ສປ ຈີນ ເປັນປະເທດເພື່ອນມິດຍຸດທະສາດທີ່ມີຊາຍແດນຕິດຈອດກັບ ສປປ ລາວເຮົາໄລຍະຫຼາຍກີໂລແມັດ ແຖມຍັງເປັນຕະຫຼາດຮັບຊື້ສິນຄ້າຈາກລາວຫຼາຍທີ່ສຸດໄລຍະຜ່ານ ແລະອີກບໍ່ດົນການຄ້າຂາຍຮ່ວມຈະທະວີຄູນຂຶ້ນເປັນລຳດັບ ພາຍຫຼັງເສັ້ນທາງລົດໄຟຄວາມໄວສູງສ້າງສຳເລັດ. ສະນັ້ນ ເພື່ອກຽມຄວາມພ້ອມໃສ່ບັນດາເງື່ອນໄຂ, ທ່າແຮງທາງເສດຖະກິດທີ່ກຳລັງຈະເກີດຂຶ້ນໃນອະນາຄົດ ລັດຖະບານທາງ 2 ປະເທດຈິ່ງເຫັນວ່າຄວນມີຂໍ້ຕົກລົງຮ່ວມກັນໃນການສົ່ງເສີມການນຳໃຊ້ເງິນສອງສະກຸນລະຫວ່າງກີບກັບຢວນ ເພື່ອຄວາມສະດວກໃນການຊຳລະສະສາງ. ໃນລະຫວ່າງວັນທີ 5-9 ມັງກອນ 2020 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາຊົນຈີນ ແລະ ໃນໂອກາດດັ່ງກ່າວ ວັນທີ 6 ມັງກອນ 2020 ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ແລະ ທ່ານ ອີ້ ກັງ, ຜູ້ວ່າການທະນາຄານ ປະຊາຊົນຈີນ (ທປຈ) ໄດ້ຮ່ວມລົງນາມ ໃນສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມ ການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທທລ ແລະ ທປຈ ...
Read More »Author Archives: Paeng KC
ລັດຖະບານ ອະນຸມັດງົບ 47 ຕື້ກີບ ເພື່ອຈັດງານມະຫາກໍາກິລາແຫ່ງຊາດ ແຂວງຊຽງຂວາງ
ລັດຖະບານໄດ້ອະນຸມັດງົບປະມານໃຫ້ແຂວງຊຽງຂວາງ ຈຳນວນ 47 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ – 1 ເມສາ 2020, ຄ່ຽງຄູ່ກັບການສະເຫຼີມສະຫຼອງອິີກ 2 ງານໃຫຍ່ສຳຄັນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ການສະເຫຼີມສະຫຼອງທົ່ງໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກ. ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆຊຽງຂວາງ, ປະທານຄະນະກຳມະການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາພາດວ່າ: ສຳລັບງົບປະມານຈໍານວນ 47 ຕື້ກີບນີ້, ລັດຖະບານໄດ້ໂອນໃຫ້ແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການກະກຽມວຽກງານຕ່າງໆແລ້ວ 19 ຕື້ກີບ, ໂດຍແຕ່ລະຄະນະອະນຸກໍາມະການແມ່ນໄດ້ເບີກຈ່າຍງົບປະມານຈຳນວນດັ່ງກ່າວ ເຂົ້າໃນການກະກຽມບັນດາໜ້າວຽກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການທີ່ກະຊວງການເງິນ ວາງອອກທຸກຢ່າງ, ທັງນີ້ກໍ່ແນ່ໃສ່ເພື່ອເຮັດໃຫ້ການກະກຽມທຸກວຽກງານຂອງແຕ່ລະຄະນະກໍາມະການດໍາເນີນໄປດ້ວຍດີ, ເຊິ່ງມາຮອດປັດຈຸບັນນີ້ ແມ່ນສາມາດຕີລາຄາໄດ້ວ່າ ການກະກຽມໃຫ້ແກ່ ທັງ 3 ງານໃຫຍ່ສໍາຄັນລະດັບຊາດທີ່ກ່າວມານັ້ນ, ແຂວງຊຽງຂວາງແມ່ນມີຄວາມພ້ອມແລ້ວຫຼາຍ ກ່ວາ 90% ຂອງບັນດາໜ້າວຽກທັງໝົດ. ອີງຕາມຂໍ້ມູນຈາກຄະນະອະນຸກໍາມະການເສດຖະກິດ ແລະ ລະດົມທຶນໄດ້ລາຍງານຕໍ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ໄດ້ຖືກຈັດຂຶ້ນຢູ່ແຂວງຊຽງຂວາງໃນລະຫວ່າງວັນທີ 7-8 ມັງກອນຜ່ານມາ ...
