Micro Influencer ເຄື່ອງມືການຕະຫຼາດທີ່ບໍ່ໄດ້ໂຄສະນາເກີນຈິງ… ແຕ່ໄດ້ຜົນແທ້!!!

ກະແສສັງຄົມແບບ “ຊີວິດຕິດຣີວິວ” (Review) ກາຍເປັນສ່ວນສໍາຄັນຂອງການຊື້ສິນຄ້າໄປພ້ອມກັບຍຸກ “ອິນເຕີເນັດ” ທີ່ຂໍ້ມູນຕ່າງໆສາມາດຄົ້ນຫາໄດ້ຢ່າງງ່າຍໆ, ຍັງລະອຽດ, ເຈາະເລິກ ຈົນນໍາມາເຊິ່ງການຕັດສິນໃຈຊື້ທີ່ງ່າຍຂຶ້ນ ແລະ ເປັນການຈ່າຍເງິນທີ່ກຸ້ມຄ່າທີ່ສຸດ. ການ “ຣີວິວ” ສິນຄ້າຮູບແບບຕ່າງໆ ທັງການຂຽນ “ຣີວິວ” ຫຼືເຮັດເປັນ VDO ເຜີຍແຜ່ຜ່ານທາງ Facebook Page ຕ່າງໆເກີດຂຶ້ນຢ່າງຫຼວງຫຼາຍ ແລະ ສົ່ງຜົນຕໍ່ການຊື້ສິນຄ້າຫຼາຍຂຶ້ນ ຈົນກາຍມາເປັນສ່ວນໜຶ່ງຂອງການຕະຫຼາດບໍ່ໜ້ອຍໄປກວ່າການໂຄສະນາ. ແຕ່ພຶດຕິກໍາຂອງຄົນຍຸກໃໝ່ ການທີ່ເຈົ້າຂອງສິນຄ້າອອກມາປະກາດວ່າ ສິນຄ້າຂອງເຮົາດີແນວໃດ ນັ້ນບໍ່ໄດ້ມີນໍ້າໜັກເທົ່າກັບ ມີໃຜຄົນໃດຄົນໜຶ່ງທີ່ໜ້າເຊື່ອຖື ແລະ ແບ່ງປັນຄວາມຮູ້ສຶກອອກມາຫຼັງຈາກໄດ້ລອງໃຊ້ສິນຄ້ານັ້ນແທ້ໆ. ພຶດຕິກໍາດັ່ງກ່າວເປັນທີ່ມາຂອງ ຍຸດທະສາດການຕະຫຼາດທີ່ໃຫ້ ບັນດາຜູ້ມີອິດທິພົນໃນໂລກຂອງສື່ສັງຄົມອອນໄລ໌ (Social Media)ຫຼື ການຕະຫຼາດຜູ້ມີອິດທິພົນ (Influencer Marketing)ໃນການກະຕຸ້ນຍອດຂາຍ. ໂດຍໃຫ້ຜູ້ທີ່ມີຄົນຮູ້ຈັກ ແລະຕິດຕາມຫຼາຍ (Influencer)ເຮັດໜ້າທີ່ “ຣີວິວ” ສິນຄ້າ ເພື່ອຈູງໃຈໃຫ້ເກີດການຊື້ສິນຄ້ານັ້ນໃນທີ່ສຸດ. Influencer Marketing ແບ່ງອອກເປັນ 4 ກຸ່ມຕາມຈໍານວນຜູ້ຕິດຕາມ (Followers) ທີ່ຫຼຸດລື່ນກັນຄື: ກຸ່ມ Celebrities, ກຸ່ມ Power Influencer, ກຸ່ມ Peer Influencer ແລະ ກຸ່ມທີ່ກໍາລັງໄດ້ຮັບຄວາມສົນໃຈຫຼາຍນັ້ນກໍຄື Micro Influencer ຫຼືກຸ່ມຄົນທົ່ວໄປທີ່ມັກຮັກໃນການ “ຣີວິວ”ສິນຄ້າ ຫຼືນັກຂຽນເລື່ອງເລົ່າອອນໄລ໌ (Blogger)ທີ່ຜະລິດເນື້ອໃນ (Contents)ກ່ຽວກັບການແນະນໍາສິນຄ້າ, ເຊິ່ງມີຜູ້ຕິດຕາມຈໍານວນບໍ່ຫຼາຍ ຫຼືຕິດຕາມສະເພາະກຸ່ມ (ບາງຂໍ້ມູນລະບຸວ່າບໍ່ເກີນ 10.000 ຄົນ ຫຼືບໍ່ເກີນ 2 ແສນຄົນ) ໃນບົດຄວາມນີ້ ຈະຂໍນໍາສະເໜີໃຫ້ຜູ້ອ່ານຮູ້ຈັກກັບກຸ່ມຂອງ Micro Influencer ກ່ຽວກັບຈຸດເດັ່ນ ແລະ ຄວາມໜ້າສົນໃຈທີ່ເຮັດໃຫ້ນັກ “ຣີວິວ” ກຸ່ມນີ້ກາຍເປັນເຄື່ອງມືການຕະຫຼາດໃນຍຸກປັດຈຸບັນ.

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 157 ເດືອນສິງຫາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Micro influencer

is not an exaggerating tool of marketing, but a very effective one!!!

            Social trend of following “review” has become an important part influencing people’s decision of buying stuff on the Internet where detailed and specific information is easily accessible. This helps making shopping easier and worth every payment. Different types of product “review” whether in written words or video published on Facebook Page have increased in number and affected people’s shopping behavior that they have been used as part of a marketing and advertisement. Today, words from brand owners saying that their products are good are less reliable than to have the goods reviewed and commented by famous people who will share their feeling over the products after their trial. This is the current shopping behavior of consumers which is shaped by those highly influential people on social media and businesses are using more of this influencer marketing as their strategy to stipulate sales. Through this method, influencers are hired to “review” a specific product to persuade people to buy. Influencer marketing is divided into 4 groups based on the number of followers: celebrities, power influencers, peer influencers and micro influencers or ordinary people who love to “review” stuff or bloggers who tell stories and publish contents regarding goods online. Micro influencers are those with low number of followers or some number within a certain group (some said that not below 10,000 and not beyond 200,000 followers). In this article, we will get to know more about micro influencers of what makes this group an outstanding and interesting marketing tool in the current era.

 

 

Comments