Author Archives: Targetlaos Editor

Facebook ຈະລວມ Messenger-WhatsApp-Instagram ເຂົ້າໄວ້ນຳກັນຍ້ອນ…..

ເມື່ອບໍ່ດົນມານີ້ ມີຂ່າວຄາວທີ່ສຳຄັນກ່ຽວກັບວົງການ ໂຊຊຽວມີເດຍ ນັ້ນກໍຄື: Facebook ກຽມຈະລວບລວມບໍລິການສົ່ງຂໍ້ຄວາມ ຂອງທັງ 3 ແອັບພິເຄຊັນທີ່ Facebook ເປັນເຈົ້າຂອງມາເຂົ້າໄວ້ຢູ່ນຳກັນ. Facebook ເປັນບໍລິສັດຜູ້ໃຫ້ບໍລິການໃນສ່ອງທາງໂຊຊຽວມີເດຍທີ່ໃຫຍ່ທີ່ສຸດໃນໂລກ, ໂດຍລາຍໄດ້ທັງໝົດຂອງ Facebook ນັ້ນ ມາຈາກການໂຄສະນາເຖິງ 98% ສ່ອງທາງ ທີ່ບໍລິສັດ Facebook ເປັນເຈົ້າຂອງມີຄື:  Facebook ມີຜູ້ໃຊ້ງານຫຼາຍກວ່າ 2.200 ລ້ານບັນຊີ,  Messenger ມີຜູ້ໃຊ້ງານ 1,300 ລ້ານບັນຊີ,  Instagram ທີ່ເນັ້ນການແຊຣ໌ຮູບພາບ ແຕ່ກໍມີການແຊັດພາຍໃນຕົວດ້ວຍຄືກັນ ເຊິ່ງ Facebook ຊື້ກິດຈະການໃນປີ 2012 ປັດຈຸບັນມີຜູ້ໃຊ້ງານ 1.000 ລ້ານບັນຊີ, ສ່ອງທາງ WhatsApp ເປັນແອັບພິເຄຊັນແຊັດ ທີ່ Facebook ຊື້ກິດຈະການໃນປີ 2014 ປັດຈຸບັນມີຜູ້ໃຊ້ງານ 1.500 ລ້ານບັນຊີ. ເມື່ອສັງເກດແລ້ວວ່າ ໃນການຕິດຕໍ່ສື່ສານຂອງມະນຸດໂລກຈະຕ້ອງມີ Facebook ເຂົ້າມາກ່ຽວຂ້ອງໃນຊີວິດສະເໝີ ເພາະແຕ່ລະບໍລິການຂອງບໍລິສັດນັ້ນມີຖານລູກຄ້າສູງເກີນ 1.000 ລ້ານຄົນ. ເຖິງຢ່າງໃດກໍ່ຕາມ ລ່າສຸດມີລາຍງານວ່າ Facebook ກຳລັງວາງແຜນທີ່ລວມບໍລິການແຊັດຂໍ້ຄວາມຂອງທັງ Messenger, WhatsApp ແລະ Instagram ເຂົ້າໄວ້ນຳກັນ ໂດຍຄາດວ່າຈະເລີ່ມນຳໃຊ້ໃນປີ 2020. ແຕ່ການບໍລິການຂອງທັງ 3 ແອັບ ຈະຍັງເປັນອິດສະຫຼະຕໍ່ກັນຄືເກົ່າ ພຽງແຕ່ຈະມີການເຊື່ອມໂຍງການຮັບສົ່ງຂໍ້ຄວາມ ...

Read More »

ຄະນະຜູ້ແທນພັກກອມມູນິດ ເນປານ ຢ້ຽມຢາມລາວ ເພື່ອ…..

ຕອບສະໜອງຕາມການເຊື້ອເຊີນຂອງ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ນໍາໂດຍ ສະຫາຍ ມາດດັບ ກຸມມານ ເນປານ, ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກໍາມະການຄະນະປະຈໍາສູນກາງພັກກອມມູນິດ ເນປານ, ອະດີດນາຍົກລັດຖະມົນຕີ ເນປານ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 31 ມັງກອນ – 04 ກຸມພາ 2019. ໃນໄລຍະຢູ່ຢ້ຽມຢາມ ສປປ ລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໄດ້ພົບປະເຮັດວຽກກັບ ສະຫາຍ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ໃນການພົບປະດັ່ງກ່າວ, ບັນດາສະຫາຍການນໍາລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເນປານ; ພ້ອມນັ້ນ ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ  ໃນໄລຍະມໍ່ໆມານີ້ ໃຫ້ຄະນະຊາບ, ...

Read More »

ຢາກໄປສຶກສາຕໍ່ ທີ່ມະຫາວິທະຍາໄລດັງ ຂອງປະເທດໄທ ສະໝັກດ່ວນໆໆໆ

ເປີດໃຫ້ນັກສຶກສາລາວທຸກຄົນສາມາດ ສົ່ງໃບສະໝັກຂໍທຶນໄປສຶກສາ ຕໍ່ ທີ່ມະຫາວິທະຍາໄລ ຂອນແກ່ນ ທີ່ປະເທດໄທ.  ຢູ່ບໍ່ໄກຈາກ ສປປ ລາວ ! ເໝາະສົມແກ່ຜູ້ທີ່ຢາກເດີນທາງກັບເຮືອນ ດຸດຸ ! ມະຫາວິທະຍາໄລ ຂອນແກ່ນ ປະເທດໄທ ເປີດໃຫ້ຄົນລາວ ສະໝັກເອົາທຶນການສຶກສາ 100% ມີຫຼາຍສາຂາ ໃຫ້ສະໝັກເລືອກຮຽນ! ປິດຮັບສະໝັກ ວັນທີ 05/04/2019 ລາຍລະອຽດ ແລະ ວິທີການສະໝັກທີ່: https://iad.kku.ac.th/scholarships.php?id=205 ແຊຣ໌ຕໍ່ກັນເລີຍ !!! ?? ?? ?? ເປີດຮັບສະຫມັກແລ້ວ ! ຢູ່ບໍ່ໄກຈາກ ສປປ ລາວ !ເຫມາະສົມແກ່ຜູ້ທີ່ຢາກເດີນທາງກັບເຮືອນ ດຸດຸ !ມະຫາວິທະຍາໄລ ຂອນແກ່ນ… Posted by Lao Youth Radio FM 90.0 Mhz on Monday, January 28, 2019

Read More »

ສະຖານທູດຈີນ ຈັດງານສະເຫຼີມສະຫຼອງປີໃໝ່ຈີນ ທີ່ນະຄອນຫຼວງວຽງຈັນ.

ສະຖານເອກອັກຄະລັດຖະທູດຈີນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນຂຶ້ນໃນຄ່ຳຄືນຂອງວານນີ້ ທີ 28 ມັງກອນ, ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າໂຄສະນາອົບຮົມສູນກາງພັກ ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ແລະ ບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳສປປ.ລາວ. ທ່ານ ຈຽງ ໄຊຕົງ ເອກອັກຄະລັດຖະທູດຈີນປະຈຳ ສປປ.ລາວ ກ່າວວ່າ: ປີ 2018 ແມ່ນເປັນປີທຳອິດຂອງການຈັດຕັ້ງປະຕິບັດຢ່າງຮອບດ້ານ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ພາຍໃຕ້ການນຳພາອັນເຂັ້ມແຂງໜັກແໜ້ນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ໂດຍມີ ເລຂາທິການໃຫຍ່ ສີ ຈິ້ນຜິງເປັນແກນນຳ, ສປ.ຈີນ ສາມາດຍາດໄດ້ຜົນສຳເລັດສັງຄົມນິຍົມຕາມສີສັນພິເສດຂອງ ສປ ຈີນ ທີ່ຍິ່ງໃຫຍ່ຄັ້ງໃໝ່ເພື່ອຍຸກສະໃໝໃໝ່. ໃນປີ 2018 ສປ.ຈີນ ໄດ້ສະເຫຼີມສະຫຼອງວັນຄົບຮອບ 40 ປີຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ເປັນຄັ້ງທຳອິດທີ່ຈີດີພີຂອງ ສປ.ຈີນ ໄດ້ລື່ນກາຍ 90 ລ້ານລ້ານຢວນ, ການປະກອບສ່ວນ ຂອງສປ.ຈີນຕໍ່ການຂະຫຍາຍຕົວເສດຖະກິດໂລກແມ່ນເທົ່າກັບ ...