Read More »ຜະລິດຕະພັນກະສິກຳສົ່ງອອກ ຍີ່ຫໍ້ “ບ້ານເກີນ”
“ລາວເຮັດ ລາວໄດ້ ລາວໃຊ້ ລາວຈະເລີນ” ຄໍາຂວັນນີ້ຄົງຈະຄຸ້ນຫູຫຼາຍໆຄົນ ເພາະຖືວ່າເປັນຄໍາຂວັນທີ່ຢູ່ຄູ່ສັງຄົມລາວມາ 60 ກວ່າປີແລ້ວ ນັບຕັ້ງແຕ່ສະໄໝລັດຖະບານປະສົມ ໃນເຫດການໂຮມລາວຄັ້ງທີ 1 ປີ 1957 ທີ່ມີເປົ້າໝາຍຕ້ອງການກະຕຸ້ນໃຫ້ຄົນລາວຮູ້ສຶກຕື່ນຕົວ ວ່າຄວນຫັນມາເປັນຜູ້ຜະລິດ ພ້ອມທັງຊົມໃຊ້ສິນຄ້າ ແລະບໍລິການຂອງຄົນລາວເອງ ເພື່ອສ້າງຄວາມເຂັ້ມແຂງທາງເສດຖະກິດ ຫຼຸດຜ່ອນການຂາດດຸນການຄ້າຂອງຊາດ ເມື່ອເວລາຜ່ານເລີຍໄປຫຼາຍທົດສະວັດ ເຫັນວ່າບັນຫາການຂາດດຸນການຄ້າຂອງລາວເຮົາກໍຍັງຄົງປະກົດໃຫ້ເຫັນຢູ່ ເນື່ອງຈາກການຜະລິດສິນຄ້າພາຍໃນທີ່ຍັງບໍ່ທັນເຂັ້ມແຂງ ຕ້ອງນຳເຂົ້າສິນຄ້າຈາກຕ່າງປະເທດຫຼາຍຂຶ້ນເລື້ອຍໆ ພາໃຫ້ຄວາມຕ້ອງການເງິນກີບຫຼຸດລົງ ສົ່ງຜົນໃຫ້ເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ແລະທະວີຄວາມຮຸນແຮງຂຶ້ນນັບແຕ່ຕົ້ນປີ 2019 ທີ່ຜ່ານມາ ເຊິ່ງກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ແລະຕົ້ນທຶນຂອງທຸກໆຫົວໜ່ວຍທຸລະກິດ ທີ່ເພີ່ມສູງຂຶ້ນ ສະນັ້ນ ມື້ນີ້ ຄໍລຳ Entrepreneurship ຈະຂໍນຳສະເໜີເລື່ອງລາວຂອງຜູ້ປະກອບການທ່ານໜຶ່ງ ທີ່ມີວິໄສທັດ ມຸ່ງຫວັງຢາກໃຫ້ສິນຄ້າລາວຫຼາກຫຼາຍ ແລະເຕີບໃຫຍ່ຂະຫຍາຍຕົວ… (ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 ...
