ມາຮູ້ຈັກ!!! 3 ຂັ້ນຕອນ ໃນການເລີ່ມຕົ້ນ ສ້າງທຸລະກິດ ໃນ ສປປ ລາວ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ວ່າດ້ວຍ ຂັ້ນຕອນການເລີ່ມຕົ້ນທຸລະກິດ ສຳລັບ ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ມີຈຸດປະສົງ ຢາກເລີ່ມຕົ້ທຸລະກິດຢູ່ ສປປ ລາວ
ສະບັບ ເລກທີ0115/ອຄ.ກທຄວ ລົງວັນທີ 29 ມັງກອນ 2020 ຂອງ ຫ້ອງການ ກະຊວງ ອຸດສາຫະກຳ ແລະ ການຄ້າ

ສຳລັບໃຜ ທີ່ກຳລັງຈະເລີ່ມເຮັດທຸລະກິດ ຄວນອ່ານ ແລະ ຮັບຮູ້ໄວ້.

3 ຂັ້ນຕອນໃນເລີ່ມຕົ້ນສ້າງທຸລະກິດໃນ ສປປ ລາວ ມີຄື:

– ຂັ້ນຕອນທີ 1: ການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ ໃຊ້ເວລາສູງສຸດບໍ່ເກີນ 10 ລັດຖະການ

-ຂັ້ນຕອນທີ 2: ການຄວັດຕາປະທັບ ແລະ ການອະນຸຍາດນຳໃຊ້ຕາປະທັບ ໃຊ້ເວລາສູງສຸດບໍ່ເກີນ 5 ວັນລັດຖະການ.

-ຂັ້ນຕອນທີ 3: ການຈົດທະບຽນປະກັນສັງຄົມ ໃຊ້ເວລາສູງສຸດບໍ່ເກີນ 2​ ວັນລັດຖະການ

ການເລີ່ມຕົ້ນທຸລະກິດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ໃນ 3 ຂັ້ນຕອນ ທີ່ກ່າວມາຂ້າງເທິງນີ້. ກໍລະນີ ຫາກມີບຸກຄົນ ຫຼື ພາກສ່ວນໃດຮຽກຮ້ອງໃຫ້ຜູ້ລົງທຶນ ປະຕິບັດ ຂັ້ນຕອນອື່ນເພີ່ມຕື່ມ ແມ່ນໃຫ້ແຈ້ງຕໍ່ຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດທີ່ກ່ຽວຂ້ອງ ເພື່ອລວບລວມລາຍງານຂັ້ນເທິງພິຈາລະນາມາດຕະການແກ້ໄຂ.

ທີ່ມາ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

Comments