Author Archives: Targetlaos Editor

ກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝ X

ກອງປະຊຸມ ຄະນະປະຈຳ ສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝ X ໄດ້ຈັດຂຶ້ນໃນວັນທີ 16-17 ຕຸລາ 2018 ທີ່ສູນກາງແນວລາວສ້າງຊາດ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ໃນ 1 ປີ ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ. ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ໃນໄລຍະ 1 ປີ ຜ່ານມາ 2017-2018, ຜົນງານທີ່ພົ້ນເດັ່ນໃນການຊີ້ນຳ-ນໍາພາ ຂອງຄະນະປະຈຳ ແລະ ທິດທາງແຜນການໃນ ປີ 2018-2019 ພ້ອມນີ້, ຍັງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ກ່ຽວກັບເນື້ອໃນສຳຄັນຈຳນວນໜຶ່ງເຊັ່ນ: ຮ່າງບົດປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ລາຍງານຜົນສຳເລັດ ການປັບປຸງກົດໝາຍ ວ່າດ້ວຍແນວລາວສ້າງຊາດ ສະບັບປັບປຸງ, ຄຳແນະນຳວ່າດ້ວຍ ...

Read More »

ມາເບິ່ງ!!! 14 ຂໍ້ຫ້າມໃນງານ ບຸນຊ່ວງເຮືອ ແລະ ໄຫຼເຮືອໄຟທ່າວັດຈັນ 2018

ງານບຸນປະເພນີອອກພັນສາ ປະວໍລະນາ ຂອງຊາວພຸດເຮົາປີ 2018ນີ້ ກົງກັບວັນພຸດວັນທີ 24 ຕຸລາ 2018 ຂຶ້ນ 5 ຄໍ່າເດືອນ 11 ເຊິ່ງໃນແຕ່ລະປີ ຊາວນະຄອນຫຼວງວຽງຈັນກໍຄືຊາວລາວໃນຂອບເຂດທົ່ວປະເທດ, ທ່ານ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາ ແລະ ຊ່ວງເຮືອປະເພ ນີ 2018 ທີ່ທ່າວັດຈັນ ໄດ້ກ່າວວ່າ: ສະເພາະປີ 2018 ເປັນປີທ່ອງທ່ຽວລາວ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຂອງຊາວຄ້າຂາຍລວມທັງຜູ້ທີ່ເຂົ້າມາທ່ຽວໃນງານ ຄະນະກໍາມະການຈັດງານກໍໄດ້ອອກລະບຽບຂໍ້ຫ້າມ 14 ຂໍ້ຄື: 1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປລາວ; 2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງຟ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ; 3. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດ ທຸກຊະນິດ, ສິ່ງເກີດສຽງດັງເກີນຂອບເຂດ , ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ ...

Read More »

ອາເມຣິກາ ໃຫ້ທຶນ 1.2 ກວ່າ ລ້ານໂດລາ ສະກັດກັ້ນສິນຄ້າຜິດກົດໝາຍຕາມດ່ານສາກົນ

ໃນວັນທີ 12 ຕຸລາ 2018 ທີ່ສວນມັນເບີຣີ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປີດນຳໃຊ້ອາຄານ ສູນຜູ້ຕ່ຳແຜ່ນແພແນວອະນຸຮັກເພດຍິງ ໃນ ສປປ ລາວ ຈັດຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຮມ ເທບທານີ ຕາງໜ້າການນຳແຂວງຊຽງຂວາງ, ໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມກົມພາສີ ກະຊວງການເງິນ, ກົມພາສີ ແລະ ສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ໄດ້ຮ່ວມລົງນາມບັນທຶກຂໍ້ຕົກລົງຮ່ວມມືທາງດ້ານວິຊາການໃນວຽກງານການບັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງດ່ານພາສີຊາຍແດນ ໂດຍການລົງນາມລະຫວ່າງ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ກັບ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າພະແນກ, ພະນັກງານວິຊາການຂອງຂະແໜງພາສີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໃນງານທ່ານ ນາງ ຣີນາ ບິດເຕີ ...

Read More »

ມາເບິ່ງ!!! Marketing 4.0 ຈະມາໃຊ້ກັບທຸລະກິດໄດ້ແບບໃດ?