Read More »“ອີຄອມເມີສ” ສ້າງໂອກາດຄຳແກ່ສິນຄ້າຫັດຖະກຳ
ການຄ້າທາງອີເລັກໂຕຣນິກ ຫຼື ອີຄອມເມີສ ຖືວ່າກຳລັງມາແຮງໃນໄລຍະນີ້ ຊຶ່ງໄດ້ເປີດໂອກາດທອງໃຫ້ທຸລະກິດຂະໜາດນ້ອຍ ສາມາດເຮັດການຕະຫຼາດ ຫຼື ໂຄສະນາ ແລະ ວາງຂາຍສິນຄ້າທາງອອນລາຍໄດ້ ຢ່າງສະດວກ ແລະ ວ່ອງໄວຫຼາຍຂຶ້ນ. ຜູ້ປະກອບການຫັດຖະກຳລາວ ນອກຈາກໃຊ້ອີຄອມເມີສເຂົ້າໃນການໂຄສະນາ ແລະ ຂາຍຜະລິດຕະພັນຂອງຕົນ ບໍ່ວ່າຈະເປັນການສ້າງເວັບໄຊ ຫຼື ບັນຊີເຟສບຸກຂອງຕົນ ຫຼືອີກຊ່ອງທາງໜຶ່ງ ແມ່ນການຝາກຂາຍຜ່ານ platform ອັນເປັນທີ່ຮູ້ຈັກ ທັງໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້ານອກປະເທດ ນໍາອີກ. ການໃຊ້ອີຄອມເມີສໃນປະຈຸບັນ ແມ່ນມີຄ່າໃຊ້ຈ່າຍຖືກຫຼາຍ ແຕ່ສາມາດສົ່ງເສີມການຂາຍໄດ້ຢ່າງກວ້າງຂວາງທົ່ວໂລກ. ພວກເຮົາມາຮູ້ຈັກກັບ 2-3 ເວັບໄຊ້ ທີ່ບັນດາທ່ານສາມາດເຂົ້າໄປໃຊ້ບໍລິການກັນໄດ້. ເວັບໄຊ້ ແລະ ແອບພລີເຄຊັນ Etsy.com ເນັ້ນຈໍາໜ່າຍສິນຄ້າທີ່ເປັນເອກະລັກສະເພາະຕົວ ຫຼືສ້າງສັນ ບໍ່ວ່າຈະແມ່ນສິນຄ້າຫັດຖະກຳຈົນເຖິງຂອງເກົ່າສະສົມ ດັ່ງສະໂລແກນທີ່ວ່າ “If it’s handcrafted, vintage, custom or unique, it’s on Etsy”. ເຖິງແມ່ນວ່າ ຍຸກອີຄອມເມີສຈະໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍານັບມື້ນັບຫຼາຍຂຶ້ນ ແຕ່ເວັບໄຊ້ນີ້ ຍັງເນັ້ນວິໄສທັດທີ່ຄົງຮັກສາການພົວພັນສື່ສານໂດຍກົງ ລະຫວ່າງຜູ້ຂາຍກັບຜູ້ຊື້ ໃຫ້ເປັນໝາກຫົວໃຈຂອງການຊື້ຂາຍ. ດັ່ງນັ້ນ, ...
Read More »1 ປີຜ່ານມາ ພົບເຫັນການສໍ້ລາດບັງຫຼວງ ເສຍຫາຍຫຼາຍກ່ວາ 1.500 ຕື້ກີບ
ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2019 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 8 ມັງກອນຜ່ານມາ ແລະ ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມໃນວັນທີ 10 ມັງກອນນີ້ ທີ່ສະໂມສອນຄະນະກວດກາສູນກາງພັກ (ຫຼັກ6) ພາຍໃຕ້ການເປັນ ປະທານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ ເລຂາ ທິການສູນກາງພັກ ຮອງນາຍົກ ລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຮອງປະທານ, ຄະນະພັກຄະນະກວດກາສູນກາງພັກ, ຄະນະພັກ, ຄະນະປະຈຳ, ບັນດາປະທານ, ຮອງປະທານຄະນະກວດກາບັນດາກະຊວງ, ອົງການ, ແຂວງ-ນະຄອນຫຼວງ, ຫົວໜ້າ, ຮອງ ຫົວໜ້າກົມ ພ້ອມດ້ວຍສະມາ ຊິກພັກ-ພະນັກງານທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມທັງໝົດ 300 ກວ່າ ສະຫາຍ. ກອງປະຊຸມຄັ້ງນີ້, ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູນກາງພັກ ອົງການກວດກາລັດຖະບານ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງໃນປີ 2019, ທິດທາງແຜນການວຽກງານກວດກາປີ 2020. ຊຶ່ງໄລຍະ 1 ປີຜ່ານມາຄະນະພັກ, ...
