Author Archives: Targetlaos Editor

ກຽມຮັບມື ທັງຝົນ ທັງໜາວໃນວັນທີ 12-13 ກຸມພານີ້ ໃນເຂດພາກເໜືອ

ໃນໄລຍະວັນທີ 11- 13 ກຸມພາ 2019 ຄວາມກົດດັນຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກພັດປົກຄຸມພາກກາງ ແລະ ພາກໃຕ້, ເຊິ່ງຈະເຮັດໃຫ້ອາກາດເຢັນ ພ້ອມມີໝອກບາງປົກຫຸມຢູ່ທົ່ວໄປໃນແຕ່ລະພາກໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸມຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 14 ຫາ 17 ກຸມພາ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະອ່ອນກຳລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ ອຸນຫະພູມອາກາດສືບຕໍ່ເຢັນໃນຕອນເຊົ້າ ຢູ່ທົ່ວໄປໃນແຕ່ລະພາກ ແລະ ໃນຕອນບ່າຍອາກາດຈະຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 11- 13 ກຸມພາ 2019 ອາກາດຍັງຈະໜາວເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ. ຈາກນັ້ນ ວັນທີ 14-17 ກຸມພາ 2019 ອຸນຫະພູມອາກາດຍັງຈະເຢັນ ພ້ອມມີລົມພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 11- ...

Read More »

ດ່ວນ!!! ເປີດຮັບສະໝັກ ທຶນສຶກສາຕໍ່ ຈາກລັດຖະບານຫວຽດນາມ

ທຶນການສຶກສາ ຈາກລັດຖະບານຫວຽດນາມທັງພາກລັດ ແລະ ເອກະຊົນ ສາມາດສະໝັກໄດ້ !!! ທຶນ 100% ຮັບຜິດຊອບໝົດທຸກຢ່າງ. ປິດຮັບສະໝັກ: 10/04/2019 ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຊີ້ນຳຂອງສອງລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ກ່ຽວກັບການເປີດຮັບສະໝັກທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນສົກຮຽນ 2019-2020 ຂອງລັດຖະບານ ສສ ຫວຽດນາມ ແມ່ນຈະໄດ້ເປີດກວ້າງຄືກັບປີຜ່ານມາ ໝາຍຄວາມວ່າທຶນຂອງແຕ່ລະຂະແໜງການ ຈະບໍ່ໄດ້ເຈາະຈົງໃຫ້ສະເພາະຂະແໜງການທີ່ກ່ຽວຂ້ອງເທົ່ານັ້ນ ເປັນຕົ້ນ ວິຊາໃດທີ່ພົວພັນກັບຫຼາຍພາກສ່ວນ,​ ທຸກຄົນສາມາດສະໝັກແຂ່ງກັນໄດ້ ລວມທັງພາກລັດ ແລະ ພາກເອກະຊົນ. ລາຍລະອຽດຕາມແຈ້ງການລຸ່ມນີ້ ມີຫຼາຍຂະແໜງການ ແລະ ຫຼາຍທຶນ ໃຫ້ເລືອກຮຽນ!!!

Read More »

ຊົມເຊີຍ!!! ທ່ານນາຍົກ ໄດ້ຮັບການປະດັບຫຼຽນສູງສຸດ ຈາກລັດຖະບານໂອຕຼິດ ຍ້ອນ….