Read More »

ກະຊວງການເງິນ ຈະນຳໃຊ້ລະບົບແຈ້ງພາສີປະຕູດຽວ ຢູ່ດ່ານພາສີສາກົນຂົວມິດຕະພາບ 1

ເລີ່ມຕົ້ນນຳໃຊ້ລະບົບແຈ້ງພາສີປະຕູດຽວໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ເປັນແຫ່ງທຳອິດ. ພາຍຫຼັງມີການປັບປຸງສຳເລັດສົມບູນແລ້ວຈະກະຈາຍໄປສູ່ດ່ານພາສີອື່ນໆໃນທົ່ວປະເທດ. ກະຊວງ ການເງິນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019 ເພື່ອເພີ່ມປະສິດທິພາບການດຳເນີນງານຂັ້ນຕອນເອກະສານໃນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສິນຄ້າແບບຕ່ອງໂສ້ໂດຍປາສະຈາກເຈ້ຍສໍ, ທັງພາກລັດ ແລະ ເອກະຊົນຈະໄດ້ຮັບຜົນປະໂຫຍດຈາກລັດຖະບານໃນຂັ້ນຕອນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສິນຄ້າໃນ ສ.ປ.ປ ລາວ ໂດຍຜ່ານລະບົບ ເຕັກໂນໂລຊີໃໝ່ຫຼ້າສຸດ, ລະບົບແຈ້ງພາສີປະຕູດຽວ ຈະຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຂັ້ນຕອນທີ່ຊັກຊ້າລົງ ແລະ ເຮັດໃຫ້ປະເທດລາວກາຍເປັນພາກພື້ນທີ່ມີການດຶງດູດໃນການແຂ່ງຂັນທາງດ້ານເສດຖະກິດເພີ່ມຂື້ນ. ອີງຕາມຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ (Lao National Single Window ຫຼື LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຕ່າງໆ; ໂດຍໃຫ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ1 ເປັນບາດກ້າວເລີ່ມຕົ້ນ. ພາຍຫຼັງມີການປັບປຸງ, ພັດທະນາ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ຈຶ່ງໃຫ້ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນໃນທົ່ວປະເທດ. ສຳລັບການຊຳລະຄ່າພາສີ, ...

Read More »

ເຊີນເຂົ້າຮ່ວມສຳມະນາ FREE ຖ້າຢາກໄປສຶກສາຕໍ່ ອັງກິດ, ຢູໂຣບ, ອາເມລິກາ, ຮົງກົງ.

ງານສໍາມະນາ ທຶນການສຶກສາ Open Society Foundation  ເພື່ອໄປສຶກສາຕໍ່ ທີ່ປະເທດ ອັງກິດ ?? ຢູໂຣບ, ອາເມລິກາ ?? ແລະ ຮອງກົງ ເຂົ້າຮ່ວມງານ Free ! ໂດຍມີອາດີດນັກສຶກສາ ທີ່ໄດ້ຮັບທຶນນີ້ ມາຮ່ວມ ເສວະນາ ແລະ ໃຫ້ຂໍ້ມູນດ້ານການສຶກສາ, ປະສົບການໃນການຂໍທຶນ ຕ່າງໆ…. ພົບກັນ ທີ່ ໂຮງແຮມ Mercure, ນະຄອນຫຼວງວຽງຈັນ ວັນທີ 19/02/2019 ເວລາ 18:00-20:00 ມາຮ່ວມງານກັນໃຫ້ໄດ້ເດີ້ !!! ທີ່ມາ: Lao Youth Radio FM 90.0 Mhz

Read More »

ເມື່ອໂລກປ່ຽນ ນັກການຕະຫຼາດ ກໍຕ້ອງປ່ຽນວິທີຄິດ

ປະຕິເສດບໍ່ໄດ້ວ່າ ໃນຍຸກທີ່ບ້ານເມືອງເຮົາກຳລັງຫັນປ່ຽນເປັນຍຸກ”ດີຈີຕອນ” ຫຼື Digital Age Transformation ນີ້ ມັນກະທົບຢ່າງຮຸນແຮງກັບການວາງຍຸດທະສາດການຕະຫຼາດ ຂອງບັນດາພາກສ່ວນທຸລະກິດ ເຊິ່ງເປັນຜູ້ທີ່ຕ້ອງເຈັບຫົວໜັກ ນອກຈາກບັນດາເຈົ້າຂອງທຸລະກິດແລ້ວ ກໍຍັງແມ່ນນັກການຕະຫຼາດ (CMO- Chief Marketing Officer) ທີ່ແບກຮັບພາລະຍອດຂາຍຂອງບໍລິສັດ ໃຫ້ເປັນໄປຕາມເປົ້າໝາຍນັ້ນເອງ, ໃນຂະນະທີ່ເຄື່ອງມືທາງການຕະຫຼາດເກົ່າໆມັນໃຊ້ບໍ່ໄດ້ຜົນກັບລູກຄ້າອີກຕໍ່ໄປ. ສະນັ້ນ, ມື້ນີ້ ວາລະສານທາເກັດຈຶ່ງຂໍນໍາເອົາ 3 ວິທີການໃໝ່ໆ ຈາກປຶ້ມ Global CMO ທີ່ລວມບົດສຳພາດບັນດາ CMO ຈາກ 18 ບໍລິສັດລະດັບໂລກເຊັ່ນ: Master card, Samsung, GE, Coca-Cola, Colgate, Four Seasons, Burger King ແລະ ອື່ນໆ ເພື່ອມາຊ່ວຍໃຫ້ນັກການຕະຫຼາດບ້ານເຮົາ ໄດ້ນຳໄປໃຊ້ປັບປ່ຽນຍຸດທະສາດໃຫ້ທັນເວລາ. Fight for Talent ຕ້ອງໃຫ້ຄວາມສຳຄັນກັບການລົງທຶນຊອກຫາຜູ້ທີ່ມີພອນສະຫວັນເຂົ້າມາຮ່ວມວຽກໃນອົງກອນ ພ້ອມທັງພັດທະນາຄວາມຮູ້ໃໝ່ໆໃຫ້ກັບພະນັກງານພາຍໃນອົງກອນ ໂດຍສະເພາະແມ່ນດ້ານເຕັກໂນໂລຊີ ທ່າມກາງຕະຫຼາດທີ່ເຕັມໄປດ້ວຍຄູ່ແຂ່ງທັງພາຍໃນ ແລະ ຕ່າງປະເທດ ແລ້ວຍັງມີກຸ່ມທີ່ລົງທຶນຕ່ຳທີ່ເອີ້ນວ່າ Startup ນຳອີກ. ສະນັ້ນ, ຄົນເກັ່ງໆຈະຖືກບັນດາບໍລິສັດຕ່າງໆຍາດແຍ່ງກັນ. ...

Read More »

