ຍຸກ 4.0 ແມ່ນຫຍັງ? ເຊື່ອວ່າຫຼາຍຄົນອາດຈະຫຍັງບໍ່ຮູ້!!!!

ຜູ້ຂຽນເຊື່ອວ່າ ຍັງມີຫຼາຍຄົນທີ່ອາດຈະບໍ່ຮູ້ ແລະ ບໍ່ເຂົ້າໃຈ ກັບຄຳວ່າ ຍຸກ 4.0 ແມ່ນບໍ່? ລວມທັງຜູ້ຂຽນກໍຍັງບໍ່ຮູ້ເລິກດີວ່າ ແມ່ນຍຸກຫຍັງກັນແທ້!!!! ຮູ້ພຽງຄາວໆວ່າ ແມ່ນຍຸກທີ່ເຕັໂນໂລຊີມາແຮງສຸດໆ ແລະ ມີບົດບາດກັບທຸກຂະແໜງການ ບໍ່ວ່າຈະເປັນຂອງພາກລັດ ແລະ ເອກະຊົນ. ເປັນຍຸກທີ່ຈະເອົາເຕັກໂນໂລຊີຕ່າງໆມາຊ່ວຍໃນການພັດທະນາປະເທດ, ພັດທະນາອົງກອນ ແລະ ພັດທະນາການຜະລິດ, ການກະສິກຳນັ້ນເອງ.

ແລ້ວປະເທດລາວເດເຮົາກໍກຽມຈະເຂົ້າຍຸກ 4.0 ກັບບ້ານອື່ນເມືອງເພິ່ນແດ່ແລ້ວສັງເກດເຫັນຫຼາຍຢ່າງກຳລັງເຂົ້າມາຫຼັກໆທີ່ເຮົາເຫັນປັດຈຸບັນກໍຄື: ການສື່ສານຫາກັນແບບໃຫມ່ໆ, ການຂາຍເຄື່ອງໃນຮູບແບບອອນໄລ໌, ລວມເຖິງທຸລະກຳທາງດ້ານການເງິນທີ່ມີຄວາມສະດວກສະບາຍຜ່ານສະມາດໂຟນ ແລະ ເລີ່ມມີການກໍ່ຕັ້ງສ້າງແອັບພິເຄຊັນຕ່າງໆເພື່ອໃຫ້ເຂົ້າກັບບ້ານເຮົາເຫຼົ່ານີ້ເປັນຕົ້ນ….  ແຕ່ປະເທດເພື່ອນບ້ານ ແລະ ປະເທດອື່ນແມ່ນຖືວ່າໄດ້ກະກຽມ ເຂົ້າຍຸກ 4.0 ມາຕັ້ງແຕ່ດົນນານແລ້ວ ເພາະໄດ້ນຳເອົາເຕັກໂນໂລຊີເຂົ້າມາມີບົດບາດໃນຫຼາຍດ້ານກວ່າບ້ານເຮົາ. ສະນັ້ນ, ບົດຄວາມນີ້ ຢາກຈະມາໃຫ້ຜູ້ອ່ານໄດ້ຮັບຮູ້ກັນອີກໜ້ອຍໜຶ່ງວ່າ ຍຸກ 4.0 ແມ່ນຍຸກແນວໃດກັນແທ້ ເຊິ່ງຜູ້ຂຽນ ໄດ້ເຫັນຜູ້ໃຊ້ເຟສບຸກຂອງທ່ານ Sisaveuy Chanthavisack ໄດ້ໂພສລົງເພສບຸກສ່ວນຕົວໃນວັນທີ  20/07/2018 ຜູ້ຂຽນເຫັນວ່າ ເພິ່ນກໍສາມາດສັງລວມ ຈາກ ຜູ້ຮູ້ກໍຄື Google ແລ້ວສະຫຼຸບຫຍໍ້ໆໃຫ້ເຮົາເຂົ້າໃຈງ່າຍໆແບບນີ້:

ຍຸກ 4.0 ຄື: ວິໃສທັດ/ຄວາມຝັນໄລຍະຍາວ (Vision) ທີ່ຈະປ່ຽນເສດຖະກິດແບບດັ້ງເດີມໄປສູ່ ເສດຖະກິດທີ່ຂັບເຄື່ອນດ້ວຍນະວັດຕະກຳແບບໃໝ່ (Innovation) ຫຼືຍຸກທີ່“ເຮັດໜ້ອຍ ແຕ່ໄດ້ຫຼາຍ”. ກ່ອນໜ້າຍຸກ 4.0 ກໍແມ່ນ ຍຸກ 1.0, 2.0, 3.0 ຊຶ່ງແຕ່ລະຍຸກກໍມີຄວາມໝາຍຕ່າງກັນ:

• ຍຸກ 1.0 ຄື: ຍຸກກະສິກຳທີ່ມະນຸດດຳລົງຊີວິດດ້ວຍການລ້ຽງສັດ-ປູກຝັງພຽງເພື່ອການດຳລົງຊີວິດ,ບໍ່ໄດ້ຜະລິດເປັນສິນຄ້າ.

• ຍຸກ 2. ຄື: ຍຸກອຸດສາຫະກຳເບົາທີ່ມະນຸດນຳໃຊ້ເຄື່ອງຈັກຂະໜາດນ້ອຍເຂົ້າມາຊ່ວຍໃນການຜະລິດເຊັ່ນເຄື່ອງຈັກຜະລິດເສື້ອຜ້າ,ກະເປົາ,ເຄື່ອງດື່ມ ແລະ ອື່ນໆ ແລະເລີ່ມຜະລິດເປັນສິນຄ້າ.
• ຍຸກ 3.0 (ຍຸກປັດຈຸບັນ) ຄື: ຍຸກອຸດສາຫະກຳໜັກ ເຊັ່ນ ສ້າງເຂື່ອນໄຟຟ້າ,ສ້າງປູນຊີມັງ, ຂຸດຄົ້ນບໍ່ແຮ່ຕ່າງໆ ໂດຍເຄື່ອງຈັກຂະໜາດໃຫຍ່ ແລະ ໃຊ້ເຕັກໂນໂລຢີລະດັບສູງເພື່ອການສົ່ງອອກ. ແຕ່ການຜະລິດໃນຍຸກນີ້ ກໍຍັງຢູ່ໃນຮູບແບບ “ເຮັດຫຼາຍ ໄດ້ໜ້ອຍ”.  ດັ່ງນັ້ນ, ເພື່ອ“ເຮັດໜ້ອຍ ແຕ່ໄດ້ຫຼາຍ” ຈະຕ້ອງປ່ຽນແທນດ້ວຍ ການຜະລິດແບບ 4.0 ທີ່ນຳໃຊ້ເຕັກໂນໂລຢີ, ຄວາມຄິດສ້າງສັນ ແລະ ນະວັດຕະກຳແບບໃໝ່ (ແທນການຜະລິດອຸດສາຫະກຳໜັກດັ່ງປັດຈຸບັນ)ເຊັ່ນ:
– ປ່ຽນຈາກກະເສດດັ້ງເດີມ..ເປັນກະເສດສະໃໝໃໝ່ທີ່ມີການ ບໍລິຫານ-ຈັດການ ແລະ ໃຊ້ເຕັກໂນໂລຢີສະໃໝໃໝ່ ຫຼື Smart Farming
– ປ່ຽນຈາກ SMEs ແບບດັ້ງເດີມ..ໄປສູ່ Smart Enterprises ແລະ Startups ທີ່ມີສັກກະຍະພາບສູງກວ່າ
– ປ່ຽນຈາກຮູບແບບການບໍລິການແບບດັ້ງເດີມທີ່ມີມູນຄ່າຕໍ່າ….ໄປສູ່ການ ບໍລິການທີ່ມີມູນຄ່າສູງ
– ປ່ຽນຈາກແຮງງານທີ່ມີທັກສະ/ຝີມືຕໍ່າ….ໄປສູ່ແຮງງານທີ່ມີຄວາມຮູ້ ແລະທັກສະສູງ.
(ຂໍຂອບໃຈບົດຄວາມຈາກທ່ານ  Sisaveuy Chanthavisack )

Posted by Sisaveuy Chanthavisack on Thursday, July 19, 2018

Comments