Author Archives: Paeng KC

ສ.ອາເມລິກາ ຍອດຜູ້ຕິດເຊື້ອມື້ດຽວແຊງ ສປ ຈີນ ເພີ່ມ 17,224 ຄົນ

Worldometers ເປັນເວັບໄຊທີ່ລວມສະຖິຕິສະຖານະການ ຂອງໄວຣັດໂຄວິດ-19 ໄດ້ເຜີຍແຜ່ຂໍ້ມູນຜູ້ຕິດເຊື້ອທົ່ວໂລກ ປະຈຳວັນທີ 27 ມີນາ 2020 ມີຜູ້ເຊື້ອທົ່ວໂລກເພີ່ມຂຶ້ນເລື້ອຍໆ ຕະຫຼອດເວລາ ພົບຜູ້ຕິດເຊື້ອລວມ 532,119 ຄົນ ແລະ  ເສຍຊີວິດ 24,089 ຄົນ ຮັກສາຫາຍ 124,326 ຄົນ. ຈາກສະຖິຕິ ຂອງມື້ວານນີ້ 26 ມີນາ 2020 ຈະເຫັນໄດ້ວ່າຍອດຜູ້ຕິດເຊື້ອຂອງ ສ.ອາເມລິກາ  ເພີ່ມຂຶ້ນ 17,224 ຄົນ ເຮັດໃຫ້ຜູ້ຕິດເຊື້ອໂຄວິດ-19 ລວມ 85,594 ຄົນ ໂດຍເມືອງທີ່ພົບຄົນຕິດເຊື້ອຫຼາຍທີ່ສຸດຄື New york ພົບຜູ້ຕິດເຊື້ອລວມ 38,977 ຄົນ ໃນຂະນະນີ້ ສ.ອາເມລິກາ ມີຜູ້ເສຍຊີວິດ 1,300 ຄົນ ຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ ອາເມລິກາ ເປັນອັນດັບ 1 ຂອງປະເທດທີ່ມີປະຊາກອນຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດໃນໂລກ. ຂໍ້ມູນຈາກ: ejan.co

Read More »

ແຈ້ງປິດ ການຂາຍເຄື່ອງຢູ່ຕະຫຼາດມືດແຄມຂອງ ເພື່ອປ້ອງກັນພະຍາດໂຄວິດ-19

Read More »

​ຫວຽດນາມ ຈະຊ່ວຍອຸປະກອນ​ ແລະ ສົ່ງຜູ້ຊ່ຽວຊານການ​ແພດ​​ ສະກັດກັ້ນການແຜ່ລະບາດໂຄວິດ-19 ໃນລາວ

ໃນວັນທີ 26 ມີນາ 2020 ສປປລາວ ເຮົາພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈຳນວນທັງໝົດ  6  ຄົນແລ້ວ ຂະນະນີ້ລັດຖະບານກໍໄດ້ອອກຫຼາຍມາດຕະການເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດລະບາດໃນຄັ້ງນີ້. ຫຼ້າສຸດອີງຕາມການລາຍງານຂອງ VOV5 ຂອງຫວຽດນາມໃຫ້ຮູ້ວ່າ: ຕອນບ່າຍວັນທີ 26 ມີນາຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ ສົມເດັດ ຮຸນເຊັນ ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ – 19. ໃນການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງການສົມທົບ ແລະ ໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດພະຍາດລະບາດໂຄວິດ – 19 ແມ່ນມີຄວາມຈໍາເປັນ ແລະ ມີຄວາມໝາຍ. ສາຍສໍາພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງສາມປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມ ຕົກລົງໜູນຊ່ວຍເຫຼືອລັດຖະບານ ລາວ ແລະ ລັດຖະບານກໍາປູເຈຍ ບັນດາອຸປະກອນການແພດທີ່ຈໍາເປັນ ດ້ວຍມູນຄ່າ 100.000 ໂດລາສະຫະລັດ ...

Read More »

ທະນາຄານແຫ່ງສປປລາວ ອອກຂໍ້ຕົກລົງວ່າດ້ວຍນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ເລກທີ 238 ທຫລ ນະຄອນຫຼວງວຽງຈັນ, ລົງວັນທີ 26 ມີນາ 2020 ວ່າດ້ວຍນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (ໂຄວິດ-19) ອີງໃສ່ສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄວິດ-19, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ: ມາດຕາ 1. ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດນະໂຍບາຍແກ້ໄຂຜົນກະທົບຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃຫມ່ ໃຫ້ແກ່ລູກໜີ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ, ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ປ່ອຍກູ້ ຊຶ່ງໄດ້ຮັບ ຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ໃຫ້ສາມາດສືບຕໍ່ດໍາເນີນທຸລະກິດພາຍຫຼັງການລະບາດໄດ້ ຖືກຄວບຄຸມ ຈົນກວ່າສະພາບເຂົ້າສູ່ປົກກະຕິ, ມາດຕາ 2 ຂອບເຂດການນໍາໃຊ້ ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ ແລະ ນິຕິບຸກຄົນ ທີ່ເປັນລູກຄ້າເງິນກູ້ທີ່ໄດ້ຮັບຜົນກະທົບຈາກ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່, ທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ...

Read More »

ບໍລິສັດ ເບຍລາວ ມອບເງິນ 2 ຕື້ກີບ ຊ່ວຍຕ້ານ ແລະ ຄວບຄຸມ ພະຍາດໂຄວິດ-19

ໃນຕອນເຊົ້າໃນວັນທີ 26 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ – ບໍລິສັດ ເບຍລາວ ຈໍາກັດ (ບໍລິສັດເບຍລາວ) ໄດ້ມອບເງິນ 2 ​ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ. ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໄດ້ກ່າວວ່າ: “ພວກເຮົາຮັບຮູ້ເຖິງການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອພະຍາດນີ້ທີ່ເກີດຂຶ້ນທົ່ວໂລກ, ດັ່ງນັ້ນ, ພວກເຮົາຈິ່ງຕ້ອງການເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວທີ່ກໍາລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດພາຍໃນປະເທດ. ປະຊາຊົນລາວໄດ້ໃຫ້ການສະໜັບສະໜູນບໍລິສັດເບຍລາວດ້ວຍດີຕະຫຼອດມາໃນຊ່ວງເວລາທີ່ດີ, ເຊິ່ງເວລານີ້ ພວກຮົາກໍຍິນດີປະກອບສ່ວນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວໃນການຜ່ານຜ່າສິ່ງທ້າທາຍ ໂດຍຜ່ານການມອບປັດໃຈດັ່ງກ່າວນີ້.” ໃນມື້ນີ້, ເປັນການກ່າວມອບຮັບລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ COVID -19 ພ້ອມດ້ວຍການຈັດຕັ້ງສໍາຄັນ ແລະ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ, ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍໃຫຍ່ ...

Read More »

ກົດເຫຼັກ 6 ຂໍ້ ຄຸ້ມຄອງລາຄາສິນຄ້າ ຝາກທົ່ວສັງຄົມປະຕິບັດຕາມຢ່າງເຂັ້ມງວດ

ຫຼັງຈາກທີ່ກະຊວງສາທາລະນະສຸກໄດ້ອອກມາຢືນຢັນກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ໃນລາວມີ 3 ກໍລະນີທໍາອິດ ເຮັດໃຫ້ສັງຄົມຕົກໃຈຫຼາຍພໍສົມຄວນ ແລະ ອາດເລີ່ມມີການກັກຕຸນສິນຄ້າຫຼາຍເພີ່ມຂຶ້ນ, ເຊິ່ງມັນອາດເປັນຊ່ອງທາງທີ່ເຮັດໃຫ້ຜູ້ປະກອບການ ຫຼື ແມ່ຄ້າຈໍານວນໜຶ່ງສວຍໂອກາດກັກຕຸນສິນຄ້າ ເພື່ອຂຶ້ນລາຄາສິນຄ້າຕາມລໍາພັງໃຈ. ເພື່ອຮັບປະກັນການສະໜອງສິນຄ້າອຸປະໂພກ-ບໍລິໂພກໃຫ້ພຽງພໍ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ສົມເຫດສົມຜົນ, ທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງຜູ້ຊົມໃຊ້, ຜົນປະໂຫຍດຂອງລັດ ແລະ ຜູ້ປະກອບການ ແລະ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາ ສິນຄ້າແບບບໍ່ສົມເຫດສົມຜົນຂອງຜູ້ປະກອບການ ເພື່ອເກັງກໍາໄລ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກຄໍາສັ່ງເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ເປັນໄປຕາມທີ່ລັດກໍານົດ.     1, ໃຫ້ຊີ້ນໍາ ພະແນກການກ່ຽວຂ້ອງທີ່ປະກອບໃນຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ທີ່ຖືກແຕ່ງຕັ້ງຈາກທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງເລກທີ 71/ນຍ ລົງວັນທີ 06 ຕຸລາ 2017 ເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການຂຶ້ນລາຄາຕາມລໍາພັງໃຈ ແລະ ...

Read More »

ຖ້າເມືອງ ຫຼື ປະເທດຖືກປິດ ທຸລະກິດໃດຈະເສຍຜົນປະໂຫຍດ ແລະ ທຸລະກິດໃດຈະໄດ້ປະໂຫຍດເຕັມໆ?

ການລະບາດຂອງໄວຣັດໂຄວິດ-19 ເຮັດໃຫ້ຫຼາຍປະເທດມີມາດຕະການ ປິດເມືອງ ຫຼື ປິດປະເທດ ປິດຊາຍແດນເປັນໄລຍະຊົ່ວຄາວ ລວມທັງປະເທດລາວເຮົາ ກໍໄດ້ມີມາດຕະການປິດດ່ານຊາຍແດນ ທັງສາກົນ ແລະ ດ່ານປະເພນີຕ່າງໆບໍ່ໃຫ້ຄົນເຂົ້າ-ອອກ ທີ່ມີຈຸດປະສົງທ່ອງທ່ຽວ ແລະ ໄປຄ້າຂາຍ ເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 21 ມີນາ -20 ເມສາ 2020 ແຕ່ສຳລັບການຂົນສົ່ງສິນຄ້າທີ່ຈຳເປັນແມ່ນຍັງອະນຸຍາດໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການຂອງຂະແໜງການສາທາລະນະສຸກ ການຄວບຄຸມ ແລະ ປ້ອງກັນໂຄວິດ-19. ແລະ ໃນມື້ວານນີ້ວັນທີ 24 ມີນາ ກະຊວງໄດ້ຖະແຫຼງຂ່າວປະກາດຢ່າງເປັນທາງການ ວ່າ ສປປ ລາວ ເຮົາ ມີຄົນຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ, ຖ້າສົມມຸດປະເທດລາວແລະ ປະເທດອື່ນໆໃນໂລກ ໄດ້ມີມາດຕະການ ປິດເມືອງ ບໍ່ໃຫ້ຄົນອອກຈາກເຮືອນ ຫຼື ບ້ານເລີຍ ຈະມີຜົນກະທົບທາງເສດຖະກິດອັນມະຫາສານ ເພາະຫຼາຍທຸລະກິດ ແມ່ນກໍຕ້ອງໄດ້ຢຸດສະງັກ.  ແຕ່ແນ່ນອນວ່າ ໄລຍະນີ້ ຖ້າມີຜູ້ເສຍຜົນປະໂຫຍດ ກໍຕ້ອງມີຜູ້ໄດ້ຮັບປະໂຫຍດ ໃນທຸກວິກິດມັກຈະມີໂອກາດຢູ່ສະເໝີ ແລ້ວຈະມີທຸລະກິດໃດແດ່ ທີ່ຈະເສຍຜົນປະໂຫຍດ ແລະ ຈະໄດ້ຮັບຜົນປະໂຫຍດໃນໄລຍະນີ້ແບບເຕັມໆ ມາເບິ່ງເລີຍ…. ສົມມຸດວ່າ ...

Read More »

ດ່ວນ! ທ່ານ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຕິບັດຕາມແຈ້ງການ ແລະ ລະບຽບວິໄນຢ່າງເຄັ່ງຄັດເພື່ອຕ້ານໂຄວິດ

ເວລາ 12:30 ນາທີຂອງວັນທີ 25 ມີນາ ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການລະບາດຂອງເຊື້ອ ໂຄວິດ-19 ໃນນັ້ນ ມີຜູ້ຕິດເຊື້ອ 2 ຄົນ, ລັດຖະບານຈະເພີ່ມມາດຕະການເຂັ້ມງວດຄື: 1 .ຈະເພີ່ມທະວີຕິດຕາມແຮງງານທີ່ກັບມາຈາກປະເທດເພື່ອນບ້ານເພື່ອຄຸ້ມຄອງໃຫ້ເຂັ້ມງວດກັກຕົນເອງ ພາຍໃນ 14 ວັນ; 2. ຂໍໃຫ້ປະຕິບັດຫຼັກການກັກບໍລິເວນຕົນເອງຕາມຫຼັກການແພດວາງອອກ ແລະ ກວດກາເປັນປົກກະຕິ; 3.ໃຫ້ທຸກພາກສ່ວນ ຕິດຕາມການເຄື່ອນໄຫວຂອງສຳນັກງານໃຫ້ຢຸດຕິການປະຊຸມ ແລະ ການຊຸມນຸມຈຳນວນຫຼາຍ ຖ້າມີຄວາມສາມາດເຮັດວຽກຢູ່ເຮືອນ ຜ່ານອອນລາຍ ກໍໃຫ້ຈັດຕັ້ງປະຕິບັດໄດ້; 4. ການເດີນທາງໄປມາລະຫວ່າງກັນຄື ບ້ານຕໍ່ບ້ານ; ເມືອງຕໍ່ເມືອງ ຫຼື ຕໍ່ສຳນັກງານແມ່ນໃຫ້ຫຼຸດຜ່ອນໂດຍການ ໂທລະສັບຫາກັນ; 5.ຖ້າພົບອາການຜິດປົກກະຕິໃຫ້ຮີບຮ້ອນໂທຫາແພດຈາກສາຍດ່ວນ 166; 6.ຄະນະສະເພາະກິດຈະໄດ້ອອກຂໍ້ກຳນົດຕື່ມອີກເພື່ອໃຫ້ສັງຄົມປະຕິບັດຢ່າງເຂັ້ມງວດ ທັງນີ້ກໍເພື່ອປົກປັກຮັກສາ ຊິວິດປະຊາຊົນ ແລະ ຮຽກຮ້ອງ ສັງຄົມໃຫ້ຮ່ວມມືກັນ ນອກນີ້, ລັດຖະບານກຳລັງເລັ່ງຫາລືໃນການຊ່ວຍເຫຼືອ ຜູ້ໄດ້ຮັບຜົນກິນທົບທາງເສດຖະກິດຂອງເຊື້ອໄວຣັດ ໂຄວິດ-19 ໂດຍຈະພິຈາລະນາຊ່ວຍເຫຼືອ ຫຼາຍດ້ານ ແຕ່ຈະມີການຫາລືຕື່ມໃນຄະນະລັດຖະບານ ແລະ ...

Read More »

ນັກທຸລະກິດສະເໜີບັນຫາຜົນກະທົບຈາກພະຍາດ COVID-19 ເພື່ອໃຫ້ລັດຖະບານແກ້ໄຂ

ບັນດາຜູ້ປະກອບການໃນຫຼາຍແຂວງໄດ້ມີການສະເໜີໃຫ້ລັດຖະບານຫຼຸດພາສີ ແລະ ເລື່ອນການຊຳລະດອກເບ້ຍໃຫ້ແກ່ທະນາຄານ ເນື່ອງຈາກວ່າພວກເຂົາໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກພະຍາດ COVID-19 ທີ່ກຳລັງລະບາດໃນຫຼາຍປະເທດ. ປອ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍວ່າ: ເມື່ອບໍ່ດົນມານີ້ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດ ເພື່ອປືກສາຫາລືບັນຫາຜົນກະທົບຈາກ COVID-19 ຕໍ່ການທ່ອງທ່ຽວ ແລະ ເປີດໂອກາດໃຫ້ນັກທຸລະກິດ ແລະ ຜູ້ປະກອບການຕ່າງໆ ສະເໜີບັນຫາຂອງຕົນເອງເພື່ອໃຫ້ລັດຖະບານແກ້ໄຂ. ນັກທຸລະກິດສ່ວນຫຼາຍແມ່ນສະເໜີໃຫ້ລັດຖະບານຫຼຸດພັນທະການເສຍພາສີອາກອນ ເນື່ອງຈາກພວກເຂົາໄດ້ຮັບຜົນກະທົບຫຼາຍຍ້ອນນັກທ່ອງທ່ຽວມີໜ້ອຍຫຼາຍໃນປະຈຸບັນ ສາເຫດຍ້ອນການລະບາດຂອງພະຍາດ COVID-19 ໃນປະເທດຕ່າງໆ. ໃນຂະນະດຽວກັນ ເມືອງວັງວຽງ ແຂວງວຽງຈັນ ກໍ່ໄດ້ຈັດກອງປະຊຸມປືກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ, ເຊິ່ງຜູ້ປະກອບການສ່ວນໃຫຍ່ແມ່ນສະເໜີໃຫ້ເລື່ອນ ແລະ ຫຼຸດການຊຳລະພາສີອາກອນ ລວມເຖິງຫຼຸດອັດຕາດອກເບ້ຍທີ່ຕ້ອງໄດ້ເສຍໃຫ້ແກ່ທະນາຄານໃນໄລຍະວິກິດນີ້. ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໄດ້ເວົ້າວ່າ: ບັນຫາຕ່າງໆທີ່ບັນຫາຫົວໜ່ວຍທຸລະກິດສະເໜີມາແມ່ນໄດ້ຖືກລາຍງານຕໍ່ ການນໍາແຂວງວຽງຈັນ ເປັນທີ່ຮຽບຮ້ອຍແລ້ວເພື່ອລໍຖ້າການແກ້ໄຂ. ຂ່າວ: ສີລັດດາ ພາບ: ປະຕິທິນ

Read More »

ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 2​ ຄົນເປັນຄັ້ງທຳອິດຂອງປະເທດ

ໃນວັນທີ 24 ມີນາ 2020, ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ. ໄດ້ຖະແຫຼງຂ່າວຢ່າງເປັນທາງການ ກໍລະນີຜູ້ຕິດເຊື້ອ 2 ທ່ານ ໃນ ສປປ ລາວ. ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ:ໃນວັນທີ 23 ມີນາ ໄດ້ມີການກວດຕົວຢ່າງຜູ້ສົງໄສຕິດເຊື້່ອຈຳນວນ14 ກໍລະນີ; ໃນນີ້12 ກໍລະນີ ທີ່ເປັນແຮງງານລາວເດີນທາງມາຈາກປະເທດໄທກວດບໍ່ພົບກໍລະນີຕິດເຊື້ອ(ແບ່ງເປັນທີ່ແຂວງຈຳປາສັກ 7 ກໍລະນີ, ສະຫວັນນະເຂດ1ຄົນ, ຄຳມ່ວນ1 ຄົນ, ສາລະວັນ2 ຄົນ, ໄຊຍະບູລີ 1ຄົນ). ສ່ວນອີກ 2 ກໍລະນີຢູ່ນະຄອນຫຼວງວຽງຈັນຜົນກວດວິເຄາະແມ່ນພົບການຕິດເຊື້ອ; ໃນນີ້ກໍລະນີທີ 1 ເປັນເພດຍິງ ອາຍຸ 36 ປີ ສັນຊາດລາວ ເປັນພະນັກງານນຳທ່ຽວ ໂດຍນຳພານັກທ່ອງທ່ຽວທີ່ມາຈາກປະເທດທີ່ມີການລະບາດ ໄປທ່ຽວ ວັງວຽງ, ຫຼວງພະບາງ ແລ້ວນຳສົ່ງນັກທ່ອງທ່ຽວໄປກຳປູເຈຍ ເມື່ອເວລານັກທ່ອງທ່ຽວໄປກຳປູເຈຍ ກໍໄດ້ມີການຄັດກອງແລ້ວພົບວ່າກຸ່ມນັກທ່ອງທ່ຽວດັ່ງກ່າວຕິດໂຄວິດ-19 ຈິ່ງປະສານມາຫາພວກເຮົາ, ພວກເຮົາຈິ່ງນຳສົ່ງພະນັກງານຍິງຄົນດັ່ງກ່າວເຂົ້າກວດເຊື້ອ ແລະ ປິ່ນປົວ. ກໍລະນີທີ 2 ເປັນເພດຊາຍ ອາຍຸ 28 ...

Read More »