Author Archives: Targetlaos Editor

ຜົນການແຂ່ງຂັນ “ລາວກ໊ອຟຄຣັບແຊັມປ່ຽນຊິບ 2018”

ການແຂ່ງຂັນ “ລາວກ໊ອຟຄຣັບແຊັມປ່ຽນຊິບ 2018” Lao Golf Club Championship  ໄດ້ເລີ່ມເປີດສາກຂຶ້ນໃນວັນເສົາ ທີ 20 ຕຸລາ 2018 ແລະ ສິ້ນສຸດລົງໃນມື້ວານນີ້ວັນທີ 21 ຕຸລາ 2018, ຢູ່ທີ່ສະໜາມກ໊ອຟ ລາວຄັນທີຄຣັບ, ສວນຊາວໜຸ່ມຫຼັກ 14, ນະຄອນຫຼວງວຽງຈັນ. ເປັນການແຂ່ງຂັນສອງຮອບ, 36 ຂຸມ, ມີນັກກິລາເຂົ້າຮ່ວມທັງໝົດ 138 ຄົນ, ມີ 21 ທີມ ທີ່ມາຈາກບັນດາແຂວງ ແລະ ສະໂມສອນກ໊ອຟຕ່າງໆອ້ອມຂ້າງສູນກາງ. ໂດຍມີການແຂ່ງຂັນ 3 ປະເພດຄື: ປະເພດບຸກຄົນ, ປະເພດທີມ ແລະ ລຸ້ນເຍົາວະຊົນ. ປະເພດບຸກຄົນ ຜູ້ຊະນະເລີດໄດ້ແກ່ ທ່ານ ສີປະເສີດ ແພງພັນດີ ຄະແນນ 70+72 ອອກ 142 (-2) ອັນດັບ 2 ໄດ້ແກ່ທ່ານ ສາຍຊົນ ວິສີສົມບັດ ຄະແນນ 72+73 ອອກ 145 ...

Read More »

CEO ຄົນດັງຂອງໂລກ ທີ່ປະສົບຄວາມສຳເລັດ ຄິດແບບໃດ? ກັບການກົງຕໍ່ເວລາ….

ທຸກມື້ນີ້!!! ທ່ານມາເຮັດວຽກກົງຕໍ່ເວລາ ຫຼືບໍ່? ເຊື່ອວ່າຫຼາຍໆຄົນ ຖ້າເວົ້າເລື່ອງການກົງຕໍ່ເວລາແມ່ນເກືອບວ່າຈະບໍ່ມີແມ່ນບໍ່? 555 ຖ້ານັດໝາຍພົບປະກັນເລື່ອງໃດເລື່ອງໜຶ່ງ ບໍ່ວ່າຈະເປັນເລື່ອງທຳມະດາ ຫຼືເລື່ອງວຽກງານ ແນ່ນອນ ມັກຈະມີຄົນໃດຄົນໜຶ່່ງມາຊ້າ, ມາບໍ່ທັນ ຈົນເຮັດໃຫ້ເສຍເວລາກັນໄປຕື່ມ…… ແລະ ຄົນລາວບາງຄົນອາດບໍ່ສົນໃຈເລື່ອງຂອງການກົງຕໍ່ເວລາເປັນປະຈຳ ແລະ ຖ້າເຮົາບໍ່ໄດ້ໃສ່ໃຈ ເລື່ອງນີ້ຈຶ່ງກາຍເປັນນິໄສຂອງຄົນລາວຫຼາຍຄົນ. ເມື່ອເປັນແນວນີ້ ບາງຄົນທີ່ໄດ້ມີໂອກາດເຮັດວຽກນຳບໍລິສັດກັບຕ່າງຊາດຈຶ່ງອາດປັບຕົວບໍ່ທັນ ແລະ ຕ້ອງໃຊ້ເວລາໃນການປັບຕົວດົນ ເພາະຢູ່ຕ່າງປະເທດ ການກົງຕໍ່ເວລາແມ່ນເປັນເລື່ອງສຳຄັນທີ່ສຸດ. ແລ້ວຄົນຕ່າງປະເທດໃຫ້ຄວາມສຳຄັນກັບເລື່ອງນີ້ຊໍາໃດ? ມີ CEO ຄົນໜຶ່ງອາໄສຢູ່ໃນ New York  ມີການເດີນທາງ ໄປເຮັດວຽກແບບລົດຕິດເປັນແບບທຳມະດາປົກກະຕິຢູ່ແລ້ວທີ່ອາໄສຢູ່ໃນຕົວເມືອງໃຫຍ່. ແຕ່ມີອາທິດໜຶ່ງບໍລິສັດຂອງລາວ ໄດ້ມີການຈັດກອງປະຊຸມຄັ້ງໃຫຍ່ ແຕ່ບັງເອີນມື້ນັ້ນລົດຕິດທີ່ສຸດ ແລະ CEO ລາວກໍບໍ່ໄດ້ກຽມຕົວ ທີ່ຈະອອກຈາກເຮືອນກ່ອນເວລາປົກກະຕິ ລົດຂອງລາວຄ່ອຍໆເຄື່ອນໄປຕາມເສັ້ນທາງ ແລະ ລາວກຳລັງຈະຮອດບໍລິສັດອີກ 300 ແມັດ ແຕ່ເວລາຂອງລາວກັບເຫຼືອພຽງ 15 ນາທີເທົ່ານັ້ນກ່ອນກອງປະຊຸມ ຈະເລີ່ມຂຶ້ນ ເຊິ່ງຖ້າ ລໍຖ້າໃຫ້ລົດເຄື່ອນທີ່ໄປກໍອາດຈະເຮັດໃຫ້ລາວຕ້ອງເຂົ້າປະຊຸມຊ້າເກືອບ ເຄິ່ງຊົ່ວໂມງ. ແຕ່ຖ້າສົມມຸດຖ້າທ່ານເປັນ CEO ຄົນນັ້ນທ່ານຈະເຮັດແນວໃດ?. 1 ເລືອກທີ່ຈະແຈ້ງເລຂາຮັບຮູ້ແລ້ວບອກວ່າ ຈະເຂົ້າປະຊຸມຊ້າໜ້ອຍໜຶ່ງ 2.  ນັ່ງລົດໄຟໄປ ຈົນຮອດບໍລິສັດຕາມປົກກະຕິ ເປັນເລື່ອງທີ່ນ່າຕົກໃຈ ເພາະສິ່ງທີ່ CEO ...

Read More »

ລັດຖະມົນຕີ ຕ່າງປະເທດ ສໍາເລັດການເຂົ້າຮ່ວມກອງປະຊຸມອາເຊັມ ຄັ້ງທີ 12 ກົດເຂົ້າໄປອ່ານເລີຍ….

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຫຼື ອາເຊັມ ຄັ້ງທີ 12, ທີ່ ບຣຸກແຊນ, ຣາຊະອານາຈັກ ແບນຊິກ, ໃນວັນທີ 18-19 ຕຸລາ 2018, ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມສາກົນ ສໍາລັບ ບັນດາສິ່ງທ້າທາຍສາກົນ (Global Partners for Global Challenges)”ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກພາກພື້ນ ອາຊີ ແລະ ເອີຣົບ ເຂົ້າຮ່ວມທັງໝົດ 53 ຄະນະ (51 ປະເທດສະມາຊິກ ແລະ 2 ອົງການຈັດຕັ້ງສາກົນ). ກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 12 ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮ່ວມມືກັນ ລະຫວ່າງພາກພື້ນອາຊີ ແລະ ເອີຣົບ ໃນຫຼາຍຂົງເຂດ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມືກັນ ລະຫວ່າງສອງພາກພື້ນ ຈາກການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ ໄປສູ່ການຮ່ວມມືດ້ານການເຊື່ອມຈອດ ...

Read More »

ເປີດຮັບສະໝັກ!! ປະກວດແນວຄິດພັດທະນາແອັບພິເຄຊັນເພື່ອສັງຄົມລາວ.

