Author Archives: Paeng KC

ນະວັດຕະກໍາ Software ທີ່ຈະເຂົ້າມາຊ່ວຍ SME ໃຫ້ສະດວກສະບາຍຍິ່ງຂຶ້ນ.

ໃນຍຸກທີ່ມະນຸດລ້ວນແລ້ວແຕ່ຕ້ອງການຄວາມສະດວກສະບາຍ ບໍ່ວ່າຈະເຮັດຫຍັງ ຈະໄປໃສຂໍໃຫ້ມີຄວາມສະບາຍມາກ່ອນ ຈຶ່ງບໍ່ແປກໃຈເລີຍທີ່ ເຕັກໂນໂລຊີ ເຂົ້າມາມີອິດທິພົນຕໍ່ການໃຊ້ຊີວິດຂອງມະນຸດເຮົາໄດ້ຢ່າງງ່າຍດາຍ ບໍ່ວ່າຈະເປັນນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງຄວາມສະດວກສະບາຍໃນການໃຊ້ຊີວິດຂອງມະນຸດເຊັ່ນ: ຫຸ່ນຍົນ AI ທີ່ເຂົ້າມາເປັນຜູ້ຊ່ວຍເກືອບຄົບທຸກໜ້າທີ່ວຽກທີ່ຄົນເຮັດໄດ້… ຫຼືນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງການເຮັດທຸລະກິດ ເປັນຕົ້ນແມ່ນ Digital Platform ຕ່າງໆ ທີ່ຊ່ວຍໃນເລື່ອງການຈັດເກັບຂໍ້ມູນທີ່ສໍາຄັນ, ການເພີ່ມປະສິດທິພາບຂອງວຽກໃຫ້ໄວຂຶ້ນ, ມີຄຸນນະພາບຂຶ້ນ ແລະ ທີ່ສໍາຄັນຍັງຊ່ວຍດ້ານແຮງງານຄົນໃຫ້ສາມາດເຮັດວຽກໄດ້ດີຍິ່ງຂຶ້ນອີກດ້ວຍ… ກໍຍ້ອນວ່າ ເຕັກໂນໂລຊີ ໃຫ້ຄວາມສະດວກສະບາຍໃນການດໍາລົງຊີວິດ ແລະ ຍັງສາມາດຊ່ວຍເຫຼືອດ້ານທຸລະກິດໄດ້ແບບນີ້ ຈຶ່ງເຮັດໃຫ້ນັກທຸລະກິດໃນທົ່ວໂລກໃຫ້ການຍອມຮັບ ແລະ ເປີດໃຈຮັບເອົາ ເຕັກໂນໂລຊີ ໃໝ່ໆທີ່ເກີດຂຶ້ນໃນຕະຫຼາດຢູ່ສະເໝີ. ຄືດັ່ງ 4 ນະວັດຕະກໍາຊອບແວ (Software) ຜູ້ຊ່ວຍ SME ທີ່ຜູ້ຂຽນນໍາມາສະເໜີໃນມື້ນີ້ ເຊິ່ງຖືວ່າເປັນເທຣນທີ່ມາໃໝ່ ແລະ ກໍາລັງມາແຮງໃນວົງການທຸລະກິດ (ຕ່າງປະເທດ) ກໍເລີຍຢາກແນະນໍາໃຫ້ນັກທຸລະກິດລາວໄດ້ລອງສຶກສາ ທໍາຄວາມຮູ້ຈັກກັບນະວັດຕະກໍາເຫຼົ່ານີ້ ເພື່ອມາພັດທະນາທຸລະກິດ ແລະ ອົງກອນຂອງທ່ານໃຫ້ມີປະສະດທິພາບຍິ່ງຂຶ້ນ!!! ARSA Framework ອາສາ ເຟຣມເວິກ ເປັນບໍລິສັດທີ່ສາມາດສ້າງເຕັກໂນໂລຊີແບບອະເນກປະສົງ ສາມາດເຊື່ອມໂຍງ ແລະ ຮອງຮັບການປະມວນຜົນ, ສະແດງຜົນ ແລະ ການຕິດຕໍ່ສື່ສານຜ່ານຄລາວ (Cloud) ໄດ້ແບບຜ່ານຊ່ອງທາງດຽວ (One ...

