ແຂວງຈຳປາສັກ ໄດ້ຮັບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແລ້ວ ມູນຄ່າ 5 ຕື້ກ່ວາກີບ

ແຂວງຈຳປາສັກໄດ້ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມແລ້ວ ມູນຄ່າ 5 ຕື້ກ່ວາກີບປັດຈຸບັນ ແຂວງຈຳປາສັກໄດ້ຮັບການຊ່ວຍເຫລືອຜູ້ປະ ສົບໄພນ້ຳຖ້ວມແລ້ວ ມູນຄ່າ 5 ຕື້ 100 ກວ່າລ້ານກີບ ໃນນັ້ນແມ່ນລວມທັງພາກລັດ, ບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ, ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງ ຈຳປາສັກ, ປະທານຄະນະກຳມະການປ້ອງ ກັນ,ຄວບຄຸມ ແລະ ຟື້ນຟູໄພພິບັດແຂວງ ຈຳປາສັກ ໃຫ້ສຳພາດວ່າ: ລັດຖະບານກໍ່ຄືອຳນາດການປົກຄອງທຸກຂັ້ນໄດ້ເອົາໃຈໃສ່ຕໍ່ການຊ່ວຍເຫລືອປະຊາຊົນ ເປັນຕົ້ນແມ່ນໄດ້ລົງໄປໃກ້ຊິດຕິດ ແທດ ແລະ ມອບເຄື່ອງອຸປະໂພກ, ບໍລິໂພກຊ່ວຍເຫລືອປະຊາຊົນ ແລ້ວໃນແຕ່ລະບ້ານ, ຄອບຄົວໃດຂາດທີ່ຢຸ່ອາໄສ ເຮືອນຖືກນໍ້າຖ້ວມຊຸເສຍຫາຍ ກໍເລັ່ງໃຫ້ການແກ້ໄຂ.

ນອກຈາກໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລ້ວ ກໍໄດ້ຈັດຊື້ເຂົ້າກິນ ເພື່ອແຈກຢາຍໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມແລ້ວ 66 ໂຕນ, ໃນນັ້ນເມືອງຊະນະສົມບູນ 10 ໂຕນ, ນະຄອນປາກເຊ 10 ໂຕນ, ປະທຸມພອນ 10 ໂຕນ, ໂພນທອງ 5 ໂຕນ, ປາກຊ່ອງ 4 ໂຕນ, ບາຈຽງ 5 ໂຕນ, ຈຳປາສັກ 6 ໂຕນ, ສຸຂຸມມາ 6 ໂຕນ, ມຸນລະປະໂມກ 5 ໂຕນ ແລະ ເມືອງໂຂງ 5 ໂຕນ.


ໃນໂອກາດດຽວກັນ ທ່ານຍັງໄດ້ລາຍງານສະພາບຂອງຜົນເສຍຫາຍຈາກນ້ຳຖ້ວມຄັ້ງນີ້ ວ່າ: ຈາກສະພາບນ້ຳຖ້ວມໄດ້ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງລັດ, ລວມໝູ່ ແລະ ປະຊາຊົນ, ຖະໜົນຫົນທາງ, ຂົວ, ຕາຂ່າຍໄຟຟ້າ, ເຂື່ຶອນໄຟຟ້າ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນຖືກນ້ຳຖ້ວມ ແລະເສຍຫາຍ, ປະຊາຊົນຫລາຍພັນຄົນໄດ້ຍົກຍ້າຍໄປຢູ່ສະຖານທີ່ປອດໄພ ເຊິ່ງໃນທົ່ວແຂວງຈຳປາສັກມີເນື້ອທີ່ໆຖືກຖ້ວມທັງໝົດ 4 ໝື່ນ 2 ພັນກວ່າເຮັກຕາ, ບ້ານທີ່ໄດ້ຮັບຜົນກະທົບທັງໝົດ 483 ບ້ານ, ມີ 4 ໝື່ນ 6 ພັນກວ່າຄອບຄົວ, ພົນລະເມືອງ 2 ແສນ 6 ໝື່ນກວ່າຄົນ, ໃນນັ້ນເສຍຊີວິດ ແລະ ສູນຫາຍລວມ 8 ຄົນ, ຍິງ 1 ຄົນ, ມີເຮືອນສູນຫາຍ 18 ຫລັງ, ສະພາບເປ່ເພ 274 ຫລັງ, ສ້ອມແປງໄດ້ 196 ຫລັງ, ສ້ອມແປງບໍ່ໄດ້ຍ້ອນເປ່ເພໜັກ 78 ຫລັງ,

ເນື້ອທີ່ທຳການຜະລິດ ເປັນຕົ້ນ ໄຮ່ນາ, ຮົ້ວ,ສວນ ຖືກນ້ຳຖ້ວມເສຍຫາຍ 2 ໝື່ນ 3 ພັນກວ່າເຮັກຕາ ,ສັດລ້ຽງປະເພດ ງົວ 2 ໝື່ນ 7 ພັນກວ່າໂຕ, ຄວາຍ 1 ໝື່ນ 3 ພັນກວ່າໂຕ, ໝູ 3 ພັນກວ່າໂຕ, ແບ້ 3 ພັນກວ່າໂຕ, ສັດປີກ 1 ແສນ 3 ໝື່ນກວ່າໂຕ, ໜອງປາ 1 ພັນກວ່າໜອງ ໃນນີ້ ປາສູນຫາຍ 16 ລ້ານກວ່າໂຕ ແລະ ປາກະຊັງ 100 ກວ່າໜ່ວຍ, ປາສູນຫາຍ 100 ກວ່າໂຕນ ນອກຈາກນີ້, ຍັງມີພື້ນຖານໂຄງລ່າງ ແລະ ສາທາລະນະສຸກຖືກເສຍຫາຍຢ່າງຫລວງຫລາຍ ເສັ້ນທາງເສຍຫາຍ 115 ເສັ້ນ, ຂົວ 7 ແຫ່ງ, ລະບົບນ້ຳປະປາເສຍຫາຍ 1 ຕື້ກວ່າກີບ, ພາຫະນະເສຍຫາຍ 152 ຄັນ, ສາຍໄຟຟ້າ, ໝໍ້ແປງ, ໝໍ້ນັບໄຟເສຍຫາຍ 2 ຕື້ກວ່າກີບ, ໂຮງຮຽນເສຍຫາຍ 8 ຫລັງ, ໂຮງໝໍເສຍຫາຍ 3 ແຫ່ງ ມູນຄ່າ 695 ລ້ານກວ່າກີບ, ສຸກສາລາ 10 ແຫ່ງ ສັງລວມຜົນເສຍຫາຍເບື້ອງຕົ້ນຫລາຍພັນຕື້ກີບ.

ຂ່າວ: ປະພິດ ສີສົມບູນ

Comments