ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ.

ໃນ​ໂອກາດ​​ວັນ​ສ້າງຕັ້ງພັກ​ປະຊາ​ຊົນ​ປະຕິວັດ​ລາ​ວຄົບຮອບ 65 ປີ (22/3/1955-22/3/2020) ແລະ ​ກ້າວ​ເຂົ້າ​ສູ່​ປີ​ທີ 34 ຂອງ​ການດຳ​ເນີນ​ພາລະກິດ​ປ່ຽນ​ແປງໃໝ່ ຫຼື “ຈິນຕະນາການໃໝ່” (1986-2020), ຊຶ່ງ​ລິ​ເລີ່ມ​ໂດຍປະທານ ​ໄກສອນ ພົມວິຫານ ​(ຖື​ກຮັບຮອງຈາກ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IV ຂອງ​ພັກໃນປີ 1986). ທາງວາລະສານທາເກັດຈິ່ງຂໍສັງລວມເອົາຜົນງານພົ້ນເດັ່ນຂອງພັກປະຊາຊົນ ປະຕິວັດລາວ ເປັນຕົ້ນແມ່ນການຊີ້ນໍາໆພາທາງດ້ານເສດຖະກິດມະຫາພາກ ມານໍາສະເໜີຕໍ່ທ່ານຜູ້ອ່ານ ເພື່ອເປັນສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ຂອງທ່ານຜູ້ນໍາ 7 ທ່ານຮຸ່ນທໍາອິດ ທີ່ເປັນແກນນໍາຊີ້ນໍານຳພາປະຊາຊົນບັນດາເຜົ່າຕໍ່ສູ້ໃນແຕ່ລະໄລຍະຂອງການປະຕິວັດຈົນໄດ້ຮັບໄຊຊະນະເປັນກ້າວໆມາ. ຈົນສາມາດປົດປ່ອຍທົ່ວປະເທດ ແລະ ລຶບລ້າງອໍານາດການປົກຄອງຂອງພວກປະຕິການຂາຍຊາດ ແລະ ລະບອບຣາຊາທິປະໄຕ ແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ໃນ 34 ປີຜ່ານມາເຫັນວ່າປະເທດເຮົາຍາດໄດ້ຜົນງານອັນໃຫຍ່ຫຼວງຮອບດ້ານ, ໃນນັ້ນຂົງເຂດເສດຖະກິດແມ່ນພາກສ່ວນໜຶ່ງທີ່ປະສົບຜົນສຳເລັດຢ່າງໜ້າເພິ່ງພໍໃຈທີ່ສຸດ ເປັນຕົ້ນແມ່ນ:…………(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 164 ເດືອນມີນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

65th Anniversary of the Lao People’s Revolutionary Party

On the occasion of the 65th Anniversary of the Foundation Day of the Lao People’s Revolutionary Party (22/3/1955-22/3/2020) and the 34th year of its transforming mission or “new imagination policy” (1986-2020), initiated by the former President Kaysone Phomvihane (adopted in the 4th Party Congress held in 1986). Target Magazine would like to take this opportunity to summarize outstanding achievements performed by the Lao People’s Revolutionary Party, especially its leading role in stimulating the macro-economic growth, and share with all of you. We shall together express our respect and gratitude to the good deeds done by the first 7 leaders who had led people of all ethnicities in revolution and won numerous battles for all of us. Eventually, they managed to free us from the foreign colonialism and monarchy before gloriously establishing the Lao People’s Democratic Republic on December 2, 1975.

Throughout 34 years of implementing the new imagination policy, Laos has been able to succeed in a number of areas with the economic sector as the most successful among all:…………..(More interview details can be found in Target Magazine issue 164 March 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments