblings-after-65-years-317237

Read More »

ບາງທັດສະນະຂອງທ່ານທູດ ສສ ຫວຽດນາມ ຕໍ່ສາຍພົວພັນພິເສດລາວ-ຫວຽດນາມ

ໃນວັນທີ 18 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດ ຕໍ່ບັນດາສື່ມວນຊົນລາວ, ເນື່ອງໃນໂອກາດ ທີ່ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້, ໂດຍ ສະຫາຍ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ໄດ້ມີຄວາມເຫັນ ແລະ ບາງທັດສະນະວ່າ: ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູ ຈ້ອງ ...

Read More »

ກະຊວງການເງິນອອກແຈ້ງການເລື່ອງ: ເສຍຄ່າທາງ ປີ 2019

ກະຊວງການເງິນອອກແຈ້ງການ ເລື່ອງ ເສຍຄ່າທາງ ປີ 2019  ແລະ  ນະໂຍບາຍ ສໍາລັບຜູ່ຊື້ລົດໃໝ່ທ້າຍປີ. ຖ້າຊື້ພາຍໃນເດືອນ ຕຸລາ-ທັນວາ ແມ່ນຈະຍົກເວັ້ນ ຫຼື ໃຫ້ເສຍໃນປີຖັດໄປ. ເພື່ອເຮັດໃຫ້ການເກັບຄ່າທຳນຽມປະຈຳປີ 2019 ຖືກຈັດຕັ້ງປະຕິບັດຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ທີ່ເປັນເຈົ້າຂອງນຳໃຊ້ຍານພາຫະນະດັ່ງນີ້: ໄລຍະເວລາປົກກະຕິຂອງການເສຍຄ່າທຳນຽມທາງແມ່ນແຕ່ເດືອນ ມັງກອນ ຫາເດືອນມີນາ ຂອງທຸກໆປີ, ຖ້າບໍ່ເສຍຕາມເວລາທີ່ທາງການກຳນົດໄວ້ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ VI ຂໍ້ 2 ຄຳແນະນຳ ສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017. ໃນກໍລະນີຫາກຍັງບໍ່ໄດ້ເສຍຄ່າທຳນຽມຂອງປີຜ່ານມາ ນອກຈາກໄດ້ເສຍຄ່າທຳນຽມທາງຕາມອັດຕາທີ່ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝດັ່ງນີ້: ຖືກປັບໃໝ 60% ຂອງມູນຄ່າທຳນຽມທາງຕໍ່ປີ ກໍລະນີຍັງບໍ່ໄດ້ເສຍຄ່າທາງນັບແຕ່ປີ 2017 ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ 2018 ກໍລະນີຍັງບໍ່ໄດ້ເສຍຂອງປີ 018. 3. ນັບແຕ່ປີ 2019 ເປັນຕົ້ນໄປ ສຳລັບ ບຸກຄົນ,​ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃໝ່ (ອອກຈາກຮ້ານ) ໃນເດືອນຕຸລາ – ເດືອນທັນວາ ...

Read More »

