ມາເບິ່ງ!!! Marketing 4.0 ຈະມາໃຊ້ກັບທຸລະກິດໄດ້ແບບໃດ?

ສະບາຍດີທ່ານຜູ້ອ່ານ ເວັບໄຊທາເກັດເປັນປະຈໍາ ຜູ້ທີ່ເປັນເຈົ້າຂອງທຸລະກິດ ແລະ ເປັນນັກການຕະຫຼາດທັງຫຼາຍ ດັ່ງທີ່ຜູ້ຂຽນເຄີຍສະເໜີໃຫ້ຮູ້ຈັກກ່ຽວກັບ Marketing 4.0 ແມ່ນຫຍັງ? ແລະ ຍຸດທະສາດ 5 A  ທີ່ນັກການຕະຫຼາດຍຸກໃໝ່ຄວນຮູ້ມາແລ້ວ, ມື້ນີ້ ຜູ້ຂຽນຈຶ່ງນຳຜູ້ອ່ານ ເຂົ້າສູ່ພາກປະຕິບັດຕົວຈິງໃຫ້ຮູ້ກອີກ ວ່າເຮົາຈະເອົາ Marketing 4.0 ມາໃຊ້ໃນທຸລະກິດດ້ວຍ 3 ວິທີດັ່ງນີ້:

  1. ນຳສະເໜີສິນຄ້າຜ່ານທາງອອນໄລ໌

ທຸກມື້ນີ້ລູກຄ້າບໍ່ໄດ້ໄປຊອກຫາສິນຄ້າຢູ່ຕາມຮ້ານຄ້າ ຫຼື ຕະຫຼາດບ່ອນດຽວ ແຕ່ດຽວນີ້ເປັນຍຸກຂໍ້ມູນຂ່າວສານຢ່າງວ່ອງໄວ ໃຜຢາກຊື້ຫຍັງ? ຢາກຮູ້ລາຍລະອຽດສິນຄ້າໂຕໃດ ກໍພຽງໂພສຖາມ ຫຼື ຄົ້ນຫາ ສິນຄ້ານັ້ນຜ່ານຄອມພິວເຕີ້ ຫຼື ສະມາດໂຟນ ເທົ່ານັ້ນ, ສະດວກສະບາຍວ່ອງໄວ. ດັ່ງນັ້ນ, ເພື່ອບໍ່ໃຫ້ເຮົາເສຍໂອກາດດ້ານທຸລະກິດ ທາງດ້ານນີ້ໃຫ້ກັບຄູ່ແຂ່ງ ເຮົາຄວນມີເວັບໄຊ ຫຼື ສ້າງເພສທາງເຟສບຸກ ເພື່ອຈະນຳສະເໜີສິນຄ້າຜ່ານຊ່ອງທາງເຫຼົ່ານີ້ ແລະ ຈະເຮັດໃຫ້ສິນຄ້າເຮົາເປັນທີ່ຮູ້ຈັກຂອງສັງຄົມອອນໄລ໌ ແລະ ລູກຄ້າສາມາດຄົ້ນຫາສິນຄ້າເຮົາທາງອອນໄລ໌ໄດ້ງ່າຍໆນັ້ນເອງ.

