ຜູ້ຕິດເຊື້ອໂຄວິດໄດ້ຮັບການປິ່ນປົວຫາຍດີ 62.111 ຄົນໃນທົ່ວໂລກ

ຕາມສື່ South China Morning Post ລາຍງານເວລາ 9:37 ນາທີຂອງວັນທີ 9 ມີນາ 2020 ນີ້ວ່າຈໍານວນຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ-2019 ໃນ 101 ປະເທດທົ່ວໂລກເພີ່ມຂຶ້ນ 109.045 ຄົນ, ເສຍຊີວິດ 3.818 ຄົນ ແລະ ປິ່ນປົວຫາຍດີ 62.111 ຄົນ ຂະນະທີ່ ສປ ຈີນປະກາດສາມາດຄວບຄຸມພະຍາດດັ່ງກ່າວໄດ້ແລ້ວ ຖ້າປຽບທຽບກັບໄລຍະການລະບາດໃນເບື້ອງຕົ້ນເຫັນວ່າປັດຈຸບັນອັດຕາຜູ້ຕິດເຊື້ອມີຈໍານວນຕໍ່າທີ່ສຸດ ແລະ ໂຮງຫມໍຊົ່ວຄາວຫຼາຍແຫ່ງໄດ້ປະກາດປິດໃຫ້ບໍລິການແລ້ວຍ້ອນຜູ້ປ່ວຍຮັກຕົວຫາຍດີແລ້ວກັບຫາຄອບຄົວ ແລະ ໄປປະຕິບັດໜ້າທີ່ຂອງໃຜມັນ.
ຕົວເລກສະເພາະຜູ້ຕິດເຊື້ອມື້ນີ້ຈາກການລາຍງານຄື:
1. ສປ ຈີນ ມີຜູ້ຕິດເຊື້ອ 80.700 ກວ່າຄົນ ແລະ ເສຍຊີວິດ 3.000 ກວ່າຄົນ
2. ສ ເກົາຫລີ ມີຜູ້ຕິດເຊື້ອ 7.300 ກວ່າຄົນ ແລະ ເສຍຊີວິດ 51 ຄົນ
3. ອີຕາລີ ມີຜູ້ຕິດເຊື້ອ 7.300 ກວ່າຄົນ ແລະ ເສຍຊີວິດ 366 ຄົນ
4. ອີຣານ ມີຜູ້ຕິດເຊື້ອ 6.500 ກວ່າຄັນ ແລະ ເສຍຊີວິດ 194 ຄົນ
5. ຝຣັ່ງ ມີຜູ້ຕິດເຊື້ອ 1.100 ກວ່າຄົນ ແລະ ເສຍຊີວິດ 19 ຄົນ
6. ສະຫະລັດອາເມລິກາ ມີຜູ້ຕິດເຊື້ອ 213 ຄົນ ແລະ ເສຍຊີວິດ 11 ຄົນ ແລະ ອື່ນໆ.

ແປໂດຍ: ນໍ້າອອ້ຍຂົມ

ທີ່ມາ: ຂ່າວສານປະເທດລາວ

Comments