ງານດີໆແບບນີ້ຫາໃສບໍ່ໄດ້ອີກແລ້ວ!!!! ວົງການເຕັກໂນໂລຊີ ແລະ ໄອທີລາວກຳລັງຈະກ້າວໄກ.  ສະນັ້ນ, ຖ້ທ່ານເປັນຄົນໜຶ່ງທີ່ມີໄອເດຍດີໆໃນການທີ່ຈະສ້າງແອັບພິເຄຊັນ ເພື່ອສັງຄົມລາວເຮົາ ໃນຫົວຂໍ້ໃດໜຶ່ງ   ພາຍໃຕ້ 5 ຫົວຂໍ້ນີ້ຄື: ການສຶກສາ, ກະສິກຳ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ການສື່ສານ. ກໍຂໍເຊີນທຸກທ່ານນຳເອົາແນວຄິດນັ້ນ ມາຮ່ວມປະກວດໃນ ໂຄງການປະກວດແນວຄວາມຄິດ ພັດທະນາແອັບພລິເຄຊັນເພື່ອສັງຄົມລາວ ເພື່ອຊິງລາງວັນມູນຄ່າ $200, ທັງໝົດ 5 ຮາງວັນ ຈາກ 5 ຫົວຂໍ້ ແລະ ຫົວຂໍ້ທີ່ຊະນະເລີດຍັງຈະໄດ້ສືບຕໍ່ພັດທະນາເປັນແອັບພລິເຄຊັນເພື່ອຊິງລາງວັນໃນຮອບຕໍ່ໄປ. ການແຂ່ງຂັນແມ່ນມີການຄັດເລືອກຈາກການລົງທະບຽນເພື່ອຮ່ວມ Workshop ແລະ ຮຽນຮູ້ຈາກຜູ່ຊ່ຽວຊານເພື່ອກະກຽມບົດນຳສະເໜີ ແນວຄວາມຄິດ ແລະ ປ້ອງກັນຕໍ່ໜ້າຄະນະກຳມະການໃນຮອບຕັດສິນ. ລົງທະບຽນໄດ້ແລ້ວ ເລີ່ມແຕ່ວັນທີ 16 – 30 ຕຸຸລາ 201 https://goo.gl/forms/FCsWMfGoluDSFPqu2 ໂຄງການປະກວດແນວຄວາມຄິດ ພັດທະນາແອັບພລິເຄຊັນເພື່ອສັງຄົມລາວພາຍໃຕ້ 5 ຫົວຂໍ້: ການສຶກສາ, ກະສິກຳ, ສາທາລະນະສຸກ, ການທ່ອງທ່ຽວ ແລະ… Posted by Social Impact Challenge on Tuesday, ...

Read More »

ກັບມາສ້າງຄວາມມ່ວນຊື່ນອີກຄັ້ງ!!! ກັບງານ “LBC Oktoberfest” ມ່ວນ!! ມັນ!! ກວ່າເກົ່າ.

ມື້ນີ້ຜູ້ຂຽນຈະມາເລົ່າຄວາມຮູ້ສຶກ ພ້ອມກັບເອົາຮູບພາບບັນຍາກາດຂອງງານເທສະການ “LBC Oktoberfest 2018” ມາຝາກ ແຕ່ຈະຂໍເວົ້າງ່າຍໆທີ່ໄທເຮົາເຈົ້າຂ້ອຍຮູ້ ກໍຄືງານເບຍຈອກໃຫຍ່ 555 ຈັບຈອກດຽວເມົາໝົດຄືນ. ບໍລິສັດເບຍລາວ ໄດ້ເປີດງານເທສະການສະຫຼອງເບຍລະດັບສາກົນ “LBC Oktoberfest 2018”ເປັນຄັ້ງທີ 2 ຢ່າງຄຶກຄື້ນມ່ວນຊື່ນ ແລະ ຕື່ນຕາຕື່ນໃຈ ກັບບັນຍາກາດແບບຊາວຕາເວັນຕົກ ພື້ນເມືອງຂອງເຢຍລະມັນ. ໂດຍການເປີດງານຂອງຄະນະປະທານບໍລິສັດເບຍລາວ ພ້ອມກັບບັນດາຄົນມັກມ່ວນ, ຄໍເບຍທັງຫຼາຍທັງຄົນລາວແລະ ຕ່າງປະເທດ. ເລີ່ມເປີດງານເປັນມື້ທຳອິດ ໃນຄໍ່າຄືນຂອງມື້ວານນີ້ ວັນທີ 18 ຕຸລາ 2018, ຢູ່ທີ່ລານຈອດລົດຫໍວັດທະນະທຳແຫ່ງຊາດ ແລະ ມີໄປເຖິງວັນອາທິດ ວັນທີ 21 ຕຸລາ 2018 ນີ້ເທົ່ານັ້ນ. ເລີ່ມຕັ້ງແຕ່ເວລາ 18:30 ໂມງ. ຂະໜາດເປັນມື້ທຳອິດຂອງການຈັດງານ ແຕ່ຮູ້ສຶກວ່າ ງານນີ້ໄດ້ຮັບຜົນຕອບຮັບດີ ເພາະເຫັນມີຄົນສົນໃຈມາຮ່ວມງານຢ່າງຫຼວງຫຼາຍຈົນເຕັມງານທັງຄົນລາວ ແລະ ຄົນຕ່າງປະເທດ, ພາກັນທັງແຕ່ງຕົວແບບຊາວພື້ນເມືອງປະເທດເຢຍລະມັນດັ່ງເດີມ ຄືເປັນບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈ ຄືຢູ່ທ່າມກາງເທສະການຢູ່ເອີຣົບພຸ້ນແຫຼະ ທັງຮູບແບບການຈັດງານແມ່ນເປັນຕາຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ ແລະ ໂພສລົງເຟສບຸກຊວນໝູ່ມາຮ່ວມມ່ວນນຳກັນ. ໃນງານທຸກຄົນຈະໄດ້ພົບກັບສິລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອີຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ, ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, ...

