ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຫຼ້າຈາກລັດຖະບານ ສປ ຈີນ ມອບໃຫ້ ສປປ ລາວ

ໃນວັນທີ 30 ມີນາ 2020 ທີ່ສາງພະລາທິການການແພດ, ເຂດດົງໂພສີ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຫຼ້າຈາກລັດຖະບານ ສປ ຈີນ ມອບໃຫ້ ສປປ ລາວ. ຕາງໜ້າລັດຖະບານ ສປ ຈີນ ມອບໂດຍທ່ານ ວາງຊີຮຸ່ຍ ທູດທີ່ປຶກສາເສດຖະກິດ-ການຄ້າ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ

ເຄື່ອງຊ່ວຍເຫຼືອປະເພດອຸປະກອນການແພດມາມອບໃຫ້ແກ່ ສປປ ລາວ ລວມມູນຄ່າ 5 ແສນກວ່າໂດລາສະຫະລັດ; ໃນນັ້ນ ຈາກລັດຖະບານຈີນຈໍານວນ 452.450 ໂດລາສະຫະລັດ ແລະ ຈາກມູນນິທິ ແຈັກມາ 129.011 ໂດລາສະຫະລັດ

ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ສະເພາະຂອງລັດຖະບານຈີນປະກອບມີ ໜ້າກາກອະນາໄມທົ່ວໄປ ຈໍານວນ 400.000 ອັນ ມູນຄ່າ 196.000ໂດລາສະຫະລັດ; ໜ້າກາກອະນາໄມ N95 ຈໍານວນ 5.000ອັນ ມູນຄ່າ 147.500ໂດລາສະຫະລັດ; ເສື່ອຊຸດປ້ອງກັນຕົນເອງ ຈໍານວນ 5.000 ອັນ ມູນຄ່າ 108.950 ໂດລາສະຫະລັດ. ສ່ວນເຄື່ອງຊ່ວຍເຫຼືອຈາກມູນນິທິແຈັກມາ ມີນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 20.064 ຊຸດ ມູນຄ່າ 129.011 ໂດລາສະຫະລັດ.

ຕໍ່ກັບເຄື່ອງຊ່ວຍເຫຼືອທັງໝົດນີ້ ທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ຈະນຳໄປມອບໃຫ້ບັນດາພາກສ່ວນຕ່າງໆຕາມຄວາມເໝາະສົມ.

Comments