4 ວິທີ ການບໍລິຫານ ສະຕ໋ອກສິນຄ້າ ເພີ່ມຍອດຂາຍ ແລະ ຫຼຸດສິນຄ້າຄ້າງສະຕ໋ອກ

ໃນການເຮັດທຸລະກິດ ໂດຍສະເພາະກຸ່ມ SME ທີ່ບໍ່ໄດ້ມີເງິນທຶນໝູນວຽນ ຫຼື ເງິນສຳຮອງຫຼາຍ ການບໍລິການສະຕ໋ອກສິນຄ້າ ຖືເປັນອີກໜຶ່ງບັນຫາທີ່ເຮັດໃຫ້ຜູ້ປະກອບການຂາດທຶນ ຫຼາຍຕໍ່ຫຼາຍຄົນມາແລ້ວ ແລະ ຖ້າເປັນຜູ້ປະກອບການມືໃຫມ່ ຍິ່ງມີຄວາມສ່ຽງສູງກວ່າຜູ້ທີ່ດຳເນີນທຸລະກິດມາແຕ່ດົນນານແລ້ວ, ເພາະຍັງຂາດປະສົບການ ການຄາດເດົາຄວາມຕ້ອງການຂອງຜູ້ບໍລິໂພກບໍ່ທັນໄດ້ດີ. ຕົວຢ່າງ: ເລື່ອງຂອງສິນຄ້າ “ສິນຄ້າຂາດສະຕ໋ອກ ສິນຄ້າລົ້ນສະຕ໋ອກ” ໃຫ້ເຂົ້າໃຈງ່າຍ. ບໍລິສັດໜຶ່ງ ຈຳໜ່າຍເຄື່ອງໃຊ້ໄຟຟ້າ ຈຳນວນ 100 ລາຍການ ມີສິນຄ້າຂາຍດີໄດ້ຮັບຄວາມນິຍົມພຽງ 20 ລາຍການ (ທີ່ເປັນສິນຄ້າຫຼັກ) ມີຍອດຂາຍສູງເຖິງ 80% ຈາກສິນຄ້າທັງໝົດ. ສິນຄ້າກຸ່ມນີ້ ຂາຍດີມັກຈະຂາດສະຕ໋ອກ,  ບັນຫາຕໍ່ມາ ສິນຄ້າທີ່ມີຢູ່ໃນສະຕ໋ອກ ຈະຢູ່ກຸ່ມສິນຄ້າ 80 ລາຍການ ທີ່ເປັນສິນຄ້າບໍ່ໄດ້ຮັບຄວາມນິຍົມ ອາດຈະເກີດຈາກການສຳຫຼວດຕະຫຼາດທີ່ຜິດພາດຂອງຜູ້ປະກອບການ ຫຼື ເຈາະກຸ່ມເປົ້າໝາຍບໍ່ຖືກຈຸດ ເຊິ່ງວິທີແກ້ໄຂບັນຫາ ແລະ ວິທິການປ້ອງກັນບັນຫານີ້ຄື: ວາງແຜນລ່ວງໜ້າ 1 ເດືອນ ເປັນຢ່າງໜ້ອຍ.  ຜູ້ປະກອບການຕ້ອງຄາດການແນວໂນ້ມຄວາມຕ້ອງການຂອງສິນຄ້າຫຼັກເຫັນພາບລວມວ່າ ສິນຄ້າວ່າມີການເຂົ້າ ອອກແບບໃດ?  ສິນຄ້າຊະນິດໃດຂາຍດີໃນໄລຍະໃດ ຊ່ວງໃດ ຫຼື ກັບກຸ່ມເປົ້າໝາຍໃດ ເຊິ່ງການສ້າງຄວາມເຂົ້າໃຈກຸ່ມເປົ້າໝາຍກໍມີຫຼາຍວິທີເຊັ່ນ: ການມີໂປຣໂມຊັນ ຫຼຸດລ້າງສະຕ໋ອກ ນອກຈາກການຮູ້ ...

Read More »