ສຸດຍອດຄວາມລໍ້າໜ້າ!! ຫົວເຫວີຍເປີດຕົວ 5G ເປັນຄັ້ງທຳອິດຂອງໂລກ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 18 ກຸມພາ 2019 ວ່າ ບໍລິສັດຫົວເຫວີຍ ລາຍໃຫ່ຍດ້ານເຕັກໂນໂລຊີຂອງຈີນ ເປີດຕົວລະບົບ 5 ຈີ ໃນອາຄານເປັນຄັ້ງທຳອິດຂອງໂລກ ທີ່ສະຖານີລົດໄຟຫົງສຽວຂອງນະຄອນຊຽງໄຮ້ ໜຶ່ງໃນອາຄານຜູ້ໂດຍສານທີ່ສຳຄັນໃນເຄືອຂ່າຍລົດໄຟຂອງຈີນ ໂດຍໄດ້ອັບເດດບໍລິການອິນເຕີເນັດພາຍໃນສະຖານີ ເຊິ່ງເຮັດໃຫ້ສະຖານີລົດໄຟແຫ່ງນີ້ ເປັນ Smart ສະຖານີທີ່ສຸດໃນໂລກ ໂຄງການດັ່ງກ່າວນັບເປັນກ້າວສຳຄັນແຫ່ງວິວັດທະນາການຂອງເຄືອຂ່າຍທາງລົດໄຟແດນມັງກອນ ເຊິ່ງລວມເອົານະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝຫຼາຍຢ່າງໄວ້ດ້ວຍກັນ ເຊັ່ນການຈື່ຈຳໃບໜ້າແທນການໃຊ້ປີ້, ການໃຊ້ແອັບໃນສະມາດໂຟນສົ່ງອາຫານ ມາສົ່ງໃນລະຫວ່າງການເດີນທາງຢູ່ລົດໄຟເປັນຕົ້ນ ຈາກຖະແຫຼງຂ່າວຢູ່ເວັບໄຊຂອງບໍລິສັດ ຈົນເຖິງທ້າຍເດືອນມັງກອນຜ່ານມາ ຫົວເຫວີຍໄດ້ເຂົ້າຮ່ວມເປັນພັນທະມິດການຄ້າກັບພາດເນີ 5 ຈີ ຫຼາຍກ່ວາ 50 ຄົນ ໃນທົ່ວໂລກ ແລະ ໄດ້ສ້າງສະຖານີ 5 ຈີ ແລ້ວຫຼາຍກ່ວາ 25.000 ແຫ່ງທົ່ວໂລກ ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Read More »

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ​ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ​ຄະ​ນະ ເດີນ​ທາງ​ຢ້ຽມ​ຢາມ​ ປະເທດບຣູໄນ ດາຣູຊາລາມ ຢ່າງ​ເປັນທາງ​ການ ໃນລະຫວ່າງວັນ​ທີ 16-17 ກຸມພາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ບຣູໄນ, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບຕັ້ງແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນວັນທີ 16 ກຸມພາ 2019, ທີ່ ພະລາຊະວັງ ອິດສະຕານາ ນູຣູນ ອີມານ ແຫ່ງ ບຣູໄນ ດາຣູຊາລາມ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ​ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ຊຸນຕານ ...

Read More »

ຫຼວງພະບາງ ໄດ້ຮັບລາງວັນ ເມືອງທ່ອງທ່ຽວຍອດນິຍົມຂອງໂລກ ອີກຄັ້ງ

ປີ 2019 ວາລະສານ ວັນເດີລັດ (Wanderlust Magazine) ຂອງອັງກິດ ໄດ້ຈັດໃຫ້ ນະຄອນຫຼວງພະບາງ ເປັນເມືອງທ່ອງທ່ຽວຍອດນິຍົມໃນໂລກ ອີກຄັ້ງ ຫຼັງຈາກທີ່ເຄີຍເປັນລຳດັບ 1 ມາແລ້ວ 8 ຄັ້ງ ແລະ ເຄີຍຕິດ 1 ໃນ 10 ລຳດັບ ເຖິງ 12 ຄັ້ງ. ວິທີການຈັດລຳດັບຂອງ ວາລະສານ ວັນເດີລັດ ແມ່ນເປີດໂອກາດໃຫ້ສະມາຊິກ ຂອງ ວາລະສານ ຈາກທົ່ວໂລກ ເລືອກເອົາເມືອງທີ່ພວກຕົນເອງມັກທີ່ສຸດ. 10 ເມືອງ ທີ່ນັກທ່ອງທ່ຽວ ໃຫ້ຄະແນນ ວ່າ ເປັນເມືອງຍອດນິຍົມໃນການທ່ອງທ່ຽວ ໃນປີ 2019 ລວມມີ: ນະຄອນຫຼວງພະບາງ 95.25%, ຮອງລົງມາແມ່ນ Granada (ສະເປນ) 94.78%, Seville (ສະເປນ) 94.62%, Cape Town (ອັບຝຣິກາໃຕ້) 94.44%, Krakow (ໂປແລນ) 94.08%, Edinburgh (ສະກອດແລນ) ...

Read More »