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາຍງານວ່າ: ໃນຕອນແລງ ວັນທີ 8 ກຸມພາ 2019 ທີ່ຜ່ານມາ, ຢູ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປະດັບຫຼຽນ Grand Tyrolian Eagle Award ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ປະທານກິດຕິມະສັກ ຄະນະກໍາມະການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ໂດຍແມ່ນ ທ່ານ ກຶນເທີ ປລັດເຕີ, ເຈົ້າແຂວງໆທີໂຣນ ຕາງໜ້າລັດຖະບານ ປະເທດໂອຕຼິດ ເປັນຜູ້ປະດັບຫຼຽນດັ່ງກ່າວ, ເຊິ່ງຖືວ່າເປັນຫຼຽນສູງສຸດ ທີ່ລັດຖະບານໂອຕຼິດ ມອບໃຫ້ຕ່າງປະເທດ, ການປະດັບຫຼຽນດັ່ງກ່າວນີ້ ເພື່ອເປັນການຍ້ອງຍໍສັນລະເສີນ ຄຸນງາມຄວາມດີ ໃນການປະກອບສ່ວນ ຊ່ວຍເຫຼືອບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ເຊິ່ງທ່ານນາຍົກລັດຖະມົນຕີ ເປັນຜູ້ໜຶ່ງທີ່ກໍ່ຕັ້ງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຕັ້ງແຕ່ປີ 1993 ແລະ ຕະຫຼອດໄລຍະ 25 ປີ, ຍາມໃດ ທ່ານກໍໄດ້ໃຫ້ຄວາມໃກ້ຊິດຕິດແທດ ຊີ້ນໍາ-ນໍາພາ, ເອົາໃຈໃສ່ເປັນພິເສດ ຕໍ່ໂຄງການບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສະຖານທີ່ເບິ່ງແຍງລ້ຽງດູເດັກ ກໍາພ້າ-ກໍາພອຍ ທີ່ດ້ອຍໂອກາດ ...

Read More »

ຂ່າວດີ!!! ຈະບໍ່ນ່າລຳຄານອີກຕໍ່ໄປແລ້ວ Google ຈະບ໋ອກໂຄສະນາໃນເວັບໄຊແບບນີ້….

ເຊື່ອວ່າຫຼາຍຄົນ ກໍມັກຈະພົບບັນຫາດຽວກັນ ທີ່ເຮົາຄຼິກເຂົ້າໄປອ່ານຂໍ້ມູນ ຫຼືເບິ່ງຄຼິບວີດີໂອຕ່າງໆ ກໍມັກຈະມີໂຄສະນາເດັ່ງຂຶ້ນມາ ຫຼື ມີໂຄສະນາເຕັມໜ້າເວັບ ໃຫ້ກົດອອກແບບນ່າເບື່ອນ່າເບື່ອແມ່ນບໍ່? ແຕ່ຕໍ່ໄປນີ້ ເຮົາທຸກຄົນຈະບໍ່ພົບບັນຫານີ້ອີກຕໍ່ໄປ ເນື່ອງຈາກ Google Chrome ຈະມີການບ໋ອກໂຄສະນາທີ່ນ່າລຳຄານ ຢູ່ໃນເວັບທົ່ວໂລກ ໃນວັນທີ 9 ກໍລະກົດ 2019 ນີ້. ບາວເຊີ້ ມະຫາຊົນ Google Chrome ໄດ້ມີການເປີດຕົວລະບົບລ໋ອກໂຄສະນາທີ່ສ້າງຄວາມນ່າລຳຄານ ນ່າເບື່ອ ອອກຈາກເວັບໄຊຕ່າງໆ ໂດຍໄດ້ເລີ່ມຕົ້ນນຳໃຊ້ຢູ່ໃນ ອາເມລິກາເໜືອ ແລະ ເອີຣົບ ແລ້ວໃນປີຜ່ານມາ ແລະ ລ່າສຸດປະກາດຈະໃຊ້ຟີເຈີນີ້ທົ່ວໂລກໃນວັນທີ 9 ກໍລະກົດ 2019 ນີ້. ຕົວຢ່າງໂຄສະນາ ທີ່ມີຄວາມສ່ຽງຈະຖືກບ໋ອກເຊັ່ນ:  1. ໂຄສະນາ pop-up ບັງພື້ນທີ່ໜ້າຈໍ ເດືອດຮ້ອນຜູ້ອ່ານຕ້ອງກົດປິດ 2. ໂຄສະນາທີ່ມີສຽງໂດຍຜູ້ໃຊ້ຍັງບໍ່ໄດ້ກົດເປີດໃຫ້ຫຼິ້ນ 3. ໂຄສະນາທີ່ບັງຄັບໃຫ້ເບິ່ງ ແລະ ມີການນັບຖອຍຫຼັງເຖິງ 0 ຈຶ່ງສາມາດປິດໄດ້. 4. ໂຄສະນາທີ່ໃຫຍ່ກິນພື້ນທີ່ເຄິ່ງໜ້າເວັບຂຶ້ນໄປ. 5. ໜ້າເວັບທີ່ມີໂຄສະຫຼາຍສິນຄ້າເກີນໄປ ກິນເນື້ອທີ່ເກີນ 30% ຂອງໜ້າເວັບ. 6. ໂຄສະນາໜ້າເວັບສຳລັບມືຖື ຫຼື ...