ສະບາຍດີທ່ານຜູ້ອ່ານ ເວັບໄຊທາເກັດເປັນປະຈໍາ ຜູ້ທີ່ເປັນເຈົ້າຂອງທຸລະກິດ ແລະ ເປັນນັກການຕະຫຼາດທັງຫຼາຍ ດັ່ງທີ່ຜູ້ຂຽນເຄີຍສະເໜີໃຫ້ຮູ້ຈັກກ່ຽວກັບ Marketing 4.0 ແມ່ນຫຍັງ? ແລະ ຍຸດທະສາດ 5 A  ທີ່ນັກການຕະຫຼາດຍຸກໃໝ່ຄວນຮູ້ມາແລ້ວ, ມື້ນີ້ ຜູ້ຂຽນຈຶ່ງນຳຜູ້ອ່ານ ເຂົ້າສູ່ພາກປະຕິບັດຕົວຈິງໃຫ້ຮູ້ກອີກ ວ່າເຮົາຈະເອົາ Marketing 4.0 ມາໃຊ້ໃນທຸລະກິດດ້ວຍ 3 ວິທີດັ່ງນີ້: ນຳສະເໜີສິນຄ້າຜ່ານທາງອອນໄລ໌ ທຸກມື້ນີ້ລູກຄ້າບໍ່ໄດ້ໄປຊອກຫາສິນຄ້າຢູ່ຕາມຮ້ານຄ້າ ຫຼື ຕະຫຼາດບ່ອນດຽວ ແຕ່ດຽວນີ້ເປັນຍຸກຂໍ້ມູນຂ່າວສານຢ່າງວ່ອງໄວ ໃຜຢາກຊື້ຫຍັງ? ຢາກຮູ້ລາຍລະອຽດສິນຄ້າໂຕໃດ ກໍພຽງໂພສຖາມ ຫຼື ຄົ້ນຫາ ສິນຄ້ານັ້ນຜ່ານຄອມພິວເຕີ້ ຫຼື ສະມາດໂຟນ ເທົ່ານັ້ນ, ສະດວກສະບາຍວ່ອງໄວ. ດັ່ງນັ້ນ, ເພື່ອບໍ່ໃຫ້ເຮົາເສຍໂອກາດດ້ານທຸລະກິດ ທາງດ້ານນີ້ໃຫ້ກັບຄູ່ແຂ່ງ ເຮົາຄວນມີເວັບໄຊ ຫຼື ສ້າງເພສທາງເຟສບຸກ ເພື່ອຈະນຳສະເໜີສິນຄ້າຜ່ານຊ່ອງທາງເຫຼົ່ານີ້ ແລະ ຈະເຮັດໃຫ້ສິນຄ້າເຮົາເປັນທີ່ຮູ້ຈັກຂອງສັງຄົມອອນໄລ໌ ແລະ ລູກຄ້າສາມາດຄົ້ນຫາສິນຄ້າເຮົາທາງອອນໄລ໌ໄດ້ງ່າຍໆນັ້ນເອງ. ຕົວຢ່າງ: ທຸລະກິດຮ້ານອາຫານຕາສັ່ງນ້ອຍໆ  ວິທີການກໍຄື ຈາກການທີ່ຂາຍແຕ່ໜ້າຮ້ານ ແຕ່ລາວເປີດເພສທາງ ເຟສບຸກ ໂພສກ່ຽວກັບອາຫານໃນຮ້ານລົງໄປໃນເພສ ແລະ ທີ່ນ່າສົນໃຈຄື ຮ້ານນີ້ຈະມີເມນູພິເສດທຸກມື້ ແຕ່ລະມື້ເມນູອາຫານຈະບໍ່ຄືກັນ ລູກຄ້າຕ້ອງລໍຖ້າເມນູອາຫານທີ່ທາງຮ້ານໂພສຂຶ້ນຜ່ານທາງ ...

Read More »