Read More »

ລາວຈະໄດ້ປັບປຸງ 4 ດ້ານ ເພື່ອຍົກລະດັບຄວາມສາມາດດ້ານການແຂ່ງຂັນ

ທ່ານອາດໄດ້ອ່ານບົດລາຍງານປະເມີນຄວາມສາມາດດ້ານການແຂ່ງຂັນສາກົນ (Global Competitiveness Report) ທີ່ຈັດທໍາໂດຍ ອົງການເວທີເສດຖະກິດໂລກ (World Economic Forum) ສຳລັບປີ 2019 ທີ່ຫາກໍໄດ້ພິມເຜີຍແຜ່. ໃນນີ້, ໄດ້ມີການຈັດອັນດັບຄວາມສາມາດດ້ານການແຂ່ງຂັນຂອງປະເທດຕ່າງໆ ບົນພື້ນຖານການສົມທຽບບັນດາປັດໃຈທັງໝົດ 12 ເສົາຄໍ້າ ຊຶ່ງແບ່ງຍ່ອຍອອກເປັນ 103 ຕົວຊີ້ວັດ ທີ່ມີຜົນຕໍ່ການເຕີບໂຕທາງເສດຖະກິດ, ການຍົກລະດັບຜະລິດຕະພາບ ແລະ ການພັດທະນາມະນຸດ. ນີ້ສ່ອງແສງໃຫ້ເຫັນເຖິງຄວາມສໍາຄັນຂອງການຍົກລະດັບຄວາມສາມາດດ້ານການແຂ່ງຂັນ ທີ່ເປັນປັດໄຈຕັດສິນ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ ປະກອບສ່ວນຕໍ່ແນວທາງການພັດທະນາເພື່ອຫຼຸດຜ່ອນຄວາມທຸກຍາກ. ດັ່ງນັ້ນ, ຈຶ່ງຮຽກຮ້ອງເຖິງແນວທາງການພັດທະນາທີ່ຮັບປະກັນຄວາມດຸ່ນດ່ຽງ ລະຫວ່າງການເຊື່ອມສານດ້ານເຕັກໂນໂລຊີ ແລະ ການລົງທຶນດ້ານຊັບພະຍາກອນມະນຸດ ເພື່ອຍົກລະດັບຜະລິດຕະພາບ ທັງສົ່ງເສີມດ້ານນະວັດຕະກຳ ເພື່ອສ້າງມູນຄ່າເພີ່ມແກ່ຂະບວນການຜະລິດ-ການບໍລິການ ແລະ ການປະກອບສ່ວນຂອງທຸລະກິດຂະໜາດນ້ອຍ ແລະ ກາງ ໃນປີ 2019, ລາວເຮົາແມ່ນຖືກຈັດຢູ່ໃນອັນດັບທີ 113 (ຈາກ 141 ປະເທດ ຫຼືເສດຖະກິດໃນໂລກ) ຖືວ່າຕົກໄປໜຶ່ງອັນດັບເມື່ອສົມທຽບກັບປີ 2018. ສຳລັບພາກພື້ນອາຊຽນ​ ສິງກະໂປ ໄດ້ອັນດັບທີ 1, ໄທ ອັນດັບທີ 40, ອິນໂດເນເຊຍ ...

Read More »

ເຄັດລັບຄວາມສໍາເລັດໃນການສ້າງທຸລະກິດ 100 ປີ ແບບຈິດວິນຍານຍີ່ປຸ່ນ

ສະບາຍດີປີໃໝ່ບັນດາທ່ານຜູ້ອ່ານທຸກໆທ່ານ, ຄູເຊັ່ງຫວັງຢ່າງຍິ່ງວ່າທຸກໆທ່ານໄດ້ຕັ້ງເປົ້າໝາຍສ່ວນຕົວ ແລະ ຕັ້ງເປົ້າໝາຍໃນອົງກອນກ່ຽວກັບວຽກງານ, ທຸລະກິດ, ສຸຂະພາບ, ການສ້າງຄວາມຮັກຄວາມສໍາພັນ, ກິດຈະກຳຍາມຫວ່າງ, ການທ່ອງທ່ຽວ, ການຊ່ວຍເຫຼືອສັງຄົມ ແລະ ເປົ້າໝາຍໃນການພັດທະນາຕົນເອງໃນປີ 2020 ຮຽບຮ້ອຍໝົດທຸກຢ່າງແລ້ວ. ຄູເຊັ່ງຂໍອວຍພອນໄຊອັນປະເສີດ ໃຫ້ທຸກໆທ່ານສາມາດພິຊິດເປົ້າໝາຍຢ່າງສໍາເລັດຜົນທີ່ໄດ້ຕັ້ງເອົາໄວ້ໃນປີນີ້ດ້ວຍ. ເມື່ອເອີ່ຍເຖິງການເຮັດທຸລະກິດຂອງຄົນຍີ່ປຸ່ນ ແລະ ອົງກອນໃນບໍລິສັດຍີ່ປຸ່ນ ຈັ່ງແມ່ນເປັນຕາມະຫັດສະຈັນ ແລະ ງຶດງໍ້ເອົາແທ້ເອົາວ່າ ທີ່ຄົນຍີ່ປຸ່ນເຮັດທຸລະກິດ ແລະ ສ້າງບໍລິສັດມາໄດ້ຫຼາຍກ່ວາ 100 ປີຂຶ້ນໄປ, ບາງບໍລິສັດຢູ່ລອດໄດ້ມາຮອດ 1,000 ປີຂຶ້ນໄປ. ອີງຕາມບົດຄົ້ນຄ້ວາກວດສອບຂໍ້ມູນຕົວຈິງຈາກບໍລິສັດຍີ່ປຸ່ນ Teikoku Data Bank (株式会社帝国データバンク) ເຊິ່ງເປັນບໍລິສັດເກັບກໍາຂໍ້ມູນໃນອົງກອນໂດຍສະເພາະ ໄດ້ເປີດເຜີຍໃຫ້ຮູ້ວ່າ: ບໍລິສັດຍີ່ປຸ່ນທີ່ດໍາເນີນທຸລະກິດມາໄດ້ເກີນ 100 ປີ ມີເຖິງ 33,259 ບໍລິສັດ, ແນ່ນອນບໍລິສັດຍີ່ປຸ່ນທີ່ດໍາເນີນທຸລະກິດເກີນ 100 ປີຂຶ້ນໄປ ມີຈໍານວນຫຼາຍກວ່າໝູ່ໃນໂລກ. ພ້ອມດຽວກັນນີ້ອັນດັບ 1,2,3 ທີ່ດໍາເນີນທຸລະກິດເກົ່າແກ່ທີ່ສຸດໃນໂລກຫຼາຍກ່ວາ 1,000 ປີຂຶ້ນໄປກໍຢູ່ໃນປະເທດຍີ່ປຸ່ນເຊັ່ນກັນ. ອັນດັບທີ 1​ ຂອງບໍລິສັດທີ່ເກົ່າແກ່ທີ່ສຸດໃນໂລກແມ່ນ ບໍລິສັດຄົງໂກະ ກຸມິ ຈໍາກັດ (Kongo Gumi ...

Read More »

ຊົມເຊີຍ!!! ນະຄອນຫຼວງວຽງຈັນໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2020

ຕາມຂ່າວໜັງສືພິມວຽງຈັນທາຍໃຫ້ຮູ້ວ່າ: ສປປ ລາວ ໄດ້ຮັບລາງວັນ 4 ປະເພດ ລວມມີ 13 ລາງວັນຄື: ມາດຕະຖານ ໂຮງແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) 5 ລາງວັນ, ມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ 1 ລາງວັນ  ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນ (ມີຜະລິດຕະພັນທ່ອງທ່ຽວເຂດຕົວເມືອງ 1 ລາງວັນ ແລະ ຜະລິດຕະພັນທ່ອງທ່ຽວເຂດຊົນນະບົດ 1 ລາງວັນ).  ຈາກງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-16/01/2020 ຢູ່ທີ່ປະເທດບຣູໄນ.             ລາງວັນມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard) ຊຶ່ງເປັນ ມາດຕະຖານ ທໍາອິດທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ໃນອາຊຽນ ຊຶ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີ ຊຶ່ງປີນີ້ເປັນຄັ້ງທີ ...

Read More »

ແຈ້ງການ ປັບລາຄານໍ້າມັນຂຶ້ນ ເລີ່ມປະຕິບັດວັນທີ 21 ມັງກອນ 2020 ເວລາ 6:00 ໂມງ

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0067/ອຄ.ກຄພນ, ລົງວັນທີ 20ມັງກອນ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ລາຄາໃຫ່ມແມ່ນໃຫ້ເລີ່ມປະຕິບັດວັນທີ 21 ມັງກອນ 2020 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮສະເພາະນໍ້າມັນກາຊວນລົງ 100 ກີບຕໍ່ລິດ (ຈາກ 500ກີບຕໍ່ລິດ ເປັນ 400ກີບຕໍ່ລິດ) ແລະ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບຂຶ້ນ 90 ກີບຕໍ່ລິດ (ເປັນ 10.770 ກີບ) , ແອັດຊັງທໍາມະດາ ປັບຂຶ້ນ 180 ກີບຕໍ່ລິດ (ເປັນ 9.650 ກີບ) ກາຊວນປັບຂຶ້ນ 380 ກີບຕໍ່ລິດ (ເປັນ 9.040 ກີບ)  

Read More »

Thai Airways Thank you Party Agency Laos

ບັນຍາກາດຂອງງານ Thai Airways Thank you Party Agency Laos ໃນຄໍ່າຄືນຂອງມື້ວັນສຸກທີ່ຜ່ານມາ,​ ວັນທີ 17 ມັງກອນ 2020, ສາຍການບິນໄທ, ສາຍການບິນໄທສະມາຍ ແລະ ບໍລິສັດ ອະມາດິອຸສ ໄດ້ຈັດງານສະເຫຼີມສະຫຼອງປີໃຫມ່ສາກົນ 2020 ແລະ ງານລ້ຽງຂອບໃຈຕົວແທນຈໍາໜ່າຍ ໃນ ສປປ ລາວ ແລະ ພ້ອມກັບການສະຫຼອງຍອດຂາຍທີ່ເພີ່ມຂຶ້ນໃນທຸກໆປີ. ພາຍໃນງານ ໄດ້ແນະນຳ ຜູ້ຈັດການທົ່ວໄປຄົນໃຫມ່ ຂອງສາຍການບິນໄທ ປະຈຳ ສປປ ລາວ ທ່ານ  ຊະວະຣິດ ທະນະສົມບັດນັນ ທີ່ໄດ້ມາຮັບຕຳແໜ່ງຢູ່ ສປປ ລາວ ໃຫ້ກັບຕົວແທນຈຳໜ່າຍທຸກໆສາຂາໄດ້ຮູ້ຈັກ, ເຊິ່ງບັນຍາກາດພາຍໃນງານເຕັມໄປດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນເປັນກັນເອງສຸດໆ. ນອກຈາກນັ້ນ, ຍັງໄດ້ມອບລາງວັນໃຫ້ກັບຕົວແທນທີ່ເຮັດຍອດຂາຍທະລຸເປົ້າ ແລະ ມີຍອດຂາຍເພີ່ມຂຶ້ນ, ແຈກຂອງຂວັນລາງວັນເຊັ່ນ: ປີ້ຍົນໄປ-ກັບ ວຽງຈັນ-ກຸງເທບ-ກະບີ່ ຈາກສາຍການບິນໄທສະມາຍ ແລະ ຍັງໄດ້ມອບຂອງທືລະນຶກໃຫ້ກັບທຸກຄົນທີ່ເຂົ້າຮ່ວມງານອີກດ້ວຍ. ງານດັ່ງກ່າວຈະບໍ່ເກີດຂຶ້ນຖ້າຂາດຜູ້ສະໜັບສະໜູນ ໂດຍສະເພາະແມ່ນຕົວແທນຈໍາໜ່າຍຂາຍປີ້ຍົນຂອງ ສາຍການບິນໄທ ແລະ ສາຍການບິນໄທສະມາຍ ແລະ  ທຸກບໍລິສັດໃນ ...

Read More »

ເສັ້ນທາງແຕ່ຕານມີໄຊ-ສີເກີດ ຈະສຳເລັດໃນເດືອນ ມີຖຸນາປີນີ້

ໂຄງການກໍ່ສ້າງເສັ້ນທາງແຕ່ ບ້ານຕານມີໄຊ ເມືອງໄຊທານີ ຫາ ບ້ານສີເກີດ ເມືອງນາໄຊ ທອງ ນະຄອນຫຼວງວຽງຈັນ ໄລຍະທາງປະມານ 9,4 ກິໂລແມັດ ຄາດວ່າຈະໃຫ້ສຳ ເລັດການກໍ່ສ້າງໃນເດືອນມີຖຸນາ ປີນີ້. ທ່ານ ສົມປະສົງ ຈັນທະວົງ ທີ່ປຶກສາໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ແຈ້ງໃຫ້ຮູ້ໃນວັນ ທີ 14 ມັງກອນ 2020 ວ່າ: ອີງຕາມແຜນການກໍ່ສ້າງຍົກ ລະດັບເສັ້ນທາງດັ່ງກ່າວ ໃນເບື້ຶອງຕົ້ນແມ່ນຕ້ອງໃຫ້ສຳເລັດໃນທ້າຍເດືອນທັນວາ 2019 ແຕ່ການກໍ່ສ້າງໄດ້ຊັກຊ້າ ເນື່ອງຈາກພົບຄວາມ ຫຍຸ້ງຍາກທາງດ້ານການເງິນ ກັບຜູ້ຮັບເໝົາ, ການເອົາສິ່ງ ກີດຂວາງໃນການກໍ່ສ້າງອອກ ແລະ ຈັດເອົາສາຍໄຟຟ້າຕ່າງໆ ອອກ. ສະນັ້ນ ມາຮອດເດືອນ ພະຈິກ 2019 ໂຄງການກໍ່ສ້າງ ຈຶ່ງສໍາເລັດໄປພຽງ 81,4% ເທົ່ານັ້ນ ດັ່ງນັ້ນ ການກໍ່ສ້າງ ເສັ້ນທາງດັ່ງກ່າວຈໍາເປັນຕ້ອງຕໍ່ເວລາໃນການກໍ່ສ້າງປະມານ 6 ເດືອນ ແລະ ຄາດວ່າຈະ ສໍາເລັດໃນເດືອນມີຖຸນາ 2020. ຂ່າວ: ບົວຜັນ ພາບ: ພ້ອມພົງ

Read More »

ເປັນຫຍັງ? ຕ້ອງເຮັດປະກັນໄພທຸລະກິດ

ໃນຍຸກສະໄໝນີ້, ໃຜໆຕ່າງກໍລົງທຶນເຮັດທຸລະກິດ ແລະ ມີທຸລະກິດ ເປັນຂອງຕົນເອງ, ດັ່ງນັ້ນ, ການມີປະກັນໄພໄວ້ນັ້ນ ຈະຊ່ວຍຄຸ້ມຄອງຂອງທຸລະກິດຂອງທ່ານໄດ້ເມື່ອເກີດບັນຫາຂຶ້ນ. ຕົວຢ່າງການປະໄພອຸ ແຕ່ລະບໍລິສັດມີປະກັນໄພ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME : Small and Medium Enterprises) ການປະກັນໄພທີ່ອອກແບບມາໃຫ້ທຸລະກິດຂະໜາດນ້ອຍ, ເຊິ່ງໃນຍຸກປັດຈຸບັນ ທີ່ມີຄວາມເສລີພາບທາງດ້ານເສດຖະກິດບໍ່ຫຼາຍພໍ ແລ້ວເຮົາຈະຫາສິ່ງໃດເພື່ອມາເປັນເຄື່ອງຢືນຢັນໄດ້ວ່າທຸລະກິດຂອງເຮົາຈະບໍ່ລົ້ມເຫຼວ ແລະ ມີສິ່ງທີ່ເຫຼືອໄວ້ ຈຶ່ງເປັນເຫດຜົນວ່າ ເປັນຫຍັງຜູ້ປະກອບການ SME ຈຶ່ງບໍ່ຄວນຮັບຄວາມສ່ຽງເລື່ອງນີ້ໄວ້ພຽງຄົນດຽວ ການເບິ່ງຫາເພັກເກັດປະກັນໄພທຸລະກິດ SME ຈຶ່ງເປັນເລື່ອງສຳຄັນທີ່ທຸລະກິດຕ້ອງຈຳເປັນຊອກຫາທີ່ສຸດ. ຂໍ້ດີຂອງການເຮັດປະກັນໄພທຸລະກິດ SME ຄື ຈະຊ່ວຍຄຸ້ມຄອງຄວາມສ່ຽງທີ່ອາດຈະເກີດຂຶ້ນກັບທຸລະກິດຂອງທ່ານ ບໍ່ວ່າຈະເປັນໃນດ້ານກົດໝາຍ ຫຼື ລວມໄປເຖິງປະໂຫຍດທີ່ຈະໄດ້ຈາກການຄຸ້ມຄອງຕໍ່ພະນັກງານໃນທຸລະກິດນັ້ນ ໂດຍປົກກະຕິແລ້ວ ການປະກັນໄພທຸລະກິດ ນັ້ນ ຈະຄຸ້ມຄອງຕັ້ງແຕ່ກຸ່ມ ສະຕາດອັບ, ກຸ່ມເຈົ້າຂອງທຸລະກິດສ່ວນຕົວ,​ທຸລະກິດ SME ຂະໜາດກາງ ຈົນໄປເຖີງບໍລິສັດທີ່ມີພະນັກງານປະຈຳບໍ່ເກີນ 100 ຄົນ. ການປະກັນໄພ  SME ອາດຈະເປັນອີກໜຶ່ງພູມຄຸ້ມກັນຂອງບໍລິສັດ ຫຼື ທຸລະກິດຂອງທ່ານ ທີ່ສາມາດຮອງຮັບທຸກຄວາມຕ້ອງການໃນການປະກອບທຸລະກິດຂະໜາດນ້ອຍ ຈົນໄປເຖິງຂະໜາດກາງ ເຖີງແມ່ນວ່າຈະບໍ່ໄດ້ຊ່ວຍຢືນຢັນໃນເລື່ອງຄວາມສຳເລັດຂອງການດຳເນີນງານໄດ້ ແຕ່ກໍຍັງຊ່ວຍໃຫ້ເຮົາຮອງຮັບຄວາມສ່ຽງທີ່ອາດຈະເກີດຂຶ້ນໂດຍທີ່ເຮົາບໍ່ທັນຕັ້ງຕົວ. ຂອບໃຈຂໍ້ມູນຈາກ : https://www.sanook.com/travel/

Read More »

ເປີດໂຕໂຄງການໃໝ່ ສະໜັບສະໜູນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ

ລັດຖະບານ ສະຫະລັດອາເມລິກາ ສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ໂດຍໄດ້ຮ່ວມມືກັບກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງຕາງຫນ້າໃຫ້ກັບກອງເລຂາຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດ ສ້າງຕັ້ງໂຄງການ ຫລູດຜ່ອນຄວາມສ່ຽງຈາກການຄ້າມະນຸດ (Laos CTIP Program) ຂຶ້ນຢ່າງເປັນທາງການ. ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 13 ມັງກອນ 2020, ໂດຍມີ ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການລິເລີ່ມໂຄງການ ມູນຄ່າ 2.3 ລ້ານ ໂດລາສະຫະລັດ, ທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດອາເມລິກາ (USAID) ເຊີ່ງຈະຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກົມສັງຄົມສົງເຄາະ, ...

Read More »

ນັກເສດຖະສາດລາວ ຊີ້ບອກວ່າການໃຊ້ເງິນກີບ-ຢວນ ຈະເປັນໂອກາດທີ່ດີ

ນັກເສດຖະສາດຄາດຄະເນວ່າການຈະນຳໃຊ້ສະກຸນເງິນກີບລາວ ແລະ ເງິນຢວນຂອງຈີນເຂົ້າໃນການຊຳລະສະສາງທຸລະກຳລະຫວ່າງປະຊາຊົນສອງປະເທດຈະເປັນຜົນດີທີ່ສຸດຕໍ່ບັນຍາກາດການຄ້າ ແລະ ການລົງທຶນຈາກຈີນທີ່ເປັນຄູ່ຄ້າ ແລະ ລົງທຶນອັນດັບຕົ້ນໆ ຈະຫຼັ່ງໄຫຼເຂົ້າມາລາວຫຼາຍຂຶ້ນກວ່າເກົ່າພ້ອມແນະນຳລັດສົ່ງເສີມການຜະລິດສິນຄ້າເພື່ອສົ່ງໄປຈີນໃຫ້ຫຼາຍຂຶ້ນເພື່ອດຶງເງິນຢວນເຂົ້າມາຕອບສະໜອງຮອງຮັບໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ. ​ໃນວັນທີ 6 ມັງກອນ 2020 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະທະນາຄານປະຊາຊົນຈີນ (ທປຈ) ໄດ້ຮ່ວມລົງນາມໃນສັນ ຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖີ່ນລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ກັບທ່ານ ອີ້ ກັງ ຜູ້ວ່າການ ທປຈ ໂດຍມີທ່ານນາຍົກ ລັດຖະມົນຕີຂອງ 2 ປະເທດເຂົ້າຮ່ວມເປັນສັກຂີພິຍານນຳ. ຕາມຂໍ້ມູນທີ່ເປີດຈາກກົມຮ່ວມມືສາກົນຂອງ ທຫລ ເຖິງຈະຍັງບໍ່ທັນລະບຸຈະແຈ້ງເຖິງວັນເວລາການຈະເລີ່ມຈັດຕັ້ງປະຕິບັດການຮ່ວມມືດັ່ງກ່າວກໍຕາມແຕ່ກໍໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມເອົາໃຈໃສ່ລະຫວ່າງສອງລະບົບທະນາຄານໃນການສົ່ງເສີມສາຍສຳພັນລະຫວ່າງບັນດາທະນາຄານທຸລະກິດ 2 ປະເທດ ເພື່ອເປັນການຊຸກຍູ້ການນຳໃຊ້ສະກຸນເງິນທ້ອງຖີ່ນໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະການລົງທຶນສອງຝ່າຍຊຶ່ງໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງ 2 ທະນາ ຄານກາງໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ໃນຂົງເຂດຂະແໜງການທະນາຄານທັງເປັນການຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໄປສູ່ລະດັບໃໝ່. ແນວໃດກໍດີ ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ທັດສະນາຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມ ກ່ຽວກັບການຮ່ວມມືດັ່ງກ່າວວ່ານັບເປັນຂ່າວດີທີ່ຈີນຮອງຮັບເງິນກີບລາວ ແລະ ຈະຜົນບວກຕໍ່ລາວຫຼາຍດ້ານໂດຍສະເພາະຈະຊ່ວຍປະກອບສ່ວນໃນການຊຸກຍູ້ຕົວເລກການຄ້າ ແລະການລົງທຶນຈາກຈີນມາສູ່ລາວຫຼາຍຂຶ້ນກວ່າເກົ່າຍ້ອນມີຂໍ້ສະດວກດ້ານການຊຳລະສະສາງທັງຈະຊ່ວຍຫຼຸດຜ່ອນຄວາມຕ້ອງການເງິນໂດລາ ແລະເງິນບາດລົງໄດ້ໃນລະດັບໜຶ່ງຊຶ່ງປະຈຸບັນນັກລົງທຶນກໍມີບັນຫາໃນຈຸດນີ້. ຫາກຮອດເວລາເລີ່ມປະຕິບັດສັນຍາດັ່ງກ່າວລາວຕ້ອງລະວັງອາດຈະປະເຊີນກັບບັນຫາຂາດເງິນຢວນຕອບສະໜອງໃຫ້ກັບສັງຄົມເນື່ອງຈາກປະຈຸບັນຈີນແມ່ນຄູ່ຄ້າ ແລະນັກລົງທຶນລາຍໃຫຍ່ອັນດັບຕົ້ນໆຢູ່ລາວ ...

Read More »