ຕົວຢ່າງ: ທຸລະກິດຮ້ານອາຫານຕາສັ່ງນ້ອຍໆ  ວິທີການກໍຄື ຈາກການທີ່ຂາຍແຕ່ໜ້າຮ້ານ ແຕ່ລາວເປີດເພສທາງ ເຟສບຸກ ໂພສກ່ຽວກັບອາຫານໃນຮ້ານລົງໄປໃນເພສ ແລະ ທີ່ນ່າສົນໃຈຄື ຮ້ານນີ້ຈະມີເມນູພິເສດທຸກມື້ ແຕ່ລະມື້ເມນູອາຫານຈະບໍ່ຄືກັນ ລູກຄ້າຕ້ອງລໍຖ້າເມນູອາຫານທີ່ທາງຮ້ານໂພສຂຶ້ນຜ່ານທາງ ເຟສບຸກເພສ ເທົ່ານັ້ນ, ສ່ວນໃຜຢາກກິນຫຍັງກໍສາມາດສັ່ງຜ່ານທາງ Inbox ຫຼື ທາງໂທລະສັບໄວ້ກ່ອນກໍໄດ້ ເມື່ອລູກຄ້າຮອດຮ້ານກໍມີອາຫານໄວ້ກຽມພ້ອມເລີຍ ບໍ່ຕ້ອງໄປລໍຖ້າອີກໃຫ້ເສຍເວລາໄປນັ່ງຖ້າອາຫານ ເຊິ່ງກໍເປັນວິທີໜື່ງທີ່ເອີ້ນຄວາມສົນໃຈຈາກລູກຄ້າໄດ້ເປັນຢ່າງດີ ເຊິ່ງການເຮັດການຕະຫຼາດທາງອອນໄລ໌ຜ່ານ ເຟສບຸກໄດ້ບໍ່ຍາກເລີຍ…

2. ເຊື່ອມໂຍງໜ້າຮ້ານອ໋ອບໄລ໌ ກັບອອນໄລ໌ເຂົ້າກັນ.

ເຮົາສາມາດມີທັງໜ້າຮ້ານແບບອ໋ອບໄລ໌ ແລະ ໜ້າຮ້ານແບບອອນໄລ໌ຄວບຄູ່ກັນໄປ ໂດຍການສ້າງກິດຈະກຳໃຫ້ ສອງໂລກນີ້ເຊື່ອມເຂົ້າຫາກັນໄດ້ ຕົວຢ່າງ: ຮ້ານຂາຍເຄື່ອງຍ່ອຍທີ່ຂາຍສິນຄ້າຫຼາກຫຼາຍຢ່າງຫຼາຍຊະນິດ ໂດຍປົກກະຕິແລ້ວບັນຫາທີ່ເຮົາພົບກໍຄືສ້າງຊ່ອງທາງອອນໄລ໌ຂຶ້ນກໍຄື ລູກຄ້າທີ່ມັກຊື້ເຄື່ອງອອນໄລ໌ຈະບໍ່ມັກເຂົ້າຮ້ານເລີຍ ສ່ວນລູກຄ້າທີ່ມັກຊື້ເຄື່ອງໜ້າຮ້ານ ກໍຈະບໍ່ສົນໃຈການຊື້ຜ່ານອອນໄລ໌. ດັ່ງນັ້ນ, ຮ້ານຂາຍເຄື່ອງຄວນໃຊ້ວິທີການເຊື່ອມໜ້າຮ້ານອ໋ອບໄລ໌ເຂົ້າກັບອອນໄລ໌ ໂດຍການສ້າງແອັບພິເຄຊັນ GPS ບອກຕໍ່າແໜ່ງຂອງສິນຄ້າທີ່ລູກຄ້າຕ້ອງການ.  ຖ້າຫາກເຂົ້າຮ້ານນີ້ບໍ່ມີທາງຊອກຫາສິນຄ້າທີ່ຕ້ອງການບໍ່ເຫັນ ເພາະຖ້າຫາກເຮົາຊອກຫາສິນຄ້າບໍ່ເຫັນ ກໍສາມາດຊອກຕໍາແໜງສິນຄ້າຜ່ານແອັບພິເຄຊັນໄດ້ເລີຍ ບໍ່ຕ້ອງເສຍເວລາເດີນທາງຊອກຫາພະນັກງານ ພຽງແຕ່ຊອກຫາຕາມ GPS ໃນແອັບພິເຄຊັນກໍຈະເຫັນສິນຄ້າທີ່ຕ້ອງການໄດ້ແລ້ວ. ເຊິ່ງແອັບພິເຄຊັນນີ້ກໍສ້າງປະສົບການໃໝ່ໃນການຊື້ເຄື່ອງຂອງລູກຄ້າ ເພີ່ມຍອດຂາຍຈາກລູກຄ້າໃຫ້ເຂົ້າມາໜ້າຮ້ານຫຼາຍຂຶ້ນ ແລະ ຍັງເປັນການເພີ່ມ User  ໃຫ້ເຂົ້າໄປໃຊ້ບໍລິການໃນຊ່ອງທາງອອນໄລ໌ໄດ້ອີກດ້ວຍ.

