5 ວິທີ ບອກຮັກລູຸກຄ້າ ສະບັບຜູ້ປະກອບການ

ໃນມື້ວັນແຫ່ງຄວາມຮັກ Valentine’s  day ຜູ້ຄົນສ່ວນຫຼາຍຄິດແຕ່ວ່າ ເປັນຄວາມຮັກຂອງບ່າວສາວ, ຄູ່ຮັກ, ໝູ່ເພື່ອນ ຫຼື ຄອບຄົວແມ່ນບໍ່? ແຕ່ສຳລັບເທສະການແບບນີ້ ຜູ້ປະກອບການຕ່າງໆ ບໍ່ວ່າຈະເປັນການບໍລິການ ຫຼື ເຈົ້າຂອງແບຣນ ກໍສາມາດໃຫ້ຄວາມຮູ້ສຶກວ່າ ລູກຄ້າເປັນຄົນຮັກ ແລະ ເປັນຄົນພິເສດຂອງເຮົາກໍໄດ້ເຊັ່ນດຽວກັນ. ມື້ນີ້ ເຮົາຈະແນະນຳ  5 ວິທີງ່າຍໆ ມາໃຫ້ຜູ້ປະກອບ ແລະ ເຈົ້າຂອງທຸລະກິດ ເຈົ້າຂອງແບຣນສິນຄ້າ ໄດ້ບອກຮັກລູກຄ້າ ແລະ ສ້າງຄວາມຮູ້ສຶກດີໆ ສ້າງ Brand Loyalty ໃຫມ່ໆ ຂຶ້ນມາໄດ້ດ້ວຍການບອກຮັກໃນແບບຜູ້ປະກອບການ.

1. Write a card ຄື ການທີ່ທ່ານສົ່ງກຣາດອວຍພອນໃຫ້ກັບລູກຄ້າໃນວັນສຳຄັນແຕ່ກຣາດທີ່ທ່ານສົ່ງໄປນັ້ນ ຄວນຈະເປັນກຣາດທີ່ຂຽນດ້ວຍລາຍມື ເພາະຈະເຮັດໃຫ້ລູກຄ້າຮູ້ສຶກເຖິງຄວາມໃສ່ໃຈຂອງທ່ານທີ່ມີຕໍ່ລູກຄ້າເຊັ່ນ: ການຂຽນກຣາດວັນວາເລັນທາຍມອບໃຫ້ກັບລູກຄ້າແນບໄປພ້ອມກັບສິນຄ້າທີ່ຊື້ໃນໄລຍະເທສະການແບບນີ້.

2. Send some sweet ຄື ການສົ່ງຂະໜົມ ໄປໃຫ້ກັບລູກຄ້າປະຈຳ ຫຼື ລູກຄ້າ VIP ເຊັ່ນ: ການສົ່ງຊ໋ອກໂກແລັດໃຫ້ກັບລູກຄ້າໃນວັນວາເລັນທາຍ ຫຼື ໝາກກ້ຽງ 4 ໜ່ວຍ ໃສ່ຖົງແດງໃນມື້ກຸດຈີນ ເພື່ອໃຫ້ລູກຄ້າຮູ້ສຶກວ່າ ເຂົາເປັນຄົນພິເສດ ແລະ ສຳຄັນຂອງຮ້ານເຮົາ ຫຼື ບໍລິສັດເຮົາ…