Read More »ປີ 2020-2030 ສປປ ລາວ ຄາດຄະເນການສົ່ງອອກ ພະລັງງານໄຟຟ້າໃຫ້ໄດ້ ຫຼາຍກ່ວາ 20.000 ເມກາວັດ
ການຜະລິດພະລັງງານໄຟຟ້າ ຖືວ່າເປັນສິນຄ້າໜຶ່ງ ທີ່ສ້າງລາຍຮັບມະຫາສານ ໃຫ້ແກ່ ສປປ ລາວ ໂດຍການສົ່ງອອກໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ, ແລະ ສິງກາໂປ. ໄລຍະແຕ່ປີ 2020-2030 ຄາດຄະເນ່ປະລິມານການສົ່ງອອກໄຟຟ້າຂອງ ສປປ ລາວ ໄປຍັງປະເທດດັ່ງກ່າວ ຈະເພີ່ມຂື້ນປະມານ 20.000 ເມກາວັດ. ການສົ່ງອອກພະລັງການໄຟຟ້າໄປຍັງປະເທດທີ່ບໍ່ມີຊາຍແດນຕິດຈອດກັນ ແມ່ນສົ່ງຜ່ານ ປະເທດໄທ ໂດຍການເຊື່ອມໂຍງລະບົບສາຍສົ່ງລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ. ຄວາມຕ້ອງການນໍາໃຊ້ພະລັງງານໄຟຟ້າພາຍໃນ ສປປ ລາວ ໃນສຸມປີຜ່ານມາ ແມ່ນນັບມື້ນັບຂະຫຍາຍຕົວຂື້ນ ຍ້ອນມີການຂະຫຍາຍຕົວຂອງພົນລະເຮືອນ ແລະ ໂຮງຈັກໂຮງງານ ສະເພາະ ປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດແມ່ນ 1,222 ເມກາວັດ ແຕ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໃຫ້ຮູ້ອິກວ່າ ...
Read More »ນັກກິລາ 20 ພາກສ່ວນ, ຊີງ 385 ຫຼຽນຄຳ ໃນກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ
ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020 ເຊິ່ງການແຂ່ງຂັນຄັ້ງນີ້ຈະມີນັກກິລາຈາກ 20 ພາກສ່ວນ ຄື: 1 ນະຄອນຫຼວງ, 17 ແຂວງ ແລະ 2 ກະຊວງ ຄື: ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນຊາດ ເຂົ້າຮ່ວມແຂ່ງຂັນ ແລະ ມີຊີງໄຊທັງໝົດ 385 ຫຼຽນຄໍາ, 385 ຫຼຽນເງິນ ແລະ 627 ຫຼຽນທອງ ໂດຍກໍານົດເອົາໄຫຫີນເປັນສັນຍາລັກ ແລະ ນົກແອ່ນເປັນສັດນໍາໂຊກ. ອີງຕາມຂໍ້ມູນໃນກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ IV ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2020 ຜ່ານມາ ທີ່ ແຂວງ ຊຽງຂວາງ. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງສຸດທ້າຍເພື່ອກະກຽມໃຫ້ແກ່ງານກິລາດັ່ງກ່າວ ໂດຍໄດ້ລາຍງານເຖິງການກະກຽມວຽກງານຕ່າງໆ ເພື່ອກະກຽມໃຫ້ແກ່ງານກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະການກະກຽມສະໜາມກິລາຂອງແຂວງທີ່ສ້າງຂຶ້ນໃໝ່ທີ່ສາມາດບັນຈຸຜູ້ຊົມໄດ້ປະມານ ...
