ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນມີຄວາມສັບສົນ, ຍາກທີ່ຈະຄາດຄະເນໄດ້, ສະພາບພາຍໃນປະເທດພົບກັບຄວາມຫຍຸ້ງຍາກ ແຕ່ສື່ມວນຊົນລາວ ກໍຍັງສືບຕໍ່ເປັນອາວຸດອັນແຫຼມຄົມຂອງພັກ

ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນມີຄວາມສັບສົນ, ຍາກທີ່ຈະຄາດຄະເນໄດ້, ສະພາບພາຍໃນປະເທດຍັງປະເຊີນກັບຄວາມຫຍຸ້ງຍາກ ແຕ່ສື່ມວນຊົນລາວ ກໍຍັງສືບຕໍ່ເປັນອາວຸດອັນແຫຼມຄົມຂອງພັກ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ,ມີສະຕິລະວັງຕົວສູງບໍ່ຫວັ່ນໄຫວຄອນແຄນຕໍ່ໜ້າສະພາບການຫຍຸ້ງຍາກ ແລະ ການທົດສອບນາໆ ປະການ, ມີຄວາມເດັດດ່ຽວໜຽວແໜ້ນໃນທຸກກໍລະນີ. ປະກອບສ່ວນຢ່າງຕັ້ງໜ້າໃນການເຜີຍແຜ່ແນວທາງນະໂຍບາຍຕ່າງໆ ຂອງພັກ ແລະ ລັດ, ເຊີດຊູຈິດໃຈຊາດ ແລະ ຄວາມສາມັກຄີປອງດອງ, ປຸກລະດົມນໍ້າໃຈຮັກຊາດ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ.

ນັບແຕ່ໄລຍະຕໍ່ສູ້ ແລະ ໄລຍະ ສະຖາປານາ ສປປ ລາວ ເປັນຕົ້ນມາ, ວົງການສື່ມວນຊົນຂອງລາວເຮົາ ກໍໄດ້ກ້າວເຂົ້າສູ່ການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຂອງການປະຕິວັດຄື ໄລຍະແຫ່ງການປົກປັກຮັກສາ ແລະ ການພັດທະນາປະເທດຊາດ ໂດຍສະເພາະແມ່ນມາໃນໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກທີ່ຊຸກຍູ້ການພັດທະນາເສດຖະກິດຕາມກົນໄກຕະຫຼາດ, ສື່ມວນຊົນຂອງພວກເຮົາກໍ່ຍິ່ງມີບົດບາດ ແລະ ໜ້າທີ່ສຳຄັນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ການພັດທະນາເສດຖະ ກິດ-ສັງຄົມ ແລະ ການສະໜອງຂໍ້ມູນຂ່າວສານຕໍ່ພາຍໃນ ແລະ ຕ່າງປະເທດຢ່າງກ້ວາງຂວາງ.
ສື່ມວນຊົນທຸກປະເພດ ກໍຈົ່ງຍົກສູງນໍ້າໃຈຮັກຊາດ ຮັບໃຊ້ປະຊາຊົນ ແລະ ຍົກສູງຈັນຍາບັນຂອງນັກຂ່າວລາວ ໂດຍການຂຽນ ແລະ ອອກຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວທີ່ບໍ່ມີມູນຄວາມຈິງ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ.
Medialaos# MMD

Comments