ຮອງນາຍົກ ຮຽກຮ້ອງຜູ້ຮັບເໝົາກໍ່ສ້າງ ປະກອບສ່ວນເສຍພັນທະອາກອນ

ກົມສ່ວຍສາອາກອນກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບັນດາບໍລິສັດ ຜູ້ຮັບເໝົາກໍ່ສ້າງໂຄງການສາຍສົ່ງສະຖານີ ແລະ ເຂື່ອນໄຟຟ້າ ຂຶ້ນ ເມື່ອບໍ່ດົນມານີ້, ທີ່ກະຊວງການເງິນ. ໃນກອງປະຊຸມໄດ້ພ້ອມກັນປຶກສາຫາລື ກ່ຽວກັບການເສຍພັນທະອາກອນກຳໄລ 1% ຂອງມູນຄ່າການກໍ່ສ້າງຕົວຈິງ ໃນໂຄງການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າ ແລະ ເຂື່ອນໄຟຟ້າ ຊຶ່ງອີງຕາມການເຫັນດີໃຫ້ເກັບຕາມມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດເລກທີ 0163/ຄປຈ, ລົງວັັນທີ 14 ທັນວາ 2014 ກ່ຽວກັບການອະນຸຍາດເກັບອາກອນກຳໄລ ຂອງມູນຄ່າຮັບເໝົາກໍ່ສ້າງໂຄງການສາຍສົ່ງ ແລະ ເຂື່ອນໄຟຟ້າ. ຊຶ່ງໃນໄລຍະຜ່ານມາບັນດາໂຄງການທີ່ເຊັນສັນຍາຮັບເໝົາກໍ່ສ້າງ (EPC) ກັບ ຟຟລ ແມ່ນໄດ້ລະບຸເສຍແຕ່ອາກອນລາຍໄດ້ຈາກເງິນເດືອນ ແລະ ໃຫ້ມີການຍົກເວັ້ນ ອາກອນກຳໄລ, ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ແລະ ໃນສັນຍາເງິນກູ້ລະຫວ່າງລັດຖະບານຂອງ ສປປ ລາວ ແລະ (EXIM BANK) ຂອງຈີນ ແມ່ນໄດ້ລະບຸວ່າ ຖ້າຕ້ອງໄດ້ຈ່າຍອາກອນຕ່າງໆ ແມ່ນໃຫ້ເປັນພາລະຂອງຜູ້ກູ້ຢືມ. ສະນັ້ນ, ນິຕິກຳດັ່ງກ່າວ ແມ່ນບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ທີ່ກຳນົດວ່າ: ການຍົກເວັ້ນພັນທະອາກອນ ແມ່ນຕ້ອງໄດ້ຜ່ານການຮັບຮອງເຫັນດີຈາກສະພາແຫ່ງຊາດ ແລະ ບໍ່ສອດຄ່ອງກັບຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ ...

Read More »

ຍຸກ 4.0 ແມ່ນຫຍັງ? ເຊື່ອວ່າຫຼາຍຄົນອາດຈະຫຍັງບໍ່ຮູ້!!!!

ຜູ້ຂຽນເຊື່ອວ່າ ຍັງມີຫຼາຍຄົນທີ່ອາດຈະບໍ່ຮູ້ ແລະ ບໍ່ເຂົ້າໃຈ ກັບຄຳວ່າ ຍຸກ 4.0 ແມ່ນບໍ່? ລວມທັງຜູ້ຂຽນກໍຍັງບໍ່ຮູ້ເລິກດີວ່າ ແມ່ນຍຸກຫຍັງກັນແທ້!!!! ຮູ້ພຽງຄາວໆວ່າ ແມ່ນຍຸກທີ່ເຕັໂນໂລຊີມາແຮງສຸດໆ ແລະ ມີບົດບາດກັບທຸກຂະແໜງການ ບໍ່ວ່າຈະເປັນຂອງພາກລັດ ແລະ ເອກະຊົນ. ເປັນຍຸກທີ່ຈະເອົາເຕັກໂນໂລຊີຕ່າງໆມາຊ່ວຍໃນການພັດທະນາປະເທດ, ພັດທະນາອົງກອນ ແລະ ພັດທະນາການຜະລິດ, ການກະສິກຳນັ້ນເອງ. ແລ້ວປະເທດລາວເດເຮົາກໍກຽມຈະເຂົ້າຍຸກ 4.0 ກັບບ້ານອື່ນເມືອງເພິ່ນແດ່ແລ້ວສັງເກດເຫັນຫຼາຍຢ່າງກຳລັງເຂົ້າມາຫຼັກໆທີ່ເຮົາເຫັນປັດຈຸບັນກໍຄື: ການສື່ສານຫາກັນແບບໃຫມ່ໆ, ການຂາຍເຄື່ອງໃນຮູບແບບອອນໄລ໌, ລວມເຖິງທຸລະກຳທາງດ້ານການເງິນທີ່ມີຄວາມສະດວກສະບາຍຜ່ານສະມາດໂຟນ ແລະ ເລີ່ມມີການກໍ່ຕັ້ງສ້າງແອັບພິເຄຊັນຕ່າງໆເພື່ອໃຫ້ເຂົ້າກັບບ້ານເຮົາເຫຼົ່ານີ້ເປັນຕົ້ນ….  ແຕ່ປະເທດເພື່ອນບ້ານ ແລະ ປະເທດອື່ນແມ່ນຖືວ່າໄດ້ກະກຽມ ເຂົ້າຍຸກ 4.0 ມາຕັ້ງແຕ່ດົນນານແລ້ວ ເພາະໄດ້ນຳເອົາເຕັກໂນໂລຊີເຂົ້າມາມີບົດບາດໃນຫຼາຍດ້ານກວ່າບ້ານເຮົາ. ສະນັ້ນ, ບົດຄວາມນີ້ ຢາກຈະມາໃຫ້ຜູ້ອ່ານໄດ້ຮັບຮູ້ກັນອີກໜ້ອຍໜຶ່ງວ່າ ຍຸກ 4.0 ແມ່ນຍຸກແນວໃດກັນແທ້ ເຊິ່ງຜູ້ຂຽນ ໄດ້ເຫັນຜູ້ໃຊ້ເຟສບຸກຂອງທ່ານ Sisaveuy Chanthavisack ໄດ້ໂພສລົງເພສບຸກສ່ວນຕົວໃນວັນທີ  20/07/2018 ຜູ້ຂຽນເຫັນວ່າ ເພິ່ນກໍສາມາດສັງລວມ ຈາກ ຜູ້ຮູ້ກໍຄື Google ແລ້ວສະຫຼຸບຫຍໍ້ໆໃຫ້ເຮົາເຂົ້າໃຈງ່າຍໆແບບນີ້: ຍຸກ 4.0 ຄື: ວິໃສທັດ/ຄວາມຝັນໄລຍະຍາວ (Vision) ທີ່ຈະປ່ຽນເສດຖະກິດແບບດັ້ງເດີມໄປສູ່ ...