Read More »ສື່ມວນຊົນລາວ!!! ເຊື່ອມຊືມວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ການກໍ່ການຮ້າຍ
ໃນຕອນເຊົ້າວັນທີ 13 ມັງກອນ 2020 ຢູ່ທີ່ທະຫານຄານແຫ່ງ ສປປ ລາວ. ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ພາກສ່ວນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພາຍໃຕ້ການເປັນ ປະທານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ເນື່ອງຈາກວຽກງານຕ້ານການຟອກເງິນ ແລະ ສະໜອງເງິນແກ່ການກໍ່ການຮ້າຍ ເປັນວຽກທີ່ສຳຄັນທີ່ທຸກຄົນຕ້ອງເອົາໃຈໃສ່ເປັນຫູເປັນຕາຊ່ວຍກັນ ໃນນັ້ນສື່ມວນຊົນຖືເປັນກະກອກສຽງສຳຄັນ ແລະ ສາມາດເຜີຍເຜີຍຂໍ້ມູນຂ່າວສານເປັນວົງກວ້າງທັນວ່ອງໄວທັນການ. ວຽກງານດັ່ງກ່າວ, ເປັນວຽກງານທີ່ມີຄວາມສຳຄັນຕໍ່ສະພາບການດຳເນີນເສດຖະກິດໃນປະເທດ, ສປປ ລາວ ໄດ້ເລັ່ງເຫັນຄວາສຳຄັນ ແລະ ໄດ້ສ້າງ ຄະນະກຳມະການລະດັບຊາດຂຶ້ນໂດຍປະກອບມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ຍັງໄດ້ປະກອບມີລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກ 13 ກະຊວງ ...
Read More »ນັກທຸລະກິດ ລາວ-ໄທ ລົງທຶນ 30 ລ້ານໂດລາ, ເຫັນຂີ້ເຫຍື້ອນະຄອນຫຼວງ ເປັນພະລັງານໄຟຟ້າ
ນັກທຸລະກິດລາວ ແລະ ໄທໄດ້ຮ່ວມກັນລົງທຶນ 30 ລ້ານໂດລາສະຫາລັດ ເຂົ້າໃນໂຄງການກໍ່ສ້າງ ໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານ ທົດແທນ ທີ່ນະຄອນຫຼວງວຽງຈັນ. ການຮ່ວມມືດັ່ງກ່າວປະກອບມີ ບໍລິສັດຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ຈາກ ສປປ ລາວ, ບໍລິສັດ ຍູເອຊີ ເອັນເນີຈີ ຈໍາກັດ ແລະ ບໍລິສັດ ສະແບງຊັດສ໌ເທນເນເບີ້ນ ເອັນເນີຈີ ຈໍາກັດ ຈາກ ປະເທດໄທ. ໂຄງການກໍ່ສ້າງໂຮງງານດັ່ງກ່າວແມ່ນຕັ້ງຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ມີແຜນໄດ້ນຳໃຊ້ຂີ້ເຫຍື້ອຈາກຊຸມຊົນໃນປະລິ ມານເລີ່ມຕົ້ນປະມານ 400 ໂຕນຕໍ່ມື້, ເພື່ອເປັນວັດຖຸດິບຂອງໂຄງການຜະລິດກະ ແສໄຟຟ້າທີ່ມີກຳລັງການຜະລິດປະລິມານ 6 ເມກາວັດ. ພິທີວາງສີລາລຶກດັ່ງກ່າວໄດ້ຈັດຂຶ້ນໃນມື້ວານນີ້ ວັນທີ 09 ມັງກອນ 2020 ທີ່ ນະຄອນຫຼວງ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ...
Read More »ສປປ ລາວ ອັນດັບ 4 ປະເທດແຫ່ງສັນຕິພາບ ຂອງອາຊຽນ
ຈາກການຈັດອັນດັບຂອງ Global peace index 2019 ຫຼື ດັດຊະນີແຫ່ງສັນຕິພາບໂລກ ໃນປີ 2019 ຈາກທັງໝົດ 163 ປະເທດ ໃນທົ່ວໂລກ. ປະເທດທີ່ມີຄວາມສັນຕິພາບທີ່ສຸດໃນໂລກໄດ້ແກ່ປະເທດ 1. Iceland, 2. New Zealand, 3. Portugal. ສຳລັບໃນຂົງເຂດອາຊຽນ ປະເທດທີ່ມີຄວາມສັນຕິພາບທີ່ສຸດແມ່ນໄດ້ແກ່ 1. Singapore (7) , 2. Malaysia (16) , 3. indonesia (41) , 4. Laos (45) #7 Singapore #9 Japan #36 Taiwan #41 Indonesia #45 Laos #55 South Korea #57 Vietnam #72 Sri Lanka #89 Cambodia #110 China #116 ...
Read More »