ເປົ້າໝາຍສໍາຄັນ ໃນພາລະກິດຂອງພວກເຮົາແມ່ນ ນໍາພາລູກຄ້າໄປສູ່ການພັດທະນາ

ວາລະສານ ສະບັບເດືອນມັງກອນນີ້, ພວກເຮົາໄດ້ຮັບກຽດການໃຫ້ສໍາພາດ ທ່ານ Arnaud Caulier, ທີ່ຫາກໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ (BFL) ຊຶ່ງທ່ານຈະມາແນະນໍາໃຫ້ຮຸ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານ, ແຜນດໍາເນີນງານ ແລະ ວິໄສທັດ-ເປົ້າໝາຍຂອງ (BFL)ໃນ ສປປ ລາວ. ທ່ານຍົກໃຫ້ເຫັນວ່າ: BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນ ລາວ ໂດຍ ວາລະສານBanker. BFL ຖືກສ້າງຕັ້ງຂຶ້ນໃນປີ 2010 ເປັນທຸລະກິດຮ່ວມຫຸ້ນລະຫວ່າງກຸ່ມ BRED ທີ່ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 1 ລ້ານຄົນໃນທົ່ວໂລກ, ມີພະນັກງານ 5.500 ຄົນ ແລະ ຫຸ້ນມູນຄ່າ 4 ຕື້ໂດລາ, ເຊິ່ງເປັນພາກສ່ວນໜຶ່ງຂອງ BPCE,ເປັນກຸ່ມທະນາຄານທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງປະເທດຝຣັ່ງ ແລະ ອັນດັບ 19 ໃນໂລກໃນດ້ານຊັບສິນ, ພ້ອມນີ້ຍັງໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL) ເຊິ່ງເປັນທະນາຄານການຄ້າຊັ້ນນໍາຂອງ ສປປ ລາວ. ດັ່ງນັ້ນ, BFL ຈຶ່ງມີລັກສະນະທຸລະກິດທີ່ປະສົມປະສານລະຫວ່າງເອກະລັກ ຂອງຝຣັ່ງ ແລະ ຄວາມເປັນໂຕຕົນຂອງທ້ອງຖິ່ນຢ່າງຊັດເຈນ. ຂໍໃຫ້ທ່ານຊ່ວຍອະທິບາຍຕື່ມວ່າເປັນຫຍັງກຸ່ມ BRED ຈຶ່ງມາລົງທຶນໃນລາວ? ກຸ່ມ ...

Read More »

ມອບເງິນໃຫ້ແກ່ຍາດຜູ້ເສຍຊີວິດຈາກເຫດເຂື່ອນແຕກ 10.000 ໂດລາຕໍ່ຫົວຄົນ.

ຄະນະອົງການຈັດຕັ້ງຂັ້ນສູນກາງ, ຄະນະອົງການຈັດຕັ້ງຂອງ​ ແຂວງ ອັດຕະປື ແລະ ທຸກພາກສ່ວນໃນທົ່ວປະເທດ ໄດ້​ຮ່ວມ​ຈັດຕັ້ງກອງອັດຖະບັງສະກຸນ (ກອງບຸນ) ອຸທິດ​ເຖິງ​ດວງ​ວິນ​ຍານໃຫ້ລູກຫຼານ​ພີ່ນ້ອງຜູ້ເສຍຊີວິດຈາກອຸດຕິເຫດເຂື່ອນແຕກ ທີ່ເມືອງ ສະໜາມໄຊ ໃນ​ວັນ​ທີ 25-26 ມັງກອນ 2019 ລວມມີກອງບັງສະກຸນທັງໝົດ 75 ກອງ ໃນນີ້ມີກອງບຸນອຸທິດໃຫ້ເຈົ້າຖິ່ນເຈົ້າຖານ ແລະ ເຈົ້າກຳນາຍເວນ 4 ກອງ ເຊິ່ງການຈັດຕັ້ງກອງບັງສະກຸນສົນຄັ້ງນີ້ເພື່ອເປັນໃຈກາງຄວາມສາມັກຄີສຶກສາອົບຮົມນໍ້າໃຈຮັກ ແລະ ຫວງແຫນພີ່ນ້ອງຮວ່ມຊາດ, ເປັນການລໍາລຶກເຖິງບຸນຄຸນ ຍາດພີ່ນ້ອງຂອງຊາດທີ່ສູນສະຫຼະຊີວິດຈາກເຫດການເຂື່ອນແຕກໃນວັນທີ 23 ກໍລະກົດ 2018 ຜ່ານມາ,  ໂດຍມີ 6 ບ້ານໄດ້ຮັບຜົນກະທົບໜັກ ລວມຜູ້ເສຍຊີວິດ 71 ຄົນ, ລວມກອງບັງສະກຸນທັງໝົດ 71 ກອງ ໃນນີ້ ບ້ານຫີນລາດມີ 35 ກອງ, ບ້ານໃໝ່ 10 ກອງ, ບ້ານ ທ່າຫີນ 5 ກອງ, ບ້ານສະໝອງ 5 ກອງ, ບ້ານ ທ່າແສງຈັນ 16 ກອງ. ພ້ອມນີ້ຍັງໄດ້ມອບເງິນຊົດເຊີຍແກ່ຍາດພີ່ນ້ອງຜູ້ເສຍຊີວິດທັງ ...

Read More »