Read More »

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດຝຣັ່ງປະຈຳລາວ ຄົນໃໝ່

ໃນວັນທີ 17 ຕຸລາ 2018, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຝຣັ່ງ ປະຈຳ ສປປ ລາວ ຄົນໃໝ່ ໃນໂອກາດທີ່ມາດຳລົງຕຳແໜ່ງຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈຳ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຕະຫຼອດໄລຍະການມາປະຕິບັດໜ້າທີ່ການທູດຢູ່ລາວ ທ່ານທູດ ຈະສືບຕໍ່ຊຸກຍູ້ການຮ່ວມມືລະ ຫວ່າງສອງປະເທດ ລາວ-ຝຣັ່ງ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ. ທັງສອງຝ່າຍ ໄດ້ໂອ້ລົມປຶກສາຫາລື ກ່ຽວກັບການຮ່ວມມືຂອງສອງປະເທດ ທາງດ້ານວັດທະ ນະທຳ ...

Read More »

ຢາກໄປເຝິກເຮັດວຽກ ກັບບໍລິສັດທີ່ມີຊື່ສຽງຢູ່ອາເມລິກາ ອ່ານດ່ວນ…..

ຕ້ອງການຫາປະສົບການ ເຮັດວຽກ ເພື່ອຮຽນຮູ້ ທຸລະກິດສາກົນ ໃນຂະນະະດຽວກັນ ກໍ່ພັດທະນາທັກສະ ພາສາອັງກິດໄປນໍາບໍ່ ? ໂອກາດດີໆ ມາຮອດທ່ານແລ້ວ ! ໂຄງການ U.S-ASEAN Internship Program ເປີດໃຫ້ທ່ານໄດ້ສະໝັກແລ້ວ ເພື່ອໄປເຝິກເຮັດວຽກ ກັບບໍລິສັດ ທີ່ມີຊື່ສຽງ ຢູ່ປະເທດ ອາເມລິກາ ?? ?? ?? ລາຍລະອຽດເພີ່ມຕື່ມທີ່: internships.usasean.org ໂຊກດີເດີ້ !!! Looking for exceptional opportunities to learn international business? Gain valuable work experiences? And develop your English language skills? Now it’s your chance to join the U.S-ASEAN Internship Program to gain working experiences ...

Read More »