Read More »

ວ່າດ້ວຍເລື່ອງລົດໄຟລາວຈີນ (ມາຮູ້ຈັກກັບໂຄງການນີ້ຫຼາຍຂຶ້ນ ອ່ານເລີຍ!!!)

ສະບາຍດີທ່ານຜູ້ອ່ານ ແລະ ຕິດຕາມເວັບໄຊ ທາເກັດເປັນປະຈຳ ດັ່ງທີ່ເຮົາຮູ້ກັນແລ້ວວ່າ ປະເທດລາວເຮົາກຳລັງຈະມີລົດໄຟຟ້າຄວາມໄວສູງ ເປັນອີກເສັ້ນທາງໜຶ່ງໃນການຄົມມະນາຄົມຜູ້ໂດຍສານ ຫຼື ສິນຄ້າຕ່າງໆຈາກຈີນມາລາວ ຈາກລາວໄປຈີນ ແລະ ໄປປະເທດອື່ນໆໄດ້ຢ່າງສະດວກສະບາຍນັ້ນເອງ, ແຕ່ກ່ອນຈະມີໂຄງການນີ້ ຈົນມີການກໍ່ສ້າງ ແລະ ຄາດວ່າຈະໄດ້ນຳໃຊ້ໃນທ້າຍປີ 2020 ກໍໄດ້ມີສຽງວິພາກວິຈານໄປຕ່າງໆນາໆ. ບາງຄົນໃຫ້ທັດສະນະຄະດີດ້ານບວກວ່າ ປະເທດລາວຈະໄດ້ຜົນປະໂຫຍດຫຼາຍຢ່າງຈາກໂຄງການລົດໄຟຟ້າລາວ-ຈີນນີ້ ແລະ ກໍມີບາງຄົນຄິດລົບວ່າລາວມີການເສຍປຽບຫຼາຍຢ່າງໃນໂຄງການນີ້ ແຕ່ມື້ນີ້ ທາງຜູ້ຂຽນໄດ້ເຫັນໂພສໜຶ່ງທີ່ຂຽນໂດຍ ພ.ສະຫວັນ ໃນເພສຂອງ     Lao Army – ທະຫານລາວ  ຈາກຜູ້ຮູ້ທີ່ໄດ້ມີໂອກາດໄດ້ສຶກສາກ່ຽວກັບໂຄງການລົດໄຟ ລາວ-ຈີນ ນີ້ …ຈຶ່ງຈະນຳຂໍ້ມູນທີ່ທຸກທ່ານອາດຈະບໍ່ຮູ້ມາໃຫ້ທຸກທ່ານໄດ້ອ່ານ ແລະ ພິຈາລະນາກັນ. 1.ທາງລົດໄຟລາວ-ຈີນ ເປັນການຮ່ວມມືຫຸ່ນສ່ວນກັນລະຫວ່າງ ລາວ ແລະ ຈີນ ໂດຍລາວ 30% ຈີນ 70%…ມູນຄ່າການກໍ່ສ້າງທັງໝົດ 5,965 ລ້ານໂດລາ. ໃນນັ້ນລາວຮ່ວມທຶນກໍ່ສ້າງພຽງ 730 ລ້ານໂດລາ ເຫຼືອນັ້ນຈີນອອກເອງໝົດ (ໄລຍະຄືນທຶນ 35 ປີ ນັບແຕ່ມື້ກໍ່ສ້າງໄປ)…ໃນສ່ວນຂອງລາວ 730 ລ້ານໂດລານັ້ນ ທາງລາວສາມາດຈ່າຍໄດ້ 250 ລ້ານໂດລາ ...

