ແຮງງານລາວຢູ່ເມືອງຄົງເຊໂດນ 1.000 ກວ່າຄົນກັບຈາກໄທຍ້ອນນາຍຈ້າງປິດໂຮງງານ,

ວັນທີ 31 ມີນາ 2020, ອໍານາດການເມືອງຄົງເຊໂດນຢືນຢັນມີແຮງງານລາວຈາກປະເທດໄທປະມານ 1.000 ຄົນກັບບ້ານເກີດ ແຕ່ແຮງງານດັ່ງກ່າວບໍ່ອະນຸຍາດໃຫ້ເຂົ້າໄປຊຸມຊົນ ແລະ ໄດ້ນໍາພວກເຂົາເຈົ້າໄປກັກໂຕໄວ້ໃນ 57 ຈຸດຕາມສະຖານທີ່ຊົ່ວຄາວເປັນເວລາ 14 ວັນເພື່ອຕິດຕາມເຝົ້າລະວັງ ແລະ ປ້ອງກັນບໍ່ໃຫ້ພະຍາດໂຄວິດລະບາດ. ຂະນະທີ່ ແຮງງານລາວສ່ວນໃຫຍ່ບອກວ່າບໍ່ມີວຽກເຮັດທໍາຍ້ອນນາຍຈ້າງປິດໂຮງງານ,ປິດໂຮງແຮມ-ຮ້ານອາຫານ ແລະ ອື່ນໆ ແຕ່ສິ່ງສໍາຄັນຢ້ານພະຍາດໂຄວິດຫຼາຍກວ່າ.

ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງຄົງເຊໂດນ ທັງແມ່ນປະທານຄະນະສະເພາະກິດຕ້ານ ແລະຄວບຄຸມ ພະຍາດຕິດຕໍ່ໄດ້ເປີດເຜີຍວ່າ: ພາຍຫຼັງໄດ້ຮັບຄຳສັງ ແລະແຈ້ງການຕ່າງໆທາງອຳນາດການປົກຄອງເມືອງກໍ່ໄດ້ເຮັດເປັນຂໍຕົກລົງ ແລະແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ, ພ້ອມທັງຈັດຕັ້ງປະຕິບັດ, ທົ່ວເມືອງນີ້ມີຈຳນວນບ້ານທັງໝົດ 84 ບ້ານ, ມີພົນລະເມືອງທັງໝົດ 67.000 ກວ່າຄົນ, ຍິງ 35 ພັນກວ່າຄົນ ແລະມີຈຳນວນບ້ານທີ່ມີພົນລະເມືອງມາແຕ່ໄທແລ້ວປະຈຸບັນ 58 ບ້ານກັບຈຳນວນ 1.000 ກວ່າຄົນ, ຍິງ 400 ຮ້ອຍກວ່າຄົນ, ໃນຈຳນວນດັ່ງກ່າວແມ່ນບໍ່ພົບກໍລະນີຜູ້ຕິດເຊື້ອ ໂຄວິດ 19, ສໍາລັບແຮງງານລາວທີ່ກັບມາປະເທດໄນໄລຍະທີ່ມີການລະບາດຂອງພະຍາດອັກເສບປອດສາຍພັນໄໝ່ ຫຼື ໂຄວິດ -19 ແມ່ນໄດ້ກັກຕົວໄວ້ ຢູ່ໃນຈຸດຈໍາກັດ ບໍລິເວນຈໍານວນ 57 ຈຸດເປັນຕົ້ນກໍ່ແມ່ນຢູ່ໂຮງຮຽນແຫ່ງຕ່າງໆຂອງເມືອງ ແລະຈຸດອຶ່ນໆ ຕາມທີ່ຄະນະສະເພາະກິດຂັ້ນເມືອງໄດ້ຈັດໄວ້ ເພື່ອຕິດຕາມອາການໄລຍະ 14 ວັນ.


ໂດຍ: ສອດສ່ອງ
ແຫຼງຂ່າວ: ສາລະວັນ

Comments