Read More »

ເປັນງານທີ່ນາສົນໃຈສຸດໆ ແຖມຍັງເຂົ້າຮ່ວມຟຣີ !!! ຄຼິກເຂົ້າອ່ານເລີຍ….

ກັບມາອີກຄັ້ງແລ້ວກັບງານເຝິກອົບຮົມ ໄວໜຸ່ມຮຽນຮູ້ສູ່ການປຽນແປ່ງ ກັບມາເປັນຊຸດທີ 2 ຫຼັງຈາກຊຸດທີ່ໜຶ່ງໄດ້ຮັບຄວາມສົນໃຈ ແລະ ການຕອບຮັບຈາກໄວໜຸ່ມຢ່າງຫຼວງຫຼາຍ ກັບມາໃນຄັ້ງນີ້ແມ່ນຈະໄດ້ມາຮຽນຮູ້ ແລະ ແລກປຽນພາຍໃຕ້ຫົວຂໍ້ #ຜູ້ນຳ ແລະ ພາວະການເປັນຜູ້ນຳ ໄວໜຸ່ມຈະໄດ້ຮຽນຮູ້ເຖິ່ງແນວທາງການກ້າວໄປເປັນຜູ້ນຳທີ່ດີໄດ້ອານາຄົດ ເຊີ່ງມີລາຍລະອຽດງານດັ່ງນີ້: #ຈຸດປະສົງ ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້ເຖີງແນວທາງໃນການເປັນຜູ້ນຳທີ່ດີໃນອານາຄົດ, ຮູ້ຈັກໃຊ້ເວລາວ່າງໃຫ້ເກີດປະໂຫຍດ ແລະ ເປີດໂອການແລກປຽນມຸມມອງທັດສະນະຄະຕິກັບໝູ່ເພື່ອນໃໝ່ໆ # ເວລາ ງານ ໄວໜຸ່ມຮຽນຮູ້ສູການປຽນແປ່ງແມ່ນຈັດຂື້ນໃນວັນ ເສົາ-ອາທິດ ວັນທີ 20-21 ຕຸລາ(10) ປີ 2018 ເວລາ08:30-16:00 #ສະຖານທີ ສະຖານທີ່ແມ່ນຈັດຢູ່ຫ້ອງເຝິກອົບຮົມຂອງ ອົງການ ມິດຕະພາບ ເມັ້ນໂນນາຍ ປະຈຳ ສ.ປ.ປ ລາວ (MCC) ບ.ໂພນສະຫວັນໃຕ້ ມ.ສີສັດຕະນາກ ນະຄອນຫຼວງວຽງຈັນ # ປິດຮັບສະໝັກ: 16/10/2018 #ເງື່ອນໄຂ �ເປັນນັກຮຽນ ຫຼື ນັກສຶກສາທີ່ອາໄສຢູ່ນະຄອນຫຼວງວຽງຈັນ . � ອາຍຸ 18-22 ປີ. �ມີຄວາມກະຕື້ລືລົນຍາກຮຽນຮູ້ສິ່ງໃໝ່ໆ. �ສາມາດເດີນທາງມາຮ່ວມງານໄດ້ດ້ວຍຕົນເອງ. �ບໍຈຳກັດເພດ ສະຖານະ ຊົນເຜົ່າ ...