Read More »

ຮຽກຮ້ອງໃຫ້ເລັ່ງຟື້ນຟູເຂດຖືກຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ

ທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອອກແຈ້ງການເລກທີ 200/ຫສນຍ ລົງວັນທີ 6 ກຸມພາ 2019 ແຈ້ງທິດຊີ້ນຳຂອງກອງປະຊຸມສະເພາະກິດກ່ຽວກັບການແກ້ໄຂໄພພິບັດ ແລະ ຟື້ນຟູເຂດໄດ້ຮັບຜົນກະທົບຢູ່ເມືອງສະໜາມໄຊ ແຂວງອັດຕະປີ ໂດຍໃຫ້ ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ສົມທົບກັບແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງເລັ່ງຈັດຕັ້ງປະຕິບັດວຽກງານຟື້ນຟູ ໂດຍສຸມໃສ່ວຽກງານເລັ່ງດ່ວນ ພ້ອມກວດຄືນໜ້າວຽກທີ່ໄດ້ດຳເນີນການເປັນຕົ້ນແມ່ນ: ເລັ່ງຊ່ວຍເຫຼືອປະຊາຊົນທີ່ຍັງພັກເຊົາຢູ່ເຕັ້ນຊົ່ວຄາວໃຫ້ໄດ້ຍ້າຍອອກມາຢູ່ເຮືອນພັກເຊົາຊົ່ວຄາວໂດຍໄວ, ກວດຄືນສັນຍາ ແລະ ການປະຕິບັດສັນຍາຂອງບໍລິສັດຮັບເໝົາຕິດຕັ້ງເຮືອນພັກຊົ່ວຄາວ ບໍລິສັດໃດບໍ່ປະຕິບັດຕາມສັນຍາໃຫ້ເຈລະຈາຍົກເລີກສັນຍາ ພ້ອມຫັນທຶນດັ່ງກ່າວມາເລັ່ງຕິດຕັ້ງເຮືອນພັກຊົ່ວຄາວໃຫ້ປະຊາຊົນໃຫ້ໄວຂຶ້ນ ທັງຮັບປະກັນຄຸນນະພາບ ແລະ ປະຢັດງົບປະມານ, ກວດຄືນສັນຍາ ແລະ ການອະນຸມັດໃຫ້ບຸກເບີກ ແລະ ເກັບກູ້ລະເບີດໃນເຂດທີ່ຈັດສັນໃຫ້ປະຊາຊົນຕັ້ງຖິ່ນຖານຊົ່ວຄາວ, ຖາວອນ ແລະ ທຳການຜະລິດ ເພື່ອຮັບປະກັນບໍ່ໃຫ້ຕົ້ນທຶນສູງ ແລະ ມີແຫຼ່ງທຶນທີ່ຈະມາຊຳລະການບຸກເບີກ ແລະ ເກັບກູ້ລະເບີດດັ່ງກ່າວ ແລ້ວລາຍງານລັດຖະບານ. ກອງປະຊຸມທີ່ຈັດຂຶ້ນໃນວັນທີ 4 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍັງຮຽກຮ້ອງໃຫ້ກວດຄືນລະອຽດການບຸກເບີກພື້ນທີ່ທຳການຜະລິດໃນເຂດທີ່ກຳນົດໃຫ້ບຸກເບີກ ຖ້າເຫັນວ່າຖືກຕ້ອງ ແລະ ເໝາະສົມແລ້ວກໍໃຫ້ຮີບຮ້ອນຈັດສັນ ແລະ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນໄດ້ເລີ່ມທຳການຜະລິດໃຫ້ທັນລະດູການ, ໃຫ້ສະຫຼຸບລາຍງານດ້ານການເງິນ ແລະ ...