3. Special treat for Social media Customer ຄືການມອບສິດທິພິເສດ ໂປຣໂມຊັນ ຫຼື ກິດຈະກຳພິເສດໃຫ້ກັບລູກຄ້າໃນໂລກອອນໄລ໌ໂດຍສະເພາະ ເຊັ່ນ: ສັ່ງຊື້ສິນຄ້າຜ່ານທາງອອນໄລ໌ລຸ້ນຮັບຟຣີຕຸກກະຕາໝີຄູ່ຮັກ ເພາະລູກຄ້າກຸ່ມນີ້ເຂົ້າເຖິງງ່າຍມີອິດທິພົນໃນການລີວິວສິນຄ້າ ແລະ ແຊຣ໌ໃນໂລກອອນໄລ໌ ພ້ອມສະແດງເຖິງຄວາມໃສ່ໃຈຂອງຮ້ານທີ່ມີຕໍ່ລູກຄ້າໃນວັນພິເສດຕ່າງໆໄປໃນຕົວ. ສຳລັບ, ເລື່ອງໂປຣໂມຊັນໃນໄລຍະເທສການ ອາດຈະມີແບບມາເປັນຄູ່, ຄູ່ຮັກ ຫຼື ຄູ່ໝູ່ເພື່ອນ ກໍອາດຈະເປັນ ຊື້ 1 ແຖມ 1 ຫຼື ຄິດ ອອກແບບເມນູທີ່ພິເສດສຳລັບງານເທສະການວາເລັນທາຍນີ້ໂດຍສະເພາະ ຕົວຢ່າງ:  ຮ້ານ   Kaogee Cafe   ເພີ່ນກໍໄດ້ຈັດໂປຣໂມຊັນນີ້ ມາເພື່ອລູກຄ້າທຸກໆຄົນທີ່ເຂົ້າມາຮ້ານ ໃນໄລຍະເທສະການວາເລັນທາຍ ກໍໄດ້ມີເມນູອອກມາໃຫມ່ ຊາສາຍຮຸ້ງ ເຊິ່ງເປັນຊາດອກໄມ້ຄື ຊາດອກກຸຫຼາບ, ຊາດອກອັນຊັນ ແລະ ຊາມັດຊະ   ແຕ່ຖ້າຈະໃຫ້ເໝາະຄູ່ຮັກ ຫຼື ເຂົ້າເທສະການນີ້ແທ້ ແນະນຳເລີຍ  ຊາດອກກຸຫຼາບ ຊື້ 1 ຈອກ ແຖມ 1 ຈອກ  ບໍ່ວ່າຈະເປັນຊາຮ້ອນ, ຊາເຢັນ ແລະ ຊາປັ່ນ.

4. Spend Quality time Together ຄືການໃຫ້ເວລາກັບລູກຄ້າທີ່ພິເສດເຊັ່ນ: ການໄປຢ້ຽມຢາມລູກຄ້າໃນໂອກາດສຳຄັນຫຼື ຈັດກິດຈະກຳພິເສດທີ່ສາມາດໃຊ້ເວລາພົບປະສັງສັນກັນໄດ້ ຫຼືນັດລູກຄ້າທີ່ພິເສດຂອງທ່ານມານັ່ງລົມກັນທີ່ຮ້ານ Kaogee Cafe   ທີ່ມີບັນຍາກາດດີ ເປັນກັນເອງ ເຢັນສະບາຍ ກິນເຂົ້າຈີ່ໄປ  ຈິບກາເຟໄປ ນັ່ງລົມເລື່ອງຕ່າງໆໄປ ເພື່ອເປັນການສະໜິດສະໜົມກັນຂຶ້ນຕື່ມອີກ. ສາມາດນັດລົມລູກຄ້າທີ່ພິເສດຂອງທ່ານມາຮ້ານ Kaogee cafe ໄດ້ທັງ ທີ 4 ສາຂາ ໃນນະຄອນຫຼວງ (ຫຼັງໂຮງຮຽນ ມສ ວຽງຈັນ, ເພຍວັດ, ສີຫອມ, ໜອງບອນ) ແລະ 1 ສາຂາທີ່ແຂວງຫຼວງພະບາງ ຮັບຮອງວ່າ ບັນຍາກາດໄດ້ ກາເຟດີ ເຂົ້າຈີ່ແຊບໆແນ່ນອນ.

5. Discount ຄື ການມອບສ່ວນຫຼຸດໃຫ້ກັບລູກຄ້າຄົນສຳຄັນໃນວັນພິເສດຕ່າງໆນັ້ນເອງ.

5 ກົນລະຍຸດທີ່ໄດ້ແນະນຳນີ້ ເປັນວິທີບອກຮັກລູກຄ້າງ່າຍໆ ໃນວັນເທສະການທີ່ພິເສດຕ່າງໆ ບໍ່ວ່າຈະເປັນວາເລັນທາຍ ຫຼື ເທສະການອື່ນໆ ຈະເຮັດໃຫ້ລູກຄ້າຮູ້ສຶກເຖິງຄວາມຮັກຈາກເຮົາ ຄວາມໃສ່ໃຈ ແລະ ເປັນຄົນສຳຄັນສະເໝີນັ້ນເອງ.

Happy Valentine’s Day ??ມອບຄວາມຮັກໃຫ້ຄົນພິເສດ ດ້ວຍຈອກພິເສດ ຊາດອກກຸຫຼາບ ເພີ່ມຄວາມຫອມ…

Posted by Kaogee Cafe on Wednesday, February 13, 2019

ທີ່ມາ:  #อายุน้อยร้อยล้าน

 

Comments