Read More »

ສປປ ລາວ ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ປະຈຳປີ 2018

ໃນວັນທີ 11 ຕຸລາ 2018, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງກອນຕ່າງໆ ຂອງສະຫະປະຊາຊາດ ໄດ້ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ປະຈຳປີ 2018 (ວັນຄົບຮອບວັນເກີດນາງນ້ອຍ ຄັ້ງທີ 2) ພາຍໃຕ້ຫົວຂໍ້ “ຮ່ວມກັບນາງນ້ອຍ ສົ່ງເສີມທັກສະເດັກຍິງ”. ງານດັ່ງກ່າວ, ໄດ້ມີການທົບທວນຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ບາງວຽກງານຈຸດສຸມ ທີ່ເປັນບູລິມະສິດຮ່ວມກັນໃນຕໍ່ໜ້າ, ພ້ອມທັງເປັນການລະດົມຂົນຂວາຍຊອກຫາທຸກແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ການສະໜັບສະໜູນສ້າງທັກສະຄວາມສາມາດໃຫ້ເດັກຍິງ ຜູ້ທີ່ດ້ອຍໂອກາດໃນເຂດເປົ້າໝາຍ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ທີ່ຖືກຕ້ອງ, ມີຊີວິດການເປັນຢູ່ຢ່າງປອດໄພ, ໄດ້ຮັບການສຶກສາຢ່າງທົ່ວເຖິງ, ມີສຸຂະພາບແຂງແຮງ ແລະ ມີຄວາມສະເໝີພາບເທົ່າທຽມກັບເພດຊາຍ. October 11 th is globally marked as International Day of the Girl Child. The day aims to highlight and address ...

Read More »

ປະທານປະເທດ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ກອງທັບສະຫະພາບມຽນມາ

ວັນທີ 11 ຕຸລາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-13 ຕຸລາ 2018 ນີ້. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງ ເຂດວຽກງານ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະງົບ ຂອງສອງປະເທດ ລາວ-ມຽນມາ ...

Read More »

ກັບມາສ້າງຄວາມມ່ວນຊື່ນອີກຄັ້ງ!!! ກັບງານ  “LBC Oktoberfest”  ມ່ວນ!! ມັນ!! ກວ່າເກົ່າແນ່ນອນ…..

ເຊີນທຸກທ່ານຄໍເບຍທັງຫຼາຍ!!! ມາຮ່ວມເທສະການສະຫຼອງເບຍລະດັບສາກົນ ທີ່ຈະມາມອບຄວາມມ່ວນ ຄວາມຊື່ນ ແລະ ຕື່ນຕາຕື່ນໃຈ ອີກຄັ້ງກັບງານ “LBC Oktoberfest 2018” ປີທີ II ທີ່ຈະຈັດຂຶ້ນທັງໝົດ 4 ມື້, ໃນວັນທີ 18-19-20-21 ເດືອນ ຕຸລາ 2018 ທີ່ຈະມາເຖີງນີ້. ທີ່ລານຈອດລົດຫໍວັດທະນະທຳແຫ່ງຊາດ, ເວລາ 18:30 ໂມງເປັນຕົ້ນໄປ. ໃນງານທ່ານຈະໄດ້ພົບກັບສິນລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ…. ບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈໃຫ້ທຸກທ່ານໄດ້ຮ່ວມຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ, ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, ມີເມນູອາຫານແຊບໆທີ່ເປັນເອກະລັກຂອງ ເທສະການ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ຈະມາລວມຕົວກັນທີ່ງານນີ້, ພ້ອມເສີບເບຍສົດຣົດຊາດດີ Beerlao, Beerlao (Crafty), Carlsberg. ໃຫ້ທຸກຄົນທີ່ມາຮ່ວມງານໄດ້ມ່ວນຊື່ນ ແລະ ສຳຜັດກັບບັນຍາກາດ ຂອງການສະເຫຼີມສະຫຼອງງານ Oktoberfest ເຕັມຈຸໃຈທັງ  4 ຄືນ. Oktoberfest ມີຕົ້ນກໍາເນີດ ໃນປະເທດເຢຍລະມັນ ແລະ ປັດຈຸບັນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ເຊິ່ງການຈັດງານແມ່ນ ຈະເລີ່ມໃນທ້າຍອາທິດຂອງເດືອນກັນຍາ ແລະ ...

Read More »