Read More »

ມີືຶທຶນໃຫ້ນັກສຶກສາລາວ ໄປສຶກສາຕໍ່ທີ່ປະເທດຝຣັ່ງ ສະໝັກດ່ວນໆໆໆໆ

ເປີດຮັບສະຫມັກນັກຮຽນທຶນ – ທ່ານມີຄວາມຮູ້ດ້ານພາສາຝຣັ່ງໃນລະດັບ B2 ບໍ່ ? – ທ່ານໄດ້ຮັບໃບປະກາດຈົບຊັ້ນແລ້ວ ຫຼື ກຳລັງຈະໄດ້ຮັບໃບປະກາດ ຫຼືບໍ່ ? – ທ່ານຕ້ອງການໄປສຶກສາຕໍ່ທີ່ປະເທດຝຣັ່ງ ຫຼືບໍ່ ? ຂໍເຊີນທຸກທ່ານຍື່ນເອກະສານເພື່ອສະໝັກຂໍທຶນຈາກລັດຖະບານຝຣັ່ງ ! ສຳລັບຂໍ້ມູນເພີ່ມຕື່ມກະລຸນາເບີ່ງໄດ້ທີ່ : ➡ https://la.ambafrance.org/BGF2019 [BOURSES DU GOUVERNEMENT FRANÇAIS : OUVERTURE CANDIDATURES] – Vous avez un niveau de français ?? B2 ? – Vous avez validé votre licence ? ou allez la valider ? – Vous voulez étudier en France ?? ? Faîtes ...

Read More »

ການນຳໃຊ້ AI ເຂົ້າໃນທຸລະກິດ ແລະ ອຸດສາຫະກຳ ກໍຍັງພົບກັບບັນຫາເຫຼົ່ານີ້….

ເຖິງວ່າໃນປັດຈຸບັນ AI ຈະເຂົ້າມາຊ່ວຍໃຫ້ການເຮັດວຽກໃນອົງກອນຕ່າງໆດີຂຶ້ນ ແຕ່ກໍຍັງພົບກັບບັນຫາຢູ່ 2 ເລື່ອງຫຼັກໆຄື: 1. ການຊອກຫາພະນັກງານທີ່ມີຄວາມຊ່ຽວຊານດ້ານ AI ແລະ ການຈັດການຂໍ້ມູນ 2. ການລວບລວມຊຸດຂໍ້ມູນ (Data Collection) ໃຫ້ພຽງພໍສຳລັບໃຫ້ AI ທີ່ຈະມາປະມວນຜົນກ່ຽວກັບທຸລະກິດ ຫຼື ອຸດສາຫະກຳຂອງເຮົາ. ສຳລັບການແກ້ໄຂບັນຫາເລື່ອງຂອງພະນັກງານມີ 2 ວິທີຄື: 1. ການເຝີກອົບຮົມ ແລະ ພັດທະນາວິສາວະກອນໃນອົງກອນໃຫ້ມີຄວາມຮູ້ດ້ານ AI ຜ່ານຫຼັກສູດ ແລະ ສະຖາບັນທີ່ກ່ຽວຂ້ອງ, 2. ຊອກຫາບຸກຄະລາກອນທີ່ມີຄວາມຊ່ຽວຊານຢູ່ແລ້ວຈາກພາຍນອກຄວບຄູ່ກັນໄປ ເພື່ອໃຫ້ບໍລິສັດມີທີມດ້ານ AI ເພີ່ມຂຶ້ນ ແລະ ມີປະສິດທິພາບທີ່ດີໃຫ້ໄວຂຶ້ນ. ສຳລັບກຸ່ມທຸລະກິດດ້ານອື່ນໆ ທີ່ໃຊ້ AI ມາຊ່ວຍໃນທຸລະກິດໃນປັດຈຸບັນໄດ້ແກ່: ທຸລະກິດບໍລິການສຸຂະພາບ, ທຸລະກິດກ່ຽວກັບລົດ,​ ທຸລະກິດດ້ານການເງິນ, ທຸລະກິດໂລເຈັດສຕິກ ແລະ ມີອີກຫຼາຍໆກຸ່ມທີ່ເລີ່ມຫັນມານຳໃຊ້ AI ເຊັ່ນ: ໂທລະຄົມມະນາຄົມ, ອະສັງຫາລິມະຊັບ ແລະ ກະສິກຳ. ຕົວຢ່າງ: ຟາມລ້ຽງຫມູ ແຫ່ງໜຶ່ງໃນອາເມລິກາ  ໄດ້ມີການທົດລອງໂຄງການກ່ຽວກັບ AI ໄດ້ປະມານ 1 ປີ ໂດຍໃຊ້ AI ໃນການເບິ່ງຕິດຕາມພຶດຕິກຳຂອງຫມູໃນຟາມ ເພື່ອໃຫ້ຮັບຮູ້ຢ່າງວ່ອງໄວ ວ່າຫມູໂຕໃດສຸຂະພາບບໍ່ດີ ແລະ ຊ່ວຍຮັກສາຫມູໄວ້ທັນ ຫຼຸດອັດຕາການຕາຍຂອງຫມູ ...