10 ສາເຫດຂອງການຂໍຢ່າຮ້າງໃນ ສປປ ລາວ

ປັດຈຸບັນ, ສາເຫດໃໝ່ທີ່ມາແຮງທີ່ສຸດໃນການຢ່າຮ້າງອີກຢ່າງໜຶ່ງກໍຄື ການຕິດເກມ ອີງຕາມການລາຍງານຂອງປະເທດອັງກິດໃຫ້ຮູ້ວ່າ ມີສາມີພັນລະຍາຫຼາຍກວ່າ 200 ຄູ່ ໃນອັງກິດ ໃຫ້ເຫດຜົນຂອງການຢ່າຮ້າງວ່າເປັນເພາະ “ຕິດເກມ” ໂດຍການໃຫ້ຂໍ້ມູນຈາກ ເວັບໄຊ  Divorce Online   ແລະ ເກມ Fortnite ແມ່ນເປັນອັນດັບທຳອິດເຖິງ 5% ຈາກຄູ່ສາມີພັນລະຍາທັງໝົດ ແລະ ເປັນເກມໄດ້ຮັບຄວາມນິຍົມດາວໂຫຼດຈາກ  Android  ເຖິງ 15 ລ້ານຄັ້ງ. ການສຳຫຼວດນີ້ໄດ້ທົດລອງກັບກຸ່ມຕົວຢ່າງ 4.665 ຄູ່ໃນປະເທດອັງກິດ ໃນປີ 2018 ເທົ່ານັ້ນ.  ໂດຍກ່ອນໜ້ານີ້ແມ່ນຈະເປັນບັນຫາ ຢາເສບຕິດ ຫຼື ການພະນັນ ສ່ວນການຕິດອອນໄລ໌ ຫຼື ເກມ ແມ່ນຫາກໍ່ເກີດຂຶ້ນວ່າງບໍ່ເທົ່າໃດປີມານີ້. ແຕ່ສຳລັບໃນ ສປປ ລາວ ແລ້ວ ຖ້າຜົວ ຫຼື ເມຍຕ້ອງການຢ່າຮ້າງແມ່ນຕ້ອງ ມີ 10 ສາເຫດ ຕາມກົດໝາຍຄອບຄົວ (ສະບັບປັບປຸງ) ເລກທີ 98/ສພຊ, ລົງວັນທີ 26/07/2008 ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ແລະ ປະກາດໃຊ້ໂດຍລັດຖະດໍາລັດເລກທີ 112/ປປທ, ລົງວັນທີ 18 ...

Read More »

ເປີດຮັບສະໝັກໂຄງການ YSEALI Professional Fellows Program 2019

ທ່ານຢາກທ່ອງທ່ຽວ ແລະ ເຂົ້າຮ່ວມໂຄງການແລກປ່ຽນທີ່ສະຫະລັດອາເມລິກາເປັນເວລາ 1 ເດືອນບໍ່? ສະໝັກເລີຍກັບໂຄງການ 2019 #YSEALI Professional Fellows Program! ເພື່ອນໆສາມາດເລືອກຫົວຂໍ້ໄດ້ດັ່ງນີ້: ການມີສ່ວນຮ່ວມໃນສັງຄົມ, ການພັດທະນາທາງ ແລະ ສົ່ງເສີມທາງດ້ານເສດຖະກິດ, ຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ການປົກຄອງ ແລະ ສັງຄົມ. ຜູ້ສະໝັກຈະຕ້ອງມີອາຍຸລະຫວ່າງ 25-35 ປີ ແລະ ເປັນປະຊາຊົນຂອງບັນດາປະເທດອາຊຽນ. ທ່ານສາມາດອ່ານລາຍລະອຽດ ແລະ ສະໝັກໄດ້ທີ່ https://bit.ly/2QvPDCD Want to travel or participate in a fully-funded program in the U.S. for one month? Then apply for the 2019 #YSEALI Professional Fellows Program! To apply you must be between 25-35 ...

Read More »

ເປີດຮັບສະໝັກ!!! ທຶນໄປສຶກສາຕໍ່ທີ່ປະເທດໄອແລນ ອ່ານດ່ວນ….

ຂ່າວດີ ມາແລ້ວ ?? ?? ?? ສໍາລັບບັນດາທ່ານ ທີ່ຢາກສະໝັກເອົາທຶນໄປສຶກສາຕໍ່ ທີ່ປະເທດ ໄອແລນ, ປັດຈຸບັນເປີດໃຫ້ ຄົນລາວ ?? ໄດ້ສະໝັກແລ້ວ!!! ບໍ່ວ່າຈະເປັນສາຂາ Development studies, Rural development, Health care, Education and Law ແລະ ອື່ນໆ ທີ່ທ່ານສາມາດເລືອກຮຽນໄດ້ ! ບໍ່ມີຫຼາຍປະເທດ ທີ່ສາມາດສະໝັກໄດ້ ໂອກາດ ທີ່ຄົນລາວ ຈະໄດ້ຈຶ່ງມີສູງ !!! ?‍? ?‍? ປິດຮັບສະໝັກ: 30/11/2018 ລາຍລະອຽດເພີ່ມຕື່ມທີ່: https://www.irishaidfellowships.ie/…/fellowship-training-pr… SHARE ເກັບໄວ້ ຫຼື Tag ຊື່ໝູ່ຂອງທ່ານ ສະໝັກນໍາກັນເລີຍ !!! ທີ່ມາ: Lao Youth Radio FM 90.0 Mhz Posted by Lao Youth Radio FM 90.0 Mhz ...

Read More »