ຖ້າການຈະສ້າງແອັບພິເຄຊັນຂຶ້ນມາຈະເປັນການຫຍຸ້ງຍາກ ແລະ ສິນເປືອງແລ້ວ ຂໍແນະນຳເຕັກນິກທີ່ງ່າຍກວ່າຄື: ເຮັດເປັນໂປຣໂມຊັນອອນໄລ໌ ລູກຄ້າທີ່ເປັນສະມາຊິກຂອງເວັບໄຊສາມາດນຳຄະແນນທີ່ໄດ້ຈາກການລ໋ອກອິນໄປໃຊ້ເປັນແລກຂອງຂວັນ ຫຼື ເປັນສ່ວນຫຼຸດໄດ້ ຫຼື ການສັ່ງຊື້ຜ່ານຮ້ານອອນໄລ໌ຈະສາມາດນຳມາຫຼຸດຈາກການຊື້ໜ້າຮ້ານກໍໄດ້.

3. ສ້າງຊ່ອງທາງໃຫ້ລູກຄ້າໄດ້ສະແດງຄວາມຄິດເຫັນ.

ສະໄໝນີ້ເປັນຍຸກ ບອກຕໍ່ປາກຕໍ່ປາກມາແຮງ ແລະ ມີພະລັງສູງ ເພະາໃຜກໍໃຊ້ຊີວິດຢູ່ກັບເຕັກໂນໂລຊີ ຫຼື ໂຊຊຽວມີເດຍ ຈະຊື້ຫຍັງກໍຕ້ອງອ່ານລີວິວກ່ອນ ດັ່ງນັ້ນ, ເພື່ອໃຫ້ສິນຄ້າເຮົາເປັນທີ່ນ່າເຊື່ອຖື ແລະ ດຶງດູດໃຈຫຼາຍຂຶ້ນ ເຮົາອາດຈະສ້າງພື້ນທີ່ໃນເວັບໄຊໃຫ້ລູກຄ້າຂອງເຮົາສາມາດເຂົ້າມາສະແດງຄວາມຄິດເຫັນ ຫຼື ລີວິວສິນຄ້າໃຫ້ເຮົາ ນອກຈາກຈະເປັນການປະຊາສຳພັນຈາກລູກຄ້າທີ່ໃຊ້ຈິງແລ້ວ ເຮົາຍັງສາມາດນຳຄວາມຄິດເຫັນເຫຼົ່ານີ້ມາພັດທະນາສິນຄ້າຂອງເຮົາໃຫ້ດີຂຶ້ນໄດ້ອີກ.

ອີກວິທີໜຶ່ງທີ່ນ່າສົນໃຈ ແລະ ງ່າຍກວ່າໂດຍບໍ່ຕ້ອງເສຍເວລານັ່ງສ້າງເວັບໄຊກໍຄື ທ່ານສາມາດສ້າງແຄມເປນໃຫ້ລູກຄ້າມາຮ່ວມລີວິວ ໃຫ້ດາວຜ່ານທາງ  Facebook Fanpage ອາດຈະມີການມອບຂອງຂວັນລາງວັນສຳລັບຜູ້ຮ່ວມຫຼິ້ນເກມ ເຮັດແບບນີ້ເຮົາກໍຈະໄດ້ລີວິວ ໄດ້ດາວຈາກລູກຄ້າຂອງເຮົາໄດ້.

Comments