Read More »

ອົງການແຄຣີຕັສ ລຸກຊຳບວກ ຈະຊ່ວຍເຫຼືອຟື້ນຟູໄພພິບັດຢູ່ຊຽງຂວາງ

ອົງການແຄຣີຕັສ ລຸກຊຳບວກ ຈະໃຫ້ການຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃນລະດູຝົນທີ່ຜ່ານມາຢູ່ແຂວງຊຽງຂວາງ ລວມທັງການສະໜອງລະບົບນ້ຳໃຊ້ທີ່ສະອາດ ແລະ ວິດຖ່າຍ. ທ່ານ ນາງ ມາລີ ໂຈຊີ ຈາຄອບ (Marie Josee Jacobs) ປະທານອົງການແຄຣີຕັສ ລຸກຊຳບວກ ໄດ້ປະກາດໃຫ້ການຊ່ວຍເຫຼືອດັ່ງກ່າວ, ໃນໂອກາດພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າ ແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 5 ກຸມພາ 2019 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ. ໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຊົມເຊີຍທີ່ ທ່ານປະທານອົງການແຄຣີຕັສ ລຸກຊຳບວກ ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມແຂວງຊຽງຂວາງ ເພື່ອຕິດຕາມກວດກາສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງໂຄງການ ທີ່ໃຫ້ການຊ່ວຍເຫຼືອໂດຍອົງການດັ່ງກ່າວ ຢູ່ພາກສະໜາມ, ພ້ອມດຽວກັນ ກໍເພື່ອປຶກສາຫາລືກັບຄະນະນຳຂອງແຂວງຊຽງຂວາງ ຕໍ່ກັບການຊ່ວຍເຫຼືອໃນອານາຄົດ. ທີ່ມາ: ຂ່າວສານປະເທດລາວ.

Read More »

ການນຳຂັ້ນສູງຕ້ອນຮັບຄະນະຜູ້ແທນພັກກອມມູນິດເນປານ

ໃນວັນທີ 1 ກຸມພາ 2019 ທີ່ສຳນັກງານສູນກາງພັກ ປປ ລາວ ສະຫາຍ ພັນຄຳ ວິພາວັນເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປປ ລາວ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດເນປານ ນຳໂດຍສະຫາຍ ມາດດັບ ກຸມ ມານ ເນປານ ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກຳມະການຄະນະປະຈຳສູນກາງພັກກອມມູນິດເນປານ, ອາດີດນາຍົກລັດຖະມົນຕີເນປານ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມລາວ ໃນລະຫວ່າງທີ 31 ມັງກອນ ຫາ ວັນທີ 4 ກຸມພາ 2019. ທີມາ: ຂ່າວສານປະເທດລາວ.  

Read More »