OMOTENASHI ຈິດວິນຍານ ໃນການໃຫ້ບໍລິການແບບຍີ່ປຸ່ນ (1)

ສະບາຍດີບັນດາທ່ານຜູ້ອ່ານທຸກໆທ່ານ ເວລາທີ່ທ່ານໄປກິນເຂົ້າຢູ່ຮ້ານອາຫານໃນບ້ານເຮົາ, ເຖິງວ່າອາຫານຈະແຊບປານໃດ, ແຕ່ຫາກພະນັກງານເສີບບໍລິການບໍ່ດີ, ບໍລິການຊ້າ, ຮັບເວົ້າຈາບໍ່ສຸພາບ, ໜ້າຕາບໍ່ຍິ້ມແຍ້ມແຈ່ມໃສ, ເມື່ອບອກໃຫ້ເອົາໄມ້ຖູ່ ພັດເອົາບ່ວງເອົາສ້ອມມາໃຫ້ໃໝ່, ເມື່ອຂໍໃຫ້ເອົາຜ້າເຊັດມືມາໃຫ້, ກໍຫາຍໄປເລີຍ ບໍ່ເອົາມາໃຫ້ຈັກເທື່ອ, ຕ້ອງບອກແລ້ວບອກອີກບອກຫຼາຍໆເທື່ອບອກເລື້ອຍໆໄປ ແຖມຕອນເອົາມາໃຫ້ ຍັງບໍ່ຂໍໂທດ, ຍັງບໍ່ຮູ້ສຶກຜິດອີກ. ຄວາມຮູ້ສຶກຂອງທ່ານເປັນແນວໃດໃນຕອນນັ້ນ? ຮູ້ສຶກຫງຸດຫງິດ ແລະ ໃຈຮ້າຍຫຼາຍແມ່ນບໍ່? ໂອ໋ ການບໍລິການແບບນີ້, ຂ້ອຍສັນຍາວ່າຈະບໍ່ມາຮ້ານນີ້ອີກເປັນອັນຂາດ.

ພັກໄວ້ເທົ່ານີ້ກ່ອນ ກັບການບໍລິການຮ້ານອາຫານຢູ່ບ້ານເຮົາ. ຄູເຊັ່ງຂໍແນະນໍາທ່ານຜູ້ອ່ານໄປຮູ້ຈັກກັບການບໍລິການຂອງປະເທດຍີ່ປຸ່ນ.ທ່ານເຄີຍໄດ້ຍິນຄໍາວ່າ “ໂອໂມເຕະນາຊິ” (OMOTENASHI) ມາກ່ອນບໍ່? ຄໍາສັບນີ້ເປັນຄໍາສັບພາສາຍີ່ປຸ່ນ ແປວ່າ: “ຈິດວິນຍານ ການໃຫ້ບໍລິການແບບຍີ່ປຸ່ນ”. ຄໍາວ່າ: “ໂອໂມເຕະນາຊິ” ນີ້ໄດ້ມີຊື່ສຽງໂດ່ງດັງໄປທົ່ວໂລກເມື່ອປະເທດຍີ່ປຸ່ນໃຊ້ຄໍາວ່າ “ໂອໂມເຕະນາຊິ”…(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 164 ເດືອນມີນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

OMOTENASHI, a Japanese service mind (1)

Greetings dear readers! Think about when you eat out in a restaurant. Does not matter how delicious the food is, if waiters or waitresses offer you a bad, slow and rude service with no smile on their face, for example when you ask for a pair of chopsticks and they give you a spoon or folk instead, when you ask for a handkerchief and they just do not show up again, you have to repeat yourself over and over again for them to satisfy your request without an apology and remorse, how would you feel? Annoyed and frustrated? With this kind of service, I will never set foot here again!

Let us just put this restaurant issue of our country aside because Teacher Zeng would like to introduce you to a Japanese service. Have you ever heard of “OMOTENASHI”? This is a Japanese word meaning “a Japanese service mind.” “OMOTENASHI” has become…..(More interview details can be found in Target Magazine issue 164 March 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments