Author Archives: Paeng KC

ຫວຽດນາມ ຊ່ວຍເຫຼືອອຸປະກອນການແພດ ຕ້ານພະຍາດໂຄວິດ-19 ແກ່ລາວ

ໃນວັນທີ 4 ເມສາ 2020 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ. ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ຜ້າອັດປາກ 330.000 ອັນ, ຊຸດກັນພະຍາດ 1.000 ຊຸດ, ເຄື່ອງຈັກທີ່ຈຳເປັນ 3 ເຄື່ອງ ແລະ ອຸປະກອນການແພດອື່ນໆ ລວມມູນຄ່າຫຼາຍກວ່າ 300.000 ໂດລາສະຫະລັດ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19. ...

Read More »

ແຂວງຈໍາປາສັກປະກາດຄະນະນໍາຊຸດໃຫມ່

ວັນທີ 3 ເມສາ 202, ແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານການນຳແຂວງ 6 ສະຫາຍ ອອກພັກການ-ຮັບອຸດໜູນບໍານານ ຄື: 1.ສະຫາຍ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ. 2.ສະຫາຍ​ ສົມສະໜິດ​ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈຳປາສັກ. 3.ສະຫາຍ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​. 4.ສະຫາຍ​ ບົວສອນ ວົງສອງຄອນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ. 5.ສະຫາຍ ສຸລິວັນ ສະຫວັດທະສິນ ຄະນະປະຈຳພັກແຂວງ. 6.ສະຫາຍ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ. ພ້ອມນີ້ ຍັງໄດ້ປະກາດແຕ່ງຕັ້ງພະນັກງານນຳພາຂັ້ນສູງຂອງແຂວງ ຄື: ແຕ່ງຕັ້ງ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການ​ສູນກາງ​ພັກ​ ກຳມະການ​ປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ. ແຕ່ງຕັ້ງ ສະຫາຍ ມະໄລທອງ ກົມມະສິດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ...

Read More »

ລັດຖະບານເພີ່ມມາດຕະການຮີບດ່ວນ ໃນການຜ່ອນຜັນການຊຳລະພາສີອາກອນ

ໃນຕອນເຊົ້າຂອງວັນທີ 2 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຂ່າວກ່ຽວກັບນະໂຍບາຍດ້ານເສດຖະກິດຂອງລັດຖະບານ ກ່ຽວກັບການຫຼຸດຜ່ອນຜົນກະທົບຈາກພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນການເພີ່ມມາດຕະການຮີບດ່ວນ ໂດຍສະເພາະການເລື່ອນຜ່ອນຜັນໃນການຊຳລະພາສີອາກອນ ເປັນຕົ້ນແມ່ນ: ເລື່ອນການຊຳລະຄ່າທາງ, ຕໍ່ເວລາການສົ່ງເອກະສານລາຍງານການເງິນ, ຍົກເວັ້ນອາກອນລາຍໄດ້ຜູ້ທີ່ໄດ້ຮັບເງິນເດືອນໜ້ອຍ, ຍົກເວັ້ນອາກອນລາຍໄດ້ພາກທຸລະກິດຜູ້ທີ່ມີລາຍຮັບປະຈຳປີແຕ່ 50-100 ລ້ານກີບເປັນເວລາ 3 ເດືອນ, ຍົກເວັ້ນພາສີອາກອນ, ປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານກາງ, ປັບຫຼຸດອັດຕາດອກເບ້ຍແກ່ພາກທຸລະກິດ, ປັບລາຄານ້ຳມັນເຊື້ອໄຟລົງ, ຄວບຄຸມລາຄາສິນຄ້າ, ແນະນຳກະຊວງທີ່ກ່ຽວຂ້ອງປັບຫຼຸດລາຄາຄ່າໄຟຟ້າ ນ້ຳປະປາ ແລະ ຄ່າອິນເຕີເນັດລົງ. ຂ່າວ: ມະນີທອນ ພາບ:ຂັນໄຊ ທີ່ມາ: ຂ່າວສານປະເທດລາວ.

Read More »

ກະຊວງສາທາ ແຈ້ງປິດການບໍລິການຂອງໂຮງຫມໍ ແລະ ຫ້ອງກວດພະຍາດເອກະຊົນ

ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ, ອອກແຈ້ງການເຖິງພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ເລື່ອງປີດການບໍລິການ ຂອງໂຮງຫມໍເອກະຊົນ, ຫ້ອງກວດພະຍາດເອກະຊົນ ອີງຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນກັນການລະບາດຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19  

Read More »

ຂ່າວດີ!!! ລາຄານໍ້າມັນລົງ ທົ່ວປະເທດ ໃນມື້ອື່ນຕອນເຊົ້າ

ກະຊວງອຸດສາຫະກຳ ແລະການຄ້າ ແຈ້ງການເລກທີ 0349/ອຄ.ກຄພນ ລົງວັນທີ 1 ເມສາ 2020 ເລື່ອງ: ແຈ້ງໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດວັນທີ 2 ເມສາ 2020 ເວລາ 6:00 ໂມງ ເປັນຕົ້ນໄປ ການປັບລົງຄັ້ງນີ້ແມ່ນ ປັບລົງລາຄານ້ຳມັນເຊື້ອໄຟ 300ກີບ/ລິດ ທຸກຊະນິດ

Read More »

ແຮງງານລາວຢູ່ເມືອງຄົງເຊໂດນ 1.000 ກວ່າຄົນກັບຈາກໄທຍ້ອນນາຍຈ້າງປິດໂຮງງານ,

ວັນທີ 31 ມີນາ 2020, ອໍານາດການເມືອງຄົງເຊໂດນຢືນຢັນມີແຮງງານລາວຈາກປະເທດໄທປະມານ 1.000 ຄົນກັບບ້ານເກີດ ແຕ່ແຮງງານດັ່ງກ່າວບໍ່ອະນຸຍາດໃຫ້ເຂົ້າໄປຊຸມຊົນ ແລະ ໄດ້ນໍາພວກເຂົາເຈົ້າໄປກັກໂຕໄວ້ໃນ 57 ຈຸດຕາມສະຖານທີ່ຊົ່ວຄາວເປັນເວລາ 14 ວັນເພື່ອຕິດຕາມເຝົ້າລະວັງ ແລະ ປ້ອງກັນບໍ່ໃຫ້ພະຍາດໂຄວິດລະບາດ. ຂະນະທີ່ ແຮງງານລາວສ່ວນໃຫຍ່ບອກວ່າບໍ່ມີວຽກເຮັດທໍາຍ້ອນນາຍຈ້າງປິດໂຮງງານ,ປິດໂຮງແຮມ-ຮ້ານອາຫານ ແລະ ອື່ນໆ ແຕ່ສິ່ງສໍາຄັນຢ້ານພະຍາດໂຄວິດຫຼາຍກວ່າ. ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງຄົງເຊໂດນ ທັງແມ່ນປະທານຄະນະສະເພາະກິດຕ້ານ ແລະຄວບຄຸມ ພະຍາດຕິດຕໍ່ໄດ້ເປີດເຜີຍວ່າ: ພາຍຫຼັງໄດ້ຮັບຄຳສັງ ແລະແຈ້ງການຕ່າງໆທາງອຳນາດການປົກຄອງເມືອງກໍ່ໄດ້ເຮັດເປັນຂໍຕົກລົງ ແລະແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ, ພ້ອມທັງຈັດຕັ້ງປະຕິບັດ, ທົ່ວເມືອງນີ້ມີຈຳນວນບ້ານທັງໝົດ 84 ບ້ານ, ມີພົນລະເມືອງທັງໝົດ 67.000 ກວ່າຄົນ, ຍິງ 35 ພັນກວ່າຄົນ ແລະມີຈຳນວນບ້ານທີ່ມີພົນລະເມືອງມາແຕ່ໄທແລ້ວປະຈຸບັນ 58 ບ້ານກັບຈຳນວນ 1.000 ກວ່າຄົນ, ຍິງ 400 ຮ້ອຍກວ່າຄົນ, ໃນຈຳນວນດັ່ງກ່າວແມ່ນບໍ່ພົບກໍລະນີຜູ້ຕິດເຊື້ອ ໂຄວິດ 19, ສໍາລັບແຮງງານລາວທີ່ກັບມາປະເທດໄນໄລຍະທີ່ມີການລະບາດຂອງພະຍາດອັກເສບປອດສາຍພັນໄໝ່ ຫຼື ໂຄວິດ -19 ແມ່ນໄດ້ກັກຕົວໄວ້ ຢູ່ໃນຈຸດຈໍາກັດ ບໍລິເວນຈໍານວນ 57 ...

Read More »

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຫຼ້າຈາກລັດຖະບານ ສປ ຈີນ ມອບໃຫ້ ສປປ ລາວ

ໃນວັນທີ 30 ມີນາ 2020 ທີ່ສາງພະລາທິການການແພດ, ເຂດດົງໂພສີ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຫຼ້າຈາກລັດຖະບານ ສປ ຈີນ ມອບໃຫ້ ສປປ ລາວ. ຕາງໜ້າລັດຖະບານ ສປ ຈີນ ມອບໂດຍທ່ານ ວາງຊີຮຸ່ຍ ທູດທີ່ປຶກສາເສດຖະກິດ-ການຄ້າ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຄື່ອງຊ່ວຍເຫຼືອປະເພດອຸປະກອນການແພດມາມອບໃຫ້ແກ່ ສປປ ລາວ ລວມມູນຄ່າ 5 ແສນກວ່າໂດລາສະຫະລັດ; ໃນນັ້ນ ຈາກລັດຖະບານຈີນຈໍານວນ 452.450 ໂດລາສະຫະລັດ ແລະ ຈາກມູນນິທິ ແຈັກມາ 129.011 ໂດລາສະຫະລັດ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ສະເພາະຂອງລັດຖະບານຈີນປະກອບມີ ໜ້າກາກອະນາໄມທົ່ວໄປ ຈໍານວນ 400.000 ອັນ ມູນຄ່າ 196.000ໂດລາສະຫະລັດ; ໜ້າກາກອະນາໄມ N95 ຈໍານວນ 5.000ອັນ ມູນຄ່າ 147.500ໂດລາສະຫະລັດ; ເສື່ອຊຸດປ້ອງກັນຕົນເອງ ຈໍານວນ 5.000 ...

Read More »

ດ່ວນ! ເລີ່ມ 1 ເມສາ ຈະປິດບໍລິການຊົ່ວຄາວ ສະຖານີຂົນສົ່ງໂດຍສານສາຍໃຕ້

ເພື່ອປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຕາມຄຳສັ່ງຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນການເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນການລະບາດ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໂດຍຫ້າມອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນ ກໍລະນີທີ່ຈຳເປັນ ແລະ ຫ້າມບຸກຄົນເດີນທາງໄປທ້ອງຖິ່ນອື່ນ ຫຼື ເຂດທີ່ມີການຕິດເຊື້ອແຕ່ວັນທີ 1-19 ເມສາ 2020. ສະນັ້ນ, ສະຖານີຂົນສົ່ງໂດຍສານສາຍໃຕ້ຈິ່ງແຈ້ງໃຫ້ຜູ້ໂດຍສານທຸກຄົນທີ່ຈະເດີນທາງໄປຕ່າງແຂວງ ໂດຍຜ່ານສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້ ນະຄອນຫຼວງວຽງຈັນ ຕ້ອງໄດ້ໂຈະການເດີນທາງກ່ອນ ໂດຍທາງຄີວລົດສາຍໃຕ້ຈະໄດ້ປິດບໍລິການນັບແຕ່ວັນທີ 1 ເມສາ ເປັນຕົ້ນໄປ, ສ່ວນວ່າຈະກັບມາເປີດບໍລິການອີກຄັ້ງເມື່ອໃດນັ້ນ ແມ່ນຈະແຈ້ງຕາມພາຍຫຼັງ.

Read More »

ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນມີຄວາມສັບສົນ, ຍາກທີ່ຈະຄາດຄະເນໄດ້, ສະພາບພາຍໃນປະເທດພົບກັບຄວາມຫຍຸ້ງຍາກ ແຕ່ສື່ມວນຊົນລາວ ກໍຍັງສືບຕໍ່ເປັນອາວຸດອັນແຫຼມຄົມຂອງພັກ

ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນມີຄວາມສັບສົນ, ຍາກທີ່ຈະຄາດຄະເນໄດ້, ສະພາບພາຍໃນປະເທດຍັງປະເຊີນກັບຄວາມຫຍຸ້ງຍາກ ແຕ່ສື່ມວນຊົນລາວ ກໍຍັງສືບຕໍ່ເປັນອາວຸດອັນແຫຼມຄົມຂອງພັກ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ,ມີສະຕິລະວັງຕົວສູງບໍ່ຫວັ່ນໄຫວຄອນແຄນຕໍ່ໜ້າສະພາບການຫຍຸ້ງຍາກ ແລະ ການທົດສອບນາໆ ປະການ, ມີຄວາມເດັດດ່ຽວໜຽວແໜ້ນໃນທຸກກໍລະນີ. ປະກອບສ່ວນຢ່າງຕັ້ງໜ້າໃນການເຜີຍແຜ່ແນວທາງນະໂຍບາຍຕ່າງໆ ຂອງພັກ ແລະ ລັດ, ເຊີດຊູຈິດໃຈຊາດ ແລະ ຄວາມສາມັກຄີປອງດອງ, ປຸກລະດົມນໍ້າໃຈຮັກຊາດ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ. ນັບແຕ່ໄລຍະຕໍ່ສູ້ ແລະ ໄລຍະ ສະຖາປານາ ສປປ ລາວ ເປັນຕົ້ນມາ, ວົງການສື່ມວນຊົນຂອງລາວເຮົາ ກໍໄດ້ກ້າວເຂົ້າສູ່ການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຂອງການປະຕິວັດຄື ໄລຍະແຫ່ງການປົກປັກຮັກສາ ແລະ ການພັດທະນາປະເທດຊາດ ໂດຍສະເພາະແມ່ນມາໃນໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກທີ່ຊຸກຍູ້ການພັດທະນາເສດຖະກິດຕາມກົນໄກຕະຫຼາດ, ສື່ມວນຊົນຂອງພວກເຮົາກໍ່ຍິ່ງມີບົດບາດ ແລະ ໜ້າທີ່ສຳຄັນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ການພັດທະນາເສດຖະ ກິດ-ສັງຄົມ ແລະ ການສະໜອງຂໍ້ມູນຂ່າວສານຕໍ່ພາຍໃນ ແລະ ຕ່າງປະເທດຢ່າງກ້ວາງຂວາງ. ສື່ມວນຊົນທຸກປະເພດ ກໍຈົ່ງຍົກສູງນໍ້າໃຈຮັກຊາດ ຮັບໃຊ້ປະຊາຊົນ ແລະ ຍົກສູງຈັນຍາບັນຂອງນັກຂ່າວລາວ ໂດຍການຂຽນ ແລະ ອອກຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ...

Read More »

ເຜີຍແຜ່ຄຳສັ່ງນາຍົກລັດຖະມົນຕີ ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ

ໃນຕອນເຊົ້າມື້ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳເອົາຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເພື່ອໃຫ້ຮັບຊາບ, ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັງຄົມ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ. ໃນຂະນະດຽວກັນ ກໍໄດ້ແຈກຢາຍຄຳສັ່ງດັ່ງກ່າວ ທີ່ເປັນພາສາອັງກິດ ໃຫ້ບັນດາຜູ້ເຂົ້າຮ່ວມ ເພື່ອໃຫ້ເຂົ້າໃຈເຖິງລາຍລະອຽດຕໍ່ກັບມາດຕະການຕ່າງໆ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເຄັ່ງຄັດ.  

Read More »